ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດສໍາມະນາຜ່ານຮ່າງແຜນພັດທະນາ 5 ປີ
By ໄພວັນ On 18 Mar, 2025 At 11:16 AM | Categorized As ຂ່າວສຳຄັນ | With 0 Comments

DSC_1066.jpg1

ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດສໍາມະນາຜ່ານຮ່າງແຜນພັດທະນາອຸດສາຫະກໍາ ແລະ ການຄ້າ ແລະ ຮ່າງແຜນພັດທະນາຈຸລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ 5 ປີ (2026-2030) ໃນວັນທີ 17 ມີນາ 2025, ທີ່ໂຮງແຮມຮໍລິເດດອິນ, ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ສາດສະດາຈານ Joo YoungSup  ທີ່ເປັນແຂກກິດຕິມະສັກ ຂອງທ່ານລັດຖະມົນຕີ, ມີທ່ານຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ສໍານັກງານ, ສະຖາບັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

DSC_0944.jpg1

ຈຸດປະສົງ ກອງປະຊຸມຄັ້ງນີ້ ແມ່ນເພື່ອເນັ້ນໃສ່ການປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນທາງດ້ານວິຊາການ ເພື່ອເປັນທິດທາງໃນການສືບຕໍ່ປັບປຸງແຜນພັດທະນາທັງ 2 ຮ່າງດັ່ງກ່າວ ແລະ ຄຳແນະນຳຈາກຊ່ຽວຊານຈາກ ສ ເກົາຫຼີ ທີ່ໄດ້ໃຫ້ຄຳແນະນຳ ແລະ ທິດທາງທີ່ສາມາດນຳມາໃຊ້ ເຂົ້າໃນການສືບຕໍ່ປັບປຸງແຜນພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າ ກໍ່ຄື ແຜນພັດທະນາເສດຖະກິດສັງຄົມຄັ້ງທີ 10  ເພື່ອເຮັດໃຫ້ (ຮ່າງ) ແຜນພັດທະນາອຸດສາຫະກຳ ແລະ ການຄ້າ 5 ປີ 2026-2030 ແລະ (ຮ່າງ) ແຜນພັດທະນາຈຸລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ 5 ປີ 2026-2030 ທີ່ໄດ້ມີການກໍານົດວິໄສທັດ, ທິດທາງລວມ, ຕົວເລກຄາດໝາຍສູ້ຊົນ, ເປົ້າ ໝາຍ, ຄາດໝາຍ,  ຕົວຊີ້ບອກ, ແຜນວຽກຈຸດສຸມ ແລະ ໂຄງການທີ່ຈະມີແຜນຈັດຕັ້ງປະຕິບັດໃນໄລຍະ ປີ 2026-2030 ທີ່ຕົນຮັບຜິດຊອບ.

DSC_0960.jpg1

ການກະກຽມຄົ້ນຄວ້າສ້າງແຜນພັດທະນາ 2 ຮ່າງຄັ້ງນີ້ ຖືເປັນວຽກງານບູລິມະສິດໜຶ່ງທີ່ສຳຄັນຫຼາຍ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອໃຫ້ສາມາດກໍານົດໄດ້ກ່ຽວກັບວິໄສທັດ, ເສັ້ນທາງເດີນ, ຄວາມມຸ້ງຫວັງ,​ ທິດທາງ, ເປົ້າໝາຍ ແລະ ຈຸດສຸມສໍາຄັນ ທີ່ຈະຕ້ອງການໃຫ້ບັນລຸຜົນສໍາເລັດໃນອີກ 5 ປີ ຕໍ່ໜ້າ ຕາມການມອບ    ໝາຍຂອງພັກ ແລະ ລັດຖະບານ ໃນຄວາມຮັບຜິດຊອບຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ພ້ອມທັງຮັບປະກັນໃຫ້ເຊື່ອມສານ-ເຊື່ອມຈອດກັບແຜນພັດທະນາເສດຖະກິດ – ສັງຄົມຫ່ງຊາດ 5 ປີ ຄັ້ງທີ X (2026-2030).

DSC_0954.jpg1

ກອງປະຊຸມສໍາມະນາ ໃນຄັ້ງນີ້ ໄດ້ສະເໜີຜ່ານຮ່າງແຜນພັດທະນາອຸດສາຫະກຳ ແລະ ການຄ້າ ແລະ ສະເໜີແນວຄວາມຄິດໃນການສ້າງແຜນພັດທະນາອຸດສາຫະກໍາ ແລະ ການຄ້າ 5 ປີ 2026-2030 ທີ່ຊ່ຽວຊານ ADB ຄົ້ນຄວ້ານຳສະເໜີ ຈາກທ່ານ ປອ ບົວວັນ ວິລະວົງ, ຫົວໜ້າຫ້ອງການກະຊວງ. ພ້ອມກັນນັ້ນ, ກໍ່ຈະໄດ້ຮັບຟັງການນຳສະເໜີ ຜ່ານ (ຮ່າງ) ແຜນພັດທະນາຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ 5 ປີ 2026-2030 ຈາກຫົວໜ້າພະແນກ ສຳນັກງານສົ່ງເສີມ ຈນກ ແລະ ຮັບຟັງຄຳແນະນຳ ຈາກ ຊ່ຽວຊານ ທີ່ເປັນແຂກກິດຕິມະສັກ ແລະ ທີ່ປືກສາພິເສດຂອງທ່ານລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍແມ່ນທ່ານ ສາດສະດາຈານ Joo YoungSup ແລະ ທ່ານ ປອ Lee Jeong Hyop.

DSC_0963.jpg4

ສະແດງຄວາມຂອບໃຈມາຍັງ ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ທີ່ສະໜັບສະໜູນຊ່ວຍເຫຼືອ ຈຶ່ງເຮັດໃຫ້ກອງປະຊຸມຄັ້ງນີ້ເກີດຂຶ້ນ ແລະ ADB ທີ່ສະໜັບສະໜູນດ້ານຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນການສືບຕໍ່ສ້າງແຜນພັດທະນາ ອຸດສາຫະກໍາ ແລະ ການຄ້າ ແລະ  ຂໍຂອບໃຈ ກອງເລຂາ, ທີມງານທັງໝົດ ຂອງຫ້ອງການກະຊວງ ໃນນາມເປັນຈຸດປະສານງານການສ້າງແຜນພັດທະນາ 5 ປີ ແລະ ສຳນັກງານສົ່ງເສີມ ຈນກ ທີ່ໄດ້ຂົນຂວາຍທຶນຊ່ວຍເຫຼືອ, ສຳລັບຄວາມພະຍາຍາມໃນການປະສານງານ ແລະ ຈັດຕັ້ງປະຕິບັດວຽກງານທີ່ຕິດພັນກັບການສ້າງແຜນ ອັນໄດ້ເຮັດໃຫ້ມີຜົນສຳເລັດຢ່າງຫຼວງຫຼາຍ.

ຂ່າວ-ພາບ: ໄພວັນ

About -