ກອງປະຊຸມສໍາມະນາໃຫ້ຄໍາປຶກສາກ່ຽວກັບການຄຸ້ມຄອງລິຂະສິດແບບລວມໝູ່
By phaikhame evilay On 23 Jul, 2024 At 02:02 PM | Categorized As ຂ່າວພາຍໃນ | With 0 Comments

IMG_0343

       ໃນວັນທີ 23 ກໍລະກົດ 2024, ທີ່ ໂຮງແຮມ ລາວເທວ, ນະຄອນຫຼວງວຽງຈັນ, ມີກອງປະຊຸມສໍາມະນາ ໃຫ້ຄໍາປຶກສາ ກ່ຽວກັບການຄຸ້ມຄອງລິຂະສິດແບບລວມໝູ່, ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ນ. ມິຢູກີ ໂມໂລອີ( Ms. Miyuki Monroig), ເຈົ້າໜ້າທີ່ໂຄງການ, ພະແນກລິຂະສິດແບບລວມໝູ່, ອົງການຊັບສິນທາງປັນຍາໂລກ (WIPO).

    ໃນກອງປະຊຸມຄັ້ງນີ້ ມີທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ, ທ່ານ ເບັນຈາມິນ ເອັນຈີ ( Mr. Benjamin NG), ຫົວຫນ້າປະຈໍາພາກພື້ນອາຊີ-ປາຊີຟິກ, ສະຫະພັນສາກົນ ສະມາຄົມນັກຂຽນ ແລະ ນັກແຕ່ງ (CISAC), ທ່ານ ຊາໂຕຊີ ວາຕານາບິ (Mr. Satoshi Watanabe), ຈາກອົງການຊັບສິນທາງປັນຍາໂລກ (WIPO), ທ່ານ ໂນຕາພົນ ສິຣິຈອມພັນ (Mr. Notapol,  Srichomkwan), ປະທານບໍລິສັດ ລິຂະສິດເພງ ແຫ່ງປະເທດໄທ (MCT) ແລະ ທ່ານ ນ ສິລີຍາ ບູນຍາທິການ (Ms. Siriyah Boonyatikarn) ຜູ້ຈັດການ ບໍລິສັດ ລິຂະສິດເພງ ແຫ່ງປະເທດໄທ (MCT) ແລະ ມີບັນດາຜູ້ຕາງໜ້າຈາກ ທັງພາກລັດ ແລະ ເອກະຊົນ, ຈາກກົມ, ກະຊວງອຄ, ກະຊວງອ້ອມຂ້າງ, ບັນດານັກປະພັນ, ນັກສິລະປິນ ເຂົ້າຮ່ວມ 50 ກ່າວຄົນ.

IMG_0352

        ໃນໂອກາດນີ້ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກໍໄດ້ໃຫ້ກຽດກ່າວເປີດກອງປະຊຸມ ໃນຄັ້ງນີ້ ວ່າ: ກອງປະຊຸມສໍາມະນາໃນຄັ້ງນີ້ ຈັດຂື້ນໂດຍກົມຊັບສິນທາງປັນຍາ ຮ່ວມກັບ ອົງການຊັບສິນທາງປັນຍາໂລກ ແລະ ສະໜັບສະໜູນໂດຍ ສໍານັກງານລິຂະສິດຂອງປະເທດຍີ່ປຸ່ນ (JCO). ຈຸດປະສົງຂອງການສໍາມະນາໃນຄັ້ງນີ້ ແມ່ນເພື່ອເສີມສ້າງຄວາມຮູ້ ແລະ ຄວາມເຂົ້າໃຈ ຕໍ່ກັບວຽກງານການຄຸ້ມຄອງລິຂະສິດແບບລວມໝູ່, ຊຶ່ງການຈັດຕັ້ງລິຂະສິດແບບລວມໝູ່ ແມ່ນອົງກອນໜຶ່ງ ເຄື່ອນໄຫວພາຍໃຕ້ການອະນຸຍາດຕາມລະບຽບການຄຸ້ມຄອງ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ, ສ້າງຕັ້ງຂຶ້ນຕາມການຕົກລົງເຫັນດີຂອງບັນດາຜູ້ປະດິດຄິດແຕ່ງ, ເຈົ້າຂອງລິຂະສິດ, ເຈົ້້າຂອງສິດກ່ຽວຂ້ອງກັບລິຂະສິດ ເຊັ່ນ ນັກປະພັນ, ຜູ້ຖືສິດ, ນັກສະແດງ, ຜູ້ບັນທຶກສຽງ ແລະ ອົງການກະຈາຍສຽງ-ແຜ່ພາບ, ດໍາເນີນການເຄື່ອນໄຫວເພື່ອຄຸ້ມຄອງ ແລະ ປົກປ້ອງສິດຜົນປະໂຫຍດຂອງເຈົ້າຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ, ໂດຍສະພາະ ການເຈລະຈາການໃຫ້ອະນຸຍາດນໍາໃຊ້, ການເກັບຄ່າຕອບແທນໃນນາມເຈົ້າຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ, ແບ່ງປັນ ແລະ ແຈກຢາຍຄ່າລິຂະສິດ ແລະ ຄ່າຕອບແທນ ລວມທັງຜົນປະໂຫຍດອື່ນໆ ທີ່ໄດ້ຈາກການອະນຸຍາດນໍາໃຊ້ຜົນງານລິຂະສິດ ແລະ ດໍາເນີນການແກ້ໄຂຂໍ້ຂັດແຍ່ງ ຕາມການມອບໝາຍຂອງເຈົ້າຂອງສິດ ຫຼື ຜູ້ຖືສິດ ໃນຜົນງານລິຂະສິດ ໃນກໍລະນີມີການຮ້ອງຟ້ອງ ຫຼື ລະເມີດລິຂະສິດ.

IMG_0371

        ທ່ານ ກ່າວຕື່ມອີກວ່າ: ສະພາບ ສປປ ລາວ ເຮົາ ມີການເຕີບໃຫຍ່ຂະຫຍາຍຕົວຂອງອຸດສາຫະກຳດົນຕຼີຢ່າງຫຼວງຫຼາຍ ຕົວຢ່າງບົດເພງດັງໆ ປາຄໍ່ໃຫຍ່, ສາວແຫຼ້ບ້ານນາ, ໃສ່ໃຈໄດ້ແຕ່ມອງ ທີ່ມີຊື່ສຽງໂດ່ງດັງໃນທົ່ວສັງຄົມ ອັນນີ້ແມ່ນຫົວຄິດປະດິດແຕ່ງຂອງຄົນລາວ ແມ່ນຊັບສິນທາງປັນຍາ ທີ່ພາກລັດຕ້ອງໃຫ້ການປົກປ້ອງ ແລະ ຊ່ວຍໃຫ້ເຈົ້າຂອງລິຂະສິດໄດ້ນຳໃຊ້ສິດຂອງຕົນຢ່າງເຕັມທີ່ ທັງສິດທາງດ້ານເສດຖະກິດ ແລະ ສິດຈາລິຍະທຳ…ເພື່ອເກັບລາຍຮັບຈາກລິຂະສິດ ມັນຈຳເປັນຕ້ອງມີໜ່ວຍງານຕາງໜ້າໃຫ້ເຂົາເຈົ້າຂອງລິຂະສິດ ທີ່ເອີ້ນວ່າ ອົງການລິຂະສິດແບບລວມໝູ່ Collective management organization (CMO)  ທີ່ໄດ້ຮັບການຈົດທະບຽນ ແລະ ຮັບຮອງເປັນທາງການຈາກລັດຖະບານກໍຄື ກະຊວງ ອຄ ຕໍ່ວຽກງານດັ່ງກ່າວ ກົມຊັບສິນທາງປັນຍາ ໄດ້ກຳນົດນິຕິກຳ ແລະ ລະບຽບການຄຸ້ມຄອງ ກໍຄື ກົດໝາຍຊັບສິນທາງປັນຍາ ສະບັບປັບປຸງ 2023 ສຳເລັດ ແລະ ຮັບຮອງຈາກສະພາໃນວັນທີ 20 ທັນວາ 2023, ກົດໝາຍສະບັບນີ້ ກໍ່ໄດ້ກຳນົດສິດໜ້າທີ ແລະ ພາລະບົດບາດ ຂອງການຈັດຕັ້ງລິຂະສິດແບບລວມໝູ່ ສ່ວນຂໍ້ຕົກລົງຂອງ ກະຊວງ ອຄ ປັດຈຸບັນ ກົມພວກເຮົາກຳລັງຮ່າງຂໍ້ຕົກລົງເພື່ອຮັບຮອງ ແລະ ສ້າງຕັ້ງ CMO.

IMG_0359

          ໃນຂະນະທີ່ ວຽກງານການຄຸ້ມຄອງ ແລະ ປົກປ້ອງລິຂະສິດ ໄດ້ເລີ້ມຕົ້ນ ນັບແຕ່ປີ 2009 ເປັນຕົ້ນມາ, ມາຮອດປັດຈຸບັນນີ້ ເຮົາໄດ້ປົກປ້ອງການຂໍແຈ້ງຂໍ້ມູນລິຂະສິດປະມານ 828 ຜົນງານ, ທີີ່ຕິດພັນກັບຂົງເຂດສິລະປະກໍາ ແລະ ວັນນະກໍາ, ສປປ ລາວ ໄດ້ເອົາໃຈໃສ່ວຍກງານເຊື່ອມໂຍງເຂົ້າເປັນພາຄີຂອງສົນທິສັນຍາເບີນ ວ່າດ້ວຍການປົກປ້ອງຜົນງານທາງດ້ານວັນນະກໍາ ແລະ ສິນລະປະກໍາ ແຕ່ປີ 2012, ແລະ ໃນຕໍ່ໜ້າ ພວກເຮົາມີແຜນກະກຽມເຂົ້າຮ່ວມຫຼາຍສົນທິສັນຍາພາຍໃຕ້ການຄຸ້ມຄອງຂອງ ອົງການຊັບສິນທາງປັນຍາໂລກ ໃນຂົງເຂດການປົກປ້ອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ເປັນຕົ້ນ ແມ່ນສົນທິສັນຍາວ່າດ້ວຍ ລິຂະສິດຂອງອົງການຊັບສິນທາງປັນຍາໂລກ (WIPO Copyright Treaty). ສົນທິສັນຍາວ່າດ້ວຍການສະແດງ ແລະ ການບັນທຶກສຽງ ຂອງອົງການຊັບສິນທາງປັນຍາໂລກ (WPPT), ສົນທິສັນຍາປັກກິ່ງ ວ່າດ້ວຍການສະແດງສຽງພາບ, ສົນທິສັນຍາ Marrakesh.

ກອງປະຊຸມສໍາມະນາຄັ້ງນີ້  ຜູ້ເຂົ້ຮ່ວມຈະໄດ້ຮັບຟັງການຖ່າຍທອດຄວາມຮູ້ ແລະ ແລກປ່ຽນບົດຮຽນອັນລໍ້າຄ່າ ຈາກນັກວິທະຍາກອນທັງພາຍໃນ ແລະ ຕ່າງປະເທດ ເຫັນວ່າ ມີຫຼາຍຫົວຂໍ້ທີ່ສໍາຄັນ ແລະ ເປັນປະໂຫຍດຫຼາຍ ໃຫ້ແກ່ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ເຂົ້າໃຈຢ່າງເລີກເຊີງຕໍ່ກັບບົດບາດ ແລະ ຄວາມສໍາຄັນຂອງວຽກງານລິຂະສິດ ແລະ ການຄຸ້ມຄອງລິຂະສິດແບບລວມໝູ່ ໃນການປົກປ້ອງສິດຜົນປະໂຫຍດໃຫ້ແກ່ເຈົ້າຂອງລິຂະສິດ ຫຼື ຜູ້ຖືສິດ ແລະ ຕໍ່ການພັດທະນາເສດຖະກິດ-ສັງຄົມ-ວັດທະນາທໍາ.

ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ