ທະນາຄານແຫ່ງ ສປປ ລາວ ບໍ່ສາມາດຄວບຄຸມອັດຕາແລກປ່ຽນ ລະຫວ່າງ ເງິນຕາຕ່າງປະເທດ ກັບ ເງິນກີບໃຫ້ຢູ່ໃນອັດຕາທີ່ເໝາະສົມໄດ້ ເພາະວ່າພາກທຸລະກິດເອກະຊົນຂາດຄວາມເຊື່ອໝັ້ນໃນຄ່າເງິນກີບ.
ທ່ານ ສົມພາວ ໄຟສິດ ຜູ້ວ່າການທະນາຄານາແຫ່ງ ສປປ ລາວ ຍອມຮັບວ່າອັດຕາແລກປ່ຽນເງິນຕາໃນ ລາວ ໄດ້ຕົກຢູ່ພາຍໃຕ້ສະພາວະຜັນຜວນຢ່າງຕໍ່ເນື່ອງ ຊຶ່ງນອກຈາກຈະມີສາເຫດມາຈາກສະພາວະເຄັ່ງຕຶງດ້ານງົບປະມານຂອງລັດຖະບານ ລາວແລ້ວ ກໍຍັງມີສາເຫດມາຈາກສະພາວະການຫຼຸດລົງຂອງທຶນສຳຮອງເງິນຕາຕ່າງປະເທດໃນຄັງຂອງລັດຖະບານ ລາວດ້ວຍ; ພາຍໃຕ້ສະພາບການດັ່ງກ່າວນີ້ ຍັງເຮັດໃຫ້ພາກທຸລະກິດເອກະຊົນຂາດຄວາມເຊື່ອໝັ້ນໃນຄ່າເງິນກີບ ຈຶ່ງໄດ້ພາກັນຖືຄອງເງິນຕາຕ່າງປະເທດຫຼາຍຂຶ້ນ ໂດຍສະເພາະແມ່ນເງິນໂດລາ ສະຫະລັດ ແລະ ເງິນບາດ ຊຶ່ງກໍເຮັດໃຫ້ທະນາຄານຂອງລັດບໍ່ສາມາດຄວບຄຸມເງິນຕາ ແລະ ອັດຕາແລກປ່ຽນທີ່ເໝາະສົມດັ່ງທີ່ທ່ານ ສົມພາວ ຢືນຢັນວ່າ:“ຄັງສຳຮອງເງິນຕາຕ່າງປະເທດ ກຸ້ມການນຳເຂົ້າບໍ່ໄດ້ຕາມແຜນການ ຍ້ອນເງິນຝາກຂອງລັດຖະບານ ແລະ ທະນາຄານທຸລະກິດຫຼຸດລົງຫຼາຍ ແລະ ການຂາຍເງິນຕາຕ່າງປະເທດຂອງທະນາຄານກາງໃຫ້ແກ່ສັງຄົມ ເພື່ອດັດສົມອັດຕາປ່ຽນແປງແນໃສ່ຮັກສາສະເຖຍລະພາບຄ່າຂອງເງິນກີບ ການນຳໃຊ້ເງິນຕາຕ່າງປະເທດຍັງແຜ່ຫຼາຍຢູ່ໃນສັງຄົມ ເຮັດໃຫ້ທະນາຄານແຫ່ງ ສປປ ລາວ ບໍ່ສາມາດລວມສູນເງິນຕາຕ່າງປະເທດໃນລະດັບທີ່ແນ່ນອນ.”
ທ່ານ ສົມພາວ ໃຫ້ການຍອມຮັບດ້ວຍວ່າ: ອັດຕາແລກປ່ຽນເງິນຕາໃນລະບົບທະນາຄານ ແລະ ໃນຕະຫຼາດໄດ້ຫຍັບຫ່າງອອກຈາກກັນນັບມື້ນັບຫຼາຍຂຶ້ນ ໂດຍຈາກການເກັບກຳຂໍ້ມູນໃນເດືອນ ມິຖຸນາ 2017 ພົບວ່າ ອັດຕາແລກປ່ຽນໃນທະນາຄານ ກັບ ຕະຫຼາດມີສັດສ່ວນທີ່ແຕກຕ່າງກັນ ໃນລະດັບ 3.75 ເປີເຊັນ ແລະ 3.08 ເປີເຊັນ ສຳລັບການແລກປ່ຽນເງິນກີບ ກັບ ເງິນໂດລາ ສະຫະລັດ ແລະ ເງິນບາດ ຂອງໄທ ຕາມລຳດັບ ໃນຂະນະທີ່ສັດສ່ວນທີ່ເໝາະສົມນັ້ນ ຈະຕ້ອງບໍ່ເກີນລະດັບ 2 ເປີເຊັນ ຈຶ່ງເຮັດໃຫ້ເງິນກີບມີຄ່າຫຼຸດລົງດ້ວຍນັ້ນເອງ.
ສ່ວນທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ກໍຍອມຮັບວ່າ: ລັດຖະບານ ລາວ ກຳລັງປະເຊີນກັບບັນຫາໜີ້ສິນເພີ່ມຂຶ້ນ ທັງພາຍໃນ ແລະ ຕ່າງປະເທດ ໂດຍໜີ້ສິນພາຍໃນທີ່ເພີ່ມຂຶ້ນ ກໍມີສາເຫດມາຈາກການທີ່ ລັດຖະບານ ລາວ ໄດ້ອະນຸຍາດໃຫ້ບັນດາບໍລິສັດເອກະຊົນເປັນຜູ້ລົງທຶນໃຫ້ກ່ອນ ໃນໂຄງການພັດທະນາຕ່າງໆ ທີ່ລັດຖະບານບໍ່ມີຄວາມພ້ອມດ້ານງົບປະມານ ແລະ ເມື່ອບໍລິສັດເອກະຊົນໄດ້ດຳເນີນງານສຳເລັດແລ້ວນັ້ນ ຈຶ່ງເຮັດໃຫ້ລັດຖະບານມີພັນທະ ທີ່ຈະຕ້ອງຊຳລະຄືນເງິນທຶນດັ່ງກ່າວ ພ້ອມດ້ວຍດອກເບ້ຍທີ່ໄດ້ຕົກລົງກັນໃນສັນຍາ ຂອງແຕ່ລະໂຄງການນັ້ນເອງ.
ສຳລັບໜີ້ຕ່າງປະເທດທີ່ນັບມື້ເພີ່ມຂຶ້ນສູງ ເຊັ່ນກັນນັ້ນ ກໍມີສາເຫດມາຈາກການກູ້ຢືມເງິນທຶນຈາກຕ່າງປະເທດເພື່ອນຳມາໃຊ້ດຸ່ນດ່ຽງງົບປະມານລາຍຈ່າຍ ສຳລັບໂຄງການພັດທະນາຕ່າງໆຂອງລັດຖະບານໃນແຕ່ລະປີ ຊຶ່ງເຮັດໃຫ້ລັດຖະບານ ລາວ ມີໜີ້ຕ່າງປະເທດເກີນກວ່າ 6,900 ລ້ານໂດລາ ຄິດເປັນ 52 ເປີເຊັນ ຂອງຍອດຜະລິດຕະພັນລວມ (GDP) ໃນຂະນະດຽວກັນກໍມີໜີ້ພາຍໃນ 836 ກວ່າລ້ານໂດລາ ຄິດເປັນ 6.3 ເປີເຊັນຂອງ GDP ສ່ວນປີ 2017 ຄາດວ່າຈະເພີ່ມຂຶ້ນອີກ ທັງໝີ້ຕ່າງປະເທດ ແລະ ໜີ້ພາຍໃນ ຍ້ອນເກັບລາຍຮັບໄດ້ຕໍ່າກວ່າເປົ້າໝາຍ ຈຶ່ງຕ້ອງມີການກູ້ຢືມເພີ່ມຂຶ້ນນັ້ນເອງ. ຫາກແຕ່ວ່າເພື່ອເປັນການຄວບຄຸມສະພາວະການເປັນໜີ້ຕ່າງປະເທດ ໃຫ້ຢູ່ໃນອັດຕາທີ່ເໝາະສົມກັບສະພາບຕົວຈິງ ດ້ານລາຍຮັບ-ລາຍຈ່າຍຂອງລັດຖະບານ ລາວ, ສະພາແຫ່ງຊາດກໍໄດ້ຈຳກັດສິດ ໂດຍອະນຸຍາດໃຫ້ລັດຖະບານ ລາວ ສາມາດກູ້ຢືມຈາກຕ່າງປະເທດໄດ້ໃນມູນຄ່າລວມບໍ່ເກີນ 400 ລ້ານໂດລາເທົ່ານັ້ນໃນແຕ່ລະປີ. ທັງນີ້ໂດຍອີງຕາມສະຖິຕິ ຂອງທະນາຄານແຫ່ງ ສປປ ລາວ ລະບຸວ່າ: ໜີ້ຕ່າງປະເທດຂອງລັດຖະບານ ລາວ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະ 10 ປີຕໍ່ມານີ້ ກໍຄືເພີ່ມຂຶ້ນຈາກ 2,470 ລ້ານກວ່າໂດລາ ໃນປີ 2006 ເປັນຫຼາຍກວ່າ 5,627 ລ້ານໂດລາ ໃນປີ 2015 ແລະ 6,900 ລ້ານກວ່າໂດລາໃນປີ 2016. ສ່ວນໃນປີ 2017 ນີ້ກໍຄາດວ່າຈະເພີ່ມຂຶ້ນເປັນ 8,000 ລ້ານກວ່າໂດລາແນ່ນອນ ເພາະລັດຖະບານ ລາວ ໄດ້ວາງຄາດໝາຍການຂະຫຍາຍຕົວທາງເສດຖະກິດໄວ້ໃນອັດຕາສະເລ່ຍບໍ່ຕໍ່າກວ່າ 7 ເປີເຊັນຕໍ່ປີ ໃນຊ່ວງປີ 2016-2020 ຊຶ່ງຈະເຮັດໃຫ້ GDP ສະເລ່ຍເປັນລາຍຮັບຂອງປະຊາຊົນ ລາວ ໄດ້ເຖິງ 24.8 ລ້ານກີບ ຫຼື ປະມານ 3,100 ໂດລາຕໍ່ຄົນໃນປີ 2020. ແຕ່ວ່າການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ນັ້ນ ລັດຖະບານ ລາວ ຈະຕ້ອງຊຸກຍູ້ພາກການກະສິກໍາ ແລະ ປ່າໄມ້ ໃຫ້ຂະຫຍາຍຕົວເພີ່ມຂຶ້ນບໍ່ຕໍ່າກວ່າ 3.2 ເປີເຊັນ ສ່ວນພາກອຸດສາຫະກຳ ແລະ ພາກບໍລິການນັ້ນຈະຕ້ອງຂະຫຍາຍຕົວຂຶ້ນ 9.3 ເປີເຊັນ ແລະ 8.9 ເປີເຊັນຕໍ່ປີຕາມລຳດັບ.
[ຂ່າວໂດຍ:VOA]
[ຮຽບຮຽງໂດຍ: ຂະແໜງຂ່າວສານ]