ຂ່າວ

ໂດຍ: ໄພວັນ ວັນທີ 17 Jun, 2024 ເວລາ 04:28 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0271

ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໄດ້​ຈັດ​ກອງ​ປະ​ຊຸມ​ໜ່ວຍ​ງານ​ຂະ​ແໜງ​ການ​ຄ້າ ແລະ ພາກ​ເອ​ກະ​ຊົນ ຄັ້ງ​ທີ 22 ​ເຊິ່ງແມ່ນ​ເວ​ທີ​ ປຶກສາຫາລື ລະຫວ່າງພາກ​ລັດ​, ພາກ​ທຸ​ລະ​ກິດ, ຫົວ​ໜ່ວຍ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ແລະ ບັນ​ດາ​ຄູ່​ຮ່ວມ​ພັດ​ທະ​ນາ ເພື່ອແລກ​ປ່ຽນ​ຄຳ​ຄິດ​ເຫັນ ຕໍ່​ກັບ​ບັນ​ຫາ​ພົ້ນເດັ່ນ ທີ່​ເປັນອຸປະສັກ​ຕໍ່ການ​ຄ້າ ແລະ ການ​ລົງ​ທຶນ ແລະ ກໍ່​ເປັນ​ການ​ສ້າງ​ຄວາມ​ເປັນ​ເອ​ກະ​ພາບ ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ທີ່​ຈຳ​ເປັນໃນ​ການ​ລົບ​ລ້າງບັນ​ດາ​ສິ່ງ​ທີ່​ກີດ​ຂວາງ​ຕໍ່​ກັບ​ການ​ສ້າງສະ​ພາບ​ແວດ​ລ້ອມ​​ທີ່​ເອື້ອ​ອຳ​ນວຍ​ຕໍ່​ການ​ລົງ​ທຶນ. ພາຍໃຕ້ການ​ເປັນ​ປະ​ທານ​ຂອງ ​ທ່ານ ປ​.ອ ມະ​ໂນ​ທອງ ວົງ​ໄຊ, ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແລະ ປະທານຮ່ວມໂດຍ ທ່ານນາງ Ina Marciulionyte ເອກອັກຄະລັດຖະທູດສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ … Continue reading

ໂດຍ: ໄພວັນ ວັນທີ 15 Jun, 2024 ເວລາ 05:07 PM | ແຍກຕາມຫມວດ ຂ່າວຕ່າງປະເທດ | % ຄຳເຫັນ 0 Comments
DSC_0045

ຕອນບ່າຍຂອງວັນທີ 13 ມິຖຸນາ  2024 ທີ່ຫ້ອງປະຊຸມໃຫຍ່ຂອງສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຈັດກອງປະຊຸມ ເຜີຍແຜ່ນິຕິກໍາ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ ສະບັບປັບປຸງປີ 2022 ໃຫ້ພາກທຸລະກິດ, ຫົວໜ່ວຍທຸລະກິດ ຂອງສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ອະພິສິດ ແສງສຸລິວົງ, ຫົວໜ້າກົມທະບຽນວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ວັນທອງ ສິດທິກຸນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ປະທານສະມາຄົມນັກທຸລະ … Continue reading

ໂດຍ: ໄພວັນ ວັນທີ 15 Jun, 2024 ເວລາ 03:04 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0025

ກອງປະຊຸມຫາລື ແລະ ແລກປ່ຽນທາງດ້ານວິຊາການກ່ຽວກັບການສຶກສາໃນຫົວຂໍ້ ຄວາມສະເໜີພາບລະຫວ່າງຍິງ-ຊາຍ ແລະ ຜູ້ເສຍອົງຄະ ຕໍ່ວຽກງານການພັດທະນາການຄ້າເອເລັກໂຕນິກ ພາຍຫຼັການແຜ່ລະບາດຂອງພະຍາດໂຄວິດ-19 ກໍລະນີສຶກສາຂອງນະຄອນຫຼວງວຽຈັນ ແລະ ແຂວງຫລວງພະບາງ, ສປປ ລາວ ຈັດຂື້ນວັນທີ 13 ມິຖຸນາ 2024, ທີ່ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ມີຕາງໜ້າຈາກສະຖານທູດອົດສະຕາລີປະຈໍາລາວ, ຫົວໜ້າສະຖາບັນອຸດສາຫະກໍາ ແລະ ການຄ້າ, ຜູ້ຈັດການໂຄງການສົ່ງເສີມການຄ້າເພື່ອການພັດທະນາລະດັບພາກພື້ນ RT4D ແລະ ຂະ ແໜງການກ່ຽວຂ້ອງເຂົ້າຮ່ວມ. ທ່ານຍັງໄດ້ກ່າວວ່າ: ການຄ້າເອເລັກໂຕຣນິກ … Continue reading

ໂດຍ: ໄພວັນ ວັນທີ 7 Jun, 2024 ເວລາ 02:06 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
2

ໃນວັນທີ 31 ພຶດສະພາ 2024, ທີ່ກົມ​ຊັບ​ສິນ​ທາງ​ປັນ​ຍາ (ກຊປ), ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ມີກອງປະຊຸມໃຫຍ່ ຄັ້ງທີ  III, ຂອງໜ່ວຍສະຫະພັນແມ່ຍິງ, ກົມຊັບສິນທາງປັນຍາ, ໃຫ້​ກຽດ​ເປັນ​ປະ​ທານ​ຮ່ວມໂດຍ ​ສະ​ຫາຍ ໄຊສົມເພັດ ນໍລະສິງ, ກຳມະການຄະນະບໍລິຫານງານພັກ ກະຊວງ ອຄ, ເລຂາໜ່ວຍພັກ ກົມຊັບສິນທາງປັນຍາ, ມີສະຫາຍ ນາງ ສົມໝາຍ ພົມມຸນີວົງ, ປະທານສະຫະພັນແມ່ຍິງ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະຫາຍ ນາງ ທິບພະຈັນ ທິບພະວອນ ຫົວໜ້າໜ່ວຍ​ສະ​ຫະ​ພັນແມ່ຍິງ, ກົມຊັບສິນທາງປັນຍາ. ກອງ​ປະ​ຊຸມ​ໃນ​ຄັງ​ນີ້ ມີສະຫາຍ ໄຊບັນດິດ … Continue reading

ໂດຍ: ໄພວັນ ວັນທີ 7 Jun, 2024 ເວລາ 10:24 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
1

  ໃນລະຫວ່າງວັນທີ 27-31 ພຶດສະພາ 2024 ຜ່ານມາ, ພະເເນກອຸດສາຫະກຳ ແລະ ການຄ້າ ແຂວງ​ອຸ​ດົມ​ໄຊ  ​ໄດ້​ລົງ​ເຄື່ອນ​ໄຫວ ຈັດຝຶກອົບຮົມ ກ່ຽວກັບວຽກງານຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ໃຫ້ພະນັກງານ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືືອງ ແລະ ຜູ້ປະກອບການ ຢູ່ 3 ເມືອງ ຄື: ເມືອງແບງ, ເມືອງຮຸນ ແລະ ເມືອງປາກແບງ, ໂດຍການເປັນປະທານຂອງ ທ່ານ ມະນີກອນ ກິດຕິວົງ ຫົວໜ້າຂະເເໜງຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ, ພະແນກ … Continue reading

ໂດຍ: ໄພວັນ ວັນທີ 6 Jun, 2024 ເວລາ 05:25 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_1557.jpg 1

ສະຫະພັນກໍາມະບານກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມ ສະຫຼຸບຂະບວນການແຂ່ງຂັນ, ຢັ້ງຢືນ ແລະ ຮັບຮອງກໍາມະບານ 5 ເປັນເຈົ້າ ປະຈໍາປີ 2023 ຂອງສະຫະພັນກໍາມະບານກະຊວງ ອຄ ໃນວັນທີ 5 ມິຖຸນາ 2024 ທີ່ກະຊວງ ອຄ ໂດຍການເປັນປະທານຂອງສະຫາຍ ນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະບໍລິຫານງານພັກ ກະຊວງ ອຄ, ຜູ້ຊີ້ນໍາສາມອົງການຈັດຕັ້ງມະຫາຊົນ, ຮອງລັດຖະມົນຕີກະຊວງ ອຄ ໂດຍມີຜູ້ເຂົ້າຮ່ວມຈາກຄະນະບໍລິຫານງານສະຫະພັນກໍາມະບານກະຊວງ ອຄ, ຕາງໜ້າສະຫະພັນ ແລະ ກໍາມະບານຮາກຖານ ທີ່ຂຶ້ນກັບສະຫະພັນກໍາມະບານກະຊວງ ອຄ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ … Continue reading

ໂດຍ: ໄພວັນ ວັນທີ 6 Jun, 2024 ເວລາ 02:50 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0546

ໃນວັນທີ 4 ມິຖຸນາ 2024, ທີ່ໂຮງແຮມລາວພາຊ້າ, ນະຄອນຫລວງວຽງຈັນ, ໄດ້ກອງປະຊຸມໂຕະມົນ ກ່ຽວກັບເຂດການຄ້າເສລີ ອາຊຽນ-ອົດສະຕຣາລີ-ນູແວນເຊລັງ ​(AANZFTA) ຄົບຮອບ 15 ປີ ເປັນປະທານຮ່ວມໂດຍ ທ່ານ ປອ ມະໂນທອງ ວົງໄຊຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ , ທ່ານ ແດນ ແຣລດອນ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ແລະ ທ່ານ ເອດຣຽນ ກິລເປິດ ອໍານວຍການໂຄງການສົ່ງເສີມການຄ້າ ເພື່ອການພັດທະນາລະດັບພາກພື້ນ ມີຜູ້ຕາງໜ້າຈາກ ບັນດາກະຊວງ ແລະ ພາກທຸລະກິດກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງກອງປະຊຸມຄັ້ງນີ້ ແມ່ນເພື່ອປະເມີນການຈັດຕັ້ງປະຕິບັດສັນຍາ … Continue reading

ໂດຍ: admin ວັນທີ 6 Jun, 2024 ເວລາ 10:49 AM | ແຍກຕາມຫມວດ ຂ່າວດ່ວນ, ຂ່າວ | % ຄຳເຫັນ 0 Comments
ໂດຍ: ໄພວັນ ວັນທີ 5 Jun, 2024 ເວລາ 02:46 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0429.jpg 2

ວັນທີ 03 ມິຖຸນາ 2024 ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 1 ຂອງກະຊວງອຸດສາຫະກໍາ ເເລະ ການຄ້າ ໄດ້ຈັດກອງປະຊຸມພົບປະ ເເລະ ປຶກສາຫາລື ລະຫວ່າງ ກະຊວງອຸດສາຫະກໍາ ເເລະ ການຄ້າ ເເລະ ກະຊວງກະສິກໍາ ເເລະ ປ່າໄມ້ ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ເເລະ ການຄ້າ ເເລະ ທ່ານ ຮສ. ປອ. ລິນຄໍາ ດວງສະຫວັນ, ລັດຖະມົນຕີ ກະຊວງກະສິກໍາ ເເລະ … Continue reading

ໂດຍ: ໄພວັນ ວັນທີ 4 Jun, 2024 ເວລາ 11:31 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
WhatsApp Image 2024-05-31 at 14.15.42

ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ກຄອຄຂ.ສ ຫຼື ກອງເລຂາຂັ້ນສຸນກາງ) ໄດ້ຈັດກອງປະຊຸມກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ ຄັ້ງທີ 02 ຂື້ນໃນວັນທີ 31 ພຶດສະພາ 2024, ທີ່ ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານໂດຍ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຈາກພາກລັດ ທັງສູນກາງ ແລະ … Continue reading