|
General06 October 2026

ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມເຜີຍແຜ່-ເຊື່ອມຊຶມ ມະຕິຕົກລົງ ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມເຜີຍແຜ່-ເຊື່ອມຊຶມ ມະຕິຕົກລົງ ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ໃນວັນທີ 6 ຕຸລາ 2026 ນີ້, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່-ເຊື່ອມຊຶມ ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ສະບັບເລກທີ 64/ກມສພ, ລົງວັນທີ 24 ກໍລະກົດ 2026 ແລະ ຄຳແນະນຳ ສະບັບເລກທີ 557/ຄຈສພ, ລົງວັນທີ 21 ສິງຫາ 2026 ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ປອ ຈັນສະຫວ່າງ ບຸນຍົງ ຄະນະປະຈຳພັກກະຊວງ[U1] , ມີບັນດາສະຫາຍຄະນະພັກ-ຄະນະນຳກົມ, ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງທົ່ວກະຊວງອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ຈັດຂຶ້ນ ໃນທາມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ກຳລັງສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ທັງເປັນໄລຍະທີ່ຂະແໜງການອຸດສາຫະກຳ ແລະ ການຄ້າ ພວມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ ເຂົ້າໃນແຜນພັດທະນາຂະແໜງການ 5 ປີ (2026-2030) ປະກອບດ້ວຍ 3 ເສົາຄໍ້າ 4 ແຜນງານປີ່ນອ້ອມ.

ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ເປັນວຽກງານສຳຄັນຍຸດທະສາດ ເພື່ອເປັນບ່ອນອີງໃນການກໍ່ສ້າງ-ບຳລຸງ ແລະ ສັບຊ້ອນພະນັກງານສືບທອດປ່ຽນແທນໃນຕໍ່ໜ້າ ໃຫ້ຖືກຕ້ອງຕາມສະພາບການ ແລະ ເງື່ອນໄຂໃໝ່. ອີງຕາມແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 1734/ຄຈສພ, ລົງວັນທີ 17 ກັນຍາ 2026, ກອງປະຊຸມໄດ້ເນັ້ນໃສ່ທົ່ວໂຄງຮ່າງການຈັດຕັ້ງໃຫ້ຮີບຮ້ອນຈັດຕັ້ງເຊື່ອມຊຶມ ແລະ ເຜີຍແຜ່ນິຕິກຳດັ່ງກ່າວໃຫ້ສຳເລັດໃນເດືອນຕຸລາ 2026, ໂດຍມີຄາດໝາຍສ້າງແຜນກຳນົດພະນັກງານທີ່ຂຶ້ນກັບສິດຄຸ້ມຄອງຂອງຄະນະບໍລິຫານງານພັກກະຊວງໃຫ້ສຳເລັດໃນປີ 2026 ແລະ ຂັ້ນສູນກາງຄຸ້ມຄອງໃຫ້ສຳເລັດກ່ອນເດືອນມີນາ 2027.

ມະຕິຕົກລົງ ເລກທີ 64/ກມສພ ປະກອບມີ 5 ພາກ ແລະ 15 ມາດຕາ (ປັບປຸງ 11 ມາດຕາ ແລະ ເພີ່ມໃໝ່ 3 ມາດຕາ), ເຊິ່ງມີເນື້ອໃນສຳຄັນ ດັ່ງນີ້:

·         ຂໍ້ບັນຍັດລວມ: ກຳນົດຈຸດປະສົງຄາດໝາຍ ເພື່ອຄາດຄະເນເປົ້າໝາຍສັບຊ້ອນ-ຈັດວາງພະນັກງານ, ຮັບປະກັນລັກສະນະສືບທອດປ່ຽນແທນ ແລະ ເປັນເຄື່ອງມືຍຸດທະສາດໃນການກໍ່ສ້າງພະນັກງານຕາມທິດຫັນເປັນໜຸ່ມ. ການສ້າງແຜນກຳນົດຕ້ອງຖືເອົາຫຼັກການລວມສູນປະຊາທິປະໄຕ, ມີລັກສະນະເປີດກວ້າງ (1 ຕຳແໜ່ງຄາດຄະເນຫຼາຍຄົນ, 1 ຄົນຄາດຄະເນຫຼາຍຕຳແໜ່ງ) ແລະ ລັກສະນະເຄື່ອນເໜັງ (ມີການປັບ ປຸງເອົາອອກ-ເພີ່ມເຂົ້າຕາມຜົນການປະເມີນປະຈຳປີ).

·         ເນື້ອໃນ ແລະ ໂຄງປະກອບ: ເນັ້ນການເລືອກເຟັ້ນຕາມມາດຕະຖານລວມ-ສະເພາະ, ຮັບປະກັນໂຄງປະກອບເພດ, ເຜົ່າ ແລະ ອາຍຸ ລະຫວ່າງຮຸ່ນກາງ (46-55 ປີ) ແລະ ຮຸ່ນໜຸ່ມ (45 ປີລົງມາ) ໂດຍໃຫ້ຮຸ່ນໜຸ່ມກວມອັດຕາສ່ວນຫຼາຍ. ສຳລັບເກນອາຍຸສູງສຸດຂອງພະນັກງານທີ່ຈະເຂົ້າແຜນກຳນົດ ຂັ້ນກະຊວງ-ອົງການ, ແຂວງ, ເມືອງ ຄຸ້ມຄອງ ແມ່ນບໍ່ເກີນ 52 ປີ (ປັບປຸງຈາກມະຕິເກົ່າທີ່ກຳນົດລວມບໍ່ເກີນ 55 ປີ).

·         ເປົ້າໝາຍການເລືອກເຟັ້ນ: ຄັດເລືອກຈາກພະນັກງານນຳພາ-ຄຸ້ມຄອງຂັ້ນລຸ່ມ 1 ຫຼື 2 ຂັ້ນ. ສຳລັບຕຳແໜ່ງຫົວໜ້າ ສາມາດຄາດຄະເນໄດ້ 2-3 ເປົ້າໝາຍ ແລະ ຕຳແໜ່ງຮອງຫົວໜ້າ ສາມາດຄາດຄະເນໄດ້ 3-5 ເປົ້າໝາຍ (ປັບປຸງຈາກມະຕິເກົ່າທີ່ກຳນົດບໍ່ເກີນ 3 ເປົ້າໝາຍທຸກຕຳແໜ່ງ).

·         ວິທີການ ແລະ ການຈັດຕັ້ງປະຕິບັດ: ດຳເນີນການທາບທາມຄວາມໄວ້ວາງໃຈ 3 ຮອບ (ຮອບທີ 1: ທາບທາມເປີດກວ້າງ ເອົາຜູ້ໄດ້ 5 ຄະແນນຂຶ້ນໄປ; ຮອບທີ 2: ທາບທາມພະນັກງານຫຼັກແຫຼ່ງ ເອົາຜູ້ໄດ້ຄະ ແນນ 50% ຂຶ້ນໄປ; ຮອບທີ 3: ທາບທາມໃນຄະນະບໍລິຫານງານພັກ ເອົາຜູ້ໄດ້ຄະແນນ 50% ຂຶ້ນໄປ ເພື່ອສະເໜີຮັບຮອງ). ພາຍຫຼັງຮັບຮອງແລ້ວ ຕ້ອງມີແຜນກໍ່ສ້າງ-ບຳລຸງ, ການໝູນວຽນລົງຮາກຖານ ແລະ ການສັບຊ້ອນຈັດວາງຢ່າງເໝາະສົມ.

·         ການປະເມີນແຜນກຳນົດ: ດຳເນີນການປະເມີນ 1 ຄັ້ງຕໍ່ປີ ຄວບຄູ່ກັບການດຳເນີນຊີວິດການເມືອງປະຈຳປີ. ຖ້າເປົ້າໝາຍໃດໄດ້ຄະແນນຢູ່ລະດັບກາງ ຈະໄດ້ຮັບການສຶກສາອົບຮົມກໍ່ສ້າງ (ຖ້າບໍ່ປ່ຽນແປງຈະຖືກເອົາອອກ), ແລະ ຖ້າຢູ່ລະດັບອ່ອນ ຫຼື ເສຍທາດ ແມ່ນໃຫ້ພິຈາລະນາເອົາອອກຈາກແຜນກຳນົດ ແລ້ວຄົ້ນຄວ້າຜູ້ທີ່ມີມາດຕະຖານຄົບຖ້ວນມາປ່ຽນແທນ.

ໃນຕອນທ້າຍຂອງກອງປະຊຸມ, ປະທານກອງປະຊຸມໄດ້ຮຽກຮ້ອງໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງທົ່ວກະຊວງ ເອົາໃຈໃສ່ຈັດຕັ້ງປະຕິບັດມະຕິ 64/ກມສພ ແລະ ຄຳແນະນຳ 557/ຄຈສພ ຢ່າງເຄັ່ງຄັດ, ມີວິທະຍາສາດ ແລະ ໂປ່ງໃສ ເພື່ອສ້າງຖັນແຖວພະນັກງານນຳພາ-ຄຸ້ມຄອງ ຂອງຂະແໜງການອຸດສາຫະກຳ ແລະ ການຄ້າ ໃຫ້ມີຄຸນນະພາບສູງ, ເຂັ້ມແຂງ, ພ້ອມທີ່ຈະນຳພາຂະແໜງການໃຫ້ຂະຫຍາຍຕົວຢ່າງແຂງແຮງ ແລະ ຍືນຍົງ.

ພາບ ແລະ ຂ່າວ: ສູນທອງ ພາວັນ

ກວດແກ້: ຄະນະບັນນາທິການຂ່າວສານ ອຄ


 [U1]ຄວນໃສ່ຕໍາແໜ່ງ ຮອງເລຂາ..

Back to News