ໃນຕອນເຊົ້າເວລາ 9: 30 ໂມງ ຂອງວັນທີ 05 ມັງກອນ 2024, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຫວັງ ຊ່າງ (Wang Chang), ເອກອັກຄະລັດຖະທູດ ສປ. ຈີນ … Continue reading →
ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໄດ້ຈັດກອງປະຊຸມສະ ໄໝສາມັນຄັ້ງທີ II ຂອງສະພາບໍລິຫານກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຂຶ້ນ ໃນວັນທີ 28 ທັນວາ 2023 ທີ່ໂຮງແຮມ ຄຣາວພາຊາ ວຽງຈັນ ເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ(ອຄ), ປະທານສະພາບໍລິຫານ ທສວ ໂດຍມີສະມາຊິກສະພາບໍລິຫານ ແລະ ກອງເລຂາ ທສວ ເຂົ້າຮ່ວມລວມທັງໝົດ 21 ທ່ານ. ກອງປະຊຸມໃນຄັ້ງນີ້ ແມ່ນຈັດຂຶ້ນເປັນຄັ້ງທີສອງ ຂອງສະມາຊິກສະພາບໍລິຫານ ທສວ … Continue reading →
ກົມກວດກາ ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ຈັດກອງປະຊຸມ ສຳມະນາວິທະຍາສາດວຽກງານສະກັດກັ້ນການສໍ້ລາດບັງຫຼວງ ຂຶ້ນໃນວັນທີ 26 ທັນວາ 2023 ທີ່ກະຊວງ ອຄ ເຂົ້າຮ່ວມເປັນປະທານຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງ ອຄ, ມີພະນັກງານ-ລັດຖະກອນລວມເຖິງບັນດາບໍລິສັດ ແລະ ລັດວິສາຫະກິດ ອ້ອມຂ້າງກະຊວງ ອຄ ເຂົ້າຮ່ວມ ທ່ານ ນາງ ຈັນສຸກ ແສງພະຈັນ ໄດ້ກ່າວວ່າ: ໄປຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ ລັດຖະບານ ໄດ້ເອົາໃຈໃສ່ຕ້ານປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະໄດ້ມີນະໂຍບາຍຢ່າງຈະແຈ້ງ ແລະ ເດັດຂາດ ໃນການຕ້ານການສໍ້ລາດບັງຫຼວງເຊິ່ງ ເປັນສິ່ງກິດຂວາງ ແລະ ອຸປະສັກຕໍ່ການພັດທະນາ. ການສໍ້ລາດບັງຫຼວງແມ່ນອາຊະຍາກຳໜຶ່ງທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງຂອງພາກລັດ, … Continue reading →
ບໍລິສັດ ລາວວີຕາ ພັດທະນາ ຈຳກັດ ໄດ້ຊ່ວຍເຫຼືອລ້າໃນການກໍ່ສ້າງ-ຕິດຕັ້ງໄຟເຍືອງທາງ ໂຊລ່າເຊວ ແລະ ປູກຕົ້ນໄມ້ປະດັບ ມູນຄ່າ 5 ຕື້ກວ່າກີບ ມອບໃຫ້ອົງການປົກຄອງນະຄອນຫຼວງວຽງຈັນຄຸ້ມຄອງຮັກ ພ້ອມດຽວກັນນີ້, ທາງບໍລິສັດກຽມດໍາເນີນໂຄງການໄລຍະ 2 ເນື້ອທີ່ 142 ເຮັກຕາ. ພິທີມອບ-ຮັບໂຄງການກໍ່ສ້າງ ແລະ ຕິດຕັ້ງໄຟເຍືອງທາງໂຊລ່າເຊວ ແລະ ການປູກດອກໄມ້-ຕົ້ນໄມ້ປະດັບ ລະຫວ່າງ ບໍລິສັດ ລາວວີຕາ ພັດທະນາ ຈໍາກັດ ແລະ ອົງການປັກຄອງນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນເມື່ອວັນທີ 22 ທັນວາ 2023 ທີ່ນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ ໂນນທອງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ງາມປະສົງ … Continue reading →
ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີເປີດໂຕ ເວັບໄຊທ໌ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ລຸ້ນທີ 3, ໃນວັນທີ 20 ທັນວາ 2023 ທີ່ໂຮງແຮມຄາວພາຊ້າ ໂດຍການເຂົ້າຮ່ວມຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງ ອຄ, ມີບັນດາທ່ານ ຈາກພາກລັດ, ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດເຂົ້າຮ່ວມ. ທ່ານ ບຸນເຖິງ ດວງສະຫວັນ ໄດ້ກ່າວວ່າ: ເວັບໄຊທ໌ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ຫຼືLao PDR Trade Portal (LTP) … Continue reading →
ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມຄະນະກໍາມະການ ຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ປະຈຳປີ 2023 ຂື້ນໃນວັນ18 ທັນວາ 2023 ທີ່ໂຮງແຮມ ຄຣາວພາຊາ ພາຍໃຕ້ການເປັນປະທານຂອງທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມດ້ວຍຜູ້ເຂົ້າຮ່ວມຈາກບັນດາຄູ່ຮ່ວມພັດທະນາ, ພາກສ່ວນຈັດຕັ້ງປະຕິບັດໂຄງການ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການຈາກພາກລັດ ແລະ ພາກເອກະຊົນ ເຂົ້າຮ່ວມຈຳນວນ 100 ທ່ານ. ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ບັນດາຜົນງານໄດ້ຮັບທີ່ຫຼັກທີ່ຍາດມາໄດ້ ຈາກສອງໂຄງການທີ່ຫາກໍ່ສຳເລັດລົງ ເຊິ່ງລວມມີ ໂຄງການ ສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ 3 ແຂວງພາກເໜືອຂອງ ສປປ … Continue reading →
ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າພົບຂອງທ່ານ ຫວັງ ຮ້າວ ຮອງເຈົ້າແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 10 ທັນວາ 2023 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວບາງຕອນວ່າ: ສະແດງຄວາມຕ້ອນຮັບ ທ່ານ ຫວັງ ຮ້າວ ຮອງເຈົ້າແຂວງຢຸນນານ ທັງເປັນຫົວນ້າຄະນະຜູ້ແທນ ທີ່ໃຫ້ກຽດມາພົບປະຢ້ຽມຢາມ ກະຊວງ … Continue reading →
ຕອນບ່າຍ ເວລາ 14 : 30 ໂມງ ຂອງວັນທີ 11 ທັນວາ 2023 ທີ່ຫ້ອງປະຊຸມທາງໄກຊັ້ນ 3 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ Yau Ying Wah ລັດຖະມົນຕີ ກະຊວງເສດຖະກິດ-ການຄ້າ ແລະ ທ່ານ HUI Ching Yu ລັດຖະມົນຕີ ກະຊວງການເງິນ ຂອງເຂດປົກຄອງພິເສດຮົງກົງ ແຫ່ງ ສປ ຈີນ ພ້ອມຄະນະ, ມີຜູ້ຕາງໜ້າຈາກສອງຝ່າຍເຂົ້າຮ່ວມ ຈໍານວນປະມານ 35 … Continue reading →
ຕອນບ່າຍ ເວລາ 15 : 30 ໂມງ ຂອງວັນທີ 08 ທັນວາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ຄິມ ເທຮືມ (Kim Tea Heum) ເຈົ້າແຂວງຊຸງຊອງນໍາໂດ ແຫ່ງ ສ ເກົາຫລີ ພ້ອມຄະນະ, ມີຜູ້ຕາງໜ້າຈາກສອງຝ່າຍເຂົ້າຮ່ວມ ຈໍານວນປະມານ 39 ທ່ານ. … Continue reading →
ຕອນບ່າຍ ວັນທີ 07 ທັນວາ 2023, ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ, ສະຫະພາບເອີີຣົບ ປະຈຳ ສປປ ລາວ ແລະ ສູນການຄ້າສາກົນ (ITC) ໄດ້ສຳເລັດການສະຫລຸບຜົນການຈັດຕັ້ງປະຕິບັດຂອງໂຄງການຊ່ວຍເຫຼືອ ວຽກງານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ ພາຍໃຕ້ແຜນງານເຊື່ອມໂຍງພາກພື້ນອາຊຽນ (ARISE) Plus ທີ່ນະຄອນຫຼວງວຽງຈັນ. ໂດຍແນໃສ່ສົ່ງເສີມການຂະຫຍາຍຕົວທາງດ້ານເສດຖະກິດທີ່ສົມດຸນ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ແລະ ສ້າງວຽກເຮັດງານທຳ; ໂຄງການດັ່ງກ່າວແມ່ນພາຍໃຕ້ການສະໜັບສະໜູນດ້ານການເງິນຈາກສະຫະພາບເອີຣົບ. ໂຄງການ ARISE Plus ປະຈຳ ສປປ ລາວ ມີ … Continue reading →