ຫຼາຍພາກສ່ວນມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ
By ໄພວັນ On 17 Sep, 2024 At 10:21 AM | Categorized As ຂ່າວສຳຄັນ | With 0 Comments

3

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2024 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ມີຫລາຍພາກສ່ວນໄດ້ມອບເງິນອຸປະຖໍາກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ ແລະ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ບັນດາແຂວງພາກເໜືອ ເຊິ່ງປະກອບມີ: ບໍລິສັດ ລາວສະແຕນດາດ ຈໍາກັດ ມອບເງິນຈຳນວນ 500 ລ້ານກີບ ມອບໂດຍ ທ່ານ ອຸທອນ ໄຕລິດທິ ອຳນວຍການ ບໍລິສັດ ແລະ ກຸ່ມບໍລິສັດ ໂຊກໄຊ ມອບເງິນຈຳນວນ 200 ລ້ານກີບ ມອບໂດຍ ທ່ານ ປອ ພັນປະກິດ ອ່ອນພັນດາລາ ຮອງປະທານກຸ່ມ, ຕາງໜ້າກະຊວງ ຮັບໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍມີຕາງໜ້າອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມເປັນສັກຂີພະຍານ. ໂອກາດນີ້, ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ຕໍ່ບໍລິສັດທັງສອງ ທີ່ໄດ້ສະໜັບສະໜູນ ແລະ ປະກອບສ່ວນໃຫ້ແກ່ວຽກງານຈັດກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ, ການຊ່ວຍເຫລືອນີ້ຈະເປັນປະໂຫຍດຢ່າງຍິ່ງ ເຊິ່ງຈະຊ່ວຍກອງເລຂາຂອງກະຊວງໃນການຊ່ວຍອຳນວຍຄວາມສະດວກກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ ແລະ ກອງປະຊຸມອື່ນໆ ທີ່ຈັດໂດຍກະຊວງ. ພ້ອມກັນນັ້ນ, ທ່ານ ຮອງລັດຖະມົນຕີ ຍັງຊົມເຊີຍ ນໍາທຸກພາກສ່ວນ ທີ່ມີຈິດໃຈມະນຸດສະທໍາ, ເອື້ອເຟື້ອເຜື່ອແຜ່ ໃຫ້ການຊ່ວຍເຫລືອ ຕໍ່ບັນດາຜູ້ປະສົບອຸທົກກະໄພ ໃນຄັ້ງນີ້ ເຖິງວ່າສະພາບເສດຖະກິດມີຄວາມຫຍຸ້ງຍາກ ແຕ່ການຊ່ວຍເຫລືອດັ່ງກ່າວ, ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງສະພາບການຕົວຈິງໃນປັດຈຸບັນ ແລະ ທ່ານ ຍັງໄດ້ສະແດງຄວາມຢືນຢັນວ່າ ຈະນຳເອົາການຊ່ວຍເຫລືອດັ່ງກ່າວນຳໃຊ້ເຂົ້າໃນການຊ່ວຍເຫຼືອຜູ້ຖືກປະສົບໄພນໍ້າຖ້ວມຢູ່ບັນດາແຂວງພາກເໜືອ ໃຫ້ໄດ້ໄວທີ່ສຸດ.

ຂ່າວ-ພາບ: ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -