|
General02 November 2026

ອົງການ KOICA ກະກຽມສ້າງສູນບໍລິການນະວັດຕະກຳຊັບສິນທາງປັນຍາແຫ່ງຊາດ

ອົງການ KOICA ກະກຽມສ້າງສູນບໍລິການນະວັດຕະກຳຊັບສິນທາງປັນຍາແຫ່ງຊາດ

ໃນລະຫວ່າງວັນທີ 26 ຕຸລາ ຫາ 30 ພະຈິກ 2026, ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮ່ວມເຮັດວຽກກັບທີມງານຈາກ ອົງການ KOICA ສ.ເກົາຫຼີ ປະຈຳລາວ ແລະ ກຸ່ມບໍລິສັດ ANYFIVE ພ້ອມດ້ວຍຄະນະ, ຢູ່ທີ່ກະຊວງອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ, ໂດຍມີຈຸດປະສົງເພື່ອລາຍງານສະພາບຄວາມຄືບໜ້າ ແລະ ດຳເນີນການສຳຫຼວດດ້ານເຕັກນິກກ່ຽວກັບສະຖານທີ່ ແລະ ພື້ນຖານໂຄງລ່າງ ສຳລັບການຈັດຕັ້ງປະຕິບັດ “ໂຄງການສ້າງຕັ້ງສູນບໍລິການນະວັດຕະກຳຊັບສິນທາງປັນຍາແຫ່ງຊາດ ຂອງ ສປປ ລາວ”.

ການຮ່ວມເຮັດວຽກຄັ້ງນີ້ ຝ່າຍລາວນຳໂດຍທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ພ້ອມດ້ວຍຄະນະຮອງຫົວໜ້າກົມ, ພະນັກງານວິຊາການຈາກພະແນກຕ່າງໆພາຍໃນກົມ ແລະ ຝ່າຍ ສ.ເກົາຫຼີ ນຳໂດຍທ່ານ ດຣ. ກວານຢອງ ຄົມ (Dr. Kwanyoung Kim) ຫົວໜ້າຄະນະຊ່ຽວຊານ PMC ຈາກ ກຸ່ມບໍລິສັດ ANYFIVE ພ້ອມດ້ວຍຄະນະ ແລະ ນາງ ລີອາລິມ ຮອງຜູ້ຕາງໜ້າອົງການ KOICA ປະຈຳ ສປປ ລາວ, ລວມທັງຜູ້ຕາງໜ້າຈາກຫ້ອງການ ແລະ ສະຖາບັນອຸດສາຫະກຳ, ການຄ້າ ແລະ ພະລັງງານ ກະຊວງອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມ.

ໃນກອງປະຊຸມ ກົມຊັບສິນທາງປັນຍາ ໄດ້ປຶກສາຫາລືຮ່ວມກັບທີມງານ KOICA ປະຈຳ ສປປ ລາວ ແລະ ກຸ່ມບໍລິສັດ ANYFIVE, ເພື່ອແນະນຳໂຄງການ, ຢ້ຽມຢາມກົມ ແລະ ແນະນຳພາລະບົດບາດຄວາມຮັບຜິດຊອບຂອງແຕ່ລະພະແນກ, ພ້ອມທັງສຳຫຼວດດ້ານເຕັກນິກກ່ຽວກັບສະຖານທີ່ ແລະ ພື້ນຖານໂຄງລ່າງຂອງ ສູນບໍລິການນະວັດຕະກຳຊັບສິນທາງປັນຍາແຫ່ງຊາດ.

ນອກຈາກນີ້, ຍັງມີການປະເມີນການດຳເນີນງານພາຍໃນຂອງກົມ ແລະ ລະບົບການສະໜັບສະໜູນພາຍໃນ (Back-office Systems), ລົງເລິກສຶກສາຂັ້ນຕອນການເຮັດວຽກຂອງລະບົບກວດສອບຄຳຮ້ອງ ແລະ ປຶກສາຫາລືການເສີມສ້າງຂີດຄວາມສາມາດກັບ ຫ້ອງການ ກະຊວງ ອຄ, ພ້ອມກຳນົດແຜນເວລາດຳເນີນງານໂດຍລວມ.

ພ້ອມນີ້, ທີມງານຍັງມີແຜນລົງສຳຫຼວດຕະຫຼາດພາຍໃນນະຄອນຫຼວງວຽງຈັນ ເພື່ອປະເມີນສະພາບການລະເມີດສິດຊັບສິນທາງປັນຍາ ໂດຍເນັ້ນໃສ່ສິ່ງບົ່ງຊີ້ທາງພູມສາດ (GI) ແລະ ເຄື່ອງໝາຍການຄ້າ, ກ່ອນຈະມີການປະຊຸມສະຫຼຸບຜົນການສຳຫຼວດ ແລະ ລາຍງານຜົນການຮ່ວມເຮັດວຽກ.

ຄາດວ່າ ການຮ່ວມມືຄັ້ງນີ້, ຈະຊ່ວຍໃຫ້ສາມາດກຳນົດແຜນການສຳຫຼວດພື້ນທີ່ຕົວຈິງ ສຳລັບການຈັດຕັ້ງປະຕິບັດໂຄງການ ແລະ ກະກຽມແຜນງານເລີ່ມຕົ້ນຂະບວນການປະມູນ ເພື່ອຄັດເລືອກຄະນະບໍລິຫານຈັດການໂຄງການ ທີ່ເປັນພື້ນຖານສຳຄັນ ໃນການຂັບເຄື່ອນການສ້າງຕັ້ງ ສູນບໍລິການນະວັດຕະກຳຊັບສິນທາງປັນຍາແຫ່ງຊາດ ໃຫ້ມີຄວາມຄືບໜ້າ ແລະ ເປັນຮູບປະທຳໃນຕໍ່ໜ້າ.

ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

 

Back to News