ພິທີເຊັນບົດບັນທຶກການຮ່ວມມື ໂຄງການສ້າງອາຄານສູນບໍລິການນະວັດຕະກຳ ຊັບສິນທາງປັນຍາແຫ່ງຊາດ ແລະ ຍົກລະດັບລະບົບຄຸ້ມຄອງຊັບສິນທາງປັນຍາ ຂອງລາວ
By ໄພວັນ On 25 Apr, 2025 At 07:40 PM | Categorized As ຂ່າວສຳຄັນ | With 0 Comments

IMG_0542.jpg1

ໃນວັນທີ 25 ເມສາ 2025, ທີ່ຫ້ອງປະຊຸມຊັ້ນ 1 ຂອງກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ໄດ້ມີພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງ ອົງການຮ່ວມມືສາກົນ ແຫ່ງ ສ.ເກົາຫຼີ (KOICA) ແລະ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບ “ໂຄງການສ້າງອາຄານສູນບໍລິການນະວັດຕະກຳ ຊັບສິນທາງປັນຍາແຫ່ງຊາດ ແລະ ຍົກລະດັບລະບົບຄຸ້ມຄອງຊັບສິນທາງປັນຍາ ຂອງ ສປປ ລາວ”.

ໃນພິທີດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Jung Yungsoo, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ, ເຂົ້າຮ່ວມມີທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງ ອຄ, ມີທ່ານ Dong Ho Kim, ຮອງປະທານອົງການ KOICA, ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ທ່ານ Sungsoo Oh, ຜູ້ອຳນວຍການຫ້ອງການ KOICA ປະຈຳ ສປປ ລາວ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ ແລະ ພະນັກງານທີ່ກ່ຽວຂ້ອງ.

ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກ ລັດຖະບານ ສ.ເກົາຫຼີ ໃນມູນຄ່າທັງໝົດ 7 ລ້ານໂດລາສະຫະລັດ, ມີກຳນົດເວລາ 5 ປີ (2025-2029). ອາຄານຈະຖືກສ້າງຂຶ້ນທີ່ສະຖາບັນອຸດສາຫະກຳ ແລະ ການຄ້າ, ໃຊ້ເນື້ອທີ່ປະມານ 3,000 ຕາແມັດ (ເນື້ອທີ່ຕົວຈິງ 2,570 ຕາແມັດ ໂດຍຕົວອາຄານຈະກວມເອົາ 1,800 ຕາແມັດ).

IMG_0429.jpg1

ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ໃຫ້ຮູ້ວ່າ: ໂຄງການນີ້ປະກອບດ້ວຍ: ການກໍ່ສ້າງອາຄານສູນບໍລິການນະວັດຕະກຳ ແລະ ຊັບສິນທາງປັນຍາແຫ່ງຊາດ ສູງ 3 ຊັ້ນ, ການພັດທະນາລະບົບຄຸ້ມຄອງຊັບສິນທາງປັນຍາ, ການສ້າງຄວາມເຂັ້ມແຂງ ໃຫ້ແກ່ ບຸກຄະລາກອນໃນຂົງເຂດວຽກງານຊັບສິນທາງປັນຍາ, ອາຄານໃໝ່ນີ້ ຈະປະກອບດ້ວຍ: ພື້ນທີ່ຫ້ອງການ ຈຳນວນ 714 ຕາແມັດ, ປະກອບມີຫ້ອງຫົວໜ້າກົມ, ຮອງຫົວໜ້າກົມ, ຫ້ອງການຂອງ 8 ພະແນກພາຍໃນກົມ, ຫ້ອງປະຊຸມ, ຫ້ອງປະຊຸມທາງໄກ, ຫ້ອງສາງ ແລະ ຫ້ອງອະເນກປະສົງ, ພື້ນທີ່ໃຫ້ບໍລິການ ຈຳນວນ 566 ຕາແມັດ ປະກອບດ້ວຍຫ້ອງຕ້ອນຮັບ, ຫ້ອງໃຫ້ຄຳປຶກສາ, ຫ້ອງຝຶກອົບຮົມ, ຫ້ອງປະຊຸມໃຫຍ່, ຫ້ອງກວດສອບເບື້ອງຕົ້ນ, ຫ້ອງໂຄສະນາ ແລະ ຫ້ອງຂາຍສິນຄ້າຖິ່ນກຳເນີດ, ພື້ນທີ່ພັກຜ່ອນ ຈໍານວນ 75 ຕາແມັດ ປະກອບດ້ວຍ ຫ້ອງພັກຜ່ອນດື່ມຊາກາເຟ, ຫ້ອງຄວບຄຸມ ແລະ ຫ້ອງລະບົບ UPS. ພື້ນທີ່ສາທາລະນະອື່ນໆ ຈໍານວນ 542 ຕາແມັດ ເຊັ່ນ: ຫ້ອງໂຖງຮັບຮອງແຂກ, ທາງຍ່າງ, ຫ້ອງນໍ້າ ແລະ ອື່ນໆ.

 

ນອກຈາກການກໍ່ສ້າງອາຄານແລ້ວ, ໂຄງການຍັງຈະພັດທະນາລະບົບຈັດການຊັບສິນທາງປັນຍາຂອງ ສປປ ລາວ ໃຫ້ມີຄວາມວ່ອງໄວ, ທັນສະໄໝ ແລະ ສາມາດເຊື່ອມໂຍງກັບສາກົນ. ຊຶ່ງປະກອບມີສອງລະບົບຫຼັກໃຫຍ່ ຄື: ແຫຼ່ງຂໍ້ມູນຊັບສິນທາງປັນຍາສຳລັບຜູ້ນຳໃຊ້ທົ່ວໄປ ແລະ ບັນດາພະແນກອຸດສາຫະກຳ ແລະ ການຄ້າແຂວງ (NIPISC Portal), ລະບົບຊ່ວຍການກວດສອບແບບອັດສະລິຍະສຳລັບນັກກວດສອບ (Intelligent Examination Support System), ໂຄງການຍັງມີແຜນຈັດຝຶກອົບຮົມ ຢູ່ ສ.ເກົາຫຼີ ຈຳນວນ 2 ຄັ້ງ, ສຳລັບຜູ້ບໍລິຫານ ແລະ ວິຊາການ, ການຝຶກອົບຮົມພາຍໃນປະເທດຫຼາຍຄັ້ງ ເພື່ອຍົກລະດັບຂີດຄວາມສາມາດຂອງບຸກຄະລາກອນ ໃນຂົງເຂດວຽກງານຊັບສິນທາງປັນຍາ.

IMG_0471.jpg1

ທ່ານ ຈອງ ຢອງຊູ, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ໄດ້ມີຄໍາເຫັນວ່າ ໂຄງການນີ້ ແມ່ນໂຄງການ ທີ່ອະດີດ ນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ, ໄດ້ຮ້ອງຂໍການຮ່ວມມືດ້ວຍຕົນເອງ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ປີ 2023, ຈຶ່ງສະທ້ອນເຖິງຄວາມສົນໃຈ ແລະ ເຈດຈຳນົງທີ່ຈິງຈັງຂອງ ລັດຖະບານ ສປປ ລາວ.

ທ່ານຍັງໄດ້ເນັ້ນວ່າ ສ.ເກົາຫຼີ ແມ່ນປະເທດທີ່ມີການສະໝັກໃນການຈົດທະບຽນສິດທິບັດ ເປັນອັນດັບທີ 4 ຂອງໂລກ ແລະ ເປັນປະເທດກ້າວໜ້າໃນຂະແໜງການອຸດສາຫະກຳນະວັດຕະກຳ ທີ່ອີງໃສ່ເຕັກໂນໂລຊີ, ເຮັດໃຫ້ເປັນຄູ່ຮ່ວມມືທີ່ເໝາະສົມສຳລັບ ສປປ ລາວ ໃນຂົງເຂດວຽກງານຊັບສິນທາງປັນຍາ. ທ່ານຍັງໄດ້ລະບຸວ່າປີນີ້ ແມ່ນປີທີ່ມີຄວາມໝາຍເລິກເຊິ່ງ ເນື່ອງຈາກເປັນປີຄົບຮອບ 30 ປີຂອງການສ້າງຕັ້ງສາຍພົວພັນການທູດຄືນໃໝ່ ລະຫວ່າງ ສ.ເກົາຫຼີ ແລະ ສປປ ລາວ. ສ.ເກົາຫຼີ ຈະສືບຕໍ່ເປັນຄູ່ຮ່ວມມືທີ່ຈິງໃຈ ແລະ ເຊື່ອຖືໄດ້ໃນການຊ່ວຍເຫຼືອ ສປປ ລາວ ໃນການຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາ (LDC) ໃນປີ 2026 ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 9.

IMG_0493.jpg1

ໃນໂອກາດນີ້ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງ ອຄ, ໄດ້ມີຄໍາເຫັນບາງຕອນຕໍ່ພິທີດັ່ງກ່າວວ່າ ການລົງນາມບົດບັນທຶກການຮ່ວມມືໃນຄັ້ງນີ້ ຍັງແມ່ນການສະແດງເຖິງການພົວພັນການຮ່ວມມື ລະຫວ່າງ ສ.ເກົາຫຼີ ແລະ ສປປ ລາວ, ເປັນການສະໜູບສະໜູນຊ່ວຍເຫຼືອທາງດ້ານທຶນຮອນ ແລະ ເຕັກນິກວິຊາການ ທີ່ມີຄຸນຄ່າ ເປັນການຍົກລະດັບ ແລະ ພັດທະນາລະບົບການຄຸ້ມຄອງຊັບສິນທາງປັນຍາ ໃຫ້ມີຄວາມຈະເລີນກ້າວໜ້າໃນລະດັບເທົ່າທຽມກັບພາກພື້ນ ແລະ ສາກົນໄປເທື່ອລະກ້າວ.

ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ລັດຖະບານ, ປະຊາຊົນຊາວ ສ.ເກົາຫຼີ ໂດຍຜ່ານສະຖານທູດ ແລະ ອົງການ KOICA ສ.ເກົາຫຼີ ທີ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຕໍ່ໂຄງການດັ່ງກ່າວ ແກ່ ສປປ ລາວ, ທ່ານເຊື່ອໝັ້ນວ່າ ການຊ່ວຍເຫຼືອດັ່ງກ່າວນີ້ ຈະເປັນການປະກອບສ່ວນສໍາຄັນໜຶ່ງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ທ່ານຫວັງວ່າ ໂຄງການດັ່ງ ຈະໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ ແລະ ບັນລຸຕາມຄາດໝາຍແຜນການທີ່ວາງໄວ້.

IMG_0555.jpg1

ຕາງໜ້າສອງຝ່າຍ ເພື່ອລົງນາມເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້, ມີທ່ານ Dong Ho KIM, ຮອງປະທານສຳນັກງານໃຫຍ່ KOICA, ຕາງໜ້າ ສ.ເກົາຫຼີ ແລະ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງ ອຄ, ຕາງ   ໜ້າ ສປປ ລາວ, ໂດຍມີສັກຂີພະຍານ ມີທ່ານ Jung Yungsoo, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ແລະ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງ ອຄ, ພ້ອມດ້ວຍແຂກທີ່ເຂົ້າຮ່ວມ.

ຂ່າວ-ພາບ: ໄພວັນ

About -