ໃນຕອນເຊົ້າເວລາ 8:00 ໂມງ ຂອງວັນທີ 12/7/2019 ໜ່ວຍພັກພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ໄດ້ຈັດພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 03 ສະຫາຍ ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທຳ ວັນນະພອນ ຮອງເລຂາໜ່ວຍພັກ ເຂົ້າຮ່ວມໃນພິທີມີຄະນະໜ່ວຍພັກ, ສະມາຊິກພັກສົມບຸນ ແລະ ສຳຮອງ ຈຳນວນ 24 ສະຫາຍ ຍິງ 02 ສະຫາຍ. ໃນພິທີດັ່ງກ່າວມະຫາຊົນຜູ້ກ້າວໜ້າທັງ … Continue reading →
ໃນຕອນເຊົ້າວັນທີ 11 ກໍລະກົດ 2019 ໜ່ວຍກຳມະບານຮາກຖານພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ອຸດົມໄຊ ໄດ້ນຳພາສະມາຊິກເຂົ້າຮ່ວມຂະບວນການອອກແຮງງານລວມຂອງແຂວງ ໂດຍການອະນາໄມຖາງຫຍ້າ ເຮັດຄວາມສະອາດ ບໍລິເວນຕົ້ນໄມ້ທີ່ປູກໃນຄວາມຮັບຜິດ ຊອບຂອງຕົນ ພາຍໃນສະໜາມກິລາແຂວງອຸດົມໄຊ ພາຍໃຕ້ການນຳພາຂອງທ່ານ ອຸ່ນຄຳ ອ່ອນພະຈັນ ປະທານໜ່ວຍກຳມະບານຮາກຖານພະ ແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ. ຈຸດປະສົງອອກແຮງງານລວມຄັ້ງນີ້ ເພື່ອສ້າງຂະບວນການຕ້ອນຮັບວັນສ້າງຕັ້ງກໍາເນີດກິລາລາວ ຄົບຮອບ 53 ປີ ແລະ ວັນຄ້າຍວັນເກີດ ທ່ານປະທານ ສຸພານຸວົງ ຄົບຮອບ … Continue reading →
ວັນທີ 28 ມິຖຸນາ 2019 ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ), ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ສະຖາບັນເຕັກໂນໂລຊີພະຈອມເກົ້າເຈົ້າຄຸນທະຫານລາດກະບັງ ປະເທດໄທ ໄດ້ຈັດກອງປະຊຸມສົ່ງເສີມໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ນໍາໃຊ້ເວັບໄຊ໌ສູນບໍລິການ ວນກ ອາຊຽນ ເປັນເວລາເຄິ່ງມື້ ທີ່ໂຮງແຮມຈໍາປາສັກແກຼນ, ນະຄອນປາກເຊ ແຂວງ ຈໍາປາສັກ; ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ສົມບັດ ແສນພັນຊ່ອງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ຈໍາປາສັກ, … Continue reading →
ກອງປະຊຸມກາງສະໄໝຂອງຂະແໜງການຄ້າ ແລະ ພາກເອກະຊົນຄັ້ງທີ 14 ເຊິ່ງເປັນເວທີສົນທະນາອັນສໍາຄັນ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດຂຶ້ນທີ່ໂຮງແຮມ ດອນຈັນພາເລດ, ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 06 ມິຖຸນາ 2019 ເວລາ 8:30ໂມງ. ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານ ໂດຍ ທ່ານ ສີລິສຳພັນ ວໍຣະຈິດ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງ ອຸດສາຫະກຳ ແຫ່ງ ສປປ ລາວ, … Continue reading →
ການຍ້ອມສີ ການຍ້ອມສີທຳມະຊາດ 01 ການຟອກໄໝ 02 ການກະກຽມ ສານຈັບສີ 1 ຄັ່ງ 2 ໃບສັກ 3 ໃບຂີ້ເຫຼັກ 4 ໄມ້ຝາງແດງ 5 ດອກດາວເຮືອງ 7 ໝາກເກືອ 8 ແກ່ນໝາກຊາຕີ 9 ເປືອກລີ້ນໄມ້ 10 ເປືອກສີສຽດ 11 ແກນມີ້ 12 ໃບລຳໄຍ 13 ສີເປືອກໝາກພ້າວ 14 ໃບຫ້ອມ 15 ໃບຫູກວາງ
ໃນຕອນເຊົ້າຂອງວັນທີ 17 ທັນວາ 2018 ທີ່ໂຮງແຮມແລນມາກແມ່ຂອງລີເວີຊາຍ, ນະຄອນ ຫລວງວຽງຈັນ. ໄດ້ໄຂກອງປະຊຸມສໍາມະນາວຽກງານແຂ່ງຂັນທາງທຸລະກິດ ຂອງຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະ ກິດ ຫຼື ຄຂທ ຂອງ ສປປ ລາວ ໂດຍການເປັນປະທານ ທ່ານ ບຸນທຽນ ແກ້ວສີພາ ຫົວໜ້າກົມການຄ້າພາຍໃນ ແລະ ປະທານຮ່ວມ Mr. Jane Chandler Deputy Head of Mission, ພ້ອມທັງບັນດາຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ທີ່ຖຶກແຕ່ງຕັ້ງເປັນ ສະມາຊິກຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດຂອງ ສປປ ລາວ ຈຳນວນ 11 … Continue reading →