ບໍລິສັດ Laligence ໜື່ງດຽວໃນ ສປປ ລາວ ເຂົ້າຮ່ວມງານເຕັກໂນໂລຊີລະດັບໂລກ Web Summit 2026

ບໍລິສັດ Laligence ສະຕາດອັບດ້ານປັນຍາປະດິດ (AI) ຈາກ ສປປ ລາວ ເຊິ່ງເປັນ ຜູ້ຊະນະລາງວັນທີ 1 ຈາກງານ National Startup Fest 2026 ທີ່ຈັດໂດຍ ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ກຈນກ), ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ຮັບການຄັດເລືອກໃຫ້ເປັນຕົວແທນສະຕາດອັບດ້ານ AI ຈາກລາວ ເຂົ້າຮ່ວມງານ Web Summit 2026 ເຊິ່ງຈະຈັດຂຶ້ນໃນວັນທີ 9–12 ພະຈິກ 2026 ທີ່ນະຄອນລິສບອນ ປະເທດໂປຕຸເກດ.

Web Summit ເປັນໜຶ່ງໃນເວທີເຕັກໂນໂລຊີລະດັບໂລກ ທີ່ເປັນຈຸດພົບປະຂອງ ສະຕາດອັບ, ນັກລົງທຶນ, ຜູ້ນຳທຸລະກິດ ແລະ ຜູ້ຊ່ຽວຊານດ້ານເຕັກໂນໂລຊີຈາກທົ່ວໂລກ. ໃນປີ 2025, ງານດັ່ງກ່າວມີຜູ້ເຂົ້າຮ່ວມຫຼາຍກວ່າ 71,000 ຄົນ, ສະຕາດອັບຫຼາຍກວ່າ 2,700 ບໍລິສັດ ແລະ ນັກລົງທຶນກວ່າ 1,800 ຄົນ ຈາກຫຼາຍກວ່າ 150 ປະເທດ.

ການເຂົ້າຮ່ວມງານໃນຄັ້ງນີ້ ນຳໂດຍ ປອ. ສະຫວາດ ໄຊປະດິດ, ຜູ້ກໍ່ຕັ້ງ ແລະ ຜູ້ອຳນວຍການໃຫຍ່ (CEO) ຂອງ ບໍລິສັດ Laligence ເພື່ອນຳສະເໜີຜົນງານ, ນະວັດຕະກຳ ແລະ ໂຊລູຊັນດ້ານ AI ທີ່ພັດທະນາໃຫ້ສອດຄ່ອງກັບພາສາ, ຂໍ້ມູນ ແລະ ສະພາບການນຳໃຊ້ຈິງໃນ ສປປ ລາວ ແລະ ພາກພື້ນແມ່ຂອງ. ຊຶ່ງ Laligence ໄດ້ຮັບການຄັດເລືອກ ຍ້ອນວ່າ ເປັນບໍລິສັດເຕັກໂນໂລຊີທີ່ດຳເນີນງານດ້ານການຝຶກອົບຮົມ, ການນຳໃຊ້ ແລະ ການໃຫ້ຄຳປຶກສາດ້ານ AI ແກ່ອົງກອນ ພ້ອມທັງພັດທະນາຜະລິດຕະພັນ AI ທີ່ຮອງຮັບພາສາລາວ ເຊັ່ນ: ລະບົບອ່ານເອກະສານອັດຕະໂນມັດ (OCR), ລະບົບວິເຄາະວິດີໂອ (Video Analytics), ລະບົບຢັ້ງຢືນຕົວຕົນທາງເອເລັກໂຕຣນິກ (eKYC) ແລະ CatBot ເຊິ່ງພັດທະນາໃຫ້ສອດຄ່ອງກັບພາສາ ແລະ ບໍລິບົດການນຳໃຊ້ໃນລາວ.
ພາຍໃນງານ Web Summit 2026, Laligence ຈະນຳສະເໜີ CatBot ແພລດຟອມບໍລິການລູກຄ້າອັດສະລິຍະທີ່ຂັບເຄື່ອນດ້ວຍ AI ແບບຫຼາຍຊ່ອງທາງ (Omnichannel) ເຊິ່ງສາມາດຕອບຄຳຖາມ ແລະ ໃຫ້ຂໍ້ມູນແກ່ລູກຄ້າໄດ້ທັງພາສາລາວ ແລະ ພາສາຕ່າງປະເທດ ຕະຫຼອດ 24 ຊົ່ວໂມງ ຜ່ານແອັບພລິເຄຊັນສົ່ງຂໍ້ຄວາມ ແລະ ເວັບໄຊ. ໂຊລູຊັນດັ່ງກ່າວມີທ່າແຮງໃນການຊ່ວຍໃຫ້ທຸລະກິດຍົກລະດັບການບໍລິການລູກຄ້າ, ເພີ່ມປະສິດທິພາບການດຳເນີນງານ ແລະ ຂະຫຍາຍໂອກາດທາງທຸລະກິດ.
ການທີ່ ສະຕາດອັບລາວ ໄດ້ຮັບໂອກາດເຂົ້າຮ່ວມເວທີເຕັກໂນໂລຊີລະດັບໂລກໃນຄັ້ງນີ້ ຖືເປັນອີກກ້າວສຳຄັນໃນການເຜີຍແຜ່ຜົນງານ, ສັກກະຍະພາບ ແລະ ນະວັດຕະກຳດ້ານ AI ຂອງລາວ ສູ່ສາຍຕາສາກົນ ໂດຍສະເພາະ ນັກລົງທຶນສາກົນ ພ້ອມທັງເປີດໂອກາດສ້າງເຄືອຂ່າຍ, ສະແຫວງຫາຄູ່ຮ່ວມມື ແລະ ຕໍ່ຍອດການເຕີບໂຕຂອງສະຕາດອັບລາວໃນຕະຫຼາດສາກົນ.
#Laligence #WebSummit2026 #LaoAI #CatBot #LaoStartup #TechnologyLaos #ASEANEUSCOPE #DOSMEP #MSIC #MOIC
