ຂ່າວການເຄື່ອນໄຫວ

ໂດຍ: admin ວັນທີ 8 Jan, 2015 ເວລາ 08:24 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
IMG_6505

ໃນວັນທີ 29 ທັນວາ 2014 ຜ່ານມານີ້, ຢູ່ທີ່ ໂຮງແຮມ ລາວພລາຊາ ນະຄອນຫລວງວຽງຈັນ, ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມເປີດກວ້າງຂັ້ນກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອປຶກສາຫາລື ແລະ ປັບປຸງຮ່າງ ກົດໝາຍວ່າດ້ວຍການແຂ່ງຂັນການຄ້າ ຂອງ ສປປ ລາວ ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນມີ ມະນີວົງ ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ຜູ້ຊີ້ນໍາວຽກງານກົມການຄ້າພາຍໃນ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງມີ ທ່ານ ບຸນທຽນ ແກ້ວສີພາ ຮັກສາການຫົວໜ້າກົມການຄ້າພາຍໃນ ທັງເປັນຫົວໜ້າຄະນະສ້າງຮ່າງກົດໝາຍດັ່ງກ່າວ, ມີບັນດາ … Continue reading

ໂດຍ: admin ວັນທີ 15 Aug, 2014 ເວລາ 12:57 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ, ຂ່າວຕ່າງປະເທດ | % ຄຳເຫັນ 0 Comments
Untitl

            ກອງປະຊຸມຝຶກອົບຮົມ ວຽກງານແຂ່ງຂັນການຄ້າ ແລະ ວຽກງານປົກປ້ອງຜູ້ຊົມໃຊ້  ແມ່ນໄດ້ຈັດຂຶ້ນພາຍ​ໃຕ້​​ໂຄງການຮ່ວມ​ມື​ລະຫວ່າງ​ກົມ​ການ​ຄ້າ​ພາຍ​ໃນ ​ແລະ ອົງການ GIZ ທີ່​ເປັນ​ຜູ້​ສະໜັບສະໜູນ​ດ້ານ​ທຶນຮອນກ່ຽວ​ກັບ​ວຽກ​ງານ​ແຂ່ງຂັນ​ການ​ຄ້າ ​​ ​ໂດຍ​ແມ່ນ​ອາຈານ​ຜູ້​ຊ່ຽວຊານ​ທາງ​ດ້ານ​ເສດຖະສາດ ​ແລະ ກົດໝາຍ ຈາກ​ມະຫາວິທະຍາ​ໄລ​ຊຽງ​ໃໝ່​ ​ເປັນຜູ້ບັນ​ລະ​ຍາຍ ເຊີ່ງການຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນເປັນສອງໄລຍະຄື: ໄລຍະທີ I ຈັດຂື້ນ ໃນລະຫວ່າງວັນທີ 7 -11  ກໍລະກົດ  2014 ທີ່ ສະຖາບັນຄົ້ນຄ້ວາເສດຖະກິດການຄ້າ ບ້ານ ໂພນທັນ ເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນ ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ເຫລື່ອມ ຍົງວົງສິດທິ ຫົວໜ້າກົມການຄ້າພາຍໃນ … Continue reading

ໂດຍ: admin ວັນທີ 7 May, 2014 ເວລາ 02:35 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments

ກອງປະຊຸມຕີລາຄາການເຄື່ອຍນໄຫວວຽກງານ ສົກປີ 2012-2013 ຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫົວພັນ ໄດ້ຈັດຂຶ້ນ ທ້າຍອາທິດທີ່ຜ່ານມາ, ຢູ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ໂດຍການເປັນປະທານຂອງ ທ່ານ ພອນສານ ວິໄລເມັ້ງ ຫົວຫນ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ມີພາກສ່ວນກ່ຽວຄ້ອງ, ຫົວຫນ້າຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ 10 ເມືອງເຂົ້າຮ່ວມ. ໃນໄລຍະ 1 ປີ ຜ່ານມາວຽກງານອຸດສາຫະກຳ ແລະ ຫັດຖະກຳ ທົ່ວແຂວງຫົວພັນ ໄດ້ມີໂຮງງານທັງຫມົດ 173 ແຫ່ງ, ສາມາດສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໄດ້ 2,869 ຄົນ. … Continue reading

ໂດຍ: admin ວັນທີ 8 Nov, 2013 ເວລາ 01:36 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
assit to 4 provices

ໃນ​ລະຫວ່າງ​ວັນ​ທີ 4-8 ພະຈິກ 2013 ນີ໊ ຄະນະ​ກະຊວງ​ອຸດສາຫະກໍາ ແລະ ການ​ຄ້າ ​ໄດ້​ນໍາ​ເງິນ​ສົດທີ່​ລະດົມ​ໄດ້​ຈາກ​ພາກສ່ວນ​ວິ​ສາ​ຫະກິດ ​ແລະ ຫົວໜ່ວຍທຸລະ​ກິດ​ຕ່າງໆຈໍານວນ 120,000,000 ກີບ ລົງ​ໄປ​ມອບ​ໃຫ້ 4 ​ແຂວງ​ພາກ​ໃຕ້​ ​ໂດຍ​ແບ່ງ​ມອບ​ໃຫ້​ແຂວງ​ລະ 30,000,000 ກີບ, ​ເຊິ່ງປະກອບ​ມີ ​ແຂວງ ສາລະ​ວັນ, ​ເຊ​ກອງ,ອັດ​ຕະປື ​ແລະ ​ແຂວງ​ ຈໍາປາ​ສັກ ທີ່​ໄ​ດ້ຮັບ​ຜົນ​ກະທົບ​ຢ່າງໜັກຈາກ​ໄພ​ພິບັດນໍ້າ​ຖ້ວມ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ຮັບ​ຜົນ​ກະທົບຢ່າງ​ໜັກຈາກ​ພະຍຸດີ​ເພຼ​ເຊິ​ນ ທີ່​ພັດ​ຜ່ານ​ເຂົ້າ​ 4 ແຂວງ​ພາກ​ໃຕ້​ໃນ​ລະຫວ່າງ​ວັນ​ທີ 17-24 ກັນຍາ2013. ​​ຕາງໜ້າ​ໃຫ້​ຄະນະນໍາກະຊວງອຸດສາຫະກໍາ ແລະ ການ​ຄ້າ ເພື່ອລົງ​ໄປ​ມອບ​ເງິນ​ຊ່ວຍ​ເຫຼືອຄັ້ງ​ນີ້ ນໍາ​​ໂດຍ ທ່ານ ບຸນມີ ມະນີ​ວົງ ​ຄະນະ​ພັກ​ກະຊວງ ຫົວໜ້າຫ້ອງການ​ກະຊວງ ອຄ ພ້ອມ​ດ້ວຍ​ຄະນະ ລົງ​ໄປ​ມອບ​ໃຫ້​ຄະນະ​ກໍາມະການ​ຄຸ້ມ​ຄອງ ແລະ ​ແກ້​ໄຂ​ໄພ​ພິບັດ​ຂອງແຕ່ລະ​ແຂວງ ຈຸດປະສົງຫຼັກຂອງ​ການ​ລົງ​ມອບ​ເງິນຄັ້ງ​ນີ້​ກໍ່​ເພື່ອຊ່ວຍ​ເຫຼືອບັນ​ເທົາ​ທຸກ ຍຽວຍາ ​ແລະ ຟື້ນຟູ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ປະຊາຊົນ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງໜັກຈາກ​ໄພ​ນໍ້າ​ຖ້ວມ​ໃນ​ຄັ້ງ​ນີ້ ຢ່າງ​ໃດ​ກໍ່ຕາມ ທາງ​ຄະນະ​ກໍາມະການ​ຮັບຜິດຊອບ​ວຽກງານ​ຄຸ້ມ​ຄອງແລະ ​ແກ້​ໄຂ​ໄພ​ພິບັດ​ຂອງແຕ່ລະ​ແຂວງກໍ່​ໄດ້​ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ສູງ​ມາ​ຍັງ​ຄະນະ​ກະຊວງ​ອຸດສາຫະກໍາ ແລະ ການ​ຄ້າ​ທີ່​ຍາມ​ໃດ​ກໍ່ມີ​ຄວາມ​ເປັນ​ຫວງ​ເປັນ​ໄ​ຍ ​ແລະ ມີ​ນໍ້າ​ໃຈ​ຊ່ວຍ​ເຫຼືອປະຊາຊົນຜູ້​ທີ່​ໄດ້​ຮັບ​ຜົນ​​ເສຍ​ຫາຍ​ຈາກ​ນໍ້າ​ຖ້ວມ​ບໍ່ວ່າ​ຈະ​ເປັນ​ທາງ​ດ້ານ​ຈິດ​ໃຈກໍ່ຄື​ທາງ​ດ້ານ​ຊັບ​ສິນ​ເຮືອນ​ຊານ​ ​ແລະ ທຸລະ​ກິດ​ຕ່າງໆ ທັງ​ນີ້​ທາງຄະນະ​ກໍາມະການ​ຮັບຜິດຊອບ​ວຽກງານ​ຄຸ້ມ​ຄອງ ແລະ ​ແກ້​ໄຂ​ໄພ​ພິບັດ​ຂອງແຕ່ລະ​ແຂວງຍັງ​ໄດ້​ກ່າວ​ຂໍ​ຄວາມ​ຊ່ວຍ​ເຫຼືອຈາກ​ພາກສ່ວນ​ຕ່າງໆ​ສືບຕໍ່​ໃຫ້ການ​ຊ່ວຍ​ເຫຼືອບັນ​ເທົາ​ທຸກ​​ ​ແລະ ​ແກ້​ໄຂ​ຟື້ນ​ຟູ​ຜົນ​ກະທົບ​ຈາກ​ໄພພິບັດ​ນໍ້າ​ຖ້ວມ​ຄັ້ງ​ນີ້​ທີ່​ຍັງ​ມີ​ຄວາມ​ຕ້ອງການ​ວັດຖຸ​ເງິນ​ຄໍາ​ເປັນ​ຈໍານວນຫຼາຍ​ເພື່ອ​ແກ້​ໄຂ​ຟື້ນ​ຟູ​ບັນຫາ​ດັ່ງກ່າວຕໍ່​ໄປ.           ຂ່າວ: ​ໂດ​ມ

ໂດຍ: admin ວັນທີ 1 Nov, 2013 ເວລາ 01:18 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
Sport moic 2013

       ເພື່ອ​ຂໍ່ານັບ​ຮັບ​ຕ້ອນ​ກອງ​ປະຊຸມ​ເປີດ​ກ້ວາງ​ກາງ​ສະ​ໄໝຂອງ​ອົງຄະ​ນະ​ພັກ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ວັນທີ 11 ຕຸລາ - 01 ພະຈິກ 2013 ​ກະຊວງ​ອຸດ​ສາ​ຫະກໍາ ແລະ ການ​ຄ້າ ໄດ້​ຈັດ​ໃຫ້​ມີ​ຂະ​ບວນການ​ແຂ່ງ​ຂັນ​ກິລາ​ຊິງ​ຂັນ​ເລຂາ​ຄະນະ​ພັກ​ກະຊວງ ອຸດສາຫະກໍາ ແລະ ການ​ຄ້າ ໂດຍ​ການ​ເປັນ​ເຈົ້າ​ການ​ຂອງ​ຫ້ອງການ​ກະ​ຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ຮ່ວມກັບ​ບັນດາ​ກົມ​ກອງ​ອ້ອມ​ຂ້າງ​ພາຍ​ໃນ​ກະຊວງ, ສະພາ​ການ​ຄ້າ ​ແລະ ອຸດສາຫະກໍາ​ແຫ່ງ​ຊາດ, ລັດ​ວິ​ສາ​ຫະກິດ ນໍ້າມັນ​ເຊື້ອ​ໄຟ​ລາວ, ບໍລິສັດ​ ເບຍ​ລາວ,  ​ແລະ ບໍລິສັດ​ ຢາສູບ​ລາວ ​ເຂົ້າຮ່ວມ​ໃນ​ຂະ​ບວນ​ການ​ແຂງ​ຂັນ​ດັ່ງກ່າວ.          ການ​ແຂງ​ຂັນ​ກິລາ​​ໃນ​ຄັ້ງ​ນີ້​ປະກອບ​ມີ 4 ປະ​ເພດ​ກິລາ ຄື: ກິລາ​ເປ​ຕັງ; ກິລາ​ບານ​ເຕະ; ກິລາ​ຕີ​ດອກ​ປີກ​ໄກ່ ​ແລະ ກິລາ​ຕີກ໋ອບ ​ໂດຍ​ມີ​ນັກ​ກິລາ​ອາວຸ​ໂສ ​ແລະ ຊາວໜຸມ​ເຂົ້າ​ຮ່ວມ​ເປັນ​ຈໍານວນຫຼາຍ, ຊຶ່ງ​ຂະ​ບວນການ​ແຂງ​ຂັນ​ດັ່ງກ່າວ​ໄດ້​ດໍາ​ເນີນ​ເປັນ​ເວລາ​ເກືອບ 4 ອາທິດ ​ເຊິ່ງ ​ເລີ່​ມ​ແຕ່ 11 ຕຸລາ - 01 ພະຈິກ 2013 ຈິ່ງປິດ​ສາກ​ລົງ​​ດ້ວຍ​ຜົນ​ສໍາ​ເລັດ​ອັນ​ຈົບງາມ ​ແລະ ບັນຍາກາດ​ອັນ​ຟົດ​ຟຶ້ນ, ຊຶ່ງ​ສາມາດ​ສະຫຼຸບຫຍໍ້​ຜົນ​ການ​ແຂງ​ຂັນ​ຂອງ​ກິລາ​ແຕ່ລະ​ປະ​ເພດ​ໄດ້​ດັ່ງ​ນີ້:       I.        ກິລາ​ຕີ​ດອກ​ປີກ​ໄກ່: ມີ​ນັກ​ກິລາ​ເຂົ້າ​ຮ່ວມ​ແຂງ​ຂັນ​ທັງໝົດ 27 ຄູ່ ​ແບ່ງ​ເປັນ​ທີ​ມຊາຍ 14 ຄູ່ ​ແລະ ທີ​ມຍິງ 13 ຄູ່. ປະ​ເພດ​ຊາຍ​ຄູ່: 1. ຊະນະ​ເລີດ​ໄດ້​ແກ່: ນັກກິລາ​ຈາກ ກົມ ອຸດສາຫະກໍາ ​ແລະ ຫັດຖະ​ກໍາ                    2. ຮອງ​ຊະນະ​ເລີດ​ອັນ​ດັບ 1: ນັກ​ກິລາ​ຈາກ ກົມ​ທະບຽນ ​ແລະ ຄຸ້ມ​ຄອງ​ວິ​ສາ​ຫະກິດ                    3. ຮອງ​ຊະນະ​ເລີດ​ອັນ​ດັບ 2: ນັກ​ກິລາ​ຈາກ ບໍລິສັດ ຢາສູບ​ລາວ ຈໍາກັດ ປະ​ເພດ​ຍິງ​ຄູ່:  1. ຊະນະ​ເລີດ​ໄດ້​ແກ່: ນັກກິລາຈາກ ລັດ​ວິ​ສາ​ຫະກິດ ນໍ້າມັນ​ເຊືອ​ໄຟ​ລາວ                    2. ຮອງ​ຊະນະ​ເລີດ​ອັນ​ດັບ 1: ນັກ​ກິລາຈາກ ສະ​ຖາ​ບັນ​ຄົ້ນ​ຄ້ວາ ​ເສດຖະກິດ ​ແລະ ການ​ຄ້າ                    3. ຮອງ​ຊະນະ​ເລີດ​ອັນ​ດັບ 2: ນັກ​ກິລາ​ຈາກ ບໍລິສັດ ຢາສູບ​ລາວ ຈໍາກັດ     II.        ກິລາ​ເປ​ຕັງ: ມີ​ນັກ​ກິລາ​ເຂົ້າ​ຮ່ວມ​ແຂງ​ຂັນ​ທັງໝົດ 34 ທີ​ມ, ຊາຍ 18 ທີ​ມ ​ແລະ ຍິງ 16 ທີ​ມ. ​ເປ​ຕັງ​ທີ​ມຊາຍ: 1. ຊະນະ​ເລີດ​ໄດ້​ແກ່: ທີ​ມນັກກິລາຈາກ ກົມ​ນະ​ໂຍບາຍ ການ​ຄ້າ​ຕ່າງປະ​ເທດ                     2. ຮອງ​ຊະນະ​ເລີດ​ອັນ​ດັບ 1: ນັກ​ກິລາ​ຈາກ ກົມ ອຸດສາຫະກໍາ ​ແລະ ຫັດຖະ​ກໍາ                     3. ຮອງ​ຊະນະ​ເລີດ​ອັນ​ດັບ 2: ນັກ​ກິລາ​ຈາກ ລັດ​ວິ​ສາ​ຫະກິດ ນໍ້າມັນ​ເຊືອ​ໄຟ​ລາວ … Continue reading

ໂດຍ: admin ວັນທີ 31 Oct, 2013 ເວລາ 01:08 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
oudom

ໃນຕອນເຊົ້າ ເວລາ 8 : 00 ໂມງ ຂອງວັນທີ່ 31 ຕຸລາ 2013 ທີ່ຜ່ານມາຢູ່ຫ້ອງປະຊຸມ​ໂຮງ​ແຮມ​ມິດຕະພາບ​ແຂວງ​ອຸດົມ​ໄຊ ​ໄດ້​ເປີດ​ກອງ​ປະຊຸມ​ສະຫຼຸບ​ຖອດ​ຖອນບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ກວດ​ກາ​ການ​ຄ້າ 9 ​ແຂວງ​ຂື້ນ ​ໂດຍ​ການ​ເປັນ​ປະທານ​ຮ່ວມຂອງ​ທ່ານ ບຸ​ນທັນ ວັນນະ​ໄຈ ກຳມະການ​ປະຈຳ​ພັກ​ແຂວງ ຫົວໜ້າ​ໜ້າ​ພະ​ແນ​ກອຸ​ດສາ​ຫະກຳ ​ແລະ ການ​ຄ້າ​ແຂວງ​ອຸດົມ​ໄຊ ແລະ ທ່ານ ເຫຼືອມ ຍົງວົງສິດທິ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ, ມີ​ຜູ້​​ເຂົ້າ​ຮ່ວມ​ທັງ​ໝົດ​ຈຳນວນ 96 ທ່ານ, ຍິງ 4 ທ່ານ ມາ​ຈາກ 9 ​ແຂວງ​ຄື: ອຸດົມ​ໄຊ, ຫຼວງ​ນໍ້າ​ທາ, … Continue reading

ໂດຍ: admin ວັນທີ 30 Oct, 2013 ເວລາ 01:04 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
lao Handi0

ວັນ​ທີ 30 ຕຸລາ 2013  ທີ່​ຜ່ານ​ມາ  ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ ໄດ້ຈັດສຳມະນາ ພາຍໃຕ້ຫົວຂໍ້ “ການເຂົ້າຫາຕະຫລາດເກົາຫລີ ສຳລັບສິນຄ້າຫັດຖະກຳ” ຫລື (KOREAN MARKET ACCESS for LAO HANDICRAFT) ສຳລັບສິນຄ້າລາວ ເພື່ອປັບປຸງ, ອອກແບບ ແລະ ພັດທະນາ ໃຫ້ສົ່ງອອກ ໄປຕະຫລາດສາກົນ ໂດຍສະເພາະເຂົ້າຕະຫລາດປະເທດ ສ.ເກົາຫລີ, ເປັນກຽດເຂົ້າຮ່ວມງານໂດຍ  ທ່ານ  ສົມຫວັງ ນິນທະວົງ ຫົວຫນ້າກົມສົ່ງເສີມ ແລະ ພັດທະນາສິນຄ້າ, ທ່ານ ຫານຊະນະ ສີສານ ປະທານສະມາຄົມຫັດຖະກຳລາວ, ທ່ານ Kibong MOON ຈາກສູນອາຊຽນເກົາຫລີ. ການສຳມະນາໄດ້ເນັ້ນ ເຖິງການຄົ້ນຄ້ວາ ອອກແບບ ແລະ … Continue reading

ໂດຍ: admin ວັນທີ 19 Oct, 2013 ເວລາ 11:58 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
kolao

ທີ່​ຫ້ອງ​ຮັບ​ແຂກ ກະຊວງ​ອຸດສາຫະກໍາ ​ແລະ ການຄ້າ ວັນທີ 18 ຕຸລາ 2013 ​ທ່ານ​ ​ແຊ​ຢັງ​ໂອ ປະ​ທານ​ໃຫຍ່​ກຸ່ມ​ບໍລິສັດ​ໂຄ​ລາວ ພ້ອມ​ດ້ວຍ​ຄະນະ​ໄດ້​​ເຂົ້າ​ມອບ​ເງິນ​ຊ່ວຍ​​​ເຫຼືອຜູ້​ປະສົບ​ໄພ​ນໍ້າ​ຖ້ວມໃຫ້​ກະຊວງ​ ອຸດສາຫະກໍາ ​ແລະ ການ​ຄ້າ ຊຶ່ງກ່າວ​ຮັບ​ໂດຍ  ທ່ານ ດຣ ນາມ ​ວິ​ຍະ​ເກດ ລັດຖະມົນຕີ​ ວ່າການ​ ກະຊວງ​ ອຸດສາຫະກໍາ ​ແລະ ການ​ຄ້າ ພ້ອມ​ດ້ວຍ ລັດຖະມົນຕີ​ຊ່ວຍ​ວ່າການ ​ແລະ ບັນດາ​ຫົວໜ້າກົມ ຮອງ​ກົມ ອອ້ມຂ້າງກະຊວງ ​ເຂົ້າ​ຮ່ວມ​ຮັບ​ຮູ້ນໍາ. ການ​ມອບ​ຮັບ​ເງິນ​ຊ່ວຍ​ເຫຼືອຄັ້ງນີ້​ເປັນ​ຈໍານວນ​ເງິນ 100.000.000 ກີບ ຈະ​ໄດ້​ນໍາ​ໄປ​ຊ່ວຍ​ເຫຼືອບັນ​ເທົາ​ທຸກ​ໃຫ້​ແກ່​ພີ່ນ້ອງ​ຜູ້​ປະສົບ​ໄພ​ນໍ້າ​ຖ້ວມ​ຢູ່ 4 ​ແຂວງ​ພາກ​ໃຕ້​ ຂອງ ສປປ … Continue reading

ໂດຍ: admin ວັນທີ 10 Oct, 2013 ເວລາ 01:38 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
oudomxay

ໃນຕອນແລງເວລາ 14:00ໂມງ ຂອງວັນທີ່ 10ຕຸລາ 2013 ທີ່ຜ່ານມາຢູ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າ ໄດ້ເປີດກອງປະຊຸມດຳເນີນຊີວິດການເມືອງຂອງສະມາຊິກພັກພາຍໃນພະແນກອຸດສາຫະກຳ ແລະ ການຄ້າ ຂື້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສຸກບຸນທະຈິດ ເລຂາໜ່ວຍພັກ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ມີບັນດາສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມທັງໝົດຈຳນວນ 25 ສະຫາຍ ຍິງ 4 ສະຫາຍ ຈາກນັ້ນ ທ່ານ ບຸນທຳ ວັນນະພອນ ຮອງເລຂາໜ່ວຍພັກພະແນກອຸດສາຫະກຳ ແລະ ການຄ້າ ກໍ່ໄດ້ຜ່ານໃບສຳຫຼວດການນຳພາລວມຂອງໜ່ວຍພັກພະແນກອຸດສາຫະກຳ ແລະ ການຄ້າ ໃນໄລຍະ 1 ສະໄໝ ແລະ ບັນດາສະມາຊິກພັກແຕ່ລະສະຫາຍ … Continue reading