ຂ່າວພາຍໃນ

ໂດຍ: admin ວັນທີ 13 May, 2022 ເວລາ 02:12 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments

 ແບບຟອມສະໝັກ  

ໂດຍ: admin ວັນທີ 13 May, 2022 ເວລາ 02:44 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
f868189492fe45779ebb949d86a62071-0001

ໃນວັນທີ  13 ພຶດສະພາ 2022, ກົມຈັດຕັ້ງ ແລະ ພະນັກງານ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງປະກາດຮັບສະໝັກສອບເສັງບັນຈຸເຂົ້າເປັນລັດຖະກອນໃໝ່ປີ 2022 ຈໍານວນ 3 ໂກຕ້າ(03ຕໍາແໜ່ງ) ສໍາລັບຜູ້ທີ່ມີຄວາມສົນໃຈ ເພື່ອສະໝັກໃຫ້ປະກອບເອກະສານຕາມມາດຖານເງື່ອນໄຂລວມດັ່ງນີ້:  0317 ກຈພງ ແລະ ແບບຟອມສະໝັກ   ແຫລ່ງຂ່າວ: ກົມຈັດຕັ້ງ ແລະ ພະນັກງານ ຮຽບຮຽງໂດຍ: ນ ຖື ແຫວນວົງສົດ ກຜຮ

ໂດຍ: admin ວັນທີ 5 May, 2022 ເວລາ 02:21 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
7573a79df55a43cda49036b92dd35f44-0001

     ໃນວັນທີ 11 ເມສາ 2022ຜ່ານມາ, ທາງສະຖາບັນອຸດສາຫະກໍາ ແລະ ການຄ້າ ໄດ້ຄົ້ນຄວ້າຫຍໍ້ ດ້ານນະໂຍບາຍການຜະລິດກະສິກໍາ ແລະ ການຄ້າ ໄລຍະເງິນກີບອ່ອນຄ່າ ແລະ ນໍ້າມັນແພງ  ຊຶ່ງສົ່ງຜົນໃຫ້ຕົ້ນທຶນສູງຂຶ້ນ ຈະກະທົບຕໍ່ລາຄາພືອຜັນໃນລະດູຜົນເກັບກ່ຽວລະດູຝົນຈະມາເຖິງ; ທັງໝົດໄດ້ກະທົບໂດຍກົງຕໍ່ຜູ້ບໍລິໂພກທີ່ຕ້ອງຊື້ໃນລາຄາທີ່ແພງຂຶ້ນທັງສິນຄ້າຜະລິດຢູ່ພາຍໃນ ແລະ ນໍາເຂົ້າ.  ພ້ອມທັງສະເໜີມາດຕະການແກ້ໄຂທີ່ຄວນພິຈາລະນາລວມມີ: ເພີ່ມອັດຕາດອກເບ້ຍທະນາຄານໃນຊ່ວງໄລຍະນີ້ໃຫ້ສູງຂຶ້ນ ເພື່ອດຶງດູດເງິນຕາຕ່າງປະເທດໃຫ້ເຂົ້າສູ່ລະບົບທະນາຄານ, ຄຸ້ມຄອງການແລກປ່ຽນເງິນຕາຕ່າງປະເທດໃຫ້ເຂັ້ມງວດ, ສົ່ງເສີມການຊໍາລະສິນຄ້າສົ່ງອອກ ໂດຍຜ່ານບັນຊີຢູ່ທະນາຄານພາຍໃນປະເທດ ແລະ ທຸກທຸລະກໍາການຄ້າ-ບໍລິການຕ່າງໆ ຢູ່ພາຍໃນປະເທດຕ້ອງເປັນເງິນກີບ; ສ້າງຄວາມເຂັ້ມແຂງໃຫ້ການຜະລິດພາຍໃນໃຫ້ສາມາດຫຼຸດຜ່ອນການນໍາເຂົ້າ ແລະ ກຸ້ມຕົນເອງສໍາລັບສິນຄ້າ ທີ່ມີຄວາມຈໍາເປັນໃນຊີວິດປະຈໍາວັນ. ສຸດທ້າຍແມ່ນສົ່ງເສີມການສົ່ງອອກສິນຄ້າທ່າແຮງຕ່າງໆ ເພື່ອເພີ່ມເງິນຕາຕ່າງປະເທດໃນລະບົບເສດຖະກິດຂອງປະເທດ.    ສອຄ

ໂດຍ: admin ວັນທີ 4 Apr, 2022 ເວລາ 04:30 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
39f5d269518c4a3e8bccbb3f068bce1c-0001

     ໃນວັນທີ 04 ເມສາ 2022, ພະແນກຮ່ວມມືເສດຖະກິດການຄ້າ, ກົມແຜນການ ແລະ ການຮ່ວມມື ກະຊວງ ອຄ ໄດ້ອອກແຈ້ງການ ເຊີນເຂົ້າຮ່ວມການປະມູນສົມທຽບເງື່ອນໄຂ, ປະສົບການ ແລະ ລາຄາກ່ຽວກັບການບໍລິການທີ່ປຶກສາ ແລະ ຄົ້ນຄວ້າວິໄຈ ກ່ຽວກັບ (ການສຶກສາ ແລະ ຄົ້ນຄວ້າ ຫົວຂໍ້ ເຂດການຄ້າເສລີ ພາຍໃຕ້ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ) ປະຈໍາປີ 2022; – ໂດຍສາມາດພົວພັນເອົາຊອງປະມູນນໍາພະແນກຮ່ວມມືເສດຖະກິດການຄ້າ, ກົມແຜນການ ແລະ ການຮ່ວມມື ນັບແຕ່ວັນທີ 04 ເມສາ 2022 ແລະ ສົ່ງຊອງປະມູນບໍ່ໃຫ້ກາຍວັນທີ … Continue reading

ໂດຍ: admin ວັນທີ 30 Mar, 2022 ເວລາ 11:54 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2022-03-30 at 8.53.00 AM

   ໃນວັນທີ 30 ມີນາ 2022, ຄະນະຫ້ອງການກະຊວງ ອຄ ຮ່ວມກັບກົມກວດກາ, ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກົມ SME ແລະ ກົມຈັດຕັ້ງ ແລະ ພະນັກງານ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕາງໜ້າຄະນະພັກ, ຄະນະນຳກະຊວງ ອຄ ລົງໄປຕິດຕາມສະພາບໄຟໄໝ້ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງລ້ອງຊານ, ແຂວງໄຊສົມບູນ; ພ້ອມນີ້ ທາງຄະນະກໍໄດ້ນຳເອົາປັດໄຈ ເປັນເງິນ ຈຳນວນ 15 ລ້ານກີບ, ຄອມພິວເຕີ້ຕັ້ງໂຕະ 3 ໜ່ວຍ ແລະ ປຣິນເຕີ້ … Continue reading

ໂດຍ: admin ວັນທີ 29 Mar, 2022 ເວລາ 10:58 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
Untitled.11

         ໃນວັນທີ 11 ມີນາ 2022 ທີ່ ໂຮງແຮງ ອາມາລີ, ທີ່ເມືອງວັງວຽງ ແຂວງ ວຽງຈັນ ຜ່ານມານີ້, ກົມການຄ້າພາຍໃນ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດ ວຽກງານແຂ່ງຂັນທາງທຸລະກິດ ແລະ ປົກປ້ອງຜູ້ຊົມໃຊ້ ​ໂດຍ​ການ​ສະໜັບສະໜູນ​ຈາກ​ ອົງການ GIZ-COMPETE ລັດຖະບານ​ເຢຍລະ​ມັນ, ກອງ​ປະຊຸມ​ດັ່ງກ່າວ​ມີ ທ່ານ ໄຊທິເດດ ອິນທະສອນ ຮອງຫົວ ໜ້າກົມການຄ້າພາຍໃນ ຜູ້ຊີ້ນໍາພະແນກຄຸ້ມຄອງການແຂ່ງຂັນທາງທຸລະກິດ (ຂຂທ), ທ່ານ ສູນທອນ ຈັນທິລາດ ຮອງຫົວໜ້າກົມການຄ້າພາຍໃນ … Continue reading

ໂດຍ: admin ວັນທີ 15 Mar, 2022 ເວລາ 03:28 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2022-03-15 at 08.45.11 (4)

        ເພື່ອຈັດຕັງປະຕິບັດຄໍາສັ່ງ ຂອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ເລກທີ 2501/ອຄ​.ຄ​ພນ, ລົງ​ວັນ​ທີ 16 ທັນວາ 2015 ກ່ຽວກັບການຕິດສະຫຼາກສິນຄ້າເປັນພາສາລາວ ໃຫ້ມີປະສິດທິຜົນ. ໃນວັນທີ 07 ມີນາ 2022,  ທ່ານ ພູວຽງ ພົງສາ ຮັກສາການຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພະແນກອຸດສາຫະກຳການຄ້າ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະໄດ້ລົງຕິດຕາມ ແລະ ເຮັດວຽກນຳບັນດາຫົວໜ່ວຍທຸລະກິດທີ່ນຳເຂົ້້າສິນຄ້າອຸປະໂພກ ແລະ ບໍລິໂພກ ມາຈຳໜ່າຍໃນ ສປປ ລາວ.   … Continue reading

ໂດຍ: admin ວັນທີ 28 Feb, 2022 ເວລາ 11:57 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
3f5a4c4be8554b7ba1649472a63ed3ae-0001

       ພະແນກຄຸ້ມຄອງລາຄາ ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກບົດຄວາມປັບປຸງເພີ່ມເຕີມ ເພື່ອຊີ້ແຈງຕໍ່ສັງຄົມ ໃນການປັບລາຄານໍ້າມັນໃນແຕ່ລະໄລຍະຢູ່ພາຍໃນປະເທດ ໂດຍອີງຕາມລາຄາຕະຫຼາດນໍ້າມັນໂລກ ເຊິ່ງມີການຜັນຜວນໃນປະຈຸບັນ.   ກຄພນ ຮຽບຮຽງໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ກຜຮ

ໂດຍ: admin ວັນທີ 18 Feb, 2022 ເວລາ 12:29 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
3b9858efc1e84da685a87afa2dd256f2-0001

    ວັນທີ 17 ກຸມພາ 2022, ພະແນກຄຸ້ມຄອງລາຄາ ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກບົດຄວາມເພື່ອຊີ້ແຈງຕໍ່ສັງຄົມ ໃນການປັບລາຄານໍ້າມັນໃນແຕ່ລະໄລຍະພາຍໃນປະເທດ ໂດຍອີງຕາມລາຄາຕະຫຼາດນໍ້າມັນໂລກ ເຊິ່ງມີການຜັນຜວນໃນປະຈຸບັນ ໂດຍມີເນື້ອໃນດັ່ງນີ້:      ປະຈຸບັນ, ສະພາບລາຄານໍ້າມັນເຊື້ອໄຟຕະຫຼາດໂລກ ເວົ້າລວມເວົ້າສະເພາະ ລາຄານໍ້າມັນເຊື້ອໄຟສໍາເລັດຮູບຕະຫຼາດສິງກະໂປ ແມ່ນມີລາຄາປັບຂຶ້ນສູງກວ່າ 100 $/ບາເຣວ ໂດຍສົມທຽບລາຄາສະເລ່ຍລະຫວ່າງວັນທີ 01 – 15 ກຸມພາ 2022 ກັບ ໄລຍະເວລາດຽວກັນ ຂອງເດືອນມັງກອນ 2022 ເຫັນວ່າ ລາຄານໍ້າມັນແອັດຊັງພິເສດ ປັບຂຶ້ນ 14,20 $/ບາເຣວ … Continue reading

ໂດຍ: admin ວັນທີ 10 Feb, 2022 ເວລາ 03:02 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
e8cc51c280744d55a87852da8ef8afb5-0001

ກຈພງ