ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດຕັ້ງຂະບວນການ ວາງສະແດງ ແລະ ຂາຍສິນຄ້າ ສ້າງຄວາມເຂັ້ມແຂງໃຫ້ສະມາຊິກແມ່ຍິງ ກະຊວງອຸດສາຫະກໍາ ແລະ ການຄ້າ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ (ວັນທີ 20 ກໍລະກົດ 1995 – 20 ກໍລະກົດ 2024) ທີກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ກຽດເຂົ້າຮ່ວມງານຂອງທ່ານ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ, ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ … Continue reading →
ວັນທີ 18 ກໍລະກົດ 2024 ທີ່ກະຊວງອຸດສາັະກໍາ ແລະການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນ ຕີກະຊວງ ອຄ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ ນ. ອິນາ ມາຈູລໍນິແຕ Ms. Ina MARCIULIONYTE, ເອກອັກຄະລັດຖະທູດ ແຫ່ງສະຫະພາບເອີຣົບ ປະຈໍາ ສປປ ລາວ ມີທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຄະນະກົມ ພ້ອມດ້ວຍພະນັກງານທັງສອງພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງແມ່ນເພື່ອເຂົ້າຢ້ຽມຂ່ໍານັບອໍາລາ ໃນໂອກາດສໍາເລັດໜ້າທີ່ການທູດຢູ່ ສປປ ລາວ ແລະ ເພື່ອລາຍງານຄວາມຄືບໜ້າໃຫ້ທ່ານລັດຖະມົນຕີກະຊວງ ອຄ ຊາບກ່ຽວກັບການຈັດຕັ້ງປະຕິບັດໂຄງການໃໝ່ໃນປີ 2025 ແລະ ເພື່ອແຈ້ງໃຫ້ຊາບກ່ຽວກັບ EU … Continue reading →
ວັນທີ 15 ກໍລະກົດ 2024 ຜ່ານມາ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ກະຊວງອຸດສາຫະກໍາ ແະ ການຄ້າ ຈັດພິທີ ທຳລາຍສິນຄ້າທີ່ລອກຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າ ປະເພດເຄື່ອງສໍາອາງ ຄລີມທາຜິວ ເຂົ້່າຮ່ວມພິທີທຳລາຍ ຂອງ ທ່ານ ພູວຽງ ພົງສາ ຫົວໜ້າກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການ ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮວມ. … Continue reading →
ໃນຕອນເຊົ້າເວລາ 8:30 ໂມງ ຂອງວັນທີ 18 ກໍລະກົດ 2024, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variava), ເອກອັກຄະລັດຖະທູດ ສ.ອາເມຣິກາ ປະຈໍາ ສປປ ລາວ ໃນໂອກາດເຂົ້າພົບປະປຶກສາຫາລືທົບທວນຄືນດ້ານການຄ້າ-ການລົງທຶນພື້ນຖານໂຄງລ່າງ … Continue reading →
ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ທັງໝົດ 14 ກອງປະຊຸມ ປະກອບດ້ວຍ ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດປະເທດ CLMV ຄັ້ງທີ 27, ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ຄັ້ງທີ 3/55 (SEOM), ກອງປະຊຸມປຶກສາຫາລືລະຫວ່າງເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ແລະ ຄູ່ຮ່ວມເຈລະຈາຄື: ສປ ຈີນ, ສ. ເກົາຫຼີ, ຍີ່ປຸ່ນ, ອາຊຽນ+3, ຮົງກົງ, ອິນເດຍ, ອົດສະຕາລີ-ນິວຊີແລນ, ສະຫະພາບເອີຣົບ, ຣັດເຊຍ, ອັງກິດ, ການາດາ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊີຕາເວັນອອກ ເຊິ່ງເລີ່ມແຕ່ວັນທີ 09 ກໍລະກົດ … Continue reading →
ກອງປະຊຸມໃຫ່ຍ ຄັ້ງທີ III ຂອງໜ່ວຍກຳມະບານຮາກຖານ ກຊປ ໄດ້ເປີດຂຶ້ນໃນຕອນແລງຂອງວັນ 5 ກໍລະກົດ 2024. ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ເປັນປະທານຮ່ວມຂອງ ສະຫາຍ ໄຊສົມເພັດ ນໍລະສິງ, ຄະນະພັກກະຊວງ, ເລຂາໜ່ວຍພັກກົມຊັບສິນທາງປັນຍາ, ສະຫາຍ ສົມຫວາດ ໂພທິສັດ ຄະນະບໍລິຫານງານກໍາມະບານກະຊວງອຸດສາຫະກຳ ແລະ ການຄ້າ, ສະຫາຍ ນ.ວິລົມພອນ ພິມພິສານ ປະທານກຳມະບານຮາກຖານກົມຊັບສິນທາງປັນຍາ (ກຊປ) ມີຜູ້ຕາງໜ້າໜ່ວຍກຳມະບານ ຮາກຖານ ຂອງບັນດາກົມອ້ອມຂ້າງກະຊວງ ແລະ ສາມອົງການຈັດຕັ້ງຂອງ ກຊປ ເຂົ້າຮ່ວມ. ສະຫາຍ ນ. ວິລົມພອນ ພິມພິສານ … Continue reading →
ໜ່ວຍຊາວໜຸ່ມກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງໃຫຍ່ຄັ້ງທີ III ຂອງໜ່ວຍຊາວໜຸ່ມກົມຊັບສິນທາງປັນຍາ ໃນຄັ້ງວັນທີ 5 ກໍລະກົດ 2024, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 5 ຕຶກສໍານັກງານສົ່ງເສີມຈຸລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍການເປັນທານຮ່ວມຂອງ ສະຫາຍ ໄຊສົມເພັດ ນໍລະສິງ, ກໍາມະການຄະນະບໍລິຫານງານພັກຊວງ, ເລຂາໜ່ວຍພັກກົມຊັບສິນທາງປັນຍາ, ສະຫາຍ ວັນດີ ສີມະໂນທອງ, ຮອງເລຂາຄະນະບໍລິຫານງານ ຊປປລ ກະຊວງ ອຄ ແລະ ສະຫາຍ ນ. ລິດດາວັນ ທີລະກຸນ ເລຂາໜ່ວຍຊາວໜຸ່ມກົມຊັບສິນທາງປັນຍາ, ມີຕາງໜ້າໜ່ວຍຊາວໜຸ່ມບັນດາກົມ 13 ສະຫາຍ, ຍິງ … Continue reading →
ໃນວັນທີ 28 ມິຖຸນາ 2024 ຜ່ານມາ, ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະ ແລະ ເຮັດວຽກຮ່ວມກັບພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຜົ້ງສາລີ ຢູ່ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີ ໂດຍການຕ້ອນຮັບຂອງທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງແຂວງຜົ້ງສາລີ ມີພະນັກງານຂອງພະແນກອຸດສາຫະກໍາ ແລະ ການຄ້າ, ບັນດາຫ້ອງການອຸດສາຫະກໍາ ແລະ ການຄ້າ 7 ເມືອງ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ. ທ່ານຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ໄດ້ລາຍງານຫຍໍ້ການຈັດຕັ້ງ ແລະ ເຄື່ອນໄຫວ 6 … Continue reading →
ວັນທີ 27 ມິຖຸນາ 2024 ຜ່ານມາ, ທ່ານ ມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງບໍລິສັດ ຢົງໄທ້ຢາງພາລາ ຈຳກັດ ຢູ່ເມືອງບຸນໃຕ້, ແຂວງຜົ້ງສາລີ ໂດຍມີການນຳແຂວງ, ການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ. ທ່ານ ຕູເມົາເສີນ ອຳນວຍການບໍລິສັດ ຢົງໄທ້ຢາງພາລາ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິສັດ ຢົງໄທ້ຢາງພາລາ ຈຳກັດ ດໍາເນີນເຄື່ອນໄຫວຢູ່ແຂວງຜົ້ງສາລີຕັ້ງແຕ່ປີ 2006 ເປັນຕົ້ນມາ ແລະ ໂຮງງານປຸງແຕ່ງຢາງພາລາໄດ້ເລີ່ມດໍາເນີນເຄື່ອນໄຫວແຕ່ປີ 2016 ເຊິ່ງເປັນໂຄງການປຸກພືດທົດແທນການປຸກຝີ່ນ ໂດຍການລົງທຶນຂອງຕ່າງປະເທດ 100%, … Continue reading →
ໃນວັນທີ 2 ກໍລະກົດ 2024 ທີ່ໂຮງແຮມ ເມືອງແທັງ, ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ອົງການຊັບສິນທາງປັນຍາໂລກ WIPO, ຈັດກອງປະຊຸມສຳມະນາ ໃຫ້ແກ່ພາກລັດ ແລະ ຜູ້ປະກອບການເອກະຊົນ ໃນຫົວຂໍ້ “ຜົນປະໂຫຍດຂອງການເຂົ້າເປັນພາຄີຂອງສັນຍາເຮັກ ວ່າດ້ວຍການຈົດທະບຽນສາກົນ ກ່ຽວກັບແບບອຸດສາຫະກໍາ, ໃຫ້ກຽດເປັນປະທານຮ່ວມກອງປະຊຸມໂດຍ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ນາງ Päivi LÄHDESMÄKI ທີ່ປຶກສາອາວຸໂສ ສໍານັກງານສັນຍາເຮັກ … Continue reading →