|
General27 November 2026

ລົງຊຸກຍູ້, ຕິດຕາມ, ກວດສອບ ແລະ ຢັ້ງຢືນຄຸນນະພາບ ອຸປະກອນພິເສດ

 ລົງຊຸກຍູ້, ຕິດຕາມ, ກວດສອບ ແລະ ຢັ້ງຢືນຄຸນນະພາບ ອຸປະກອນພິເສດ

       ໃນຕອນເຊົ້າ ຂອງວັນທີ 27 ພະຈິກ 2026 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ສົມທົບກັບທາງ ຂະແໜງການທີ່ກ່ຽວຂ້ອງເຊັ່ນ: ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກົມອຸດສາຫະກຳປຸງແຕ່ງ, ກະຊວງອຸດສາຫະກຳ ແລະ ການຄ້າ; ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ລົງ​ຊຸກຍູ້, ຕິດ ຕາມ, ກວດສອບ ແລະ ຢັ້ງຢືນຄຸນນະພາບ ອຸປະກອນພິເສດ (ປະລິບໂດຍສານ) ຢູ່ທີ່ໂຄງການກໍ່ສ້າງທີ່ຢູ່ອາໄສລະດັບສູງ; ບໍລິສັດ ຊຸມຊົນສາກົນຫາຍວານ ຈໍາກັດ ບ້ານ ຂຸນຕາ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ. ພ້ອມການເຂົ້າຮ່ວມເປັນສັກຂີພິຍານຈາກສື່ມວນຊົນຫຼາຍສໍານັກ.

ຫ້ອງກວດສອບອຸປະກອນພິເສດ, ກົມມາດຕະຖານ ແລະ ວັດແທກ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ຮູ້ຕື່ມວ່າ ນີ້ຖືເປັນຄັ້ງທຳອິດໃນ ສປປ ລາວ ທີ່ໄດ້ເປີດໃຫ້ເຫັນຂະບວນການ ແລະ ຂັ້ນຕອນທັງໝົດ ໃນການກວດສອບລິບໃຫ້ຂະແໜງການທີ່ກ່ຽວຂ້ອງ, ບໍລິສັດ ຕິດຕັ້ງ, ປັບແກ້ສ້ອມແປງ ແລະ ເຈົ້າຂອງໂຄງການໄດ້ມີສ່ວນຮ່ວມ ແລະ ຮັບຮູ້ຮ່ວມ ກັນ. ເນື່ອງຈາກປະຈຸບັນ ສປປ ລາວ ກໍາລັງມີການກໍ່ສ້າງພື້ນຖານໂຄງລ່າງ ໂດຍສະເພາະແມ່ນຕຶກອາຄານທີ່ມີການນໍາໃຊ້ຢ່າງຫຼວງຫຼາຍ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນນັ້ນອັນຕະລາຍທີ່ເກີດຂື້ນຈາກການນໍາໃຊ້ອຸປະກອນພິເສດດັ່ງກ່າວ ນັບມື້ນັບຫຼາຍຂຶ້ນ. ເພື່ອເຮັດໃຫ້ບັນດາອຸປະກອນທີ່ກ່າວມາຂ້າງເທິງນັ້ນ ໄດ້ມາດຕະຖານ, ມີຄວາມປອດໄພ, ຮັບປະກັນການໃຊ້ງານ ແລະ ປ້ອງກັນການເກີດອຸປະຕິເຫດ, ຫຼີກລ້ຽງການສູນເສຍທາງດ້ານຊີວິດ ແລະ ຊັບສິນ ຂອງ ຜູ້ຊົມໃຊ້. ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ສ້າງຂໍ້ຕົກລົງສະບບັບເລກທີ 1571 ລົງວັນທີ 27 ພະຈິກ 2020 ວ່າດ້ວຍການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພຂອງອຸປະກອນພິເສດ, ເຊິ່ງເນື້ອໃນຂອງຂໍ້ຕົກລົງດັ່ງກ່າວ ລິບແມ່ນອຸປະກອນພິເສດທີ່ຢູ່ພາຍໃຕ້ການຄຸ້ມຄອງເຊິ່ງເລີ່ມຈາກ:

- ກ່ອນນຳເຂົ້າ ຕ້ອງໄດ້ຮັບການອະນຸມັດ ຈາກກົມມາດຕະຖານ ແລະ ວັດແທກ ແລະ ຂະແໜງການທີ່ກ່ຽວຂ້ອງ;

- ຂໍອະນຸຍາດໃນການດໍາເນີນ ການຕິດຕັ້ງ, ປັບແກ້ ແລະ ສ້ອມແປງ ອຸປະກອນພິເສດ ຈາກອົງການ ຄຸ້ມຄອງຄຸນນະ ພາບ ແລະ ຄວາມປອດໄພ ອຸປະກອນພິເສດ ທີ່ກ່ຽວຂ້ອງ;

- ກ່ອນການດໍາເນີນການຕິດຕັ້ງ, ປັບແກ້ ແລະ ສ້ອມແປງ ອຸປະກອນພິເສດ ຕ້ອງນໍາສະເໜີຕໍ່ອົງ ການຄຸ້ມຄອງຄຸນນະ ພາບ ແລະ ຄວາມປອດໄພ ອຸປະກອນພິເສດ ເພື່ອລົງຕິດຕາມຂະບວນການດໍາເນີນງານ ແລະ ພາຍຫຼັງການຕິດຕັ້ງ, ປັບແກ້ ແລະ ສ້ອມແປງ ກໍຕ້ອງໄດ້ສະເໜີອົງການຄຸ້ມຄອງຄຸນນະພາບ ແລະ ຄວາມ ປອດໄພອຸປະກອນພິເສດ ເພື່ອອອກໃບຢັ້ງຢືນຄຸນນະພາບອຸປະກອນພິເສດ;

- ພາຍຫຼັງການຕິດຕັ້ງ, ດັດແກ້, ສ້ອມແປງແລ້ວ ຕ້ອງໄດ້ຮັບການກວດສອບມາດຕະຖານ ແລະ ໄດ້ຮັບໃບຢັ້ງຢືນຄຸນນະ ພາບ ຈຶ່ງສາມາດນຳໃຊ້ໄດ້;

- ພາຍຫຼັງທີ່ມີການນຳໃຊ້ແລ້ວ ຕ້ອງໄດ້ຮັບການກວດສອບຄືນ ຕາມກຳນົດເວລາ ປີລະໜຶ່ງຄັ້ງ.

   ກ່ອນຈະມີການລົງກວດສອບຕົວຈິງ ທາງຄະນະວິຊາການໄດ້ຮັບຟັງການລາຍງານຈາກຜູ້ຕາງ ໜ້າວິສາຫະກິດພັດທະ ນາອະສັງຫາລິມະຊັບວ່າ, ລິບແມ່ນອຸປະກອນພິເສດທີ່ເຈົ້າຂອງ ທີ່ພັກອາໄສ ໄດ້ນຳໃຊ້ຫຼາຍທີ່ສຸດ, ສະພາບຄວາມປອດໄພຂອງມັນ ສົ່ງຜົນກະທົບໂດຍກົງຕໍ່ຜູ້ເຂົ້າພັກອາໄສ ແລະ ຊື່ສຽງຂອງໂຄງການ.ເມື່ອຕະຫຼາດອະສັງຫາລິມະຊັບຂອງລາວກຳລັງຫັນໄປສູ່ການປ່ຽນແປງດ້ານຄຸນນະພາບ, ຄວາມປອດໄພຂອງລິບ ຕ້ອງໄດ້ໃຫ້ຄວາມສຳຄັນ ນັບຕັ້ງແຕ່ການເລືອກປະເພດຂອງລິບ, ການຕິດຕາມ, ການຕິດຕັ້ງ ແລະ ການຄຸ້ມຄອງການກວດຮັບ. ບໍລິສັດອະສັງຫາລິມະຊັບ ໄດ້ລະບຸຢ່າງຊັດເຈນວ່າ, ຈະຖືເອົາ “ການກວດສອບລິບທີ່ຜ່ານ” ເປັນເງື່ອນໄຂກ່ອນການກວດຮັບ ໂຄງການ ແລະ ການສົ່ງມອບກ່ອນການນຳໃຊ້, ໂຄງການພັດທະນາໃນຕໍ່ໜ້າ ກໍ່ຈະຕິດຕໍ່ກັບໜ່ວຍງານກວດສອບຢ່າງຕັ້ງໜ້າ, ຖືເອົາເງື່ອນໄຂກວດສອບ ຈັດເຂົ້າໃນການຄຸ້ມຄອງຂອງໂຄງການ, ປ້ອງກັນການ “ນຳໃຊ້ກ່ອນກວດສອບ” ແລະ “ສົ່ງມອບ ເຄື່ອງທີ່ມີບັນຫາ”.

ພ້ອມດຽວກັນນັ້ນບໍລິສັດ ລາວຊິນໝິງ ຈຳໜ່າຍລິບ ຈຳກັດຜູ້ດຽວ ໃນນາມເປັນຜູ້ຈໍາໜ່າຍ ແລະ ຕິດຕັ້ງ, ປັບແກ້, ສ້ອມແປງ ລິບ ໃຫ້ແກ່ໂຄງການດັ່ງກ່າວ ກໍ່ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຖືເອົາ ການຮ່ວມມືກັບການກວດສອບ ເພື່ອໃຫ້ສອດຄ່ອງຕາມລະບຽບກົດໝາຍ ແລະ ຮັບ ປະກັນຄຸນນະ ພາບ  ການບຳລຸງຮັກສາເປັນພື້ນຖານ ຂອງການບໍລິການ. ໃນເວລາຈຳໜ່າຍລິບຕ້ອງສະແດງ ໃບຢັ້ງ ຢືນການກວດສອບທີ່ໄດ້ມາດຕະຖານ, ບັນທຶກການບຳລຸງຮັກສາ ໃຫ້ລູກຄ້າ, ພ້ອມທັງອະທິບາຍ ການຊ່ວຍເຫຼືອໃນເວລາສຸກເສີນ. ຂະບວນການ ກວດສອບທີ່ໂປ່ງໃສ ແມ່ນວິທີທີ່ມີປະສິດທິພາບ ທີ່ສຸດ ໃນການກຳຈັດຄວາມກັງວົນຂອງລູກຄ້າ. “ໃຫ້ລູກຄ້າເຫັນການກວດສອບ, ເຂົ້າໃຈການກວດສອບ, ຈຶ່ງຈະສາມາດໝັ້ນໃຈໃນການຂຶ້ນລິບໄດ້ ຢ່າງແທ້ຈິງ.”

 

 

 

Back to News