ຕ້ອນຮັບ ປະທານສະພາພັດທະນາການຄ້າ ຮົງກົງ ທີ່ໄດ້ເດີນທາງມາເຄື່ອນໄຫວທາງ ລັດຖະການ ທີ່ ສປປ ລາວ
By Miss Phetpakai SISOMBOUN On 30 Jul, 2024 At 05:55 PM | Categorized As ຂ່າວ, ຂ່າວສຳຄັນ | With 0 Comments

 

IMG_0252

ໃນຕອນເຊົ້າ ຂອງວັນທີ 29 ກໍລະກົດ 2024 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບທ່ານ ດຣ ປີ​ເຕີ ​ເຄ ​ເນ ລໍາ, ປະທານສະພາພັດທະນາການຄ້າ ຮົງກົງ ທີ່ໄດ້ເດີນທາງມາເຄື່ອນໄຫວທາງ ລັດຖະການ ທີ່ ສປປ ລາວ ຖືວ່າເປັນຄັ້ງທໍາອິດຂອງຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ກະຊວງ ອຄ. ເປັນກຽດຕ້ອນຮັບໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ ເຊິ່ງຕາງໜ້າຈາກບັນດາກົມ, ຫ້ອງການ, ສຳນັກງານ ຈນກ ແລະ ສະຖາບັນ ກໍ່ເຂົ້າຮ່ວມ.

ຈຸດ​ປະ​ສົງການ​ມາ​ພົບ​ປະໃນຄັ້ງນີ້: ​1, ເພື່ອສຶກສາ ​ແລະ ຮຽນ​ຮູ້​ການ​ພັດທະນາ​ອຸດສາຫະກໍາ​ຂອງ​ລາວ ​ແລະ ​ຊອກ​ຫາ​ໂອກາດ​ໃນ​​ສົ່ງ​ເສີມ​ວຽກ​ງານ​ການ​ຄ້າ​ຂອງສອງ​ຝ່າຍ. 2, ​ເພື່ອ​​​ໂຄສະນາ ​ແລະ ສົ່ງ​ເສີມ​ຂໍ້​ໄດ້​ປຽບ​ທີ່​ເປັນ​ເອກະລັກ​ຂອງ ຮົງ​ກົງ ໃນການ​​ເຊື່ອມ​ຕໍ່​ເສດຖະກິດ GBA (ກວາງຕຸ​ງ-ຮົງ​ກົງ-​ມາ​ເກົາ) ແລະ ໜຶ່ງແລວທາງໜຶ່ງເສັ້ນທາງ.

IMG_0274

ການ​ຮ່ວມ​ມື ໃນ​ໄລ​ຍະ​ຜ່ານ​ມາກົມ​ສົ່ງ​ເສີມ​ການ​ຄ້າ ​ແລະ ຫັດຖະ​ກໍາ ​​ແລະ ສະພາ​ພັດທະນາ​ການ​ຄ້າ​ຮົງ​ກົງ ​ໄດ້​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ ​ໃນ​ປີ 2016.

ສະພາບ​ລວມ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ການ​ຄ້າ ຂອງ​ລາວ:

-     ການຮ່ວມ​ມື ລາວ-​ຮົງ​ກົງ: ຮົງກົງ ​ເປັນ​ປະ​ເທດ​ຄູ່​ຄ້າ​ອັນ​ດັບ 12 ເຊິ່ງ​ໃນ​ປີ 2023 ມູນຄ່າລວມການຄ້າສອງຝ່າຍແມ່ນ 101,010,161 ໂດລາສະຫະລັດ, ໃນນັ້ນ ສປປ ລາວ ນຳເຂົ້າ ແມ່ນ 18,046,478 ໂດລາສະຫະລັດ, ສປປ ລາວ ສົ່ງອອກ ແມ່ນ 82,963,683 ໂດລາສະຫະລັດ. ລາຍການສິນຄ້າສົ່ງອອກໄປ ຮົງກົງ: ສ່ວນໃຫ່ຍແມ່ນ ຄຳປະສົມ, ຄຳແທ່ງ, ເຄື່ອງມື ແລະ ອຸປະກອນທັດສະນະສາດ, ຢາສູບ, ເຄື່ອງນຸ່ງຫົ່ມ, ສີ້້ນສ່ວນໂທລະສັບ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ເກີບ ແລະ ອື່ນໆ. ລາຍການສິນຄ້າ ນຳເຂົ້າ ຈາກ ຮົງກົງ: ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ, ອຸປະກອນກົນຈັກ, ຜະລິດຕະພັນການຢາ, ຝ້າຍແລະຜະລິດຕະພັນຈາກຝ້າຍ, ເຄື່ອງທີ່ເຮັດດ້ວຍແຜ, ເຄື່ອງທີີ່ເຮັດດ້ວຍປາດສຕິກ ແລະ ສິນຄ້າອື່ນໆ.

-     ການ​ເປັນ​ເຈົ້າພາບ​ໃນ​ການ​ຈັດ​ກອງ​ປະຊຸມ​ອາ​ຊຽນ ຂອງ ສປປ ລາວ:

-     ທິດ​ທາງ​ການ​ພັດທະນາ​ຂະ​ແໜງ​ອຸດສາຫະກໍາ ​ແລະ ການ​ຄ້າ ຂອງ ລາວ:

-     ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ລະຫວ່າງ ກົມ​ສົ່ງ​ເສີມ​ການ​ຄ້າ ​ແລະ ຫັດຖະ​ກໍາ ​ແລະ ສະພາ​ພັດທະນາ​ການ​ຄ້າ​ຮົງ​ກົງ: ໃນເດືອນ ເມສາ 2016, ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ແລະ ສະພາພັດທະນາການຄ້າຮົງກົງ (HKTDC) ​ໄດ້​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ ​ໂດຍມີ​ຈຸດປະສົງ ​​ແນ​ໃສ່ການສົ່ງເສີມທຸລະກິດ ລາວ ​ແລະ ຮົງ​ກົງ, ​ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ MOU ສະບັບ​ດັ່ງກ່າວ ​ແມ່ນ​ຍັງ​ບໍ່​ທັນ​​ໄດ້​ມີ​ກິ​ດຈະ​ກໍາ​ອັນ​ພົ້ນ​ເດັ່ນ​ຮ່ວມ​ກັນ​ເທົ່າ​ທີ່​ຄວນ.

IMG_0276   IMG_0278

ແຜນການຮ່ວມມື ແລະ  ຜັນຂະຫຍາຍ ໃນຕໍ່ໜ້າ

-       ນໍາສະເໜີ ​ຂໍ້​ໄດ້​ປຽບ​ທີ່​ເປັນ​ເອກະລັກ​ຂອງຮົງ​ກົງ ໃນການພັດທະນາເຂດຮົງກົງ ໃຫ້ກາຍເປັນຈຸດ​​ເຊື່ອມ​ຕໍ່​ເສດຖະ ກິດ GBA ເຂດອ່າວໃຫຍ່ (ກວາງຕຸ​ງ-ຮົງ​ກົງ-​ມາ​ເກົາ), ປະກອບດ້ວຍ 09 ເມືອງ ແລະ 02 ເຂດປົກຄອງພິເສດໃນພາກໃຕ້ຂອງຈີນ.

-       ສະເໜີ ຜັນຂະຫຍາຍເນື້ອໃນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກົມສົ່ງເສີມການຄ້າ ​ແລະ ຫັດຖະ​ກໍາ ​ແລະ ສະພາ​ພັດທະນາ​ກາ​ນຄ້າ​ຮົງ​ກົງ ​ໃຫ້​ກາຍ​ເປັນ​​ແຜນ​ງານ ​ແລະ ​ໂຄງການ​ທີ່​ເປັນ​ປະ​ໂຫຍ​ດກັບ​ທັງ​ສອງ​ຝ່າຍ.​

-      ສະເໜີສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານອຸດສາຫະກໍາ ແລະ ການຄ້າ ໂດຍສະເພາະ ຊຸກຍູ້ສົ່ງເສີມໃຫ້ພາກທຸລະກິດຮົງ​ກົງ ເຂົ້າມາລົງທຶນ ໃນ ສປປ ລາວ ໃຫ້ຫຼາຍຂຶ້ນ.

-      ສະເໜີ ຮົງກົງ ຊ່ວຍຄົ້ນຄ້ວາໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ກໍ່ຄືການພັດທະນາ ດ້ານອຸດສາຫະກໍາປຸງແຕ່ງ, ສົ່ງ​ເສີມ​ການ​ຄ້າ, ວຽກ​ງານ ອີ​ຄອມ​ເມີດ, ການຄ້າ ແລະ ວຽກງານຊັບສິນທາງປັນຍາ ​​ເປັນ​ຕົ້ນ.

-      ສະເໜີ ການຮ່ວມມືທາງດ້ານວິຊາການຕ່າງໆ, ການພົບປະສອງຝ່າຍ ແລະ ການເຊື້ອເຊີນເຂົ້າຮ່ວມວຽກງານກິດຈະກໍາທີ່ກ່ຽວຂ້ອງ ລະຫວ່າງ ສອງຝ່າຍ ລາວ-​ຮົງ​ກົງ.

ຂ່າວ-ພາບ: ເພັດປະກາຍ ສີສົມບູນ