ກອງປະຊຸມ ສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 24 ຈັດຂຶ້ນໃນວັນທີ 7 ຕຸລາ 2024 ທີ່ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ນະຄອນຫຼວງວຽງຈັນ ໂດຍການ ເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນ ລັດຖະມົນຕີ ສະພາປະຊາຄົມເສດຖະກິດອາຊຽນຂອງ ສປປ ລາວ, ມີບັນດາທ່ານ ລັດຖະມົນຕີສະພາປະຊາຄົມເສດຖະກິດອາຊຽນ, ທ່ານ ເລຂາທິການໃຫຍ່ອາຊຽນ, ທ່ານ ລັດຖະມົນຕີກະຊວງເສດຖະກິດ ຕີມໍເລສເຕ, ບັນດາທ່ານຫົວໜ້າຄະນະຜູ້ແທນຂອງປະເທດສະມາຊິກອາຊຽນ ພ້ອມດ້ວຍຄະນະເຂົ້າຮ່ວມ ລວມ ທັງໝົດ 200 ທ່ານ. ກອງປະຊຸມຄັ້ງນີ້ ຖືວ່າເປັນຄັ້ງທີສາມ … Continue reading →
ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ຮ່ວມກັບ ບໍລິສັດ ຮຸງອາລຸນ ໂລຈິສຕິກ ຈໍາກັດ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ ໃນລະບົບແພລັດຟອມການຄ້າເອເລັກໂຕຣນິກ ສໍາລັບຜະລິດຕະພັນກະສິກໍາລາວ ໃນຕອນບ່າຍ ຂອງວັນທີ 04 ຕຸລາ 2024 ທີ່ ຫ້ອງດໍາເນີນງານໂຄງການຊ່ວຍເຫລືອກໍ່ສ້າງລະບົບລການຄ້າຜ່ານທາງເອເລັກໂຕຣນິກ ສຳລັບຜະລິດຕະພັນກະສິກໍາລາວ, ກະຊວງອຸດສາຫະກໍາ ແລະ ການຄ້າ, ເຊິ່ງຮ່ວມລົງນາມ ໂດຍ ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ແລະ ທ່ານ ສີສະຫວັນ ມ່າຢົງເຊິນ ປະທານ ບໍລິສັດ ຮຸງອາລຸນ ໂລຈິສຕິກ ຈໍາກັດ; … Continue reading →
ກົມມາດຕະຖານ ແລະ ວັດແທກ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ຈັດງານມອບລາງວັນຄຸນນະພາບ ແຫ່ງຊາດ (Laos Quality Award 2024) ໃຫ້ຜູ້ປະກອບການ 12 ບໍລິສັດຂອງລາວ ທີ່ຄັດເລືອກຈາກ 100 ບໍລິສັດ ໃນນັ້ນ ມີລາງວັນຄໍາ 8 ບໍລິສັດ, ລາງວັນເງິນ 4 ບໍລິສັດ ແລະ ມອບໃບຢັ້ງຢືນກາໝາຍມາດຕະຖານແຫ່ງຊາດໃຫ້ແກ່ 4 ສັດ. ພິທີດັ່ງກ່າວຈັດຂຶ້ນໃນວັນທີ 2 ຕຸລາ 2024 ທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ … Continue reading →
ໃນຕອນເຊົ້າຂອງວັນທີ 24 ກັນຍາ 2024, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ເດີນທາງຕິດຕາມຄະນະຜູ້ແທນຂັ້ນສູງ ສປປ ລາວ ນຳໂດຍ ທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ພ້ອມດ້ວຍ ບັນດາທ່ານຮອງລັດຖະມົນຕີຈາກກະຊວງກ່ຽວຂ້ອງ, ບັນດາຫົວໜ່ວຍທຸລະກິດລາວ ເຂົ້າຮ່ວມງານວາງສະແດງສິນຄ້າ ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນ ອາຊຽນ-ຈີນ ຄັ້ງທີ 21 ທີ່ນະຄອນໜານໜິງ, ເຂດປົກຄອງຕົນເອງເຜົ່າຈ້ວງ, ກວາງຊີ, ສປ ຈີນ. ງານດັ່ງກ່າວກຳນົດຈັດຂື້ນ ໃນເດືອນກັນຍາຂອງແຕ່ລະປີ … Continue reading →
ສຳນັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສຈນກ), ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ຈັດກອງປະຊຸມຮ່ວມກັບ ອົງການຜະລິດຕພາບແຫ່ງອາຊີ APO ໃນຫົວຂໍ້: ຊຸມຊົນໄດ້ຮັບຜົນປະໂຫຍດຈາກການເພີ່ມຜະລິດຕະພາບ “Conference on Productivity Gainsharing for Rural Development” ຂຶ້ນຢູ່ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງ ອຄ, ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 130 ທ່ານ ຈາກ 18 ປະເທດ ທີ່ເປັນປະເທດສະມາຊິກ ລວມທັງ ສປປ ລາວ . … Continue reading →
ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມແລກປ່ຽນຄຳຄິດເຫັນຕໍ່ຜົນການສຳຫຼວດ ‘‘ການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດຂັ້ນແຂວງ” ໂດຍສານຕໍ່ຂໍ້ລິເລີ່ມການອໍານວຍຄວາມສະດວກຂັ້ນແຂວງຕໍ່ກັບການຄ້າ ແລະ ການລົງທຶນ ໃນວນທີ 25 ກັນຍາ 2024 ທີ່ ສູນການຮ່ວມມື ແລະ ຝຶກອົບຮົມສາກົນ (ICTC) ເປັນປະທານຮ່ວມຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ທ່ານ ປອ. ນ. ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ມີ ທ່ານ ຄຣາຍ ຈອຍສັນ, ຜູ້ຮັກສາການ ຮອງຜູ້ຕາງໜ້າມູນນິທິເອເຊຍ … Continue reading →
ໃນລະຫວ່າງວັນທີ 16 ກັນຍາ ເຖີງ ວັນທີ 22 ກັນຍາ 2024 ໄດ້ມີກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 ແລະ ກອງປະຊຸມກ່ຽວຂ້ອງ (the 56th Meeting of the ASEAN Economic Ministers and related meetings) ທີ່ນະຄອນຫຼວງວຽງຈັນ, ສປປ ລາວ. ກອງປະຊຸມໄດ້ດໍາເນີນໄປ ພາຍໃຕ້ການເປັນປະທານໂດຍທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ, … Continue reading →
ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ໄດ້ຈັດພິທີລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບ ການພັດທະນາການໃຫ້ບໍລິການ-ບໍລິຫານຊັບສິນທາງປັນຍາ ແລະ ເປີດສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ ທີ່ມະຫາວິທະຍາໄລແຫ່ງຊາດ ຂຶ້ນໃນວັນທີ 18 ກັນຍາ 2024 ຢູ່ນະຄອນຫຼວງວຽງຈັນ ໂດຍການລົງນາມຂອງທ່ານ ມະໄລທອງ ກົມມະສິດ ລັດຖະ ມົນຕີກະຊວງ ອຄ ແລະ ທ່ານ ດາເຣັນ ຕັງ (Daren Tang) ຜູ້ອໍານວຍການໃຫ່ຍ ອົງການຊັບສິນທາງປັນຍາໂລກ ມີທ່ານຮອງລັດຖະມົນຕີກະຊວງ … Continue reading →
ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຜູ້ອໍານວຍການໃຫຍ່ອົງການຊັບສິນທາງປັນຍາໂລກ ໄດ້ຈັດຂຶ້ນໃນວັນທີ 18 ກັນຍາ 2024 ນີ້ ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ເປັນປະທານ ຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ອົງການຊັບສິນທາງປັນຍາໂລກ, ທ່ານ ດຣ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ມີບັນດາທ່ານ ລັດຖະມົນຕີເສດຖະກິດປະເທດສະມາຊິກອາຊຽນ, ທ່ານ ລັດຖະມົນຕີ ກະຊວງການຄ້າ … Continue reading →
ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 17 ກັນຍາ 2024, ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແຫ່ງ ສປປ ລາວ, ທັງເປັນປະທານລັດຖະມົນຕີເສດຖະກິດອາຊຽນ ປີ 2024, ມີທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ບັນດາລັດຖະມົນຕີເສດຖະກິດອາຊຽນ, ລັດຖະມົນຕີການຄ້າ ແລະ ອຸດສາຫະກໍາ ຕິມໍເລສເຕ, ບັນດາທ່ານຫົວໜ້າຄະນະຜູ້ແທນຂອງປະເທດສະມາຊິກອາຊຽນເຂົ້າຮ່ວມ. ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວໃນກອງປະຊຸມຄັ້ງນີ້ວ່າ: ຈະໄດ້ພ້ອມກັນຄົ້ນຄວ້າ ແລະ … Continue reading →