ໃນຕອນເຊົ້າ ຂອງວັນທີ 21 ມິຖຸນາ 2023 ທີ່ ຫ້ອງປະຊຸມຊັ້ນ 1, ກະຊວງອຸດສາຫະກຳ ແລະ ການຄ້າ ກົມຊັບສິນທາງປັນຍາ ໄດ້ຈັດພິທີເປີດຝຶກອົບຮົມໂຄງການຊັບສິນທາງປັນຍາສໍາລັບນັກປະດິດສ້າງໄວໜຸ່ມໃນ ສປປ ລາວ, ຊຶ່ງການຈັດຝຶກອົບຮົມໃນຄັ້ງນີ້ແມ່ນລະຫວ່າງວັນທີ 21 – 22 ມິຖຸນາ 2023 ພາຍໃຕ້ການຊ່ວຍເຫຼືອຂອງອົງການຊັບສິນທາງປັນຍາໂລກ ໂດຍການເປັນປະທານຂອງ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ເຢືອງ ຈິ ຊຸງ, ຫົວໜ້າພະແນກສຳລັບປະເທດດ້ອຍພັດທະນາ, ຂະແໜງພັດທະນາພາກພຶ້ນ ແລະ ພາຍໃນປະເທດ, ອົງການຊັບສິນທາງປັນຍາໂລກ ພ້ອມທັງຜູ້ເຂົ້າຮ່ວມຈາກພະແນກ ອຄ ແຂວງ ແລະ ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ, ສະຖາບັນການສຶກສາ, ສະຖາບັນຄົ້ນຄວ້າ, ວິສາຫະກິດ ແລະ ພະນັກງານຈາກກົມຊັບສິນທາງປັນຍາ ທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້.
ຊື່ງຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອໃຫ້ນັກປະດິດສ້າງໄວໜຸ່ມ ຮຽນຮູ້ກ່ຽວກັບຄວາມໝາຍຄວາມສໍາຄັນ ຂອງການປົກປ້ອງຊັບສິນທາງປັນຍາ ເພື່ອເປັນການສົ່ງຄວາມຄິດ ແລະ ນະວັດຕະກໍາ. ໃນຂະນະດຽວກັນ, ກໍ່ເພື່ອໃຫ້ກົມ ແລະ ອົງການຊັບສິນທາງປັນຍາໂລກ ເຂົ້າໃຈເພີ່ມເຕີມກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການສ້າງນະວັດຕະກໍາ ເພື່ອເປັນຂໍ້ມູນໃຫ້ພວກເຮົາ ໃນການສ້າງກິດຈະກໍາຕໍ່ໄປຂອງໂຄງການ. ໂດຍບົດຮຽນທີ່ໄດ້ຝຶກອົບຮົມໃນຄັ້ງນີ້ປະກອບມີ:
ພາກທີ I : ຄວາມກ້າວໜ້າດ້ວຍແນວຄວາມຄິດ ແລະ ນະວັດຕະກໍາ ເພື່ອການພັດທະນາຜະລິດຕະພັນ ແລະ ການເປັນເຈົ້າຂອງ ຊັບສິນທາງປັນຍາ ການຊົມໃຊ້ຊັບສິນທາງປັນຍາ.
ຫົວຂໍ້ທີ 1: ການເສີມສ້າງນະວັດຕະກໍາຜ່ານລະບົບສິດທິບັດ: ສິ່ງທ້າທາຍ ແລະ ໂອກາດຂອງນັກປະດິດສ້າງຂອງ ສປປ ລາວ.
ຫົວຂໍ້ທີ 2:ໂຄງການ DLDC ກ່ຽວກັບ IP ສໍາລັບນະວັດຕະກໍາຂອງໄວໜຸ່ມ: ແນວທາງຍຸດທະສາດທີ່ຮັດກຸມສໍາລັບນະວັດຕະກໍາ, ການພັດທະນາຜະລິດຕະພັນ ແລະການເປັນເຈົ້າຂອງ IP.
ຫົວຂໍ້ທີ 3: ການສົ່ງເສີມນະວັດຕະກໍາໃນ ສປປ ລາວ: ສິ່ງທ້າທາຍ ແລະໂອກາດໃນການສະໜັບສະໜູນສະຖາບັນ.
ຫົວຂໍ້ທີ 4: ການນຳສະເໜີໂດຍນັກປະດິດສ້າງໜຸ່ມຂອງ ສປປ ລາວ ກ່ຽວກັບໂຄງການປະດິດສ້າງສ່ວນບຸກຄົນ
- ພາບລວມໂດຍຫຍໍ້ຂອງການປະດິດສ້າງ.
- ຄວາມຕ້ອງການການຊ່ວຍເຫຼືອທີ່ຕິດພັນກັບຊັບສິນທາງປັນຍາ.
- ແຜນການໃນອະນາຄົດກ່ຽວກັບການພັດທະນາຜະລິດຕະພັນ, ການເປັນເຈົ້າຂອງ IP ແລະ ການລິເລີ່ມທຸລະກິດ
ພາກທີ 2 : ວິທີການພັດທະນາ ແລະ ສົ່ງເສີມການປະດິດສ້າງຂອງທ່ານ
ຫົວຂໍ້ທີ 5: ຜົນປະໂຫຍດຂອງຂໍ້ມູນສິດທິບັດ ແລະ ແຫຼ່ງຂໍ້ມູນຂອງໂຄງການ WIPO, TISC ເພື່ອສົ່ງເສີມການປະດິດສ້າງ
ຫົວຂໍ້ທີ 6: ການເສີມສ້າງນະວັດຕະກໍາໂດຍການນໍາໃຊ້ລະບົບສິດທິບັດ: ການຄົ້ນຫາດ້ານສິນລະປະ , ເຄື່ອງມື ແລະ ດ້ານເຕັກນິກ.
ຫົວຂໍ້ທີ 7: ໜ້າທີ່ຕ້ອງເຮັດສໍາລັບນັກປະດິດສ້າງໄວໜຸ່ມຂອງ ສປປ ລາວ: ທຳຄວາມຮູ້ກ່ຽວກັບວິທີການ ແລະ ຂັ້ນຕອນການສະໝັກ IP (ສິດທິບັດ/ຜົນປະໂຫຍດ/ການອອກແບບ) ໃນກົມຊັບສິນທາງປັນຍາຂອງ ສປປ ລາວ
ຫົວຂໍ້ທີ 8: ນະວັດຕະກໍາເພື່ອການເປັນຜູ້ປະກອບການ: ພາລະບົດບາດຂອງຊັບສິນ ທາງປັນຍາ ແລະ ການພິຈາລະນາສໍາລັບນັກປະດິດສ້າງໄວໜຸ່ມເພື່ອເປີດຕົວ ແລະ ການເລີ່ມຕົ້ນພັດທະນາ
ຫົວຂໍ້ທີ 9: ການທຳຄວາມເຂົ້າໃຈທັດສະນະຂອງຜູ້ກວດສອບສິດທິບັດ: ຄວາມຮູ້ ກ່ຽວກັບການແກ້ໄຂການຢື່ນຄໍາຮ້ອງ
- ເງື່ອນໄຂອອກສິດທິບັດ. - ເງື່ອນໄຂສໍາລັບການມີສິດບັດ.
ຫົວຂໍ້ທີ 10: ການວິເຄາະພູມສັນຖານສິດທິບັດສໍາລັບການຕັດສິນໃຈທີ່ອີງໃສ່ຂໍ້ມູນ
- ການກໍານົດກຸ່ມສິດທິບັດທີ່ສໍາຄັນ. - ຂອບເຂດແນວໂນ້ມ ແລະ ຜົນສະທ້ອນ.
ທ່ານ ໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວໜ້າກົມຊັບສິນທາງປັນຍາ ຍັງໄດ້ກ່າວຕື່ມ ອີກວ່າ ກິດຈະກໍາດັ່ງກ່າວນີ້ ເປັນການຝຶກອົບຮົມຄັ້ງທໍາອິດຂອງໂຄງການ ຊຶ່ງຜົນສໍາເລັດຂອງກິດຈະກໍານີ້ ພວກຂ້າພະເຈົ້າຈະນໍາເອົາເປັນຂໍ້ມູນໃນການວາງແຜນ ແລະ ອອກແບບກິດຈະກໍາຕໍ່ໄປຂອງໂຄງການ.
ຄືດັ່ງທີ່ຮູ້ນຳກັນແລ້ວວ່າ ຊັບສິນທາງປັນຍາ ແມ່ນປັດໃຈພື້ນຖານທີ່ສຳຄັນຫຼາຍ ຕໍ່ນັກປະດິດ ແລະ ນັກຄົ້ນຄວ້າ ໂດຍສະເພາະແມ່ນຢູ່ໃນ ສປປ ລາວ. ລັດຖະບານສົ່ງເສີມການສ້າງໂອກາດຂອງນັກປະດິດສ້າງ ໃຫ້ສ້າງສັນນະວັດຕະກໍາ ຜ່ານການສ້າງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ເພື່ອສົ່ງເສີມ ແລະ ປົກປ້ອງສິດອັນຊອບທໍາຂອງນັກປະດິດສ້າງ ແລະ ນັກຄົ້ນຄວ້າ. ນອກນັ້ນ, ຍັງໄດ້ສ້າງນະໂຍບາຍ ແລະ ຍຸດທະສາດ ເພື່ອສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ທີ່ເປັນ Start Up ໃຫ້ມີການສ້າງສັນນະວັດຕະກໍາທີ່ເໝາະສົມ ເພື່ອແກ້ໄຂບັນຫາຕ່າງໆໃນສັງຄົມລາວ ເຮັດໃຫ້ຊີວິການເປັນຢູ່ມີຄວາມສະດວກສະບາຍຂຶ້ນກວ່າເກົ່າ. ລັດຖະບານ ຍັງໄດ້ຊຸກຍູ້ສົ່ງເສີມການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ໃນຂະແໜງຄົ້ນຄວ້າ ແລະ ພັດທະນາ ເພື່ອພັດທະນານະວັດຕະກໍາ ເຊິ່ງພວກເຮົາຈະປາກົດເຫັນບັນດາໂຄງການໃຫຍ່ໆຂອງລັດຖະບານ ເປັນຕົ້ນແມ່ນ Smart City, ເຂດເສດຖະກິດພິເສດ ແລະ ອື່ນໆ. ພ້ອມທັງໂຄສະນາເຜີຍແຜ່ວຽກງານດັ່ງກ່າວໃນທົ່ວສັງຄົມ ໃຫ້ມີຄວາມເຂົ້າໃຈຢ່າງທົ່ວເຖິງ.
ນະໂຍບາຍຂອງກົມຊັບສິນທາງປັນຍາເອງ ກໍ່ແມ່ນສົ່ງເສີມໃຫ້ນັກຄົ້ນຄວ້າ ແລະ ນັກປະດິດສ້າງ ໄດ້ນໍາໃຊ້ເຄື່ອງມືດ້ານຊັບສິນທາງປັນຍາ ເປັນຕົ້ນແມ່ນ ສິດທິບັດ ແລະ ອະນຸສິດທິບັດ ເພື່ອສ້າງຕະຫຼາດ ແລະ ເຊື່ອມຕໍ່ລະຫວ່າງເຈົ້າຂອງສິດຊັບສິນທາງປັນຍາ ກັບຜູ້ທີ່ຊື້ນະວັດຕະກໍາດັ່ງກ່າວໄປຜະລິດຕໍ່ ເພື່ອເຮັດໃຫ້ເປັນຜະລິດຕະພັນ ຫຼື ສິນຄ້າອອກມາຮັບໃຊ້ສັງຄົມ. ສະນັ້ນ, ສໍາຄັນທີ່ສຸດແມ່ນການສ້າງຄວາມເຂົ້າໃຈໃນພາລະບົດບາດ ຂອງກົມຊັບສິນທາງປັນຍາ ຕໍ່ນັກຄົ້ນຄວ້າ, ນັກປະດິດສ້າງ ກໍ່ເປັນສິ່ງທີ່ສໍາຄັນ ໂດຍສະເພາະແມ່ນການນໍາໃຊ້ລະບົບສິດທິບັດ ແລະ ອະນຸສິດທິບັດ.
ໃນໂອກາດນີ້ ຂ້າພະເຈົ້າຂໍຮຽກຮ້ອງໃຫ້ນັກສໍາມະນາກອນພວກເຮົາ ຈົ່ງເອົາໃຈໃສ່ ແລະ ສຸມຈິດສຸມໃຈ ເພື່ອຍາດແຍ່ງບົດຮຽນ ແລະ ປະສົບການອັນລ້ຳຄ່າ ຈາກບັນດານັກວິທະຍາກອນ ເພື່ອນຳມາໝູນໃຊ້, ພັດທະນາວຽກງານຂອງຕົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມຂອງຊາດ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.
ພາບ-ຂ່າວ ໂດຍ: ເພັດປະກາຍ ສີສົມບູນ