ໃນເດືອນມິຖຸນາ 2022, ທາງສະຖາບັນອຸດສາຫະກໍາ ແລະ ການຄ້າ ພະແນກຄົ້ນຄວ້ານະໂຍບາຍອຸດສາຫະກໍາ ແລະ ຫັດຖະກໍາ, ໄດ້ຄົ້ນຄວ້າຫຍໍ້ ດ້ານນະໂຍບາຍຜົນກະທົບ ຂອງໂຄວິດ-19 ທີ່ມີຕໍ່ຜູ້ປະກອບການທຸລະກິດຂາຍເຄື່ອງຫັດຖະກໍາ ກໍລະນີສຶກສາ:ເຄື່ອງຈັກສານ ແລະ ແຜ່ນແພ(ຜ້າສິ້ນ) ໃນນະຄອນຫລວງວຽງຈັນ; ຊຶ່ງບົດຄວາມນີ້ມີຈຸດປະສົງເພື່ອນໍາສະເໜີພາບລວມບາງສ່ວນ ຂອງຜົນກະທົບໂຄວິດ-19 ຕໍ່ຜູ້ປະກອບການທຸລະກິດຂາຍເຄື່ອງຫັດຖະກໍາ ແລະ ຂໍ້ສະເໜີຂອງຜູ້ປະກອບຕໍ່ລັດຖະບານໃຫ້ມີນະໂຍບາຍ ແລະ ສົ່ງເສີມດ້ານນີ້ໃຫ້ຫລາຍຂຶ້ນ. ສອຄ ແຫລ່ງຂ່າວ: ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງ ອຄ ຮຽບຮຽງໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກຜຮ
ໃນວັນທີ 04/7/2022 ຜ່ານມາ, ຜູ້ອໍານວຍການວິທະຍາໄລການຄ້າ, ຮອງຫົວໜ້າສະຖາບັນອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເປີດຮັບນັກສຶກສາໃໝ່ ສົກປີຮຽນ 2022-2023 ຂອງວິທະຍາໄລການຄ້າ ເຖິງບັນດາອົງການຈັດຕັ້ງທຸກພາກສ່ວນທັງພາກລັດ ແລະ ພາກທຸລະກິດ, ພະນັກງານ, ພໍ່ແມ່ປະຊາຊົນ ແລະ ນັກສຶກສາທີ່ຈົບມໍປາຍ ຫຼື ທຽບເທົ່າ ຜູ້ທີ່ມີຈຸດປະສົງຢາກຈະສືບຕໍ່ສຶກສາຮໍ່າຮຽນ ຢູ່ທີ່ວິທະຍາໄລການຄ້າ (ກະຊວງອຸດສາຫະກໍາ ແລະ ການຄ້າ) ຊາບວ່າ: ແຫຼ່ງຂ່າວ: ສະຖາບັນອຸດສາຫະກໍາ ແລະ ການຄ້າ ກຊ ອຄ ຮຽບຮຽງໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ … Continue reading →
ໃນຕອນເຊົ້າເວລາ 8:30 ໂມງ ຂອງວັນທີ 8 ກໍລະກົດ 2022, ທີ່ຫ້ອງປະຊຸມສະຖາບັນອຸດສາຫະກໍາ ແລະ ການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດພິທີປະກາດການຢັ້ງຢືນສະຫະພັນກໍາມະບານ ກະຊວງ ອຸດສາຫະກໍາ ແລະ ການຄ້າ ເປັນສະຫະພັນກໍາມະບານ 5 ເປັນເຈົ້າປະຈໍາປີ 2021 ເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ພ້ອມດ້ວຍແຂກຖືກເຊີນ ແລະ ສະມາຊິກກໍາມະບານກະຊວງ ອຄ ເຂົ້າຮ່ວມ. ທ່ານ ນາງ ຈັນເພັດ ມະນີແສງ … Continue reading →
ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສູນການຄ້າສາກົນ ປະຈຳ ປະເທດສະວິດເຊີແລນ ໄດ້ຈັດຝຶກອົບຮົມກ່ຽວກັບ ການປຸງແຕ່ງ-ວິໄຈຂໍ້ມູນສະຖິຕິໂດຍນຳໃຊ້ໂປຣແກຼມ Structured Query Language (SQL), MS Access, ໃນວັນທີ 4-8 ກໍລະກົດ 2022 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ. ຈຸດປະສົງຂອງການຝຶກອົບຮົມເພື່ອສ້າງຄວາມອາດສາມາດດ້ານການປຸງແຕ່ງ ແລະ ວິເຄາະ ຊຸດຂໍ້ມູນທີ່ມີຂະໜາດໃຫຍ່ໃນ Microsoft Office ໃຫ້ແກ່ບັນດາພະນັກງານທີ່ຮັບຜິດຊອບວຽກງານສະຖິຕິ ຈາກພາກສ່ວນທີ່ກ່ຽວຂ້ອງຂອງພາກລັດ. ຜູ້ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ລວມທັງຫມົດ ມີ 21 ທ່ານ … Continue reading →
ໃນວັນທີ 1 ກໍລະກົດ ທີ່ຜ່ານມານີ້, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ອຸດົມໄຊ ໄດ້ຈັດພິທີ ມອບ-ຮັບໃນອະນຸຍາດ ນໍາໃຊ້ກາໝາຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ One District One Product ( ODOP) ໃຫ້ກຸ່ມຜະລິດຕະພັນຫັດຖະກໍາຕໍ່າຫູກ ບ້ານຜາຄໍາ, ທີ່ຫ້ອງ ວ່າການປົກຄອງ ເມືອງຮຸນ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ບຸນທັນ ສຸພັດທອນ ຮອງເຈົ້າເມືອງ-ເມືອງຮຸນ ແລະ ທ່ານ ສອນທະນຸ ສິງດາລາ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ມີບັນດາແຂກທີ່ຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ກຸ່ມຜະລິດຕະພັນຫັດຖະກໍາຕໍ່າຫູກ … Continue reading →
ຕອນເຊົ້າຂອງວັນທີ 01 ກໍລະກົດ 2022, ທີ່ຫ້ອງປະຊຸມທາງໄກຊັ້ນ 3 ກະຊວງ ອຄ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການນໍາເຂົ້າ, ການສະໜອງ ແລະ ຈໍລະຈອນແຈກຢາຍນໍ້າມັນເຊື້ອໄຟ ໃນປະຈຸບັນ ໂດຍການເປັນປະທານຂອງທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ ພ້ອມນີ້ມີຜູ້ຕາງໜ້າຈາກບັນດາກົມທີ່ນອນຢູ່ໃນຄະນະສະເພາະກິດ ຂອງກະຊວງ ອຄ, ກົມປະຊາສໍາພັນ ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ, ກົມຄົ້ນຄວ້າສັງລວມ ຫສນຍ, ກົມຄົ້ນຄວ້າສັງລວມ ຫ້ອງວ່າການສູນກາງພັກ, ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ແລະ ວັດທະນະທໍາ, ກົມເສດຖະກິດການຜະລິດ ສະພາແຫ່ງຊາດ, ສູນສະຖິຕິ ແລະ ຂໍ້ມູນຂ່າວສານ … Continue reading →
ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ, ໄດ້ຈັດພິທີ ປະຖະກະຖາ ຫວນຄືນມູນເຊື້ອ 3 ວັນປະຫວັດສາດ ຂອງ ແຂວງ ຂຶ້ນ ໃນວັນທີ 9 ມິຖຸນາ ທີ່ຫ້ອງປະຊຸມ ຂອງພະແນກຕົນ ຊຶ່ງເປັນກຽດຂຶ້ນປະຖະກະຖາຄັ້ງນີ້ ນຳໂດຍທ່ານ ສອນທະນູ ສິງດາລາ ເລຂາໜ່ວຍພັກ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ; ເຂົ້າຮ່ວມຮັບຟັງມີຄະນະໜ່ວຍພັກ, ສະມາຊິກພັກ ແລະ ບັນດາສະຫາຍສະມາຊິກ ອົງການຈັດຕັ້ງມະຫາຊົນ ພາຍໃນພະແນກອຸດສາຫະກຳ ແລະ ການຄ້າ. ການປາຖະກະຖາຄັ້ງນີ້ແມ່ນໄດ້ນໍາເອົາບັນດາເອກະສານ ກ່ຽວກັບຂະບວນການພັດທະນາສ້າງສາແຂວງອຸດົມໄຊແຕ່ລະໄລຍະ ແລະ … Continue reading →
ວັນທີ 8 ມິຖຸນາ 2022, ພະແນກຄຸ້ມຄອງສິນຄ້າ ແລະ ລາຄາ ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກບົດຄວາມເພື່ອຊີ້ແຈງຕໍ່ສັງຄົມ ໃນການປັບລາຄານໍ້າມັນເຊື້ອໄຟໃນແຕ່ລະໄລຍະພາຍໃນປະເທດ ໂດຍອີງຕາມລາຄາຕະຫຼາດນໍ້າມັນໂລກ ເຊິ່ງມີການຜັນຜວນໃນປະຈຸບັນ ໂດຍມີເນື້ອໃນດັ່ງນີ້: ປະຈຸບັນ, ລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ ເວົ້າລວມ, ເວົ້າສະເພາະ ລາຄານໍ້າມັນເຊື້ອໄຟສໍາເລັດຮູບຕະຫຼາດສິງກະໂປ ຍັງມີການປັບຂຶ້ນສູງ ໂດຍການຕິດຕາມລາຄາສະເລ່ຍແຕ່ວັນທີ 31 ພຶດສະພາ – 03 ມິຖຸນາ 2022 ເຫັນວ່າ ລາຄາສະເລ່ຍນໍ້າມັນແອັດຊັງພິເສດແມ່ນ 153,12 ໂດລາສະຫະລັດ/ບາເຣວ … Continue reading →
ຕອນບ່າຍ ວັນທີ 30 ພຶດສະພາ 2022, ທີ່ຫ້ອງປະຊຸມທາງໄກຊັ້ນ 3 ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ, ໄດ້ຈັດກອງປະຊຸມການຄ້າສິນຄ້າ ລາວ-ຫວຽດນາມຂຶ້ນ ໂດຍການເປັນປະທານ ທ່ານ ໂດ໊ ກວ໊ກ ຫຶງ, ຮອງຫົວໜ້າກົມຕະຫຼາດອາຊີ-ອາຟຣິກາ, ກະຊວງ ອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ແລະ ປະທານຮ່ວມ ທ່ານ ຈິດຕະພົງ ອັກຄະວົງ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ … Continue reading →
ວັນທີ 18 ພຶດສະພາ 2022, ພະແນກຄຸ້ມຄອງສິນຄ້າ ແລະ ລາຄາ ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກບົດຄວາມເພື່ອຊີ້ແຈງຕໍ່ສັງຄົມ ໃນການປັບລາຄານໍ້າມັນເຊື້ອໄຟໃນແຕ່ລະໄລຍະພາຍໃນປະເທດ ໂດຍອີງຕາມລາຄາຕະຫຼາດນໍ້າມັນໂລກ ເຊິ່ງມີການຜັນຜວນໃນປະຈຸບັນ ໂດຍມີເນື້ອໃນດັ່ງນີ້: ອຄ.ກຄພນ