Author

ໂດຍ: ໄພວັນ ວັນທີ 4 Apr, 2024 ເວລາ 03:57 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_12

ວັນທີ 3 ເມສາ 2024 ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ຮ່ວມກັບສະມາຄົມນັກທຸລະກິດຍິງລາວ  ແລະ ສະມາຄົມວັດທະນາທໍາ ແລະ ສິນລະປະ ສ ເກົາຫລີ ໄດ້ຈັດພິທີເປີດ ເທດສະການອາຫານລາວ- ສ ເກົາຫລີ ຄັ້ງທີ 1 ທີ່ສວນເຈົ້າອານຸວົງ, ຈະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຕັດແຖບຜ້າໂດຍ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາແລະ ການຄ້າ, ທ່ານ ນ ວັນດາລາ ສີພັນດອນ ພັນລະຍາ ທ່ານນາຍົກລັດຖະມົນຕີ, ທ່ານ ນ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, … Continue reading

ໂດຍ: ໄພວັນ ວັນທີ 3 Apr, 2024 ເວລາ 04:02 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_008

ວັນທີ 2 ເມສາ 2024 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມທຸລະກິດລາວ ຄັ້ງທີ 15 ເພື່ອປະເມີນຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ມີເປົ້າໝາຍ ເພື່ອປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ໃນ ສປປ ລາວ. ກອງປະຊຸມນີ້ ໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຂະແໜງການຕ່າງໆຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ, ບັນດາທຸຕານຸທູດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຫຼາຍກວ່າ 400 ທ່ານ. ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, … Continue reading

ໂດຍ: ໄພວັນ ວັນທີ 22 Mar, 2024 ເວລາ 11:07 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
1

ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ (ERIA) ໄດ້ຈັດກອງປະຊຸມປຶກສາຫາລືຜົນການຄົ້ນຄວ້າ 3 ຫົວຂໍ້ຄື: 1. ການເພີ່ມປະສິດທິພາບ ໃນການນໍາໃຊ້ທ່າບົກທ່ານາແລ້ງ, 2. ການພັດທະນາເຂດ ແລະ ນິຄົມອຸດສາຫະກໍາທີ່ມີທ່າແຮງຂອງລາວໃຫ້ມີຄວາມຍືນຍົງ ແລະ 3. ການສົ່ງເສີມແບບຍືນຍົງໃນການຜະລິດມັນຕົ້ນ ຂື້ນໃນວັນທີ 21 ມີນາ 2024 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, … Continue reading

ໂດຍ: ໄພວັນ ວັນທີ 21 Mar, 2024 ເວລາ 11:48 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_7341

ກົມທະບຽນວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດກອງປະຊຸມ ເຜີຍແຜ່ ກົດໝາຍວ່າດ້ວຍວ່າດ້ວຍວິສາຫະກິດ ສະບັບປັບປຸງປີ 2022 ຂຶ້ນໃນວັນທີ 20 ມີນາ 2024 ທີ່ກະຊວງ ອຄ ເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາທ່ານຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງ ທີ່ອອກໃບອະນຸຍາດດຳເນີນ    ທຸລະກິດຈາກຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ພາຍໃນນະຄອນຫຼວງວຽງຈັນ, ຫົວໜ້າກົມ, ຮອງກົມ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ນາງ ຈັນສຸກ ແສງພະຈັນໄດ້ກ່າວວ່າ: ຈຸດປະສົງຂອງການກອງປະຊຸມຄັ້ງນີ້ … Continue reading

ໂດຍ: ໄພວັນ ວັນທີ 20 Mar, 2024 ເວລາ 04:50 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_69

ກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ອົງການ USAID ໄດ້ຈັດພິທີງານເປີດໂຕກາໝາຍຫັດຖະກຳ ແຫ່ງຊາດ ຂື້ນໃນວັນທີ 19 ມີນາ 2024 ທີ່ໂຮງແຮມ ດອນຈັນ ພາເລດ ໃຫ້ກຽດການເປັນປະທານເປີດງານໂດຍ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ມິແຊວ ເອົ້າລໍ ອຸປະທູດຮັກສາການຊົ່ວຄາວ ສະຖານທູດອາເມລິກາປະຈຳລາວ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ … Continue reading

ໂດຍ: ໄພວັນ ວັນທີ 20 Mar, 2024 ເວລາ 01:02 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
IMG_0150

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈັດຝຶກອົບຮົມ ກ່ຽວກັບ ການຄົ້ນຫາຂໍ້ມູນ ສິດທິບັດ ແລະ ເຕັກໂນໂລຊີ  ພາຍໃຕ້ໂຄງການສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ (TISC) ຂື້ນລະວ່າງວັນທີ 18 ຫາ 19 ມິນາ 2024 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍການເປັນປະທານຮ່ວມຂອງ ທ່ານ ມາຄະ ຈັນທະລາ, ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ Andrew CZAJKOWSKI, ຜູ້ຕາງໜ້າຈາກອົງການຊັບສິນທາງປັນຍາໂລກ (WIPO) ມີນັກວິທະຍາກອນ ຜູ້ຊົງຄຸນວຸດທິຈາກຕ່າງປະເທດ, ຜູ້ຕາງໜ້າຈາກ ຫ້ອງການ, ກົມ, … Continue reading

ໂດຍ: ໄພວັນ ວັນທີ 18 Mar, 2024 ເວລາ 02:52 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_19

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ເປີດນໍາໃຊ້ເວບໄຊ https://laotradestat.moic.gov.la ຢ່າງເປັນທາງການໃນວັນທີ 15 ມີນາ 2024 ທີ່ໂຮງແຮມເມືອງແທ່ງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ປອ ມະ​ໂນ​ທອງ ວົງ​ໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະພະແນກ ແລະ ວິຊາການ ກະຊວງທີ່ກ່ຽວຂ້ອງ, ບັນດາທ່ານ ຜູ້ຕາງໜ້າສະຖານທູດ ປະຈໍາ ສປປ ລາວ, ອົງການຈັດຕັ້ງສາກົນ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ, ຕາງໜ້າພາກທຸລະກິດ ກ່ຽວຂ້ອງ … Continue reading

ໂດຍ: ໄພວັນ ວັນທີ 17 Mar, 2024 ເວລາ 04:52 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
7

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊຍະບູລີ ຈັດຝຶກອົບຮົມກ່ຽວກັບການສົ່ງເສີມຜູ້ຜະລິດ ແລະ ຜູ້ປະກອບການ SMEs ແລະ ສິນຄ້າ ODOP ໃນການສ້າງຍີ່ຫໍ້ ແລະ ການຫຸ້ມຫໍ່ສິນຄ້າ ທີ່ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊຍະບູລີ ໃນວັນທີ 14 ມີນາ 2024, ໂດຍການເປັນປະທານຮ່ວມຂອງທ່ານ ໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ລິນທອງ ແກ້ວບົວ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ມີຄະນະວິຊາການຈາກສູນກາງ, … Continue reading

ໂດຍ: ໄພວັນ ວັນທີ 15 Mar, 2024 ເວລາ 02:26 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_3

ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ໄດ້ຖະແຫຼງຂ່າວຜົນສໍາເລັດຂອງກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 30 ເຊິ່ງຈັດຂື້ນໃນວັນທີ 9 ມີນາ 2024 ທີ່ແຂວງຫຼວງພະບາງ ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີການຄ້າ ແລະ ອຸດສາຫະກໍາ ຕິມໍເລສເຕ, ບັນດາທ່ານຫົວໜ້າ ແລະ ຄະນະຜູ້ແທນຂອງປະເທດສະມາຊິກອາຊຽນ ເຂົ້າຮ່ວມ. ທ່ານໄດ້ກ່າວວ່າ ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບບັນດາທ່ານລັດຖະມົນຕີຈາກປະເທດສະມາ ຊິກອາຊຽນ ເຂົ້າສູ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30. ກອງປະຊຸມຄັ້ງນີ້ ເປັນກອງປະຊຸມໃນລະດັບລັດຖະມົນຕີຄັ້ງທໍາອິດ ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ. ການຮວມຕົວກັນຂອງພວກເຮົາໃນມື້ນີ້ … Continue reading

ໂດຍ: ໄພວັນ ວັນທີ 6 Mar, 2024 ເວລາ 08:21 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_4282

ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບບໍລິສັດ ອີລີແກ້ນ ອີເວັ້ນສ໌ ຈໍາກັດຜູ້ດຽວ ຈັດງານວາງສະແດງ ວຽງຈນັນານາຊາດ ໂອໂຕໂຊ 2024 (Vientiane International Auto Show 2024) ພິທີເປີດງານຈັດຂຶ້ນໃນວັນທີ 4 ມີນາ 2024 ທີ່ສູນການຄ້າ ລາວໄອເຕັກ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີກະຊວງ ໂຍທາທິການ … Continue reading