ໃນລະຫວ່າງວັນທີ 26-28 ມີນາ 2024 ທີ່ ໂຮງແຮມພູນແມນ, ແຂວງຫຼວງພະບາງ ມີກອງປະຊຸມຝຶກອົບຮົມລະດັບພາກພື້ນ ກ່ຽວກັບວຽກງານຊັບສິນທາງປັນຍາໃຫ້ແກ່ນັກທຸລະກິດຍິງ, ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ນ. ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານ ນ. ສີລິພອນ ສຸພັນທອງ, ຮອງເຈົ້າແຂວງ ແຂວງຫຼວງພະບາງ, ທ່ານ ແດ້ນ ເຮວເດີນ (Dan Heldon), ຮອງເອກອັກຄະລັດຖະທູດ ແຫ່ງປະເທດ ອົດສະຕາລີ ປະຈຳ ສປປ ລາວ … Continue reading →
ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ (ERIA) ໄດ້ຈັດກອງປະຊຸມປຶກສາຫາລືຜົນການຄົ້ນຄວ້າ 3 ຫົວຂໍ້ຄື: 1. ການເພີ່ມປະສິດທິພາບ ໃນການນໍາໃຊ້ທ່າບົກທ່ານາແລ້ງ, 2. ການພັດທະນາເຂດ ແລະ ນິຄົມອຸດສາຫະກໍາທີ່ມີທ່າແຮງຂອງລາວໃຫ້ມີຄວາມຍືນຍົງ ແລະ 3. ການສົ່ງເສີມແບບຍືນຍົງໃນການຜະລິດມັນຕົ້ນ ຂື້ນໃນວັນທີ 21 ມີນາ 2024 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, … Continue reading →
ກົມທະບຽນວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດກອງປະຊຸມ ເຜີຍແຜ່ ກົດໝາຍວ່າດ້ວຍວ່າດ້ວຍວິສາຫະກິດ ສະບັບປັບປຸງປີ 2022 ຂຶ້ນໃນວັນທີ 20 ມີນາ 2024 ທີ່ກະຊວງ ອຄ ເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາທ່ານຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງ ທີ່ອອກໃບອະນຸຍາດດຳເນີນ ທຸລະກິດຈາກຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ພາຍໃນນະຄອນຫຼວງວຽງຈັນ, ຫົວໜ້າກົມ, ຮອງກົມ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ນາງ ຈັນສຸກ ແສງພະຈັນໄດ້ກ່າວວ່າ: ຈຸດປະສົງຂອງການກອງປະຊຸມຄັ້ງນີ້ … Continue reading →
ກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ອົງການ USAID ໄດ້ຈັດພິທີງານເປີດໂຕກາໝາຍຫັດຖະກຳ ແຫ່ງຊາດ ຂື້ນໃນວັນທີ 19 ມີນາ 2024 ທີ່ໂຮງແຮມ ດອນຈັນ ພາເລດ ໃຫ້ກຽດການເປັນປະທານເປີດງານໂດຍ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ມິແຊວ ເອົ້າລໍ ອຸປະທູດຮັກສາການຊົ່ວຄາວ ສະຖານທູດອາເມລິກາປະຈຳລາວ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ … Continue reading →
ໃນຕອນບ່າຍ ວັນທີ 18 ມີນາ 2024, ເວລາ 14:00 ໂມງ ທີ່ກະຊວງ ອຄ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພົບປະ ທ່ານ Toshio NAGASE ຫົວໜ້າອົງການ JICA ປະຈຳ ສປປ ລາວ ເພື່ອເຂົ້າຢ້ຽມຢາມຂ່ຳນັບ ແລະ ກ່າວອຳລາ ທີ່ໄດ້ສິ້ນສຸດວາລະການເຮັດວຽກ ຢູ່ ສປປ ລາວ ໃນທ້າຍເດືອນກຸມພາ 2024 … Continue reading →
ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ເປີດນໍາໃຊ້ເວບໄຊ https://laotradestat.moic.gov.la ຢ່າງເປັນທາງການໃນວັນທີ 15 ມີນາ 2024 ທີ່ໂຮງແຮມເມືອງແທ່ງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະພະແນກ ແລະ ວິຊາການ ກະຊວງທີ່ກ່ຽວຂ້ອງ, ບັນດາທ່ານ ຜູ້ຕາງໜ້າສະຖານທູດ ປະຈໍາ ສປປ ລາວ, ອົງການຈັດຕັ້ງສາກົນ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ, ຕາງໜ້າພາກທຸລະກິດ ກ່ຽວຂ້ອງ … Continue reading →
ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ໄດ້ຖະແຫຼງຂ່າວຜົນສໍາເລັດຂອງກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 30 ເຊິ່ງຈັດຂື້ນໃນວັນທີ 9 ມີນາ 2024 ທີ່ແຂວງຫຼວງພະບາງ ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີການຄ້າ ແລະ ອຸດສາຫະກໍາ ຕິມໍເລສເຕ, ບັນດາທ່ານຫົວໜ້າ ແລະ ຄະນະຜູ້ແທນຂອງປະເທດສະມາຊິກອາຊຽນ ເຂົ້າຮ່ວມ. ທ່ານໄດ້ກ່າວວ່າ ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບບັນດາທ່ານລັດຖະມົນຕີຈາກປະເທດສະມາ ຊິກອາຊຽນ ເຂົ້າສູ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30. ກອງປະຊຸມຄັ້ງນີ້ ເປັນກອງປະຊຸມໃນລະດັບລັດຖະມົນຕີຄັ້ງທໍາອິດ ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ. ການຮວມຕົວກັນຂອງພວກເຮົາໃນມື້ນີ້ … Continue reading →
ຕອນເຊົ້າ ເວລາ 9:00 ໂມງ ຂອງວັນທີ 12 ມີນາ 2024 ທີ່ ໂຮງແຮມ ແລນມາກ ໄດ້ມີພິທີເປີດງານສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 114 ປີ ໃຫ້ແມ່ຍິງ ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ: ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ເຂົ້າຮ່ວມຂອງ ທ່ານ ນາງ ອັນເນັດເທິະ ຄະນົບລອຄ, … Continue reading →
ກອງປະຊຸມສຳມະນາພາຍໃຕ້ຫົວຂໍ້: ການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ແລະ ຄວາມຄືບໜ້າຂອງປະຊາຄົມເສດຖະກິດອາຊຽນ (AEC) 2025 ຈັດໂດຍກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກຳ ແລະ ການຄ້າ, ໃນວັນທີ 11 ມີນາ 2024 ທີ່ ໂຮງແຮມ ຊະນະແກ້ວ, ແຂວງຫຼວງພະບາງ ໂດຍການເປັນປະທານຂອງທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມ ແລະ ປະທານຮ່ວມຂອງທ່ານ ປອ ສຸລິໄຊ ຫົງສາຄອນ, ຮອງພະແນກອຸດສາຫະກຳ … Continue reading →
ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30 ທີ່ ສປປ ລາວ ຈະເປັນເຈົ້າ ພາບ ໄດ້ເປີດຂຶ້ນໃນວັນທີ 9 ມີນາ 2024 ນີ້ ທີ່ນະຄອນຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີການຄ້າ ແລະ ອຸດສາຫະກໍາ ຕິມໍເລສເຕ, ບັນດາທ່ານຫົວໜ້າ ແລະ ຄະນະຜູ້ແທນຂອງປະເທດສະມາຊິກອາຊຽນ ເຂົ້າຮ່ວມ. … Continue reading →