ຂ່າວພາຍໃນ

ໂດຍ: admin ວັນທີ 8 Dec, 2022 ເວລາ 03:50 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2022-12-08 at 8.28.16 AM

        ແຂວງຈໍາປາສັກ, ວັນທີ 06 ທັນວາ 2022, ກະຊວງອຸດສາຫະກຳ ແລະ ການຄ້າ  ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID) ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຄັ້ງທີ 5 ຂຶ້ນ ທີ່ ໂຮງແຮມຈໍາປາສັກແກຣນ, ແຂວງຈໍາປາສັກ. ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ແມ່ນໂຄງການ 5 ປີ ທີ່ສະໜັບສະໜູນລັດຖະບານຂອງ ສປປ ລາວ ແລະ ພາກທຸລະກິດ ໃນການສົ່ງເສີມການຄ້າ ແລະ ການລົງທຶນ ແລະ ການສ້າງຂີດຄວາມສາມາດໃຫ້ແກ່ພາກເອກະຊົນ. ກອງປະຊຸມດັ່ງກ່າວ … Continue reading

ໂດຍ: admin ວັນທີ 5 Dec, 2022 ເວລາ 10:59 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ, ຂ່າວພາຍໃນ | % ຄຳເຫັນ 0 Comments
ໂດຍ: ໄພວັນ ວັນທີ 28 Nov, 2022 ເວລາ 03:54 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0036.78

ໃນຕອນເຊົ້າຂອງວັນຈັນ, ວັນທີ 28 ພະຈິກ 2022, ທີ່ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ກົມຊັບສິນທາງປັນຍາ, ກະຊວງ (ອຄ) ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດໂຄງການນໍາໃຊ້ຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດເຂົ້າ ແລະ ຊີ້ນສັດ ໂດຍການສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວ. ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ສີດາ ຢູຕຣີຈັນທະຈັກ, ຮັກສາການແທນຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຜູ້ເຂົ້າຮ່ວມມີ ທ່ານຮອງຫົວໜ້າກົມຊັບສິນາປັນຍາ, ທ່ານຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ, ທ່ານຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, … Continue reading

ໂດຍ: ໄພວັນ ວັນທີ 24 Nov, 2022 ເວລາ 12:56 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0122.99

ໃນຕອນເຊົ້າຂອງວັນພຸດ, ວັນທີ 23 ພະຈິກ 2022, ທີ່ຫ້ອງປະຊຸມທາງໄກ (Video Conference) ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດພິທີເປີດການນໍາໃຊ້ເວັບໄຊ ຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ຜົ້ງສາລີ, ອຸດົມໄຊ ແລະ ແຂວງຫລວງນໍ້າທາ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປອ ຄໍາເພັດ ວົງດາລາ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງ ອຄ ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ແລະ … Continue reading

ໂດຍ: admin ວັນທີ 1 Nov, 2022 ເວລາ 09:23 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ, ຂ່າວພາຍໃນ, ອື່ນໆ | % ຄຳເຫັນ 0 Comments
WhatsApp Image 2022-10-28 at 15.14.22

ຕອນເຊົ້າເວລາ 9:00 ໂມງຂອງວັນທີ 24-28 ຕຸລາ 2022 ທີ່ໂຮງແຮມລາວພລາຊາ  ນະຄອນຫລວງວຽງຈັນ, ມີຜູ້ເຂົ້າຮ່ວມທັງພາກລັດ ແລະ ພາກເອກະຊົນທັງໝົດປະມານກ່ວາ 40 ທ່ານ. ໂດຍກ່າວເປີດການຝຶກອົບຮົມຂອງ ທ່ານ  ແສງອາລຸນ ວິໄລສັກ ຮອງຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ກົມນະໂຍບາຍການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ ຕ່າງໜ້າຈາກ ITC-EUD ຮ່ວມກັບໂຄງການຊ່ວຍເຫລືອ ວຽກງານການຄ້າ ຂອງສະຫະພາບເອີຮົບ ແກ່ ສປປ ລາວ ພາຍໃຕ້ແຜນການເຊື່ອມໂຍງພາກພື້ນອາຊຽນ. ໄດ້ຈັດຝຶກອົບຮົມ ໃນຫົວຂໍ້: ແນວໂນ້ມໃໜ່ ໃນການສ້າງເຂດການຄ້າເສລີ ຫລື “ … Continue reading

ໂດຍ: admin ວັນທີ 1 Nov, 2022 ເວລາ 03:12 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2022-11-01 at 2.16.35 PM (1)

.     ວັນທີ 01-02 ພະຈິກ 2022, ທີ່ ໂຮງແຮມລາວພລາຊາ, ກົມນະໂຍບາຍການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ITC ໄດ້ຈັດຝຶກອົບຮົມກ່ຽວກັບ MOIC ແລະ ITC ສ້າງຄວາມເຂັ້ມແຂງ ແລະ ຄວາມສາມາດຂອງສັນຍາການຄ້າດ້ານການບໍລິການຢູ່ ສປປ ລາວ ຊຶ່ງຂະແໜງບໍລິການມີບົດບາດສຳຄັນໃນດ້ານການຜະລິດ ແລະ ການຊົມໃຊ້ ແລະ ສ້າງມູນຄ່າທີ່ເດັ່ນໃນການເຄື່ອນໄຫວເສດຖະກິດສ່ວນໃຫຍ່. ນອກນັ້ນ, ຂະແໜງ​ບໍລິການ​ເຊັ່ນ: ອຸດສາຫະກຳ​ການທ່ອງທ່ຽວ ຍັງ​ມີ​ບົດບາດ​ສົ່ງເສີມໃຫ້​ຂະ​ແໜງ​ການ​ອື່ນໆ ​​ກ້າວ​ໄປ​ເຖິງ​ລະບົບ​ຕ່ອງ​ໂສ້​ມູນ​ຄ່າ, ເພື່ອເພີ່ມຊ່ອງ​ທາງ​ໃຫ້​ແກ່​ການ​ສົ່ງ​ອອກ ​ແລະ ​ການ​ເຕີບ​ໂຕ​ຢ່າງ​ກວ້າງຂວາງ.       ການ​ເພີ່ມ​ທະວີ​ຄວາມ​ສາມາດ ​ແລະ ​ຄວາມ​ເຂົ້າ​ໃຈ​ ຂອງ​ນັກ​ເຈລະຈາ​ທາງດ້ານການ​ຄ້າ​ຈາກ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ … Continue reading

ໂດຍ: admin ວັນທີ 26 Oct, 2022 ເວລາ 03:26 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0088

     ຂ້າພະເຈົ້າ ປອ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ທັງເປັນປະທານຄະນະ​ກະກຽມ​ງານສະເຫຼີມສະຫຼອງວັນຫັດຖະກຳແຫ່ງຊາດ ແລະ ທ່ານ ນາງ ສຸລິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ, ຄະນະບໍລິຫານງານ ສະມາຄົມຫັດຖະກຳລາວ (ວັນທີ 1 ພະຈິກ) ປະຈໍາປີ 2022 ຮ່ວມກັບສະມາຄົມຫັດຖະກຳລາວ ຂໍຕາງໜ້າຄະນະຮັບຜິດຊອບ ​ແຈ້ງຂ່າວໃຫ້ບັນດາທ່ານຊາບທົ່ວເຖິງກັນວ່າ: ວັນທີ 1 ພະຈິກ, ວັນຫັດຖະກຳແຫ່ງຊາດ ໄດ້ກຳນົດໃນກົດໝາຍວ່າດ້ວຍຫັດຖະກຳ ໄດ້ໝູນວຽນມາຄົບຮອດອີກວາລະໜຶ່ງ.​ ສະນັ້ນ,   ຂໍຖືໂອກາດ ທີ່ມີຄວາມໝາຍຄວາມສຳຄັນນີ້  ຖະແຫຼງຂ່າວໃຫ້ບັນດາສື່ມວນຊົນ,​ ຊາວຊ່າງຫັດຖະກໍາ,​ ມວນຊົນໃນສັງຄົມທັງພາຍໃນ ແລະ ຕ່າງປະເທດ … Continue reading

ໂດຍ: admin ວັນທີ 21 Oct, 2022 ເວລາ 03:52 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0036.78

     ກົມການຄ້າພາຍໃນ, ພະແນກຄຸ້ມຄອງການແຂ່ງຂັນທາງທຸລະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຝຶກອົບຮົມຂັ້ນຕອນການກວດກາ ແລະ ແກ້ໄຂ ຂໍ້ຂັດແຍ່ງໃນວຽກງານແຂ່ງຂັນທາງທຸລະກິດ ໂດຍໃຫ້ກຽດເປັນປະທານຂອງ  ທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ (ຫົວໜ້າກອງເລຂາ ຄຂທ) ກະຊວງ ອຸດສາຫະກຳ ແລະ ການຄ້າ ການຝຶກອົບຮົມໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2022, ທີ່ ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງ ອຄ, ພາຍໃຕ້​ການ​ສະໜັບສະໜູນ​ຈາກ​ອົງການ GIZ-COMPETE ລັດຖະບານ​ເຢຍລະ​ມັນ, ຊຶ່ງມີຜູ້ເຂົ້າຮ່ວມ ຈາກອົງການໄອຍະການ ນະຄອນຫຼວງວຽງຈັນ, ກົມຕໍາຫຼວດເສດຖະກິດ (ກະຊວງປ້ອງກັນຄວາມສະຫງົບ), … Continue reading

ໂດຍ: admin ວັນທີ 1 Oct, 2022 ເວລາ 10:06 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ, ຂ່າວພາຍໃນ | % ຄຳເຫັນ 0 Comments
3

  ສະຖາບັນອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຝຶກອົບຮົມຂຶ້ນໃນວັນທີ 27-30 ກັນຍາ 2022 ໃຕ້ຫົວຂໍ້ “ຝຶກອົບຮົມຄູຝຶກ” ໃຫ້ແກ່ພະນັກງານອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານເປີດ ແລະ ປິດຊຸດຝຶກອົບຮົມ ໂດຍທ່ານ ປອ ແກ້ວມໍລະກົດ ສິດລະກອນ, ຫົວໜ້າສະຖາບັນອຸດສາຫະກໍາ ແລະ ການຄ້າ. ຊຸດຝຶກອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 13 ທ່ານ, ຍິງ 09 ທ່ານ ຈາກບັນດາກົມອ້ອມຂ້າງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະຖາບັນອຸດສາຫະກໍາ ແລະ ການຄ້າ .   ສໍາລັບວິທະຍາກອນແມ່ນພະນັກງານຂອງສະຖາບັນອຸດສາຫະກຳ ແລະ ການຄ້າ … Continue reading

ໂດຍ: admin ວັນທີ 1 Oct, 2022 ເວລາ 10:05 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ, ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0053

                 ໃນວັນທີ 30 ກັນຍາ 2022, ທີ່ໂຮງແຮມແລນມາກ ແມ່ຂອງລີເວີໄຊ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມການຄ້າພາຍໃນ, ພະແນກຄຸ້ມຄອງການແຂ່ງຂັນທາງທຸລະກິດ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ໃຫ້ແກ່ພາກລັດ ແລະ ພາກທຸລະກິດ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ບຸນເຖິງ ດວງສະຫວັນ​ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ປະທານຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ຄຂທ) ແລະ ທ່ານ Frank Tibitanzl ຫົວໜ້າໂຄງການ GIZ-COMPETE, ໂດຍການ​ສະໜັບສະໜູນ​ຈາກ​ … Continue reading