ໃນຕອນເຊົ້າ ຂອງວັນທີ 21 ມິຖຸນາ 2023 ທີ່ ຫ້ອງປະຊຸມຊັ້ນ 1, ກະຊວງອຸດສາຫະກຳ ແລະ ການຄ້າ ກົມຊັບສິນທາງປັນຍາ ໄດ້ຈັດພິທີເປີດຝຶກອົບຮົມໂຄງການຊັບສິນທາງປັນຍາສໍາລັບນັກປະດິດສ້າງໄວໜຸ່ມໃນ ສປປ ລາວ, ຊຶ່ງການຈັດຝຶກອົບຮົມໃນຄັ້ງນີ້ແມ່ນລະຫວ່າງວັນທີ 21 – 22 ມິຖຸນາ 2023 ພາຍໃຕ້ການຊ່ວຍເຫຼືອຂອງອົງການຊັບສິນທາງປັນຍາໂລກ ໂດຍການເປັນປະທານຂອງ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ເຢືອງ ຈິ ຊຸງ, ຫົວໜ້າພະແນກສຳລັບປະເທດດ້ອຍພັດທະນາ, ຂະແໜງພັດທະນາພາກພຶ້ນ ແລະ ພາຍໃນປະເທດ, ອົງການຊັບສິນທາງປັນຍາໂລກ ພ້ອມທັງຜູ້ເຂົ້າຮ່ວມຈາກພະແນກ ອຄ ແຂວງ … Continue reading →
* ວິທະຍາໄລການຄ້າ, ຈະໄດ້ທໍາການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນລະດັບວິຊາຊີບຊັ້ນສູງ, ພາກວິຊາ: ບໍລິຫານທຸລະກິດ, ສາຂາທຸລະກິດການຄ້າ. – ວິທະຍາໄລການຄ້າ ມີທຶນການສຶກສາ ປີລະ 5 ທຶນ ສຳລັບ ນັກຮຽນ ປີ2 ແລະ ປີ3 ເລີ່ມລົງທະບຽນແຕ່ວັນນີ້ – ເປີດຮັບສະໝັກວັນທີ : 03/07/2023. – ສອບເສັງຄັດເລືອກວັນທີ : 01-04/08/2023. – ປະກາດຜົນ ແລະ ລົງທະບຽນ : 07-11/08/2023 – ເປີດຮຽນ : 04/09/2023 + ສອບຖາມ ທີ່ຫ້ອງການວິທະຍາໄລການຄ້າ, ບ້ານ ທົ່ງພານທອງ, … Continue reading →
ໃນຕອນເຊົ້າ ວັນທີ 19 ມີຖຸນາ 2023 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 01 ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອເປັນການສະຫຼຸບລາຍງານ ຜົນການລົງທາບທາມຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາມີກອງປະຊຸມມີຜູ້ເຂົ້າຮ່ວມຂັ້ນຮອງຫົວໜ້າກົມ, ມີຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການ ເຂົ້າຮ່ວມປະມານ 35 ທ່ານ. ກອງປະຊຸມຄັ້ງນີ້ ໂດຍການເປັນປະທານ ຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ເພື່ອເປັນການສະຫຼຸບ, ລາຍງານ ຜົນການລົງທາບທາມຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ 2017) ທີ່ຄະນະຮັບຜິດຊອບປັບປຸງເນື້ອໃນດ້ານວິຊາການ ໄດ້ລົງທາບທາມເພື່ອຮັບຟັງຄວາມຄິດເຫັນນໍາຂະແໜງການທີ່ກ່ຽວຂ້ອງ ທັງພາກລັດ ແລະ … Continue reading →
ໃນຕອນເຊົ້າ ວັນທີ 02 ພຶດສະພາ 2023 ທີ່ຫ້ອງປະຊຸມສ່ອງແສງຊັ້ນ 3 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປີດຊຸດຝຶກອົບຮົມລະບົບການນໍາໃຊ້ຫ້ອງການທັນສະໄໝ ໃຫ້ແກ່ຫ້ອງການ, ສະຖາບັນອຸດສາຫະກໍາ ແລະ ການຄ້າ ແລະ ບັນດາກົມທີ່ກ່ຽວຂ້ອງທົ່ວກະຊວງອຸດສາຫະກໍາ ແລະ ການຄ້າ; ມີຂັ້ນຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ວິຊາການ ເຂົ້າຮ່ວມປະມານ 35 ທ່ານ. ການຝຶກອົບຮົມຄັ້ງນີ້ ໂດຍການເປັນປະທານ ຂອງ … Continue reading →
ວັນທີ 26 ເມສາ 2023, ທີ່ຫ້ອງປະຊຸມໃຫຍ່ກະຊວງອຸດສາຫະກຳ ແລະ ການຄ້າ, ກົມຊັບສິນທາງປັນຍາ, ກະຊວງ ອຄ ໄດ້ຈັດສໍາມະນາວຽກງານຊັບສິນທາງປັນຍາ ພາຍໃຕ້ຄໍາຂັວນທີ່ວ່າ: “ບົດບາດແມ່ຍິງ ແລະ ຊັບສິນທາງປັນຍາ: ຊຸກຍູ້ສົ່ງເສີມ ນະວັດຕະກຳ ແລະ ຄວາມຄິດສ້າງສັນໃໝ່ (Women and IP: Accelerating innovation and creativity)” ໂດຍການເປັນປະທານຂອງ ທ່ານ ສັນຕິສຸກ ພູມສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ ແລະ ປະທານຮ່ວມ ທ່ານ ນ ສຸກພາພອນ ຜານິດ ຫົວໜ້າງຫ້ອງການ ສູນກາງສະຫະພັນແມ່ຍິງລາວ, ມີບັນດາທ່ານ … Continue reading →
ໃບຄໍາຮ້ອງ ສະໝັກສອບເສັງຄັດເລືອກ
ໃນວັນທີ 26 ເມສາ 2023 ກົມຈັດຕັ້ງ ແລະ ພະນັກງານ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການປະກາດຮັບສະໝັກສອບເສັງລັດຖະກອນໃໝ່ ປະຈໍາປີ 2023; ຊຶ່ງຈະຄັດເລືອກເອົາຜູ້ທີ່ມີວິຊາສະເພາະທີ່ສອດຄ່ອງກັບຕໍາແໜ່ງງານ ຂອງບັນດາກົມອ້ອມຂ້າງກະຊວງ ອຄ ຈໍານວນ 03 ໂກຕ້າ ດ່ັງມີລາຍລະອຽດລຸ່ມນີ້: 287 ກຈພງ ໃບຄໍາຮ້ອງ ສະໝັກສອບເສັງຄັດເລືອກ
ຕອນບ່າຍເວລາ 01:30 ໂມງ ຂອງວັນທີ 10 ເມສາ 2023 ທີ່ຫ້ອງປະຊຸມໃຫຍ່ຊັ້ນ I ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມໂຄສະນາ-ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68ປີ, ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 77ປີ ແລະ ມູນເຊື້ອວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 41ປີ ມີບັນດາສະຫາຍຄະນະພັກ-ຄະນະນໍາກະຊວງ, ບັນດາເລຂາຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ແລະ ວິຊາການ ສັງກັດຢູ່ບັນດາໜ່ວຍພັກທົ່ວອົງຄະນະພັກ ກະຊວງ ອຄ ເຂົ້າຮ່ວມທັງໝົດປະມານ 250 ສະຫາຍ. ກອງປະຊຸມຄັ້ງນີ້ … Continue reading →
ໃນຕອນເຊົ້າຂອງວັນທີ 9 ເມສາ 2023 ນີ້ ,ທີ່ພະແນກ ອຸດສະຫະກຳ ແລະ ການຄ້າ ແຂວງຈຳປາສັກ,ຄະນະນຳພະແນກອຸດສະຫະກຳ – ການຄ້າ,ກະສິກຳ – ປ່າໄມ້ ແລະ ທ່ອງທ່ຽວ ແຂວງຈໍາປາສັກ ໄດ້ຕ້ອນຮັບການເຂົ້າ ພົບປະ ປຶກສາຫາລື ຮ່ວມມືກັບຄະນະນຳ ຂົງເຂດອຸດສະຫະກຳ – ການຄ້າ,ການລົງທຶນ,ກະສິກຳ – ປ່າໄມ້ ແລະ ການທ່ອງທ່ຽວຂອງ ນະຄອນໂຮຈິມິນ ແຫ່ງ ສສ ຫວຽດນາມ. ຊຶ່ງຝ່າຍແຂວງຈຳປາສັກ ນຳໂດຍ ທ່ານ ບຸນຍະເດດ … Continue reading →
ໄລຍະບຸນປນໃໝ່ລາວປີນີ້ ພະແນກອຸດສະຫະກໍາແລະການຄ້າແຂວງອັດຕະປື ຈະໄດ້ເພີ່ມທະວີການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ພ້ອມທັງຫຼີກເວັ້ນການສວຍໂອກາດຂຶ້ນລາຄາສິນຄ້າ ຕາມລຳພັງ ໃຈຂອງຜູ້ປະກອບການໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ.ໂດຍການວາງລະບຽບການ,ມາດຕະການໃນການຄວບຄຸມລາຄາສິນຄ້າຢູ່ຕາມທ້ອງຕະຫຼາດໃຫ້ເປັນເອກະພາບກັນໃນທົ່ວແຂວງ. ທ່ານ ເພັດສະຫມອນ ແກ້ວພິມພອນ ຮອງຫົວໜ້າຂະແໜງ ການຄ້າພາຍໃນ ຊີ້ນໍາວຽກງານ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ພະແນກອຸດສາຫະກຳແລະການຄ້າແຂວງອັດຕະປື ໄດ້ໃຫ້ສຳພາດຕໍ່ສື່ມວນຂອງແຂວງ ໃນວັນທີ 7ເມສາ 2023 ນີ້ວ່າ: ໃນໄລຍະບຸນປີໃໝ່ລາວ ປີ ພສ 2566 ນີ້ທາງພະແນກອຸດສາ ຫະກຳ ແລະ ການຄ້າແຂວງອັດຕະປື ໄດ້ເອົາໃຈໃສ່ຕິດ ຕາມ,ຄວບຄຸມ ລາຄາສິນຄ້າຕາມທ້ອງຕະຫຼາດພາຍໃນແຂວງ ເພື່ອປ້ອງກັນການສວຍໂອກາດຂື້ນລາຄາສິນຄ້າຂອງບັນດາຜູ້ປະກອບການຄ້າຂາຍ,ໂດຍໃນເບື້ອງຕົ້ນນັ້ນ ແມ່ນຈະໄດ້ເອົາໃຈໃສ່ຄຸ້ມຄອງ ລາຄາສິນຄ້າ ປະເພດສະບຽງອາຫານ ເຊັ່ນ: … Continue reading →