ສະຖາບັນອຸດສາຫະກຳ ແລະ ການຄ້າໄດ້ລົງຝຶກອົບຮົມຫົວຂໍ້: ການຂຽນບົດຄົ້ນຄວ້າ ແລະ ຝຶກອົບຮົມທັກສະການເປັນຄູຝຶກ ລະຫວ່າງວັນທີ່ 19-20 ກັນຍາ 2022 ທີ່ພະແນກອຸດສາຫະກໍາ ແລະ ການຄ້າແຂວງບໍລິຄຳໄຊ ໂດຍການ ເປັນເຈົ້າພາບຈັດຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍລິຄໍາໄຊ ແມ່ນຄັ້ງທໍາອິດທີ່ພະແນກໄດ້ຈັດຂຶ້ນ ໂດຍການເປັນປະທານເປີດຝຶກອົບຮົມຂອງ ທ່ານ ຄອນສະຫວັນ ສຸກຂະເສີມ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ ແລະ ຕາງໜ້າສະຖາບັນເປັນປະທານຮ່ວມໂດຍ ທ່ານ ວຽງສະຫວ່າງ ທິບພະວົງ ຮອງຫົວໜ້າສະຖາບັນອຸດສາຫະກຳ ແລະ ການຄ້າ. ພະນັກງານເຂົ້າຮ່ວມຝຶກອົບຮົມຄັ້ງນີ້ແມ່ນມາຈາກພະແນກອຸດສາຫະກໍາ ແລະ ການຄ້າ 3 … Continue reading →
ໃນຕອນເຊົ້າ ຂອງວັນທີ 30 ສິງຫາ 2022 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມການສ້າງແຜນການແຜນກາໍນົດພະນັກງານນໍາພາ-ຄຸ້ມຄອງ (ຂັ້ນສູນກາງຄຸ້ມຄອງ) ໄລຍະປີ 2022-2025 ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວຫນ້າຄະນະຈັດຕັ້ງສູນກາງພັກ ທີ່ຫ້ອງປະຊຸມໃຫຍ່ກະຊວງອຸດສາຫະກໍາ ແລະ ການຄ້າ ມີບັນດາຄະນະພັກ-ຄະນະນໍາກະຊວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຄະນະໜ່ວຍພັກ … Continue reading →
ໃນຕອນບ່າຍຂອງ ວັນທີ 23 ສິງຫາ 2022, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ. ການພົບປະ ແລະ ເຮັດວຽກ ຄັ້ງນີ້ ປະກອບມີຜູ້ເຂົ້າຮ່ວມ ຄື: ທ່ານຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ຈາກກະຊວງອຸດສາຫະກຳ ແລະ ການຄ້າ ມີຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, … Continue reading →
ລັດຖະມົນຕີ ລາວ ຍອມຮັບວ່າ: ຍັງມີຄອບຄົວຍາກຈົນເຫຼືອຢູ່ຫຼາຍກວ່າ 64.500 ຄອບຄົວ ແລະ ຍັງມີບ້ານທຸກຍາກອີກເຖິງ 1.536 ບ້ານທີ່ລັດຖະບານ ລາວ ຈະຕ້ອງລົບລ້າງໃຫ້ໄດ້ຢ່າງສິ້ນເຊີງພາຍໃນ ປີ 2020. ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຢືນຢັນວ່າ: ການຈັດຕັ້ງປະຕິບັດໃນໄລຍະເກືອບ 3 ປີທີ່ຜ່ານມາ ລັດຖະບານ ລາວ ສາມາດແກ້ໄຂບັນຫາຍາກຈົນຂອງປະຊາຊົນ ລາວ ໄດ້ຈຳນວນ 12.011 ຄອບຄົວ ແລະ ລົບລ້າງບັນຫາຍາກຈົນໄດ້ຢ່າງສິ້ນເຊີງໃນ 200 … Continue reading →
ປະທານປະເທດຢືນຢັນວ່າ: ລາວ ຈະຫລຸດພົ້ນຈາກການເປັນປະເທດດ້ອຍພັດທະນາໃນປີ 2020 ເພື່ອກ້າວ ເຂົ້າສູ່ປະເທດກໍາລັງພັດທະນາທີ່ມີລາຍໄດ້ລະດັບປານກາງ ແລະ ອຸດສາຫະກໍາສີຂຽວ ແລະ ຍືນຍົງໃນປີ 2030 ນີ້. ທ່ານ ບຸນຍັງ ວໍລະຈິດ ປະທານປະເທດລາວ ຖະແຫລງຢືນຢັນ: ໃນໂອກາດສະເຫລີມສະຫລອງສົງການ ບຸນປີໃໝ່ລາວ ພ.ສ. 2561 ນີ້ວ່າ ເປົ້າໝາຍທີ່ສໍາຄັນທີ່ສຸດໃນການພັດທະນາ ສປປ ລາວ ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ ກໍຄືການນໍາພາປະເທດຊາດ ໃຫ້ຫລຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້ຢ່າງແທ້ຈິງ ພາຍໃນປີ 2020 ເພື່ອກ້າວໄປສູ່ປະເທດກໍາລັງພັດທະນາທີ່ມີລາຍໄດ້ລະດັບປານກາງ ແລະ ມຸ້ງໄປສູ່ອຸດສາຫະກໍາສີຂຽວທີ່ທັນສະໄໝໃນປີ … Continue reading →
ໃນຕອນເຊົ້າ ຂອງວັນທີ 17 ມີນາ 2018, ພະນະທ່ານ ທອງລຸນ ສີສຸລິດ, ນາຍົົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົມປະກັບ ພະນະທ່ານ ມາລຄອມ ເທິນບູນ (Malcolm Turnbull), ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ທີ່ ຊິດນີ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ສະໄໝພິເສດ ອາຊຽນ-ອົດສະຕຣາລີ ໃນລະຫວ່າງ ວັນທີ 17-18 ມີນາ 2018. ໃນໂອກາດພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ … Continue reading →
ສະຫະພັນແມ່ຍິງລາວ ວາງເປົ້າໝາຍ ທີ່ຈະສົ່ງເສີມໃຫ້ແມ່ຍິງລາວ ມີບົດບາດ ແລະ ຕຳແໜ່ງໃນຄະນະລັດຖະບານ ແລະ ສະພາແຫ່ງຊາດໃນສັດສ່ວນບໍ່ໜ້ອຍກວ່າ 20 ເປີເຊັນ ແລະ 30 ເປີເຊັນ ຕາມລຳດັບ ໃນປີ 2020 ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ. ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານສະຫະພັນແມ່ຍິງລາວ ຢືນຢັນວ່າ: ເປົ້າໝາຍທີ່ສຳຄັນໃນການສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ 2018 ນີ້ກໍຄືການພັດທະນາຄວາມສະເໝີພາບ ລະຫວ່າງ ບົດບາດຍິງ-ຊາຍ ທີ່ຕິດພັນ ກັບການພັດທະນາປະເທດຊາດ ແລະ ຂໍ້ແຂ່ງຂັນ … Continue reading →
ດ່ານສາກົນ ວັງເຕົ່າ ແຂວງຈຳປາສັກ ເກັບລາຍຮັບພາສີອາກອນຂາອອກ-ຂາເຂົ້າໄດ້ຕໍ່າກວ່າແຜນການທີ່ວາງໄວ້ໃນປີ 2017 ຍ້ອນການເກັບຄ່າທຳນຽມຂົນສົ່ງສິນຄ້າ ທີ່ມີຫຼາຍຂັ້ນຫຼາຍຕອນເກີນໄປ. ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າທ່ານສາກົນວັງເຕົ່າ ແຂວງຈຳປາສັກ ຖະແຫຼງຍອມຮັບວ່າ: ການຈັດເກັບລາຍຮັບຈາກພາສີີອາກອນການຄ້າຂາອອກ-ຂາເຂົ້າ ຢູ່ດ່ານວັງເຕົ່າ ໃນຕະຫຼອດປີ 2017 ຜ່ານມາສາມາດຈັດຕັ້ງປະຕິບັດໄດ້ພຽງ 91,47ເປີເຊັນ ຂອງແຜນການເທົ່ານັ້ນ ກໍຄືໃນຂະນະທີ່ແຜນການໄດ້ວາງເປົ້າໝາຍການຈັດເກັບລາຍຮັບພາສີອາກອນໃຫ້ໄດ້ເຖິງ 620,58 ຕື້ກີບ ແຕ່ກໍສາມາດຈັດເກັບໄດ້ຈິງພຽງ 567 ຕື້ກີບເທົ່ານັ້ນ. ທ່ານ ບຸນຍະເດດ ໃຫ້ການອະທິບາຍວ່າ: ສາເຫດທີ່ເຮັດໃຫ້ການຈັດເກັບລາຍຮັບພາສີອາກອນການຄ້າຂາອອກ-ຂາເຂົ້າ ບໍ່ໄດ້ຕາມເປົ້າໝາຍດັ່ງກ່າວ … Continue reading →
ກອງທັບປະຊາຊົນລາວ ຍັງບໍ່ສາມາດເກັບກູ້ລະເບີດບໍ່ທັນແຕກ UXO ອອກໄປຈາກເຂດກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ທັງໝົດ ເພາະຫລາຍພື້ນທີ່ ຍັງບໍ່ຊົດເຊີຍຄ່າທີ່ດິນໃຫ້ປະຊາຊົນ. ພົນຕີ ຄໍາລຽນ ອຸທະໄກສອນ ຮອງຫົວໜ້າກົມເສນາທິການ ກອງທັບປະຊາຊົນລາວ ຖະແຫລງວ່າ: ການກວດກູ້ລະເບີດບໍ່ທັນແຕກ UXO ອອກໄປຈາກເຂດກໍ່ສ້າງທາງລົດໄຟລາວ-ຈີນໃນປີ 2017 ຜ່ານມາສາມາດຈັດຕັ້ງປະຕິບັດໄດ້ໃນເນື້ອທີ່ 1.026 ກວ່າເຮັກຕາ ໂດຍເກັບກູ້ລະເບີດໄດ້ທັງໝົດ 128 ໜ່ວຍໃນປີນີ້ ເປັນລະເບີດຂະໜາດ 250 ປອນຈໍານວນ 2 ໜ່ວຍ ແລະ ຊິ້ນສ່ວນລະເບີດ ຫລື ໂລຫະຕ່າງໆ ອີກເຖິງ 211.562 … Continue reading →