ສະຫຼຸບການຈັ້ງປະຕິບັດແຜນງົນປະມານ 9 ເດືອນ ແລະ ທິດທາງ 3 ເດືອນທ້າຍປີ 2026

ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026
- ວັນທີ 18 ພະຈິກ 2026, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026 ໂດຍການເປັນປະທານຂອງ ທ່ານ ເພັດພາພອນ ລັດຖະຈັກ ຮອງຫົວໜ້າຫ້ອງການກະຊວງ ອຄ, ມີບັນດາຄະນະກົມ, ຄະນະພະແນກ ແລະ ວິຊາການ ຜູ້ຮັບຜິດຊອບວຽກງານການເງິນຈາກບັນດາກົມອ້ອມຂ້າງກະຊວງເຂົ້າຮ່ວມ.

- ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອ:
1) ທົບທວນ ແລະ ຕີລາຄາຜົນສຳເລັດ, ດ້ານດີ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດແຜນງົບປະມານ 9 ເດືອນຜ່ານມາ ເພື່ອຊອກຫາວິທີທາງແກ້ໄຂ ແລະ ວາງມາດຕະການໃຫ້ບັນລຸຕາມຄາດໝາຍ.
2) ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບການສ້າງແຜນງົບປະມານ ປີ 2027 ໃຫ້ມີຄວາມຮັດກຸມ, ສອດຄ່ອງກັບແຜນພັດທະນາຂະແໜງການ 5 ປີ ຄັ້ງທີ IX (2026-2030) ແລະ ແຜນວຽກຈຸດສຸມ ເພື່ອໃຫ້ການນຳໃຊ້ງົບປະມານຂອງລັດ ເກີດປະສິດທິຜົນສູງສຸດ, ປະຢັດ ແລະ ໂປ່ງໃສ.
- ກອງປະຊຸມໄດ້ຮັບຟັງການລາຍງານສະພາບລວມການຈັດຕັ້ງປະຕິບັດແຜນງົບປະມານ 9 ເດືອນ ແລະ ທິດທາງ 3 ເດືອນທ້າຍປີ 2026, ພ້ອມທັງເຜີຍແຜ່ກົນໄກ ແລະ ຂັ້ນຕອນການຂຶ້ນແຜນງົບປະມານ ປະຈຳປີ 2027 ໃຫ້ບັນດາກົມອ້ອມຂ້າງກະຊວງຮັບຊາບ ເພື່ອໃຫ້ການຈັດຕັ້ງປະຕິບັດເປັນເອກະພາບ ແລະ ຖືກຕ້ອງກົດຫມາຍ ແລະ ລະບຽບການ.
- ໃນຕອນທ້າຍ, ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອສືບຕໍ່ຍົກສູງປະສິດທິພາບໃນການຄຸ້ມຄອງ ແລະ ບໍລິຫານງົບປະມານຂອງກະຊວງ ອຄ ໃຫ້ມີຄວາມເຂັ້ມແຂງຍິ່ງໆຂຶ້ນໃນຕໍ່ໜ້າ.

Related News
19 November 2026
ກະຊວງ ອຄ ລົງນາມສັນຍາຮ່ວມມືສ້າງຕັ້ງຫ້ອງກວດສອບ ແລະ ຢັ້ງຢືນຄວາມປອດໄພຖັງ ບັນຈຸນາມັນເຊື້ອໄຟ ແລະ ອາຍແກີດ ຢູ ສປປ ລາວ
18 November 2026
ກົມຊັບສິນທາງປັນຍາ ຮ່ວມກັບ WIPO ແລະ JPO ຈັດສຳມະນາສ້າງຄວາມຮັບຮູ້ກ່ຽວກັບລະບົບເຮັກ (Hague System)
16 November 2026
