ລັດຖະມົນຕີເສດຖະກິດອາຊຽນ ຫາລືແຜນການພັດທະນາແບບຍືນຍົງຂອງອາຊຽນ ແລະ ການຮ່ວມມືດ້ານເສດຖະກິດກັບພາຍນອກ
By ໄພວັນ On 17 Sep, 2024 At 04:41 PM | Categorized As ຂ່າວສຳຄັນ | With 0 Comments

3 ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 17 ກັນຍາ 2024, ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແຫ່ງ ສປປ ລາວ, ທັງເປັນປະທານລັດຖະມົນຕີເສດຖະກິດອາຊຽນ ປີ 2024, ມີທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ບັນດາລັດຖະມົນຕີເສດຖະກິດອາຊຽນ,  ລັດຖະມົນຕີການຄ້າ ແລະ ອຸດສາຫະກໍາ ຕິມໍເລສເຕ, ບັນດາທ່ານຫົວໜ້າຄະນະຜູ້ແທນຂອງປະເທດສະມາຊິກອາຊຽນເຂົ້າຮ່ວມ.

ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວໃນກອງປະຊຸມຄັ້ງນີ້ວ່າ: ຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລືລົງເລິກ ໃນຫຼາຍປະເດັນ, ເພື່ອແນໃສ່ເຮັດໃຫ້ພາກພື້ນອາຊຽນ ກາຍເປັນພາກພື້ນທີ່ດຶງດູດ ການລົງທຶນຂອງຕ່າງປະເທດ ແລະ ພ້ອມທີ່ຈະຮັບມືກັບສະພາບການຜັນແປ ໃນປັດຈຸບັນ, ພ້ອມທັງຈະໄດ້ລົງເລິກປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດບັນດາແຜນວຽກບູລິມະສິດ ສໍາລັບປີ 2024, ຄວາມຄືບໜ້າຂອງການສ້າງປະຊາຄົມເສດຖະກິດອາຊຽນ 2025 ແລະ ວິໄສທັດຮອດປີ 2045, ແຜນການພັດທະນາແບບຍືນຍົງຂອງອາຊຽນ ແລະ ການຮ່ວມມືດ້ານເສດຖະກິດກັບພາຍນອກ.

2

ຊຶ່ງກອງປະຊຸມໃນຄັ້ງນີ້ ຈັດຂຶ້ນໃນທ່າມກາງທີ່ສະພາບການຂອງໂລກ ແລະ ພາກພື້ນກໍາລັງຜັນແປໄປຢ່າງສະຫຼັບຊັບຊ້ອນ ໂດຍສະເພາະ ສະພາບເສດຖະກິດ ແລະ ການເງິນ ຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ປະເຊີນກັບຄວາມບໍ່ໝັ້ນທ່ຽງ ທີ່ໄດ້ຮັບຜົນກະທົບຈາກ ການແຜ່ລະບາດຂອງພະຍາດໂຄວິດ-19, ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ຄວາມຂັດແຍ່ງທາງດ້ານພູມສາດການເມືອງ ໃນພາກພື້ນ ແລະ ສາກົນ ຊຶ່ງຮຽກຮ້ອງໃຫ້ພວກເຮົາຕ້ອງເພີ່ມທະວີຄວາມສາມັກຄີເປັນໜຶ່ງດຽວ ແລະ ຮ່ວມມືກັນຢ່າງສະໜິດແໜ້ນ ເພື່ອຊອກຫາມາດຕະການທີ່ເໝາະສົມ ໃນການແກ້ໄຂບັນດາສິ່ງທ້າທາຍເຫຼົ່ານັ້ນ ແລະ ພ້ອມກັນປະຕິບັດຄໍາຂວັນຂອງອາຊຽນສໍາລັບປີ 2024 ຄື: ອາຊຽນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ.

4

ທ່ານ ມະໄລທອງ ກົມມະສິດ ກ່າວຕື່ມອີກວ່າ: ບັນດາເຫດການທີ່ກ່າວມານັ້ນ ໄດ້ສ້າງໂອກາດ ແລະ ສິ່ງທ້າທາຍ ຕໍ່ກັບພາກພື້ນອາຊຽນຂອງພວກເຮົາ ຊຶ່ງສະແດງອອກຕົວເລກການຂະຫຍາຍຕົວທາງດ້ານເສດຖະກິດ ຂອງອາຊຽນ ສະເລ່ຍ ແມ່ນ 4,1% ໃນປີ 2023 ແລະ ຄາດວ່າ ຈະເພີ່ມຂຶ້ນເປັນ 4,6% ໃນປີ 2024. ການລົງທຶນໃນອາຊຽນ ໄດ້ເພີ່ມຂຶ້ນ 0,3% ຈາກ 229 ຕື້ໂດລາ ໃນປີ 2022 ມາເປັນ 230 ຕື້ໂດລາ ໃນປີ 2023. ມູນຄ່າການຄ້າດ້ານສິນຄ້າຂອງອາຊຽນ ໄດ້ຫຼຸດລົງ 1,2% ຈາກ 3.846 ຕື້ໂດລາ ໃນ ປີ 2022 ມາເປັນ 3.525 ຕື້ໂດລາ ໃນປີ 2023 ແລະ ຄາດວ່າ ຈະເພີ່ມຂຶ້ນມາເປັນ 3.617 ຕື້ໂດລາ ໃນປີ 2024.

ຂ່າວ-ພາບ: ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

About -