ໃນຕອນເຊົ້າເວລາ 9: 30 ໂມງ ຂອງວັນທີ 26 ກຸມພາ 2024, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຫວັງ ໂຢໂປ ຮອງເລຂາພັກແຂວງ, ເຈົ້າແຂວງຢູນນານ ສປ ຈີນ. ໃນໂອກາດເຂົ້າພົບປະປຶກສາຫາລື ກັບ ທ່ານ ລັດຖະມົນຕີ … Continue reading →
ໃນວັນທີ 17 ກຸມພາ 2024, ກົມຊັບສິນທາງປັນຍາ (ກຊປ), ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ ແລະ ໂຮງຮຽນປະຖົມ ບ້ານແຟນ, ຈັດພິທີມອບ-ຮັບ ອຸປະກອນການຮຽນ-ການສອນ ແລະ ເຄື່ອງກິລາ, ໃຫ້ແກ່ໂຮງຮຽນປະຖົມ ບ້ານແຟນ, ເມືອງໄຊ, ແຂວງອຸດົມໄຊ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ທ່ານ ນາງ … Continue reading →
ລົງຂ່າວ: ເພັດປະກາຍ ສີສົມບູນ
ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກໍາ ແຂວງອຸດົມໄຊ ຈັດກອງປະຊຸມເຜີຍ ວຽກງານຊັບສິນທາງປັນຍາ ໃຫ້ແກ່ ພະນັກງານສູນກາງ ແລະ ທ້ອງຖິ່ນ ທີ່ໂຮງແຮມມິດຕະພາບ, ແຂວງອຸດົມໄຊ, ໃນວັນທີ 16 ກຸມພາ 2024, ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງ ອຸດົມໄຊ, ມີທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ, ທ່ານ ນາງ … Continue reading →
ໃນວັນທີ 19-20 ກຸມພາ 2024 ທີ່ ຫ້ອງການເຂດເສດຖະກິດພິເສດບຶງທາດຫຼວງ ໂດຍການເປັນປະທານຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ; ມີຫົວໜ້າກົມ ທະບຽນວິສາຫະກິດ, ຮອງຫົວໜ້າ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ບັນດາທ່ານຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງພະແນກ, ຄະນະຄຸ້ມຄອງເສດຖະກິດພິເສດແຂວງ ແລະ ນະຄອນຫຼວງເຂົ້າຮ່ວມ. ທ່ານ ຈັນສຸກ ແສງພະຈັນ ໄດ້ກ່າວວ່າ: ການຈັດຝຶກອົບຮົມຄັ້ງນີ້ແນໃສ່ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບກົດໝາຍວ່າດ້ວຍວິສາຫະກິດ, ນິຕິກໍາ ແລະ … Continue reading →
ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ (HLTF-EI) ຄັ້ງທີ 45 ໃນລະຫວ່າງວັນທີ 20-21 ກຸມພາ 2024, ທີ່ ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນຫົວໜ້າເຈົ້າໜ້າທີີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ ຂອງ ສປປ ລາວ. ກອງປະຊຸມຄັ້ງນີ້ ມີບັນດາເຈົ້າໜ້າທີີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ, ຕິມໍແລັດສເຕ (ໃນຖານະປະເທດສັງເກດການ), ທ່ານຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ. ໃນກອງປະຊຸມຄັ້ງນີ້ ຍັງໄດ້ມີການພົບປະລະຫວ່າງຄະນະເຈົ້າໜ້າທີ່ສະເພາະກິດລະດັບສູງເພື່ອການເຊື່ອມໂຍງເສດຖະກິດອາຊຽນ … Continue reading →
ວັນທີ 14 ກຸມພາ 2024 ສະຫາພັນກໍາມະບານ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມທິດຊີ້ນຳ ຂອງສະຫາຍເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກ ກ່ຽວກັບ “ເສດຖະກິດເອກະລາດເປັນເຈົ້າຕົນເອງ” ຫລື ສອຈ ແລະ ປາຖະກະຖາເລົ່າມູນເຊື້ອການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງສະຫະພັນກຳມະບານລາວ ຄົບຮອບ 68 ປີ (1 ກຸມພາ 1956-1 ກຸມພາ 2024), ຂື້ນທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ກຽດເຂົ້າຮ່ວມເຜີຍແຜ່ເຊື່ອມຊືມ ແລະ ປາຖະກະຖາ ຂອງ ສະຫາຍ … Continue reading →
ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ລະດົມຄຳຄິດເຫັນຕໍ່ກັບການຄົ້ນຄວ້າໃນຫົວຂໍ້: “ການປະເມີນຄວາມພ້ອມຂອງທຸລະກິດລາວ ກ່ອນ ສປປ ລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາປີ 2026 (Least Developed Countries – LDCs) ”, ໃນຕອນເຊົ້າ ຂອງວັນທີ 16 ກຸມພາ 2024 ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໂດຍໃຫ້ກຽດການເປັນປະທານຂອງທ່ານ ບຸນເຖິງ … Continue reading →
ໃນວັນທີ 16 ກຸມພາ 2024 ທີ່ຫ້ອງປະຊຸມບໍລິສັດຢາສູບລາວ ຈໍາກັດ ໄດ້ຈັດກອງປະຊຸມປະກາດການຈັດຕັ້ງຮອງອໍານວຍການ ບໍລິສັດຢາສູບລາວ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະ ມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພະນັກງານກ່ຽວ ພາຍທັງສອງເຂົ້າຮ່ວມ. ໃນພິທີຄັ້ງນີ້ ທ່ານ ນ ກິ່ງສະດອນ ເພັດດາວເຮືອງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂື້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຕາງໜ້າຜູ້ຖືຮຸ້ນ ຮອງປະທານສະພາບໍລິຫານ ແລະ ກໍາມະການສະພາບໍລິຫານ ບໍລິສັດຢາສູບລາວ ຈໍາກັດ ສະບັບເລກທີ 0186/ກງ, … Continue reading →
ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານການກະກຽມກອງປະຊຸມໃຫຍ່ ສະຫະພັນແມ່ຍິງກະຊວງອຸດສາຫະກຳ ແລະ ການຄ້າ ໃນຕອນເຊົ້າ ຂອງວັນທີ 14 ກຸມພາ 2024 ທີ່ ກະຊວງ ອຄເຊິ່ງໃຫ້ກຽດການເປັນປະທານຂອງທ່ານ ນາງ ສົມໝາຍ ພົມມຸນີວົງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ອຄ ແລະ ປະທານຮ່ວມທ່ານ ນາງ ມະນີວອນ ວົງໄຊ ຮອງປະທານ, ປະທານກວດກາຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ອຄ ພ້ອມນີ້ໄດ້ມີຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ອຄ … Continue reading →