ກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດຊຸດຝຶກອົບຮົມ ຂັ້ນເມືອງ ຄັ້ງທີ XII ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງວຽກງານອຸດສາຫະກຳ ແລະ ການຄ້າ” ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ ລະຫວ່າງວັນທີ 22-24 ພະຈິກ 2023 ທີ່ສະຖາບັນອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ ເປັນປະທານໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ມີພະນັກງານ ອຄ ຈາກບັນດາເມືອງ, ແຂວງທົ່ວປະເທດເຂົ້າຮ່ວມ. ໂອກາດກ່າວເປີດພິທີ ທ່ານ ບຸນເຖິງ ດວງສະຫວັນ … Continue reading →
ໃນວັນທີ 20 ພະຈິກ 2023, ຢູ່ທີ່ ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ, ມີພິທີງານສະເຫຼີມສະຫຼອງການນໍາໃຊ້ລະບົບ IPAS ຄົບຮອບ 20 ປີ, ງານສັບປະດາຊັບສິນທາງປັນຍາ ປະຈໍາປີ 2023, ງານເປີດໂຕໂຄງການຊ່ວຍເຫຼືອ ເພື່ອການຫຼຸດພົ້ນຈາກປະເທດດ້ອຍພັດທະນາຂອງອົງການຊັບສິນທາງປັນຍາໂລກ WIPO ສຳລັບ ສປປ ລາວ ແລະ ພິທີເຊັນບົດບັນທຶກການຮ່ວມມື 3 ຝ່າຍ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນ. ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ກະຊວງ ອຄ, … Continue reading →
ໃນຕອນເຊົ້າ ຂອງວັນທີ 16 ພະຈິກ 2023 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຕັ້ງພິທີປະກາດການຈັດຕັ້ງຂັ້ນຫົວໜ້າກົມ ສັງກັດກະຊວງຂຶ້ນ ພາຍໃຕ້ການເປັນປະທານ ແລະ ຊີ້ນຳຂອງທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາທ່ານຄະນະນຳກະຊວງ, ບັນດາທ່ານ ຫົວໜ້າ/ຮອງຫົວໜ້າຫ້ອງການ, ບັນດາກົມ, ສະຖາບັນ, ສະມາຊິກພັກ-ພະນັກງານຫຼັກແຫ່ງ, ຜູ້ຕາງໜ້າຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ,ບັນດາລັດວິສາຫະກິດ, ບໍລິສັດທີ່ຂຶ້ນກັບກະຊວງອຸດສາຫະກຳ ແລະ … Continue reading →
ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດກອງປະຊຸມ ທົບທວນແຜນງານ 5 ປີ (2021-2025) ຖອດຖອນບົດຮຽນ ເບິ່ງຄືນ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການປະຕິບັດວຽກງານໄລຍະກາງສະໄໝຜ່ານມາ ແລະ ແຜນວຽກຈຸດສຸມສໍາຄັນທ້າຍສະໄໝ ລວມທັງການຈັດຕັ້ງປະຕິບັດ ຕົວເລກຄາດໝາຍ, ມະຕິສະພາແຫ່ງຊາດ, ຕົວຊີ້ບອກໃນການຕິດຕາມປະເມີນຜົນຕ່າງໆ. ໃນວັນທີ 15 ພະຈິກ 2023 ທີ່ຫ້ອງປະຊຸມ ກະຊວງ ອຄ ໄດ້ຈັດກອງປະຊຸມ ຊຸກຍູ້, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ (2021-2025) ໃຫ້ກຽດເປັນປະທານຂອງທ່ານ ມະໄລທອງ … Continue reading →
ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໄດ້ຈັດກອງປະຊຸມ ເພື່ອປຶກສາຫາລືແກ້ໄຂບັນຫາທ່າບົກ ຂື້ນໃນວັນທີ 14 ພະຈິກ 2023, ທີ່ໂຮງແຮມເມືອງແທັງ, ນະຄອນຫຼວງວຽຈັນ, ໂດຍການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສີດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ມີທ່ານລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ, ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ສະພາແຫ່ງຊາດ, ບັນດາທ່ານຮອງລັດຖະມົນຕີ, ຮອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຍກຈັນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາທ່ານຕາງໜ້າຈາກພາກລັດ, ຜູ້ພັດທະນາທ່າບົກ ແລະ ພາກທຸລະກິດກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ … Continue reading →
ໃນຕອນບ່າຍ 2: 00 ໂມງ ວັນທີ 6 ພະຈິກນີ້ ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ມີບັນດາພັນລະຍາການນຳ ບັນດາທູດ ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ມີບັນດາບໍລິສັດ ແລະ ຫົວໜ່ວຍທຸລະກິດພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ ຊຶ່ງມີຈຳນວນ 213 ຮ້ານ ເຂົ້າຮ່ວມງານມະຫາກໍາ ສີມືຫັດຖະກໍາລາວ ຄັ້ງທີ 22 ປີ 2023 ພາຍໃຕ້ຄໍາຂວັນ: ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ “ຕໍານານສິນລະປະລາຍນາກລາວ” ປີນີ້ ຄົບຮອບ … Continue reading →
ຜ່ານການຮັບຟັງການລາຍງານ ແລະ ປະກອບຄຳເຫັນໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາຈາກຂະແໜງການກ່ຽວຂ້ອງໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1-2 ພະຈິກ 2023 ສສຊ ໄດ້ຊັກຖາມກ່ຽວກັບການຄຸ້ມຄອງລາຄາສິນຄ້າ ຢູ່ພາຍໃນ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຂຶ້ນຊີ້ແຈງວ່າ: ການຄຸ້ມຄອງລາຄາສິນຄ້າ ແລະ ການຄຸ້ມຄອງການນຳເຂົ້າລາຄາສິນຄ້າເໜັງຕີງສູງຂຶ້ນຍ້ອນຫຼາຍເຫດຜົນ ໃນນັ້ນສາເຫດຕົ້ນຕໍແມ່ນ: ຍ້ອນເງິນເຟີ້ ເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນຕາມເວລາ; ຍ້ອນເງິນກີບອ່ອນຄ່າ ທຽບໃສ່ເງິນຕາຕ່າງປະເທດ ເຮັດໃຫ້ລາຄາສິນຄ້ານຳເຂົ້າເພີ່ມຂຶ້ນ ລາຄາຂາຍກໍເພີ່ມຂຶ້ນເປັນເງົາຕາມຕົວ; ຍ້ອນຕົ້ນທຶນການຜະລິດ ເປັນຕົ້ນວັດຖຸດິບ, ແຮງງານ ໄຟຟ້າ, … Continue reading →
ໃນວັນທີ 31 ຕຸລາ 2023 ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 1 ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ນະຄອນຫຼວງວຽງຈັນ, ໄດ້ຈັດ “ ພິທີເປີດການນຳໃຊ້ລະບົບທະບຽນ ແລະ ຄຸ້ມຄອງຖານຂໍ້ມູນ ຜູ້ນຳເຂົ້າ-ສົ່ງອອກ” ໂດຍການເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານລັດຖະມົນຕີກະຊວງການເງິນ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງຜູ້ວ່າທະນາຄານແຫ່ງ ສປປ ລາວ, ຜູ້ຕາງໜ້າບັນດາຂະແໜງ ການທີ່ກ່ຽວຂ້ອງ ແລະ ບໍລິສັດຜູ້ພັດທະນາແອັບເຂົ້າຮ່ວມ. ທ່ານ ນາງ ມະນີວອນ ວົງໄຊ … Continue reading →
ກະຊວງອຸດສາຫະກໍາ ແລະ ການຄ້າ, ຈັດກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງຜັນຂະ ຫຍາຍວຽກງານ ຂອງຄະນະ 19/ກມສພ ໃນຂະແໜງອຸດສາຫະກໍາ ແລະ ການຄ້າ ໃນໄລຍະ 03 ເດືອນຜ່ານມາ ເເລະ ເເຜນວຽກຈຸດສຸມ 03 ເດືອນໃນຕໍ່ໜ້າປີ 2023, ຂື້ນໃນວັນທີ 27 ຕຸລາ 2023 ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 1, ກະຊວງ ອຄ, ໃຫ້ກຽດກເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ປະລິນຍາເອກ ໄຊບັນດິດ … Continue reading →
ໃນວັນທີ 24 ຕຸລາ 2023 ທີ່ຊັ້ນIII ກະຊວງ ອຄ. ລົງນາມໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ. ທ່ານ ປອ. ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ເຂົ້າຮ່ວມມີຮອງ ລັດຖະມົນຕີກະຊວງອຄ. ຮອງເຈົ້າແຂວງ ແລະ ການນໍາຂອງສອງພາກສ່ວນເຂົ້າຮ່ວມ.ກະຊວງໃອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມບົດບັນທຶກການຮ່ວມມື ກັບແຂວງບໍລິຄໍາໄຊ ເພື່ອພ້ອມກັນລົງເລີກວຽກຈຸດສຸມຂອງຂະແໜງການໃຫ້ມີການຈັດຕັ້ງປະຕິບັດໂດຍໄວເພື່ອຊຸກຍູ້ສົ່ງເສີມຫົວໜ່ວຍການຜະລິດໃຫ້ມີຄວາມເຂັ້ມແຂງ ແລະ ຢຶນຍົງ. ທ່ານ … Continue reading →