ທິດທາງໃໝ່ໃນການຫັນປ່ຽນການພັດທະນາອຸດສາຫະກຳ ຢູ່ ສປປ ລາວ
By phaikhame evilay On 24 Jul, 2024 At 03:16 PM | Categorized As ຂ່າວສຳຄັນ | With 0 Comments

IMG_0047,1

           ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບທິດທາງໃໝ່ໃນການຫັນປ່ຽນ ການພັດທະນາອຸດສາຫະກຳ ຢູ່ ສປປ ລາວ ຂຶ້ນໃນຕອນເຊົ້າ ຂອງວັນທີ 19 ກໍລະກົດ 2024 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມາໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ປະທານຮ່ວມໂດຍ ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍ ທ່ານ ຈຸງຢຸງຊູ (Jung yung Soo), ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ແລະ ທ່ານ ສຈ. Jeong Hyop LEE ທີ່ປຶກສາດ້ານເສດຖະກິດ ປະຈໍາ ກະຊວງອຸດສາຫະກໍາ ແລະ ການຄ້າ. ມີພາກລັດ ໂດຍສະເພາະ ບັນດາທ່ານອາດີດລັດຖະມົນຕີ, ທ່ານອາດີດຮອງລັດຖະມົນຕີ, ຜູ້ຕາງໜ້າຈາກບັນດາກະຊວງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ບັນດາສະມາຄົມທຸລະກິດພາຍໃນ ແລະ ຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

IMG_0096,2

      ທ່ານ ມາໄລທອງ ກົມມະສິດ ໄດ້ກ່າວເນັ້ນວ່າ: ການຫັນປ່ຽນຮູບແບບໃໝ່ການພັດທະນາອຸດສາຫະກຳ ຢູ່ ສປປ ລາວ ແມ່ນການຫັນປ່ຽນພື້ນຖານການພັດທະນາອຸດສາຫະກຳ ໃນຂົງເຂດທີ່ມີທ່າແຮງ ແລະ ການຫັນປ່ຽນຈາກວິທີການ ແລະ ການປະຕິບັດແບບດັ້ງເດີມ ມາສູ່ການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ຢ່າງມີຍຸດທະສາດ ເພື່ອນຳໃຊ້ຂັບເຄື່ອນການເຕີບໂຕຂອງອຸດສາຫະກຳ ຊຶ່ງປະກອບດ້ວຍ: 1) ການຫັນເປັນທັນສະໄໝ (Modernization), 2) ການພັດທະນາຕາມທິດຍືນຍົງ (Sustainability), 3) ສົ່ງເສີມການຜະລິດໃຫ້ມີຄວາມຫຼາກຫຼາຍ (Diversification), 4) ສົ່ງເສີມການນຳໃຊ້ນະວັດຕະກຳ (Innovation), 5) ການເຊື່ອມໂຍງກັບໂລກ (Global Integration).

IMG_0069,3

         ກອງປະຊຸມໄດ້ຮັບຟັງການການນຳສະເໜີ ແລະ ການສົນທະນາປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນ ໂດຍຊ່ຽວຊານຈາກ ສ.ເກົາຫຼີ ຜູ້ທີ່ມີຄວາມຮູ້ ແລະ ປະສົບການ ໃນການຄົ້ນຄວ້າກ່ຽວກັບການຫັນເປັນອຸດສາຫະກຳ ແລະ ທີ່ປຶກສາດ້ານເສດຖະກິດ ປະຈຳ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍບັນດາຜູ້ດຳເນີນການສົນທະນາທີ່ມີຄວາມຮູ້ຄວາມສາມາດ  ແລະ ປະສົບການ ຈາກບັນດາກະຊວງ, ສະຖາບັນ ແລະ ອົງການຈັດຕັ້ງສາກົນ ໃນຫົວຂໍ້ສຳຄັນ ຄື:

IMG_0056,4

      1) ການປ່ຽນຜ່ານ ແລະ ຍຸດທະສາດການພັດທະນາອຸດສາຫະກຳໃນຍຸກທີ່ມີການປ່ຽນແປງຄັ້ງໃຫຍ່, 2) ການສົນທະນາ ກ່ຽວກັບຍຸດທະສາດ ແລະ ຂໍ້ສະເໜີດ້ານນະໂຍບາຍ ແລະ 3) ໂຄງການທົດລອງກ່ຽວກັບ ພະລັງງານທາງເລືອກ, ການຫັນເປັນດີຈີຕອນ ແລະ ໂຄງລ່າງພື້ນຖານທີ່ສຳຄັນ.

 ຂ່າວ-ພາບ: ໄພຄໍາອີ ຫ້ອງການ ກະຊວງ ອຄ.