ສຍ.ອຄ ຈັດວາງຂາຍສູນຄ້າ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 69 ປີ
By ໄພວັນ On 22 Jul, 2024 At 04:19 PM | Categorized As ອື່ນໆ, ຂ່າວສຳຄັນ | With 0 Comments

IMG_4743.jpg 11IMG_4732.jpg 9

ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດຕັ້ງຂະບວນການ ວາງສະແດງ ແລະ ຂາຍສິນຄ້າ ສ້າງຄວາມເຂັ້ມແຂງໃຫ້ສະມາຊິກແມ່ຍິງ ກະຊວງອຸດສາຫະກໍາ ແລະ ການຄ້າ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ (ວັນທີ 20 ກໍລະກົດ 1995 – 20 ກໍລະກົດ 2024) ທີກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ກຽດເຂົ້າຮ່ວມງານຂອງທ່ານ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ, ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຄ ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຄ, ມີຄະນະພັກ, ຄະນະນໍາບັນດາກົມ, ສະຖາບັນ ແລະ ບັນດາໜ່ວຍແມ່ຍິງຂື້ນກັບກະຊວງ ອຄ ເຂົ້າຮ່ວມຫຼາຍກວ່າ 200 ທ່ານ.

IMG_4614.jpg 1IMG_4646.jpg 3

ທ່ານ ນາງ ສົມໝາຍ  ພົມມຸນີວົງ ປະທານຄະນະບໍລິຫານງານພັນສະຫະພັນແມ່ຍິງ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວໃນງານວ່າ: ການຈັດງານຄັ້ງນີ້ ເພື່ອເປັນການສ້າງຂະບວນການສະໜັບສະໜູນໃຫ້ແກ່ການຈັດຕັ້ງສະ ເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ແລະ ເປັນການເຕົ້າໂຮມຄວາມສາມັກຄີ ພະນັກງານ-ລັດຖະກອນ ໃຫ້ມີຄວາມແໜ້ນແຟ້ນ ແລະ ສ້າງຂະບວນການໃນການກະກຽມຈັດກອງປະຊຸມ 3 ຂັ້ນ ຂອງພັກ, ອົງການຈັດຕັ້ງມະຫາຊົນໃຫ້ມີຄວາມຄຶກຄື້ນ, ເປັນການສ້າງຄວາມສາມາດໃຫ້ແມ່ຍິງ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນງານພິທີການ ແລະ ຍົກລະດັບຄວາມສາມາດໃຫ້ພະນັກງານ ໃນການເຊື່ອມສານບົດບາດ ຍິງ-ຊາຍ ເຂົ້າໃນວຽກງານຂະແໜງອຸດສາຫະກໍາ ແລະ ການຄ້າ

IMG_4635.jpg 5IMG_4626.jpg 2

ທ່ານໃຫ້ຮູ້ຕື່ມວ່າ ການສ້າງກິດຈະກໍາຂອງສະຫະພັນແມ່ຍິງ ກະຊວງ ອຄ ປີ 2024 ນີ້ມີ 3 ກິດຈະກໍາຫຼັກຄື: 1. ໃນວັນທີ 18 ກໍລະກິດ 2024 ຈັດງານວາງສະແດງ ແລະ ຂາຍສິນຄ້າ ຫັດຖະກໍາແຜ່ນແພ, ກະສິກໍາ, ອາຫານ, ເຄື່ອງດື່ມ ແລະ ເຄື່ອງໃຊ້ສອຍປະຈໍາວັນ, ຊຶ່ງເປັນຜະລິດຕະພັນຈາກເອື໋ອຍນ້ອງແມ່ຍິງບັນດາໜ່ວຍອ້ອມຂ້າງກະຊວງອຸດສາຫະກໍາ ແລະ ການຄ້າ ຈໍານວນ 20 ບຸດ, 2. ວັນທີ 25 ກໍລະກົດ 2024 ຈັດສໍາມະນາຫົວຂໍ້ “ພິທີການ ແລະ ມາລະ ຍາດທາງສັງຄົມ” ແລະ 3. ວັນທີ 31 ກໍລະກົດ 2024 ຈັດກອງປະຊຸມຮັບຮອງແຜນປະຕິບັດງານເຊື່ອມສານບົດບາດຍິງ-ຊາຍ ເຂົ້າໃນວຽກງານຂະແໜງອຸດສາຫະກໍາ ແລະ ການຄ້າ.

IMG_4689.jpg 17IMG_4700.jpg 7

ໂອກາດເຂົ້າຮ່ວມງານວາງສະແດງ ແລະ ຂາຍສິນຄ້າ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ທິດຊີ້ນໍາວ່າ: ສະແດງຄວາມຊົມເຊີຍ ຕໍ່ຜົນງານພົ້ນເດັ່ນທີຍາດມາໄດ້ໃນໄລຍະ 1 ປີຜ່ານມາ ຂອງຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍຄືບັນດາໜ່ວຍແມ່ຍິງ ທີ່ເຮັດບົດບາດໜ້າທີ່ການເມືອງຂອງຕົນ, ຊີ້ນໍານໍາພາສະມາຊິັກແມ່ຍິງ ໃຫ້ມີຄວາມກະຕືລືລົ້ນຈັດງານວາງສະແດງ, ຂາຍສິນຄ້າ ພ້ອມນີ້ຂໍໃຫ້ເສີມຂະຫຍາຍຮັກສາມູນເຊື້ອອັນດີງານ ຂອງແມ່ຍິງ 3 ດີ ໃຫ້ຢືນຍົງໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີໂສມໜ້າໃໝ່ຍິ່ງໃຫຍ່ເກົ່າກວ່າ.

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -