ກະຊວງ ອຄ ເຜີຍແຜ່ສັນຍາການຄ້າສິນຄ້າອາຊຽນ ສະບັບປັບປຸງ (Upgraded ATIGA)

ວັນທີ 9 ພະຈິກ 2026: ກົມເຈລະຈາ ແລະ ການຮ່ວມມືສາກົນ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມມືກັບ ກອງເລຂາອາຊຽນ, ສູນການຄ້າສາກົນ (ITC) ພາຍໃຕ້ໂຄງການ SCOPE Trade ທີ່ໄດ້ຮັບທຶນສະໜັບສະໜູນຈາກ ສະຫະພາບເອີຣົບ (EU), ແລະ ໂຄງການ BOOST Lao PDR ໄດ້ຈັດກອງປະຊຸມເຜີຍແຜ່ ຫົວຂໍ້: "ສັນຍາການຄ້າສິນຄ້າອາຊຽນສະບັບປັບປຸງ (Upgraded ATIGA) ແລະ ຂໍ້ລິເລີ່ມການອຳນວຍຄວາມສະດວກທາງດ້ານການຄ້າ ສຳລັບ ສປປ ລາວ" ຂຶ້ນຢ່າງເປັນທາງການ ຢູ່ ໂຮງແຮມຄຣາວພລາຊາ,ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ຂວັນໃຈ ອ່ຽວສຸທິ ຮອງຫົວໜ້າກົມເຈລະຈາ ແລະ ຮ່ວມມືສາກົນ
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນຮູບແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກຊຶ່ງມີຜູ້ຕາງໜ້າຈາກຂະແໜງການກ່ຽວຂອງພາກລັດ ແລະ ພາກທຸລະກິດ ຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ, ນອກຈາກນັ້ນ, ຍັງມີຜູ້ຕາງໜ້າຈາກ ກອງເລຂາອາຊຽນ, ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ, ສູນການຄ້າສາກົນ, , ແລະ ບັນດາຄູ່ຮ່ວມງານເພື່ອການພັດທະນາ.
ກອງປະຊຸມໄດ້ຮ່ວມກັນທົບທວນເຖິງຄວາມສໍາຄັນຂອງ ສັນຍາການຄ້າດ້ານສິນຄ້າອາຊຽນ (ATIGA) ທີ່ໄດ້ຈັດຕັ້ງປະຕິບັດມາຕັ້ງແຕ່ປີ 2010 ເປັນຕົ້ນມາ,ເຊິ່ງມີບົດບາດສໍາຄັນໃນການສົ່ງເສີມການຄ້າພາຍໃນອາຊຽນ ຜ່ານການຍົກເວັ້ນພາສີ, ການຫຼຸດຜ່ອນອຸປະສັກທາງດ້ານການຄ້າ ແລະ ການອຳນວຍຄວາມສະດວກໃນການເຄື່ອນຍ້າຍສິນຄ້າ. ນອກຈາກນັ້ນ, ຍັງໄດ້ເນັ້ນເຖິງຄວາມຄືບໜ້າຄັ້ງປະຫວັດສາດ ຈາກການລົງນາມໃນອະນຸສັນຍາສະບັບທີ 2 ເພື່ອແກ້ໄຂສັນຍາ ATIGA ຫຼື "Upgraded ATIGA" ໃນວັນທີ 1 ທັນວາ 2025 ທີ່ຜ່ານມາ ເຊິ່ງຖືເປັນກ້າວສໍາຄັນໃນການສ້າງຄວາມເຂັ້ມແຂງດ້ານເສດຖະກິດ ແລະ ຕອບສະໜອງຕໍ່ການປ່ຽນແປງທາງດ້ານສະພາບແວດລ້ອມຂອງການຄ້າໂລກ. ອະນຸສັນຍາສະບັບນີ້ ຈະມີຜົນບັງຄັບໃຊ້ໃນ ວັນທີ 01 ມິຖຸນາ 2026 ເປັນຕົ້ນໄປ ຫຼື 18 ເດືອນຫຼັງຈາກການລົງນາມ, ໃນໄລຍະເວລານີ້ເປັນຊ່ວງໄລຍະທີ່ສໍາຄັນໃນການກຽມຄວາມພ້ອມພາຍໃນປະເທດໃນການຈັດຕັ້ງປະຕິບັດອະນຸສັນຍາສະບັບນີ້.
ສັນຍາ Upgraded ATIGA ໄດ້ເພີ່ມທັດສະນະ ແລະ ຂໍ້ກຳນົດໃໝ່ໆ ທີ່ຄອບຄຸມຫຼາຍຂົງເຂດ ເຊັ່ນ: ການອຳນວຍຄວາມສະດວກທາງດ້ານການຄ້າ, ມາດຕະການທີ່ມິແມ່ນພາສີ, ຄວາມໂປ່ງໃສ, ສິນຄ້າຜະລິດຄືນໃໝ່ (Remanufactured goods), ການຄ້າ ແລະ ສິ່ງແວດລ້ອມ, ວິກິດການທາງມະນຸດສະທຳ, ຄວາມໝັ້ນຄົງດ້ານອາຫານ, ການຄ້າແບບບໍ່ໃຊ້ເຈ້ຍ (Paperless trade) ແລະ ການເຊື່ອມໂຍງຫ່ວງໂສ້ອຸປະທານ.
ສຳລັບ ສປປ ລາວ, ເຊິ່ງເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ແຕ່ໄດ້ຫັນປ່ຽນມາເປັນສູນກາງການເຊື່ອມໂຍງທາງບົກ (Land-linked country), ການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການເຊື່ອມໂຍງພູມິພາກ ແມ່ນມີຄວາມກ່ຽວຂ້ອງຢ່າງຍິ່ງໃນການປ່ຽນທີ່ຕັ້ງທາງພູມິສາດໃຫ້ເປັນເປົ່າໝາຍທາງເສດຖະກິດ. ການນໍາໃຊ້ເຄື່ອງມືອຳນວຍຄວາມສະດວກຕ່າງໆ ເຊັ່ນ: ລະບົບປະຕູດຽວອາຊຽນ (ASEAN Single Window), ລະບົບຮັບຮອງແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ (ASEAN-Wide Self-Certification Scheme), ລະບົບຜ່ານແດນພາສີອາຊຽນ (ACTS), ຂໍ້ຕົກລົງຮັບຮູ້ເຊິ່ງກັນ ແລະ ກັນ ກ່ຽວກັບຜູ້ປະກອບການບັດຄຳ (AEO MRA), ແລະ ລະບົບຄົ້ນຫາອັດຕາພາສີອາຊຽນ (ASEAN Tariff Finder) ຈະຊ່ວຍໃຫ້ຜູ້ສົ່ງອອກ ແລະ ຜູ້ນຳເຂົ້າຂອງ ສປປ ລາວ ຫຼຸດຜ່ອນຕົ້ນທຶນ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນໃນຕະຫຼາດອາຊຽນ.

ກອງປະຊຸມເຜີຍແຜ່ຈະດຳເນີນເປັນເວລາ 2 ວັນ, ຈະເປັນເວທີແລກປ່ຽນອັນລ້ຳຄ່າໃນການແລກປ່ຽນຄວາມຮູ້, ປະສົບການກັບຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ, ສ້າງຄວາມເຂົ້າໃຈກ່ຽວກັບຂໍ້ປ່ຽນແປງໃໝ່, ພ້ອມທັງເປີດໂອກາດໃຫ້ຂະແໜງການກ່ຽວຂ້ອງເຊັ່ນຜູ້ອອກຟອມ, ຜູ້ຮັບຟອມພາສີ, ສະມາຄົມທຸລະກິດ, ຜູ້ສົ່ງອອກ-ນໍາເຂົ້າ ໄດ້ຮ່ວມກັນຫາລື, ຄົ້ນຫາສິ່ງທ້າທາຍ ແລະ ວິທີແກ້ໄຂຢ່າງເປັນຮູບປະທຳ.
ໃນຕອນທ້າຍ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຢືນຢັນຄວາມມຸ່ງໝັ້ນທີ່ຈະຮ່ວມມືຢ່າງໃກ້ຊິດກັບ ກອງເລຂາອາຊຽນ, ຄູ່ຮ່ວມງານເພື່ອການພັດທະນາ, ຂະແໜງການທີ່ກ່ຽວຂ້ອງ ແລະ ພາກເອກກະຊົນ ເພື່ອຈັດຕັ້ງປະຕິບັດ ແລະ ໝູນໃຊ້ປະໂຫຍດຈາກສັນຍາ Upgraded ATIGA ແລະ ຂໍ້ລິເລີ່ມອຳນວຍຄວາມສະດວກທາງດ້ານການຄ້າ ໃຫ້ມີຜົນປະໂຫຍດສູງສຸດແກ່ ສປປ ລາວ.
Related News
11 November 2026
ກະຊວງ ອຄ ຮ່ວມກັບຊ່ຽວຊານສະວິດເຊີແລນ ແລກປ່ຽນບົດຮຽນ ແລະ ຝຶກອົບຮົມພາກປະຕິບັດຕົວຈິງ ດ້ານຄວາມປອດໄພເຂື່ອນ
09 November 2026
ກະຊວງ ອຸດສາຫະກຳ ແລະ ການຄ້າຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄວ້າໜອງເກືອຊິງໄຮ ແລະ ສະຖາບັນຄົ້ນຄວ້າພູພຽງຊິງໄຮ–ທິເບດ
07 November 2026
