ໃນວັນທີ 4 ມິຖຸນາ 2024, ທີ່ໂຮງແຮມລາວພາຊ້າ, ນະຄອນຫລວງວຽງຈັນ, ໄດ້ກອງປະຊຸມໂຕະມົນ ກ່ຽວກັບເຂດການຄ້າເສລີ ອາຊຽນ-ອົດສະຕຣາລີ-ນູແວນເຊລັງ (AANZFTA) ຄົບຮອບ 15 ປີ ເປັນປະທານຮ່ວມໂດຍ ທ່ານ ປອ ມະໂນທອງ ວົງໄຊຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ , ທ່ານ ແດນ ແຣລດອນ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ແລະ ທ່ານ ເອດຣຽນ ກິລເປິດ ອໍານວຍການໂຄງການສົ່ງເສີມການຄ້າ ເພື່ອການພັດທະນາລະດັບພາກພື້ນ ມີຜູ້ຕາງໜ້າຈາກ ບັນດາກະຊວງ ແລະ ພາກທຸລະກິດກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງກອງປະຊຸມຄັ້ງນີ້ ແມ່ນເພື່ອປະເມີນການຈັດຕັ້ງປະຕິບັດສັນຍາ ເຂດການຄ້າ ເສລີອາຊຽນ-ອົດສະຕຣາລີ–ນູແວນເຊລັງ (AANZFTA) ໃນໄລຍະຜ່ານມາ ຂອງ ສປປ ລາວ ເພື່ອເປັນເວທີແລກປ່ຽນຄໍາຄິດເປັນ ລະຫວ່າງພາກລັດ ແລະ ພາກທຸລະກິດ ກ່ຽວກັບການຈັດຕັ້ງປະຕິບັດສັນຍາ ເຂດການຄ້າ ເສລີ ດັ່ງກ່າວ ແລະ ມີຂໍ້ສະເໜີແນະໃນຕໍ່ໍ່ໜ້າ.
ໃນປີ 2022 ການຄ້າສອງຝ່າຍ ລະຫວ່າງອາຊຽນ ແລະ ອົດສະຕຣາລີ ມີມູນຄ່າ 101,1 ຕື້ໂດລາສະຫະລັດ, ການຄ້າ ສອງຝ່າຍລະຫວ່າງ ອາຊຽນ ແລະ ນູແວນເຊລັງ ມີມູນຄ່າ 101,1 ຕື້ໂດລາ 14,9 ຕື້ໂດລາສະຫະລັດ ການຄ້າ ແລະ ລົງທຶນໂດຍກົງຈາກ ອົດສະຕຣາລີ ສູ່ອາຊຽນ ມູນຄ່າ 2 ຕື້ໂດລາສະຫະລັດ ແລະ ການລົງທຶນໂດຍກົງຈາກ ນູແວນເຊລັງ ລວມກັນເປັນຄູ່ຄ້າໃຫຍ່ອັນດັບທີ 8 ຂອງອາຊຽນ. ສັນຍາ ເຂດການຄ້າ ເສລີອາຊຽນ-ອົດສະຕຣາລີ-ນູແວນເຊລັງ ໄດ້ລົງນາມໃນວັນທີ 27 ກຸມພາ 2009 ແລະ ມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2010 ສໍາລັບ 9 ປະເທດ ແລະ ຕໍ່ມາແມ່ນ ສປປ ລາວ ໃນວັນທີ 1 ມັງກອນ 2011, ກໍາປູເຈຍ ວັນທີ 4 ມັງກອນ 2011 , ໄທ ວັນທີ 10 ມັງກອນ 2012 ຈຸດປະສົງເພື່ອເປີດກວ້າງສັນຍາໃຫ້ກວມເອົາຫລາຍຂົງເຂດ ມີລັກສະນະກວມລວມຮອບດ້ານ ມີຄວາມທັນສະໄໝ ແລະ ສອດຄ່ອງກັບສະພາບການດ້ານເສດຖະກິດໃນປະຈຸບັນ ທຽບໃສ່ສັນຍາອື່ນໆຂອງອາຊຽນ ກັບປະເທດຄູ່ຮ່ວມເຈລະຈາ ອີງຕາມໜວດທີ 8 ມາດຕາທີ 9 ຂອງສັນຍາແມ່ນກໍານົດໃຫ້ມີການທົບທວນສັນຍາໃນທຸກໆ 5 ປີ ຫລື ຕາມການເຫັນດີຂອງປະເທດສະມາຊິກ ຊຶ່ງສັນຍາ ເຂດການຄ້າ ເສລີອາຊຽນ-ອົດສະຕຣາລີ-ນູແວນເຊລັງ AANZFTA ເປັນສັນຍາພາກພື້ນທີ່ທັນສະໄໝຮອດ້ານທຽບໃສ່ສັນຍາອື່ນໆໃນໄລຍະນັ້ນ.
ສິ່ງທ້າທາຍການຜະລິດສິນຄ້າ ຂອງ ສປປ ລາວຈະປະເຊີນກັບບັນຫາການແຂ່ງຂັນສູງຂື້ນພາຍໃນພາກພື້ນ ຜູ້ປະກອບການຈະຕ້ອງໄ້ປັບຕົວໃນການພັດທະນາຄວາມສາມາດໃນການແຂ່ງຂັນປັບປຸງຄຸນນະພາບ ປະສິດທິຜົນໃນການຜະລິດ ເພື່ອໃຫ້ສາມາດແຂ່ງຂັ້ນໃນພາກພື້ນໄດ້ ພາກລັດ ແລະ ພາກທຸລະກິດ ຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜົນປະໂຫຍດ ແລະ ພັນທະຂອງສັນຍາ ເຂດການຄ້າ ເສລີອາຊຽນ-ອົດສະຕຣາລີ-ນູແວນເຊລັງ AANZFTA ຢ່າງເລິກເຊິ່ງ ຊຶ່ງອາດເປັນອຸປະສັກໃນການຈດຕັ້ງປະຕິບັດ ແລະ ການນໍາໃຊ້ຜົນປະໂຫຍດດ້ານສິດທິພິເສດຂອງສັນຍາຢ່າງມີປະສິດທິຜົນ. ພື້ນຖານການຜະລິດຂອງ ສປປ ລາວຍັງອ່ອນນ້ອມ ແລະ ຄວາມສາມາດດ້ານການຜະລິດຍັງຕໍ່າ ຊຶ່ງມີຄວາມຫຍຸ້ງຍາກໃນການເຂົ້າຮ່ວມຕ່ອງໂສ້ສະໜອງຂອງພາກພື້ນ ຜູ້ສົ່ງອອກຂອງລາວຍັງຂາດຄວາມຮູ້ ຄວາມເປັນເຈົ້າການ ແລະ ມືອາຊີບ ສະແດງອອກໃນການປະກອບເອກະສານສົ່ງອອກ ຍັງບໍ່ຄົບຖ້ວນ ແລະ ການຮັກສາເອກະສານຍັງມີລັກສະນະເອື່ອຍອີງຫ້ອງການ ເຈົ້າໜ້າທີ່ຢັ້ງຢືນແຫຼ່ງກໍາເນີດສິນຄ້າ ບໍລິສັດຂົນສົ່ງ ແລະ ຊິບປີ້ງບໍ່ເປັນມືອາຊີບ ແລະ ອຶ່ນໆ.
ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ.