ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ເຊັນສັນຍາກັບບໍລິສັດ ຊວນເຢ ລາວຈໍາກັດຜູ້ດຽວ ເພື່ອສືບຕໍ່ໃຫ້ວຍກງານການຮ່ວມມືພັດທະນາ ແລະ ການບໍລິການສູນວາງສະແດງຮ່ວມມືເສດຖະກິດ ແລະ ການຄ້າ ຂອງ ສປປ ລາວ ທີ່ ເມືອງຢາງຟຸ, ນະຄອນຊຽງໄຮ, ສປ ຈີນ. ຮັບປະກັນການສ້າງເວທີດ້ານການຮ່ວມມືສົ່ງເສີມການຄ້າ ແລະ ເສດຖະກິດ ທີ່ລາວ-ຈີນ ໃຫ້ມີໝາກຜົນ ແລະ ບັນລຸໄດ້ຕາມເປົ້າໝາຍ. ພິທີເຊັນສັນຍາ ໄດ້ຈັດຂຶ້ນໃນວັນທີ 10 ພຶດສະພາ 2024 ທີ່ຫ້ອງປະຊຸມສຳນັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ … Continue reading →
ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມສໍາມະນາແລກປ່ຽນຄວາມຮູ້ໃນຫົວຂໍ້: “ບົດບາດຂອງອຸດສາຫະກຳປຸງແຕ່ງມັນຕົ້ນຂອງ ສປປ ລາວ ຢູ່ໃນຕ່ອງໂສ້ມູນຄ່າເພີ່ມລະດັບພາກພື້ນ” ຈັດຂື້ນໃນວັນທີ 10 ພຶດສະພາ 2024 ທີ່ກະຊວງ ອຄ. ເປັນປະທານກ່າວເປີດງານໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ກາາຄ້າ (ອຄ) ມີຫົວໜ້າສະຖາບັນ, ນັກຄົ້ນຄວ້າຈາກມະຫາວິທະຍາໄລ-ສະຖາບັນທີ່ກ່ຽວຂ້ອງ ພ້ອມດ້ວຍ ນັກສຶກສາຈາກສະຖາບັນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງ ອຄ ໄດ້ກ່າວວ່າ: ໂຄງການຄົ້ນຄວ້ານີ້ແມ່ນໄດ້ຮັບການສະໜັບສະໜຸນ ຈາກມະຫາວິທະຍາໄລ ມິຊີແກນ ປະເທດສະຫະລັດອາເມລິກາ ພາຍໃຕ້ PRCI. ຈຸດປະສົງຂອງໂຄງການ … Continue reading →
ໃນວັນທີ 07 ພຶດສະພາ 2024, ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມສຳມະນາ ໃນຫົວຂໍ້ ການສ້າງຄວາມຮັບຮູ້ກ່ຽວກັບການຮ່າງບັນດາສັນຍາ ແລະ ນິຕິກໍາຂັ້ນກະຊວງ ໃຫ້ແກ່ພະນັກງານຂະແໜງອຸດສາຫະກໍາ ແລະ ການຄ້າ ຂຶ້ນທີ່ໂຮງແຮມ ແລນມາກ ແມ່ຂອງ ຣີເວີຊາຍ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ຄໍາພັດ ພູນສຸກ, ຮອງຫົວໜ້າຫ້ອງການກະຊວງ. ຈຸດປະສົງກອງປະຊຸມສຳມະນາຄັ້ງນີ້ ເພື່ອປະກອບສ່ວນໃຫ້ແກ່ການແກ້ໄຂບັນດາສິ່ງທ້າທາຍ ເພື່ອຊຸກຍຸ້ການປະຕິບັດທິດຊີ້ນຳການຫັນໄປສູ່ການຄຸ້ມຄອງລັດດ້ວຍກົດໝາຍໃນຂະແໜງ ອຄ ໃຫ້ມີຄວາມຄືບໜ້າ ແລະ ບາດກ້າວທີ່ໜັ້ນທ່ຽງ ບັນລຸຕາມຄາດໝາຍທີ່ກຳນົດໄວ້. ພ້ອມທັງສ້າງຄວາມເຂັ້ມແຂງທາງດ້ານວິຊາການແນໃສ່ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ແລະ ສ້າງຄວາມຮັບຮູ້ກ່ຽວກັບຂັ້ນຕອນ ເຕັກນິກການ ໃນດ້ານການຮ່າງສັນຍາ … Continue reading →
ໃນຕອນເຊົ້າເວລາ 9:30 ໂມງ ຂອງວັນທີ 3 ພຶດສະພາ 2024, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນ. Megan jones (ເມແກັນ ຈອນສ), ເອກອັກຄະລັດຖະທູດ ອົດສະຕາລີ ຄົນໃໝ່ ປະຈໍາ ສປປ ລາວ … Continue reading →
ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມຮັບຜິດຊອບອົງການມາດຕະຖານແຫ່ງຊາດ ແລະ ທັງເປັນຄະນະກຳມະການທີ່ປຶກສາດ້ານມາດຕະຖານ ແລະ ຄຸນນະພາບອາຊຽນ (ACCSQ) ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການໜ່ວຍງານວິຊາການດ້ານການຄຸ້ມຄອງຜະລິດຕະພັນວັດສະດຸການກໍ່ສ້າງ ແລະ ຕຶກອາຄານ ອາຊຽນ ຄັ້ງທີ 10 ຫຼື the 10th Meeting of Members of the Building and Construction Working Group (BCWG) ຂື້ນໃນລະຫວ່າງວັນທີ 02 – 03 ພຶດສະພາ 2024 ທີ່ ໂຮງແຮມ … Continue reading →
ໃນວັນທີ 02-03 ພຶດສະພາ 2024, ທີ່ຫ້ອງປະຊຸມ ຊັ້ນ 1, ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມຊັບສິນທາງປັນຍາ ຮ່ວມກັບ ອົງການຊັບສິນທາງປັນຍາໂລກ (WIPO) ຈັດຝຶກອົບຮົມ “ຊັບສິນທາງປັນຍາທີ່ຕິດພັນກັບການສ້າງຍີ່ຫໍ້”, ພາຍໃຕ້ການສະໜັບສະໜູນຈາກ ສຳນັກງານສິດທິບັດ ແຫ່ງປະເທດຍີ່ປຸ່ນ (JPO), ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ທອງສຸກ ແກ້ວມະນີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ. ໃນກອງປະຊຸມຝຶກອົບຮົມຄັ້ງນີ້ ມີທ່ານ … Continue reading →
ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດກອງປະຊຸມ ຝຶກອົບຮົມ ກ່ຽວກັບ ສັນຍາຂອບວຽກເສດຖະກິດດິຈິຕອນ ຂອງອາຊຽນ ຂື້ນໃນລະຫວ່າງວັນທີ 24 – 25 ເມສາ 2024, ທີ່ໂຮງແຮມ ເມືອງແທັງ, ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ ມີບັນດາກົມ, ພາກລັດ ແລະ ພາກທຸລະກິດເຂົ້າຮ່ວມ. ທ່ານປະທານໄດ້ກ່າວວ່າ: ສັນຍາ DEFA ນີ້ຈະອຳນວຍຄວາມສະດວກໃຫ້ແກ່ການຄ້າດິຈິຕອນຂ້າມຊາຍແດນ, ຊ່ວຍໃຫ້ການເຮັດທຸລະກິດພາຍໃນພາກພື້ນງ່າຍດາຍຂື້ນ ໂດຍການປັບປຸງກົດລະບຽບດິຈິຕອນໃນຂົງເຂດທີ່ສໍາຄັນ ເຊັ່ນ: … Continue reading →
ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ເປີດຊຸດຮຽນ ທິດສະດີການເມືອງ ຂັ້ນຕົ້ນໄລຍະ 03 ເດືອນ ຊຸດທີ I ໃຫ້ແກ່ສະມາຊິກພັກ-ພະນັກງານຫຼັກແຫຼ່ງຂອງກະຊວງ ອຄ ຂື້ນໃນວັນທີ 22 ເມສາ 2024 ທີ່ຫ້ອງປະຊຸມກະຊວງ ອຄ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ອຄ ແລະ ສະຫາຍ ນາງ ບຸນມີ ຈຸນລະຈັກ, ຮອງເລຂາຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ, ມີຄະນະປະຈໍາພັກ, ບັນດາສະຫາຍເລຂາ, ຮອງເລຂາຄະນະຮາກຖານພັກ, ສະຫາຍ ປອ ສຸພາວະດີ … Continue reading →
ໃນລະຫວ່າງວັນທີ 09-11 ເມສາ 2024 ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ເເລະ ການຄ້າ (ອຄ) ໄດ້ນໍາພາຄະນະຈາກກະຊວງ ອຄ ລົງເຄື່ອນໄຫວວຽກງານຢູ່ເເຂວງຫົວພັນ. ຈຸດປະສົງເເມ່ນເພື່ອພົບປະຢ້ຽມຢາມການນໍາເເຂວງຫົວພັນ ເເລະ ໂອ້ລົມພະນັກງານພະເເນກອຸດສາຫະກໍາ ເເລະ ການຄ້າ ເເຂວງຫົວພັນ ພ້ອມທັງລົງຢ້ຽມຢາມຜູ້ປະກອບການ ທີ່ໄດ້ຮັບທຶນສະໜັບສະໜຸນຈາກທຶນສົມທົບ BAF ພາຍໃຕ້ໂຄງການ LCT ໃນໂອກາດການເຄື່ອນໄຫວວຽກງານໃນຄັ້ງນີ້, ວັນທີ 09 ເມສາ 2024 ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ເເລະ ການຄ້າ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ປອ ຄໍາເເພງ ໄຊສົມເເພງ, ເຈົ້າເເຂວງເເຂວງຫົວພັນ ເເລະ ທ່ານ ນາງ … Continue reading →