ສໍາເລັດການເຜີຍແຜ່ການແບ່ງຂັ້ນຄຸ້ມຄອງວຽກງານຊັບສິນທາງປັນຍາ ແລະ ຝຶກອົບຮົມການຮັບຄໍາຮ້ອງຂໍຈົດທະບຽນ
By ໄພວັນ On 19 Mar, 2025 At 11:06 AM | Categorized As ຂ່າວສຳຄັນ | With 0 Comments

4

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ການແບ່ງຂັ້ນການຄຸ້ມຄອງວຽກງານຊັບສິນທາງປັນຍາ ແລະ ຝຶກອົບຮົມໃນການຮັບຄໍາຮ້ອງຂໍຈົດທະບຽນແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ ໃຫ້ແກ່ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຜົ້ງສາລີ ໃນລະຫວ່າງວັນທີ 22-25 ກຸມພາ 2025 ຢູ່ຫ້ອງປະຊຸມຂອງຫ້ອງວ່າການແຂວງຜົ້ງສາລີ ໂດຍການເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ວິສອນ ລາວເມົາ, ຮອງເຈົ້າແຂວງຜົ້ງສາລີ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ. ເຂົ້າຮ່ວມໃນກອງປະຊຸມມີ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ທ່ານ ທະນູຄຳ ປິດຈະວົງ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຜົ້ງສາລີ ພ້ອມດ້ວຍຄະນະພະແນກ ອຄ ແຂວງ, ຄະນະວິຊາການຈາກສູນກາງ, ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ, ຕາງໜ້າຈາກຫ້ອງການ ອຄ ເມືອງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ.

6

ໃນໂອກາດເປີດກອງປະຊຸມ, ທ່ານ ນາງ ຈັນສຸກ ແສງພະຈັນ ໄດ້ກ່າວວ່າ: ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຕໍ່ການສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່ ກໍຄື ການສ້າງເສດຖະກິດ ແຫ່ງຊາດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ຍົກສູງຄວາມອາດສາມາດໃນການແຂ່ງຂັນທາງດ້ານຊັບສິນທາງປັນຍາ ຊຶ່ງເປັນເຄື່ອງມືສຳຄັນໃນການກະຕຸກຊຸກຍູ້ ແລະ ຂັບເຄື່ອນເສດຖະກິດແຫ່ງຊາດ. ການສ້າງຄວາມອາດສາມາດ ແລະ ຄວາມຊໍານິຊໍານານທາງດ້ານວິຊາການແກ່ຂະແໜງການໃນທ້ອງຖິ່ນ, ສົ່ງເສີມຜູ້ປະກອບການ ແລະ ສັງຄົມ ມີຄວາມຈຳເປັນຢ່າງຍິ່ງ. ໂດຍສະເພາະ ແມ່ນການສ້າງຄວາມເຂົ້າໃຈ ແລະ ຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ, ຜູ້ປະກອບການຂະໜາດນ້ອຍ ແລະ ກາງ ແລະ ນັກທຸລະກິດໃຫ້ເຫັນໄດ້ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ.

ທ່ານ ຮອງລັດຖະມົນຕີ ຍັງໄດ້ກ່າວຕື່ມວ່າ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຖືເອົາວຽກງານການແບ່ງຂັ້ນຄຸ້ມຄອງລະຫວ່າງກົມຊັບສິນທາງປັນຍາ ແລະ ບັນດາພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດເປັນໜຶ່ງໃນວຽກງານບູລິມະສິດຂອງກົມ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນ. ໂດຍໄດ້ຜັນຂະຫຍາຍດໍາລັດເລກທີ 275/ນຍ, ລົງວັນທີ 1 ກັນຍາ 2023 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 34/ນຍ, ລົງວັນທີ 23 ສິງຫາ 2016 ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ.

3

ປັດຈຸບັນ, ວຽກງານຊັບສິນທາງປັນຍາໃນ ສປປ ລາວ ມີທ່າອ່ຽງຂະຫຍາຍຕົວຢ່າງຫຼວງຫຼາຍ ໂດຍມີການຍື່ນຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າຫຼາຍກວ່າ 60,000 ເຄື່ອງໝາຍ, ແບບອຸດສາຫະກໍາຫຼາຍກວ່າ 630 ສະບັບ, ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດຫຼາຍກວ່າ 800 ສະບັບ ແລະ ການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານຫຼາຍກວ່າ 160 ກໍລະນີ. ສະເພາະແຂວງຜົ້ງສາລີ ມີການຍື່ນຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າຈຳນວນ 43 ເຄື່ອງໝາຍ.

ທ່ານຮອງລັດຖະມົນຕີ ຍັງໄດ້ເນັ້ນໜັກວ່າ ການສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນຂັ້ນທ້ອງຖິ່ນ ໃຫ້ມີຄວາມຮູ້ຄວາມສາມາດ, ມີປະສົບການ, ມີຄວາມຊໍານິຊໍານານທາງດ້ານວິຊາການ ສາມາດນຳໃຊ້ລະບົບທີ່ທັນສະໄໝເຂົ້າໃນການຄຸ້ມຄອງຊັບສິນທາງປັນຍາ ແລະ ການໃຫ້ບໍລິການຊັບສິນທາງປັນຍາແກ່ສັງຄົມ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດຢູ່ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ເປັນແຂວງຕົວແບບທໍາອິດ ແລະ ໄດ້ຂະຫຍາຍໄປຫຼາຍແຂວງ ເຊິ່ງແຂວງຜົ້ງສາລີແມ່ນແຂວງທີ 13 ທີ່ໄດ້ຈັດການຝຶກອົບຮົມດັ່ງກ່າວ.

ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

About -