ກອງປະຊຸມເຈົ້າໜ້າທີ່ສະເພາະກິດລະດັບສູງ ເພື່ອການເຊື່ອມໂຍງເສດຖະກິດອາຊຽນ (HLTF-EI) ຄັ້ງທີ 46
By Miss Phetpakai SISOMBOUN On 14 Aug, 2024 At 11:49 AM | Categorized As ຂ່າວ, ຂ່າວສຳຄັນ | With 0 Comments

 

WhatsApp Image 2024-08-14 at 10.07.52 (2)

​ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ສະເພາະກິດລະດັບສູງ ເພື່ອອການເຊື່ອມໂຍງເສດຖະກິດອາຊຽນ (HLTF-EI) ຄັ້ງທີ 46 ໃນວັນທີ 14 ສິງ ຫາ 2024, ທີ່ ນະຄອນຫລວງວຽງຈັນ,  ໂດຍການເປັນປະທານຂອງ ທ່ານ ປອ. ມະ ໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນຫົວໜ້າເຈົ້າໜ້າທີ່ສະເພາະກິດລະດັບສູງ ເພື່ອການເຊື່ອມໂຍງເສດຖະກິດອາຊຽນ ຂອງ ສປປ ລາວ. ກອງປະຊຸມຄັ້ງນີ້ ມີບັນດາເຈົ້າໜ້າທີ່ສະເພາະກິດລະດັບສູງ ເພື່ອການເຊື່ອມໂຍງເສດຖະກິດອາຊຽນ, ຕິມໍແລັດສເຕ (ໃນຖານະປະເທດສັງເກດການ), ທ່ານຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ.

ຈຸດປະສົງ ຂອງກອງປະຊຸມແມ່ນ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນ ເພື່ອມີຂໍ້ສະເໜີແນະດ້ານນະໂຍບາຍການເຊື່ອມໂຍງເສດຖະກິດອາຊຽນ ເພື່ອເປັນການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດອາ ຊຽນ ຄັ້ງທີ 56 (AEM) ທີ່ ສປປ ລາວ ຈະໄດ້ເປັນປະທານ ແລະ ເປັນເຈົ້າພາບຈັດກອງປະຊຸມ ໃນກາງເດືອນ ກັນຍາ 2024.

 

WhatsApp Image 2024-08-14 at 10.07.51

 

​ກອງປະຊຸມຈະໄດ້ຮັບຊາບຄວາມຄືບໜ້າກ່ຽວກັບ ການການຈັດຕັ້ງປະຕິບັດແຜນວຽກບູລິມະສິດດ້ານເສດຖະກິດອາ ຊຽນ (PEDs) ພາຍໃຕ້ການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024. ເຊິ່ງກວມເອົາ 3 ກຸ່ມຍຸດທະສາດຄື: 1) ການເຊື່ອມໂຍງ ແລະ ເຊື່ອມຈອດດ້ານເສດຖະກິດ, 2) ການສ້າງອະນາຄົດແບບຍືນຍົງ ແລະ ທຸກພາກສ່ວນມີສ່ວນຮ່ວມ ແລະ 3) ການຫັນປ່ຽນເພື່ອກ້າວໄປສູ່ດິຈິຕອນໃນອະນາຄົດ, ຊຶ່ງໃນນັ້ນ ປະກອບມີ 14 ຫົວຂໍ້ແຜນວຽກບູລິມະສິດ ທີ່ຢູພາຍໃຕ້ການຊີ້ກໍາຂອງລັດທະມົນຕີເສດຖະກິດອາຊຽນ. ພ້ອມນັ້ນ, ກອງປະຊຸມຈະໄດ້ປຶກສາຫາລືຮ່າງບົດ ລາຍງານ ກ່ຽວກັບບົດສຶກສາບັນຫາທີ່ເກີດຂຶ້ນໃໝ່ໃນຂອບການຮ່ວມມືລະຫວ່າງອາຊຽນ +1 FTAs. ພ້ອມດຽວກັນ ນັ້ນກອງປະຊຸມຈະໄດ້ພິຈາລະນາ ແລະ ປຶກສາຫາລື ເອກະສານອ້າງອີງ (TOR) ສໍາລັບການສ້າງຕັ້ງ ຫນ່ວຍງານຂອງລັດ ຖະບານ ສໍາລັບຍຸດທະສາດກ່ຽວກັບຄວາມເປັນກາງດ້ານຄາບອນອາຊຽນ. ກອງປະຊຸມ HLTF-EI ຄັ້ງນີ້ຈະໄດ້ຫາລື ກັນຕື່ມກ່ຽວກັບການຈັດ ຕັ້ງປະຕິບັດຍຸດທະສາດຄວາມເປັນກາງດ້ານຄາບອນອາຊຽນ.

ກອງປະຊຸມຈະໄດ້ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດຂໍ້ລິເລີ່ມດ້ານການຈັດຕັ້ງປະຕິບັດລະບຽບການທີ່ດີ ຕິດພັນກັບລົດໄຟຟ້າ ແລະ ອຸດສາຫະກຳແບດຕາລີ້ ແລະ ໃຫ້ທິດຊີ້ນໍາກ່ຽວກັບບັນຫາດັ່ງກ່າວ. ກອງ ປະຊຸມຈະໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການພັດທະນາແຜນຍຸດທະສາດ ປະຊາຄົມເສດຖະກິດອາຊຽນ  ປີ 2026-2030, ພ້ອມທັງຮັບຟັງການລາຍງານຄວາມຄືບໜ້າການເຮັດສຶກສາແຜນປະຊາຄົມເສດຖະກິດອາຊຽນ ແລະ ເອກະສານອ້າງອີງ TOR ຂອງໜ່ວຍງານດ້ານວິຊາການ ຫລັງປີ 2025. HLTF-EI ຈະໄດ້ຮັບຟັງການລາຍງານຄວາມ ຄືບໜ້າ ການທົບທວນຄືນທ້າຍສະໃໝຂອງ ແຜນແມ່ບົດປະຊາຄົມເສດຖະກິດອາຊຽນປີ 2025, ພ້ອມທັງຮັບຟັງການ ລາຍງານການກະກຽມເປັນປະທານອາຊຽນຂອງປະເທດ ມາເລເຊຍໃນປີ 2025.

 

WhatsApp Image 2024-08-14 at 10.07.52

 

ນອກຈາກນັ້ນ, ກອງປະຊຸມຍັງໄດ້ປຶສາຫາລືບັນຫາອື່ນໆ ທີ່ຕິດພັນໃນຂົງເຂດເສດຖະກິດອາຊຽນ ເຊັ່ນ: ເສດຖະກິດສີຟ້າ ຊຶ່ງກອງປະຊຸມຈະໄດ້ຮັບຟັງການລາຍງານຄວາມຄືບໜ້າກ່ຽວກັບ ການຈັດຕັ້ງປະຕິບັດຂອບວຽກກ່ຽວກັບເສດຖະກິດສີຟ້າ, ລວມທັງ ກອງປະຊຸມໜ່ວຍງານປະສານງານສະເພາະກິດກ່ຽວກັບເສດຖະກິດສີຟ້າຄັ້ງທີໜຶ່ງ ແລະ ກອງປະຊຸມເສດຖະກິດສີຟ້າອາຊຽນຄັ້ງທີສອງ. ນອກນັ້ນ ກອງປະຊຸມຍັງໄດ້ປຶກສາຫາລື ແລະ ຕິດຕາມຖະແຫລງການ ແຜນຍຸດທະ ສາດຂອງການນໍາລະດັບສູງອາຊຽນ ຊຶ່ງເປັນສູນກາງຂອງການຂະຫຍາຍຕົວ, ແລະຈະສຸມໃສ່ ການຫລຸດຣອຍຕໍ່ຂອງ ການເຊື່ອມຈອດ ເພື່ອສົ່ງເສີມການແລກປ່ຽນສະຫວ່າງ ຄົນກັບຄົນ, ການຄ້າ, ແລະ ການລົງທຶນໃນພາກພື້ນ ຊຶ່ງເປັນພາກ ສ່ວນໜຶ່ງຂອງວາລະການເຊື່ອມຈອດອາຊຽນຫລັງປີ 2025.

ວາລະສຸດທ້າຍ, ກອງປະຊຸມຈະໄດ້ປຶກສາຫາລືກ່ຽວກັບການກະກຽມຈັດກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 16-17 ເດືອນ ກັນຍາ ປີ 2024.

 

 ພາບ: ໄພວັນ ໂຄດວັນທາ

ຂ່າວ: ເພັດປະກາຍ ສີສົມບູນ