ເພື່ອປະຕິບັດຕາມທິດຊີ້ນໍາ ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການການກະກຽມ ແລະ ສະເຫຼີມສະຫຼອງ 3 ວັນປະຫວັດສາດ, ໃນຕອນບ່າຍ ຂອງວັນທີ 21 ມີນາ 2025, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຕັ້ງພິທີ ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ Xl ພາຍໃຕ້ການເປັນ ປະທານ ຂອງ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຊຶ່ງມີ: ບັນດາ ສະຫາຍ ຄະນະປະຈໍາພັກ-ຄະນະນໍາກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍ ແລະ ສະມາຊິກພັກ-ພະນັກງານ ທົ່ວອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 179 ສະຫາຍ, ຍິງ 80 ສະຫາຍ.
ຈຸດປະສົງໃນການຈັດຕັ້ງ ປາຖະກະຖາ ໃນຄັ້ງນີ້ ເພື່ອທົບທວນຄືນມູນເຊື້ອ ແລະ ໄຊສະນະອັງຍິ່ງໃຫຍ່ ຂອງການປະຕິວັດ ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 70 ປີ ຜ່ານມາ ເພື່ອເປັນການສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ ໄດ້ຮັບຮູ້, ເຂົ້າໃຈ ກ່ຽວກັບປະຫວັດສາດ ແລະ ມູນເຊື້ອການນໍາພາຂອງພັກ ແລະ ເພື່ອເປັນການສັນລະເສີນຄຸນງາມຄວາມດີ, ຄວາມເສຍສະຫຼະອຸທິດເຫື່ອແຮງ, ສະຕິປັນຍາ ເຂົ້າໃນການຕໍ່ສູ້ກູ້ຊາດ ໃນສະໄໝສົງຄາມ ແລະ ເຫັນໄດ້ຜົນງານອັນໃຫຍ່ຫຼວງ ຂອງບັນດາບັນພະບູລຸດຜູ້ທີ່ເສຍສະຫຼະຊີວິດ, ເພື່ອປະຊາຊົນລາວ ແລະ ປະເທດຊາດ.
ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດເຜີຍແຜ່ເອກະສານ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ Xl ໃຫ້ບັນດາຜູ້ເຂົ້າຮ່ວມທັງໝົດ ໄດ້ຮັບຮູ້ເຖິງແຫຼ່ງກໍາເນີດ, ປະຫວັດຄວາມເປັນມາຂອງ 02 ວັນປະຫວັດສາດ ດັ່ງກ່າວ ພັກເຮົາໄດ້ມີການນໍາພາ-ຊີ້ນໍາຢ່າງເດັດດ່ຽວ, ມີວິທະຍາສາດ ແລະ ຄວາມສະຫຼາດສ່ອງໃສ ໃນການນໍາພາຕໍ່ສູ້ກູ້ຊາດ, ຕໍ່ສູ້ກັບອິດທິປໍລະປັກ ທີ່ໂຫດຮ້າຍປ່າເຖື່ອນ, ດ້ວຍຄວາມສາມາດ, ຄວາມສະຫຼາດສ່ອງໃສ ແລະ ຄວາມມີໄຫວພິບ ຂອງພັກ ບວກກັບນໍ້າໃຈຮັກຊາດ ບໍ່ຍອມຈໍານົນຕໍ່ສັດຕູຜູ້ຮຸກຮານພັກປະຊາຊົນປະຕິວັດລາວ ໃນເມື່ອກ່ອນ ຈົນເຖິງປັດຈຸບັນ ສາມາດນໍາພາປະຊາຊົນລາວປົດປ່ອຍຊາດ ແລະ ປະກາດເອກະລາດ ແລະ ປະຊາທິປະໄຕ ຂອງຕົນຂຶ້ນໃນວັນທີ 2 ທັນວາ 1975, ພາຍຫຼັງການປົດປ່ອຍຊາດ ພັກເຮົາໄດ້ນໍາພາປະຊາຊົນລາວ ດໍາເນີນການປົວແປງບາດແຜສົງຄາມ ແລະ ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ໝັ້ນຄົງ ແລະ ສີວິໄລ.
ຕໍ່ກັບຜົນສໍາເລັດ ຂອງກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ Xl ໄດ້ຮັບທິດຊີ້ນໍາ 2 ຈຸດ ດັ່ງນີ້:
ຈຸດທີ 1: ຜົນຂອງກອງປະຊຸມໂດຍສັງຂອບ:
1) ເຫັນດີຮັບຮອງດ້ານຫຼັກການ ກ່ຽວກັບການປັບປຸງລັດຖະທໍາມະນູນ ສະບັບເລກທີ 2015 ແລະ ກົດໝາຍວ່າດ້ວຍ
ການປົກຄອງທ້ອງຖິ່ນ.
2) ຮັບຮອງເອົາທິດທາງ, ນະໂຍບາຍ ໃນການສ້າງຕັ້ງອົງການປົກຄອງທ້ອງຖິນຂັ້ນຕາແສງ ເປັນອົງການປົກຄອງຂັ້ນຕໍ່າສຸດ.
3) ເຫັນດີປັບປຸງກົງຈັກການຈັດຕັ້ງຂອງບາງກະຊວງ, ອົງການຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ.
ຈຸດທີ 2: ການປັບປຸງກົງຈັກຂັ້ນສູນກາງ:
1) ເຫດຜົນຄວາມຈໍາເປັນແມ່ນ: ເຮັດໃຫ້ກະທັດຮັດ, ສົມເຫດສົມຜົນ ແລະ ເອົາຄຸນນະພາບເປັນກົກ;
2) ທິດທາງການປັບປຸງ ເພື່ອສະເໜີກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ ພິຈາລະນາ ໃນລະຫວ່າງວັນທີ 17-19 ມີນາ 2025: ມີການໂຮມບັນດາກະຊວງເຂົ້າກັນ ຈໍານວນ 06 ກະຊວງ, ຍຸບ 01 ກະຊວງ ແລະ ສັບຊ້ອນບັນດາໜ້າວຽກຂອງກະຊວງ ເຂົ້າໃນອົງການ ບາງອົງການ;
3) ການດໍາເນີນການ: ພາຍຫຼັງສະພາແຫ່ງຊາດ ຮັບຮອງໃຫ້ປະຕິບັດບໍ່ໃຫ້ກາຍ ເດືອນພຶດສະພາ 2025, ປັບປຸງກົງຈັກການຈັດຕັ້ງ ບໍ່ໃຫ້ກາຍ ເດືອນກໍລະກົດ 2025 ແລະ ການກະກຽມດໍາເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກ ໃຫ້ສໍາເລັດບໍ່ໃຫ້ກາຍ ເດືອນກັນຍາ 2025.
ສູນສະຖິຕິ ແລະ ຂໍ້ມູນຂ່າວສານ