ເປີດຊຸດຮຽນ ທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນຊຸດທີ II ໃຫ້ສະມາຊິກພັກ-ພະນັກງານ
By ໄພວັນ On 31 Mar, 2025 At 12:44 PM | Categorized As ຂ່າວສຳຄັນ | With 0 Comments

DSC_3370.jpg1

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີເປີດຊຸດຮຽນ ທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ ໄລຍະ 3 ເດືອນ ຊຸດທີ II ໃຫ້ສະມາຊິກພັກ-ພະນັກງານອ້ອມຂ້າງ ກະຊວງ ອຄ  ໄດ້ຈັດຂຶ້ນ ໃນວັນທີ 31 ມີນາ 2025  ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງ ອຄ,  ທ່ານ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີສະຫາຍ ເລຂາ ຮອງເລຂາ ຜູ່ຕ່າງໜ້າາໜ່ວຍພັກຫ້ອງການ, ກົມ, ສໍານັກງານ, ສະຖາບັນ, ສຄອຊ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ,  ພະນັກງານຄູ-ອາຈານ ຕະຫຼອດນັກສຶກສາເຂົ້າຮ່ວມ.

DSC_3386.jpg1

ສໍາລັບ ເປົ້າໝາຍພະນັກງານ ບໍາລຸງທິດສະດີການເມືອງ ການປົກຄອງ ມີ 40 ສະຫາຍ, ຍິງ 14 ສະຫາຍ ໃນລະຫວ່າງ ວັນທີ 31 ມີນາ-30 ມິຖຸນາ 2025 ຈຸດປະສົງ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດ  ແລະ ຄວາມເຂົ້າໃຈໃຫ້ຖືກຕ້ອງກ່ຽວກັບທິດສະດີມາກ-ເລນິນ , ແນວທາງການປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ ກໍຄືການສືບຕໍ່ສ້າງ ແລະ ເສີມຂະຫຍາຍລະບອບ ປະຊາທິປະໄຕປະຊາຊົນ ຕາມເສັ້ນທາງສັງຄົມນິຍົມ ຂອງພັກເຮົາກໍານົດໄວ້, ເພື່ອຍົກລະດັບຄວາມຮູ້ ເຂົ້າໃຈເລີກເຊິ່ງກ່ຽວກັບຄາດໝາຍສູ້ຊົນ  ແລະ ທິດທາງໜ້າທີ່ຈຸດສູມ ໃນແຕ່ລະດ້ານຕາມມະຕິກ້ອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດສັງຄົມແຫ່ງລັດຄັ້ງທີ 9 ໃຫ້ປະກົດຜົນເປັນຈິງ.

DSC_3400.jpg1

ທ່ານ ມະໂນທອງ ວົງໄຊ ກ່າວວ່າ: ການເຂົ້າຮ່ວມ ຊຸດຮຽນ ຄັ້ງນີ້ແມ່ນການສ້າງໂອກາດທີ່ດີໃຫ້ແກ່ບັນດາສະຫາຍ ໄດ້ປັບປຸງຄວາມຮູ້ພື້ນຖານທາງດ້ານທິດສະດີປະຕິວັດ ແລະ ທາງດ້ານການເມືອງແນວຄິດ, ທັດສະນະຊົນຊັ້ນ ກຳມະກອນ; ເພີ່ມທະວີເຊື່ອໝັ້ນຕໍ່ອຸດົມການຂອງພັກ,ເປັນເອກະພາບສູງນຳແນວທາງຂອງພັກ,ເດັດດ່ຽວຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ, ສ້າງຄວາມກ້າຫານ ແລະ ກ້າປັບປຸງແກ້ໄຂຄວາມຮັບຮູ້, ຄວາມ ເຂົ້າໃຈທີ່ບໍ່ຖືກຕ້ອງ ແລະບໍ່ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍແລະລະບຽບການ ຕ່າງໆຂອງລັດ; ຕ້ອງກຳແໜ້ນທິດນຳທີ່ວ່າ ທິດສະດີຕ້ອງຕິດພັນກັບພຶດຕິກໍາຕົວຈິງ, ເພາະວ່າພຶດຕິກໍແມ່ນມາດຖານສັດຈະທໍາ, ຮຽນຮູ້ເຊື່ອມຊືມແນວທາງແຜນນະໂຍບາຍຂອງພັກ ຕ້ອງຕິດພັນກັບການຮູ້ຜັນ ຂະຫຍາຍໃຫ້ສອດຄ່ອງ ໂດຍອີງໃສ່ຫຼັກມູນທິດສະດີ ແລະ ການຖອດຖອນບົດຮຽນຈາກພຶດຕິກຳຕົວຈິງ, ເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນ;ຕ້ອງຖືສໍາຄັນການໃຈ້ແຍກບັນຫາຕ່າງໆຢ່າງເລິກເຊິ່ງ ແລະ ມີວິທີແກ້ໄຂຢ່າງເໝາະສົມ, ເອົາໃຈໃສ່ຄົ້ນຄວ້າດ້ວຍຕົນເອງ, ແລກປ່ຽນບົດຮຽນລະຫວ່າງສຳມະນາກອນ ແລະ ວິທະຍາກອນ.

ຂ່າວ-ພາບ: ໄພວັນ

About -