ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມສໍາມະນາແລກປ່ຽນຄວາມຮູ້ໃນຫົວຂໍ້: “ບົດບາດຂອງອຸດສາຫະກຳປຸງແຕ່ງມັນຕົ້ນຂອງ ສປປ ລາວ ຢູ່ໃນຕ່ອງໂສ້ມູນຄ່າເພີ່ມລະດັບພາກພື້ນ” ຈັດຂື້ນໃນວັນທີ 10 ພຶດສະພາ 2024 ທີ່ກະຊວງ ອຄ. ເປັນປະທານກ່າວເປີດງານໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ກາາຄ້າ (ອຄ) ມີຫົວໜ້າສະຖາບັນ, ນັກຄົ້ນຄວ້າຈາກມະຫາວິທະຍາໄລ-ສະຖາບັນທີ່ກ່ຽວຂ້ອງ ພ້ອມດ້ວຍ ນັກສຶກສາຈາກສະຖາບັນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງ ອຄ ໄດ້ກ່າວວ່າ: ໂຄງການຄົ້ນຄວ້ານີ້ແມ່ນໄດ້ຮັບການສະໜັບສະໜຸນ ຈາກມະຫາວິທະຍາໄລ ມິຊີແກນ ປະເທດສະຫະລັດອາເມລິກາ ພາຍໃຕ້ PRCI. ຈຸດປະສົງຂອງໂຄງການ … Continue reading →
ໃນຕອນເຊົ້າເວລາ 9:30 ໂມງ ຂອງວັນທີ 3 ພຶດສະພາ 2024, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນ. Megan jones (ເມແກັນ ຈອນສ), ເອກອັກຄະລັດຖະທູດ ອົດສະຕາລີ ຄົນໃໝ່ ປະຈໍາ ສປປ ລາວ … Continue reading →
ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ເປີດຊຸດຮຽນ ທິດສະດີການເມືອງ ຂັ້ນຕົ້ນໄລຍະ 03 ເດືອນ ຊຸດທີ I ໃຫ້ແກ່ສະມາຊິກພັກ-ພະນັກງານຫຼັກແຫຼ່ງຂອງກະຊວງ ອຄ ຂື້ນໃນວັນທີ 22 ເມສາ 2024 ທີ່ຫ້ອງປະຊຸມກະຊວງ ອຄ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ອຄ ແລະ ສະຫາຍ ນາງ ບຸນມີ ຈຸນລະຈັກ, ຮອງເລຂາຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ, ມີຄະນະປະຈໍາພັກ, ບັນດາສະຫາຍເລຂາ, ຮອງເລຂາຄະນະຮາກຖານພັກ, ສະຫາຍ ປອ ສຸພາວະດີ … Continue reading →
ໃນລະຫວ່າງວັນທີ 09-11 ເມສາ 2024 ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ເເລະ ການຄ້າ (ອຄ) ໄດ້ນໍາພາຄະນະຈາກກະຊວງ ອຄ ລົງເຄື່ອນໄຫວວຽກງານຢູ່ເເຂວງຫົວພັນ. ຈຸດປະສົງເເມ່ນເພື່ອພົບປະຢ້ຽມຢາມການນໍາເເຂວງຫົວພັນ ເເລະ ໂອ້ລົມພະນັກງານພະເເນກອຸດສາຫະກໍາ ເເລະ ການຄ້າ ເເຂວງຫົວພັນ ພ້ອມທັງລົງຢ້ຽມຢາມຜູ້ປະກອບການ ທີ່ໄດ້ຮັບທຶນສະໜັບສະໜຸນຈາກທຶນສົມທົບ BAF ພາຍໃຕ້ໂຄງການ LCT ໃນໂອກາດການເຄື່ອນໄຫວວຽກງານໃນຄັ້ງນີ້, ວັນທີ 09 ເມສາ 2024 ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ເເລະ ການຄ້າ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ປອ ຄໍາເເພງ ໄຊສົມເເພງ, ເຈົ້າເເຂວງເເຂວງຫົວພັນ ເເລະ ທ່ານ ນາງ … Continue reading →
ໃນຕອນເຊົ້າ ວັນທີ 08 ເມສາ 2024 ທີ່ ໂຮງແຮມເມືອງແທັງ, ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມ ສັນຍາການຄ້າລະຫວ່າງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ນອກຈາກຈະມີພິທີລົງນາມດັ່ງກ່າວແລ້ວ ທັງສອງຝ່າຍກໍ່ຖືເວທີດັ່ງກ່າວເປັນເວທີພົບປະ ແລະ ປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດແຜນການຮ່ວມມື ຂອງສອງລັດຖະບານ ສປປ ລາວ ແລະ ສສ ຫວຽດນາມ ປະຈຳປີ 2024 ວຽກງານຂະແໜງອຸດສາຫະກຳ ແລະ ການຄ້າ ຂອງທັງສອງປະເທດ ລາວ ແລະ … Continue reading →
ໃນວັນທີ 5 ເມສາ 2024 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມ ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນຂະໜງອຸດສາຫະກຳ ແລະ ການຄ້າ ວັນທີ 4-5 ເມສາ 2024 ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ, ນະຄອນຫຼວງວຽງຈັນ. ມີຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງ, ຜູ້ຕາງໜ້າຈາກຂະແໜງການ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ, ສະພາແຫ່ງຊາດ, … Continue reading →
ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃນຂະແໜງອຸດສາຫະກໍາ ແລະ ການຄ້າ ປີ 2023 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 04 ເມສາ2024, ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ICTC, ນະຄອນຫລວງວຽງຈັນ ເປັນກຽດກ່າວເປີດກອງປະຊຸມໂດຍທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ມີຜູ້ເຂົ້າຮ່ວມ ບັນດາສະຫາຍຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງ, ບັນດາສະຫາຍ ຜູ້ຕາງໜ້າຈາກສະພາແຫ່ງຊາດ, ສະຖາບັນການສຶກສາ, ສະຖາບັນຄົ້ນຄ້ວາ, ບັນດາວິສາຫະກິດ, ສະພາການຄ້າ ແລະ ອຸດສາຫະກຳ … Continue reading →
ວັນທີ 3 ເມສາ 2024 ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ຮ່ວມກັບສະມາຄົມນັກທຸລະກິດຍິງລາວ ແລະ ສະມາຄົມວັດທະນາທໍາ ແລະ ສິນລະປະ ສ ເກົາຫລີ ໄດ້ຈັດພິທີເປີດ ເທດສະການອາຫານລາວ- ສ ເກົາຫລີ ຄັ້ງທີ 1 ທີ່ສວນເຈົ້າອານຸວົງ, ຈະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຕັດແຖບຜ້າໂດຍ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາແລະ ການຄ້າ, ທ່ານ ນ ວັນດາລາ ສີພັນດອນ ພັນລະຍາ ທ່ານນາຍົກລັດຖະມົນຕີ, ທ່ານ ນ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, … Continue reading →
ວັນທີ 2 ເມສາ 2024 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມທຸລະກິດລາວ ຄັ້ງທີ 15 ເພື່ອປະເມີນຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ມີເປົ້າໝາຍ ເພື່ອປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ໃນ ສປປ ລາວ. ກອງປະຊຸມນີ້ ໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຂະແໜງການຕ່າງໆຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ, ບັນດາທຸຕານຸທູດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຫຼາຍກວ່າ 400 ທ່ານ. ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, … Continue reading →
ໃນຕອນເຊົ້າ ວັນທີ 02 ເມສາ 2024 ທີ່ຫ້ອງປະຊຸມທາງໄກ ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມທະບຽນວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ ໃຫ້ແກ່ບັນດາພະແນກການຂັ້ນທ້ອງຖິ່ນ ໃນຂອບເຂດທົ່ວປະເທດ (ດ້ວຍຮັບແບບທາງໄກ) ໂດຍການເປັນປະທານຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອະພິສິດ ແສງສຸລິວົງ ຫົວໜ້າກົມທະບຽນວິສາຫະກິດ, ພ້ອມມີຄະນະກົມ, ພະນັກງານ … Continue reading →