ຂ່າວ

ໂດຍ: ໄພວັນ ວັນທີ 7 Nov, 2024 ເວລາ 12:24 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
1

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມເປີດກ້ວາງ ຜ່ານເນື້ອໃນຮ່າງຂໍ້ຕົກລົງ ກ່ຽວກັບການຈັດຕັ້ງປະຕິບັດສັນຍາ ວ່າດ້ວຍການຮັບຮອງຜົນການກວດສອບສິດທິບັດເອີຣົບ EPO, ໃນວັນທີ 04 ພະຈິກ 2024, ທີ່ຫ້ອງປະຊຸມ ຊັ້ນ 1 ກະຊວງອຸດສາຫະກໍາ ແລະ ການຄ້າ, ເປັນປະທານຂອງ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ. ໃນກອງປະຊຸມຄັ້ງນີ້ ມີບັນດາທ່ານ ຄະນະກົມຊັບສິນທາງປັນຍາ, ຜູ້ຕາງໜ້າຈາກບັນດາ ຫ້ອງການ, ສໍານັກງານ, ກົມ ແລະ ສະຖາບັນອ້ອມຂ້າງ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ … Continue reading

ໂດຍ: ໄພວັນ ວັນທີ 6 Nov, 2024 ເວລາ 01:01 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
6

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮ່ວມກັບ ບໍລິສັດ ລາວສະແຕນດາດ ຈຳກັດ ລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບໂຄງການສຶກສາຄວາມເປັນໄປໄດ້ໃນການຮ່ວມມືວຽກງານກວດກາ ແລະ ຢັ້ງຢືນເຄມີ ກ່ອນການນໍາເຂົ້າ ສປປ ລາວ ພິທີດັ່ງກ່າວຈັດຂື້ນ ໃນວັນທີ 04 ພະຈິກ 2024, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ການລົງນາມຂອງ ທ່ານ ປອ ບົວວັນ ວິລະວົງ ຫົວໜ້າຫ້ອງການກະຊວງ  ແລະ  ທ່ານ ອຸທັນ … Continue reading

ໂດຍ: ໄພວັນ ວັນທີ 1 Nov, 2024 ເວລາ 02:32 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
4

ກອງປະຊຸມການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດຂັ້ນແຂວງ ໂດຍສານຕໍ່ຂໍ້ລິເລີ່ມການອຳນວຍຄວາມສະດວກຂັ້ນແຂວງຕໍ່ກັບການຄ້າ ແລະ ການລົງທຶນ ຈັດຂື້ນໃນວັນທີ 14 ຕຸລາ 2024 ຜ່ານມາ, ທີ່ ໂຮງແຮມ ເດີແກຣນ ຫຼວງພະບາງ ເປັນປະທານຮ່ວມຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບູນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ, ມີຕາງໜ້າຈາກກະຊວງກ່ຽວຂ້ອງ, ຊ່ຽວຊານຂອງໂຄງການ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການມູນນິທິເອເຊຍປະຈຳລາວ, ຂະແໜງການຢູ່ຂັ້ນທ້ອງຖິ່ນທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ 7 ແຂວງພາກເໜືອພ້ອມດ້ວຍຜູ້ຕາງໜ້າພາກທຸລະກິດເຂົ້າຮ່ວມ. ທ່ານ ນາງ ຈັນສຸກ ແສງພະຈັນ ໄດ້ມີຄຳເຫັນວ່າ: … Continue reading

ໂດຍ: ໄພວັນ ວັນທີ 30 Oct, 2024 ເວລາ 12:35 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
2

ສະມາຄົມຫັດຖະກຳລາວ  ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປິດງານມະຫາກຳ ສີມືຫັດຖະກຳລາວ ຄັ້ງທີ 23 ປະຈຳປີ 2024 ຂຶ້ນຢ່າງເປັນທາງການ, ໃນວັນທີ 28 ຕຸລານີ້ ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ນາລີ … Continue reading

ໂດຍ: ໄພວັນ ວັນທີ 28 Oct, 2024 ເວລາ 06:45 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
2

ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດກອງປະຊຸມເຜີຍແຜ່ຜົນຂອງການຄົ້ນຄວ້າພາຍໃຕ້ຫົວຂໍ້ ‘‘ການປະເມີນຄວາມພ້ອມຂອງທຸລະກິດລາວກ່ອນ ສປປ ລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາ ປີ 2026 (LDCs)’’ ໃນວັນທີ 25 ຕຸລາ 2024, ທີ່ຫ້ອງປະຊຸມ ຊັ້ນ 01, ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ອ້ອມຂ້າງກະຊວງ ອຄ, ຕາງໜ້າຈາກກະຊວງກ່ຽວຂ້ອງ, ສະຖາບັນການສຶກສາ ແລະ … Continue reading

ໂດຍ: ໄພວັນ ວັນທີ 27 Oct, 2024 ເວລາ 06:40 PM | ແຍກຕາມຫມວດ ຂ່າວຕ່າງປະເທດ | % ຄຳເຫັນ 0 Comments
2

ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸມສຳມະນາ ການຈັດຕັ້ງປະຕິບັດວຽກງານການຢັ້ງຢືນກາໝາຍ ຄຸນນະພາບ (Q-Mark) ແລະ ສິນຄ້າຫຸ້ມຫໍ່ (L-Mark) ຂື້ນໃນວັນທີ 25 ຕຸລາ 2024 ທີ່ ໂຮງແຮມ ຄຣາວພາຊາ ນະຄອນຫຼວງວຽງຈັນ ເປັນປະທານ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ, ມີຜູ້ຊ່ຽວຊານຈາກ ອົງການມາດຕະຖານ ສ. ເກົາຫຼີ, ຜູ້ຕາງໜ້າຈາກ ພາກທຸລະກິດຂະແໜງການຜະລິດອຸດສາຫະກໍາ ເຂົ້າຮ່ວມ. ກອງປະຊຸມສຳມະນາ ການຈັດຕັ້ງປະຕິບັດວຽກງານການຢັ້ງຢືນກາໝາຍ ຄຸນນະພາບ (Q-Mark) ແລະ … Continue reading

ໂດຍ: ໄພວັນ ວັນທີ 24 Oct, 2024 ເວລາ 03:16 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
DSC_7362.jpg 1

ໃນລະຫວ່າງວັນທີ 23-24 ກັນຍາ 2024 ຜ່ານມາ, ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ສໍານັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສຈນກ), ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມຈຸດປະສານງານວຽກງານຄະນະກຳມະການ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ອາຊຽນຂອງ ສ ປ ປ ລາວ ໄດ້ຈັດກອງປະຊຸມທຸລະກິດແບບທົ່ວເຖິງ ອາຊຽນ ຄັ້ງທີ 7 (Seventh ASEAN Inclusive Business Forum) ຊຶ່ງກອງປະຊຸມດັ່ງກ່າວ ແມ່ນເປັນໜຶ່ງໃນກອງປະຊຸມທີ່ ສນຈກ ເປັນເຈົ້າພາບໃນໄລຍະທີ່ ສປປ ລາວ … Continue reading

ໂດຍ: Chansouk Inthavong ວັນທີ 22 Oct, 2024 ເວລາ 02:52 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
01

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ ການຍົກສູງຄຸນນະພາບການເປັນເສນາທິການທີດີ ໃຫ້ແກ່ຄະນະພັກ-ຄະນະນຳກະຊວງ ຂຶ້ນໃນວັນທີ 21 ຕຸລາ 2024, ທີ່ຫ້ອງປະຊຸມໃຫ່ຍຊັ້ນ I ຕືກກະຊວງອຸດສາຫະກຳ ແລະ ການຄ້າ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ. ຊຶ່ງມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ບັນດາກົມ, ສຳນັກງານ ແລະ ສະຖາບັນອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍແຂກຖືກເຊີນຈາກອ້ອມຂ້າງ ແລະ ວິຊາການຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມທັງໝົດຈໍານວນ 100 ກວ່າທ່ານ. ຈຸດປະສົງຂອງການຈັດກອງປະຊຸມສໍາມະນາໃນຄັ້ງນີ້ … Continue reading

ໂດຍ: Chansouk Inthavong ວັນທີ 16 Oct, 2024 ເວລາ 04:00 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
01

ໃນຕອນບ່າຍ ຂອງວັນທີ 15 ຕຸລາ 2024 ທີ່ຫ້ອງປະຊຸມໃຫ່ຍຊັ້ນ I  ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີພິທີປະກາດການຈັດຕັ້ງ ແລະ ສັບຊ້ອນຂື້ນ ໂດຍການເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍມີຫົວຫນ້າ ຮອງຫົວຫນ້າຫ້ອງການ, ບັນດາກົມ, ສຳນັກງານ ແລະ ສະຖານບັນອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍພະນັກງານຫລັກແຫຼ່ງເຂົ້າຮ່ວມ, ໃນພິທີດັ່ງກ່າວນີ້ ທ່ານ ນ. ກິ່ງສະດອນ ເພັດດາວເຮືອງ ຫົວຫນ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂື້ນຜ່ານມະຕິ ແລະ … Continue reading

ໂດຍ: Chansouk Inthavong ວັນທີ 10 Oct, 2024 ເວລາ 11:37 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
01

ໃນວັນທີ 09 ຕຸລາ 2024 ນີ້, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີມອບ-ຮັບ ລະບົບການລົງທະບຽນການຄ້າທາງເອເລັກໂຕຣນິກ ອອນລາຍ(E-Trust Register Online) ລະຫວ່າງ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ກັບ ທ່ານ ຈັນທະວົງ ພະມີສິດ ປະທານບໍລິສັດອີທຣາດ ຈໍາກັດຜູ້ດຽວ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ພູວົງ ພະມີສິດ ປະທານບໍລິສັດ ພູວົງກຼຸບ, … Continue reading