ເປີດງານວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2024
By ໄພວັນ On 26 Jul, 2024 At 03:49 PM | Categorized As ຂ່າວສຳຄັນ | With 0 Comments

IMG_0186.jpg 1

ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ຮ່ວມກັນຈັດງານສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2024 ​“Viet-Lao Trade Fair 2024 ຄັ້ງທີ 14, ຂຶ້ນໃນວັນທີ 25 ກໍລະກົດນີ 2024 ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ; ໃຫ້ກຽດເປັນປະທານຕັດແຖບຜ້າເປີດງານ ຝ່າຍລາວ: ທ່ານ ປອ. ມະໂນທອງ ວົງໄຊ  ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ. ວຽງຊັນ ຈັນທາ ຫົວໜ້າຫ້ອງການ ຄະນະກໍາມາທິການຮ່ວມມື ລາວ-ຫວຽດນາມ, ທ່ານ ປອ. ບົວວັນ ວິລະວົງ ຫົວໜ້າຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ; ຝ່າຍຫວຽດນາມ: ທ່ານ ຫວຽນບາຮຸ່ງ (Nguyen Ba Hung)  ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ທ່ານ ວູ໊ບາຟູ (Vu Ba Phu) ຫົວໜ້າກົມສົ່ງເສີມການຄ້າ, ທ່ານ ເຈີ່ນກວ໋ກຕວ່ານ (Tran Quốc Toan) ຮອງຫົວໜ້າກົມການຄ້າຕ່າງປະເທດ, ທ່ານ ໂຕ໋ງ໊ອກເຊີນ (To Ngoc Son) ຮອງຫົວໜ້າກົມຕະຫລາດອາຊີ-ອາຟຼິກກາ.

IMG_0102.jpg 1IMG_0133.jpg 1

ປະທານໄດ້ກ່າວວ່າ: ສາຍພົວພັນມິດຕະພາບ ຄວາມສາມາຄີແບບພິເສດ ຂອງສອງປະເທດ ລາວ-ຫວຽດນາມ, ຕະຫຼອດໄລຍະຜ່ານມາ ທັງສອງພັກ-ສອງລັດ ບໍ່ວ່າເວລາໃດກໍຍົກສູງ ການພົວພັນຍຸດທະສາດ ແລະ ການຮ່ວມມືຮອບດ້ານ ໃນພາລະກິດປົກປັກ ແລະ ສ້າງສາປະເທດຊາດ ຢ່າງຕໍ່ເນື່ອງເພື່ອໃຫ້ປະເທດຊາດມີຄວາມໝັ້ນຄົງ, ເສດຖະກິດເຂັ້ມແຂງ, ປະຊາຊົນມີຄວາມຮັ່ງມີຈະເລີນກ້າວໜ້າ. ໃນນີ້, ສອງຊາດລາວ-ຫວຽດນາມ ໄດ້ສຸມຄວາມພະຍາຍາມຮ່ວມກັນໃນການຍົກລະດັບ ແລະ ຂະຫຍາຍການຮ່ວມມືດ້ານເສດຖາກິດໃຫ້ເພີ່ມຂື້ນ, ແນ່ໃສ່ຊຸກຍູ້ສົ່ງເສີມເສດຖະກິດ-ການຄ້າ ຂອງສອງປະເທດໃຫ້ມີຄວາມເຂັ້ມແຂງ ແລະ ໄດ້ຮັບການພັດທະນາຂີດຄວາມສາມາດ ກ້າວເຂົ້າສູ່ຍຸກໃໝ່. ພາລະກິດດັ່ງກ່າວ ແມ່ນສຸດທີ່ມີຄວາມສຳຄັນ ທີ່ທັງສອງກະຊວງອຸດສາຫະກຳ ແລະ ການຄ້າ ລາວ-ຫວຽດນາມ ໄດ້ຮັບມອບໝາຍ ຊຶ່ງໄດ້ວາງຄາດໝາຍໃນການສູ້ຊົນ ແລະ ຊຸກຍູ້ເສດຖະກິດຂອງສອງຝ່າຍໃຫ້ມີການຂະຫຍາຍຕົວຂຶ້ນ ໃນລະດັບ 10-15% ຕໍ່ປີ. ປີ 2024 ເປັນປີທີ່ສຳຄັນ ສປປ ລາວ ເປັນປະທານໝູນວຽນ ແລະ ເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມປິ່ນອ້ອມ ພ້ອມທັງເປີດເປັນປີທ່ອງທ່ຽວລາວ. ໃນຂະນະດຽວກັນ ກໍເປັນປີທີ່ມີຄວາມໝາຍຍິ່ງໃຫຍ່ ພະນະທ່ານ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງ ພະນະທ່ານ ປະທານປະເທດ ແຫ່ງສປປ ລາວ ໃນຕົ້ນເດືອນທີ່ຜ່ານມາ ຊຶ່ງເປັນການສືບຕໍ່ຮັດແໜ້ນສາຍພົວພັນທີ່ເປັນມູນເຊື້ອມາຍາວນານ ເປັນໜຶ່ງດຽວໃນໂລກ ລະຫວ່າງ ລາວ-ຫວຽດນາມ.

24

ທ່ານກ່າວວ່າ: ໃນ 6 ເດືອນຕົ້ນປີ 2024 ມູນຄ່າການຄ້າລະຫວ່າງ ລາວ – ຫວຽດນາມ ບັນລຸໄດ້ 928 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 11% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ  ໃນນັ້ນການສົ່ງອອກຂອງ ລາວບັນລຸໄດ້ 639 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ12,8% ສິນຄ້ານຳເຂົ້າສ່ວນໃຫຍ່ແມ່ນ ຝຸ່ນ (ປຸຍ), ນ້ຳຕານ, ເຄື່ອງດື່ມ, ຢາງ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍຢາງ, ແຮ່ ແລະ ຂີ້ໂລຫະ. ສ່ວນການນຳເຂົ້າບັນລຸໄດ້ 289 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 7,4%  ສິນຄ້ານຳເຂົ້າອັນດັບ 1 ເຊື້ອໄຟທີ່ໄດ້ຈາກແຮ່, ປາລາສະຕິກ, ເຄື່ອງປະຕິສັງຄອນນິວເຄຣຍ, ເຄື່ອງຈັກໄຟຟ້າ ແລະ ອຸປະກອນໄຟຟ້າ, ພາຫະນະທາງບົກ ເຊິ່ງໂດຍລວມເຫັນວ່າມີທ່າອ່ຽງເພີ່ມຂຶ້ນ  ແລະ ສາມາດບັນລຸຕາມຄາດໝາຍ.

1212

ທ່ານກ່າວຕື່ມວ່າ: ງານວາງສະແດງສິນຄ້າລາວ – ຫວຽດນາມ ຄັ້ງທີ 14 ພາຍໃນງານມີການນຳສິນຄ້າທັງສອງປະເທດເຂົ້າຮ່ວມວາງສະແດງ ແລະ ຈຳໜ່າຍຢ່າງຫຼວງຫຼາຍໂດຍມີ ບໍລິສັດຫວຽດນາມ 60 ບໍລິສັດ ຈຳນວນ 120 ຫ້ອງວາງສະແດງ ແລະ ບໍລິສັດລາວ 37 ບໍລິສັດ ຈຳນວນ 65 ຫ້ອງວາງສະແດງ ເຊິ່ງປະເພດສິນຄ້າປະກອບມີ: ສິນຄ້າກະສິກຳປຸງແຕ່ງ, ເຄື່ອງຫັດຖະກຳແຜ່ນແພ, ອາຫານ ແລະ ເຄື່ອງດື່ມ, ເຄື່ອງເຟີນີເຈີ ສິນຄ້າໂອດ໊ອບ, ເຄື່ອງໃຊ້ໄຟຟ້າ, ຜະລິດຕະພັນການຢາ, ເຄື່ອງອຸປະໂພກ ແລະ ບໍລິໂພກ ແລະ ສິນຄ້າອື່ນໆ ເຊິ່ງງານຈະຈັດໄປຈົນເຖິງວັນທີ 29 ກໍລະກົດ 2024.

ຂ່າວ-ພາບ: ໄພວັນ

About -