ຄະນະຜູ້ແທນຂັ້ນສູງ ສປປ ລາວ ເຂົ້າຮ່ວມງານວາງສະແດງສິນຄ້າອາຊຽນ-ຈີນ ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນອາຊຽນ-ຈີນ ຄັ້ງທີ 21
By ໄພວັນ On 2 Oct, 2024 At 06:03 PM | Categorized As ຂ່າວສຳຄັນ | With 0 Comments

2

ໃນຕອນເຊົ້າຂອງວັນທີ 24 ກັນຍາ 2024, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ເດີນທາງຕິດຕາມຄະນະຜູ້ແທນຂັ້ນສູງ ສປປ ລາວ ນຳໂດຍ ທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ພ້ອມດ້ວຍ ບັນດາທ່ານຮອງລັດຖະມົນຕີຈາກກະຊວງກ່ຽວຂ້ອງ, ບັນດາຫົວໜ່ວຍທຸລະກິດລາວ ເຂົ້າຮ່ວມງານວາງສະແດງສິນຄ້າ ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນ ອາຊຽນ-ຈີນ ຄັ້ງທີ 21 ທີ່ນະຄອນໜານໜິງ, ເຂດປົກຄອງຕົນເອງເຜົ່າຈ້ວງ, ກວາງຊີ, ສປ ຈີນ. ງານດັ່ງກ່າວກຳນົດຈັດຂື້ນ ໃນເດືອນກັນຍາຂອງແຕ່ລະປີ ເຊິ່ງກະຊວງອຸດສາຫະກຳ ແລະ ການຄ້າ ເປັນເຈົ້າການໃນການກະກຽມ ຫ້ອງວາງສະແດງແຫ່ງຊາດ ກໍຄືການນຳສະເໜີແບບຈຳລອງເມືອງແຫ່ງສະເນ່ ເພື່ອໂຄສະນາເຜີຍແຜ່ເອກະລັກໂດດເດັ່ນ, ທ່າແຮງດ້ານການຄ້າ, ການລົງທຶນຂອງ ສປປ ລາວ ແລະ ໃນປີນີ້ ແມ່ນແຂວງຫົວພັນ ໄດ້ຖືກຄັດເລືອກເປັນຕົວແທນ ເປັນເມືອງແຫ່ງສະເນ່. ພ້ອມດຽວກັນ ໄດ້ກະກຽມຫ້ອງວາງສະແດງສິນຄ້າ ໃຫ້ແກ່ພາກທຸລະກິດ ປີນີ້ ມີ 55 ຫົວໜ່ວຍເຂົ້າຮ່ວມວາງສະແດງສິນຄ້າທ່າແຮງຂອງລາວ ໃນຫ້ອງວາງສະແດງສິນຄ້າ ຈຳນວນ 78 ຫ້ອງ. ເພື່ອສົ່ງເສີມ ແລະ ໂຄສະນາສິນຄ້າລາວ, ຍາດແຍ່ງການຮ່ວມມືການຄ້າ ແລະ ການລົງທຶນ ລະຫວ່າງ ບັນດາປະເທດອາຊຽນ ແລະ ສປ ຈີນ.

ພາຍຫລັງສຳເລັດເຂົ້າຮ່ວມງານວາງສະແດງສິນຄ້າ ແລະ ກອງປະຊຸມຂ້າງເທິງ, ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ກໍໄດ້ພົບປະກັບຮອງປະທານສະພາສົ່ງເສີມການຄ້າສາກົນ ສປ ຈີນ ເພື່ອແລກປ່ຽນບົດຮຽນໃນການບໍລິຫານ, ຊຸກຍູ້ ແລະ ດຶງດູດນັກທຸລະກິດ ໂດຍສະເພາະການຮ່ວມມືລະຫວ່າງ ສະພາການຄ້າຈີນ ແລະ ຕ່າງປະເທດ.

1

ການເຄື່ອນໄຫວວຽກງານຕ່າງປະເທດຄັ້ງນີ້, ທ່ານ ລັດຖະມົນຕີ ກໍໄດ້ຮ່ວມກັບທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ແລະ ຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ ພ້ອມຄະນະ ສືບຕໍ່ເດີນທາງພົບປະສອງຝ່າຍກັບ ທ່ານ ຫລີ ປີ່ງຈຸນ, ເຈົ້າແຂວງກຸ້ຍໂຈ ແລະ ທ່ານ ຊາວ ຈື້ສຽງ, ຮອງເຈົ້າແຂວງຫູໜານ ຢູ່ສອງແຂວງດັ່ງກ່າວ ເພື່ອຜັນຂະຫຍາຍສາຍພົວພັນຮ່ວມມືທີ່ດີຂອງສອງປະເທດ ແລະ ໄດ້ຖືໂອກາດພົບປະຄັ້ງນີ້ ເປັນການແລກປ່ຽນຂໍ້ມູນການຮ່ວມມື ລະຫວ່າງ 2 ແຂວງກັບກະຊວງ ອຄ ແລະ ກັບແຂວງຄຳມ່ວນ ໃນວຽກງານການຄ້າ ແລະ ການລົງທຶນ ແລະ ຂົງເຂດວຽກງານອື່ນໆ ບົນພື້ນຖານທ່າແຮງ ແລະ ເຈດຈຳນົງຮ່ວມມືຂອງແຕ່ລະຝ່າຍ.

6

ການຢ້ຽມຢາມ 2 ແຂວງດັ່ງກ່າວ ຍັງໄດ້ຢ້ຽມຢາມ ໂຮງງານປະກອບລົດຍົນຍີ່້ຫໍ້ WULING, BAOJUN, ແລະ GEELY, ໂຮງງານຜະລິດເຫລັກ, ເຄື່ອງມືການແພດ, ໂຮງຮຽນວິຊາຊີບ, ແລະ ກຸ່ມບໍລິສັດຂະໜາດໃຫຍ່ຂອງ 2 ແຂວງ.

ນອກນີ້, ທ່ານ ລັດຖະມົນຕີ ກະຊວງ ອຄ ຍັງໄດ້ຮ່ວມພິທີເປີດປ້າຍຫ້ອງການຜູ້ຕາງໜ້າ ສອຄຊ ປະຈຳນະຄອນຊາງຊາ ແຂວງຫູໜານ ຮ່ວມກັບປະທານ ສຄອຊ ແລະ ອຳນາດການປົກຄອງຂອງນະຄອນຊາງຊາ ພ້ອມນັກທຸລະກິດ ທີ່ແຂວງຫູໜານ, ສປ ຈີນ.

ຂ່າວ-ພາບ: ພະແນກເລຂານຸການ

About -