|
Energy28 October 2026

ກອງປະຊຸມທົບທວນຄືນການດຳເນີນງານຂອງໂຄງການໄຟຟ້າຄວາມຮ້ອນເຊກອງ

ກອງປະຊຸມທົບທວນຄືນການດຳເນີນງານຂອງໂຄງການໄຟຟ້າຄວາມຮ້ອນເຊກອງ

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຮ່ວມກັບພາກສ່ວນກ່ຽວຂ້ອງ ກຽມຈັດກອງປະຊຸມທົບທວນຄືນການດຳເນີນງານຂອງໂຄງການໄຟຟ້າຄວາມຮ້ອນເຊກອງ ຢູ່ແຂວງເຊກອງ ແລະ ແຂວງອຸດົມໄຊ ໃນວັນທີ 28 ຕຸລາ 2026 ທີ່ຫ້ອງປະຊຸມຊັ້ນ 2 ໂຮງແຮມ Crown Plaza ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານກອງປະຊຸມຄັ້ງນີ້ໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຂວງອຸດສາຫະກຳ ແລະ ການຄ້າ ໂດຍມີຈຸດປະສົງເພື່ອທົບທວນຜົນການດຳເນີນງານຜ່ານມາ, ຮັບຟັງຄຳຄິດເຫັນຈາກພາກສ່ວນທີ່ກ່ຽວຂ້ອງ, ປຶກສາຫາລືບັນຫາທີ່ຍັງຄົງຄ້າງ ແລະ ກຳນົດທິດທາງການແກ້ໄຂໃຫ້ມີຄວາມເໝາະສົມ ແລະ ມີປະສິດທິຜົນ.

ກອງປະຊຸມຄັ້ງນີ້ ສືບເນື່ອງຈາກການປະສານງານຕາມສັນຍາສຳປະທານ (CA) ທີ່ໄດ້ລົງນາມຮ່ວມກັນລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ບໍລິສັດ Xekong Thermal Power Plant Company Limited (XTPPL) ໃນປີ 2025, ລວມທັງການດຳເນີນງານຕາມຂໍ້ຕົກລົງຂອງຄະນະຮ່ວມມືດ້ານວິຊາການ (JSC) ໃນການປະຊຸມແລກປ່ຽນຄວາມຮັບຮູ້, ປຶກສາຫາລື ແລະ ພິຈາລະນາແກ້ໄຂບັນຫາຕາມກົນໄກທີ່ກຳນົດໄວ້. ນອກຈາກນີ້ ຍັງອີງຕາມການປະຊຸມຂອງກະຊວງອຸດສາຫະກຳ ແລະ ການຄ້າ ທີ່ໄດ້ມີການພິຈາລະນາວຽກງານທີ່ກ່ຽວຂ້ອງກັບໂຄງການດັ່ງກ່າວ ໃນວັນທີ 29 ກັນຍາ 2026 ຜ່ານມາ.

ການປຶກສາຫາລືໃນຄັ້ງນີ້ ໄດ້ກາຍເປັນເວທີສຳຄັນໃນການໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງໄດ້ລາຍງານສະພາບການດຳເນີນງານຂອງໂຄງການ, ສະເໜີບັນຫາ ແລະ ອຸປະສັກທີ່ພົບພໍ້, ພ້ອມທັງແລກປ່ຽນຄຳຄິດເຫັນໃນການຊອກຫາວິທີແກ້ໄຂຮ່ວມກັນ ພ້ອມທັງຮັບຟັງການລາຍງານຈາກ ທ່ານຕາງໜ້າແຂວງເຊກອງ, ແຂວງອຸດົມໄຊ, ແຂວງຈຳປາສັກ, ແຂວງອັດຕະປື ແລະ ບໍລິສັດໂຄງການ ເພື່ອໃຫ້ການພິຈາລະນາບັນຫາມີຂໍ້ມູນຮອບດ້ານ ແລະ ສາມາດກຳນົດມາດຕະການແກ້ໄຂທີ່ສອດຄ່ອງກັບສະພາບຕົວຈິງ.

ຫຼັງຈາກກອງປະຊຸມໃນມື້ນີ້, ບັນດາພາກສ່ວນກ່ຽວຂ້ອງ ຈະສາມາດຮ່ວມກັນທົບທວນຄືນບັນຫາທີ່ຍັງຄົງຄ້າງ, ສ້າງຄວາມເຂົ້າໃຈຮ່ວມກັນ ແລະ ກຳນົດມາດຕະການແກ້ໄຂທີ່ຊັດເຈນ ພ້ອມທັງສົ່ງເສີມການຮ່ວມມື ແລະ ການປະສານງານລະຫວ່າງພາກລັດ, ອົງການປົກຄອງທ້ອງຖິ່ນ ແລະ ບໍລິສັດໂຄງການ ໃຫ້ມີຄວາມໃກ້ຊິດຫຼາຍຂຶ້ນ ເພື່ອໃຫ້ການດຳເນີນງານໃນຂັ້ນຕໍ່ໄປເປັນໄປຢ່າງໂລ່ງລ່ຽນ, ສອດຄ່ອງກັບນິຕິກໍາ ແລະ ມີການຕິດຕາມ ປະເມີນຜົນຢ່າງເໝາະສົມ.

Back to News