ກະຊວງອຸດສາຫະກຳ ແລະ ການຄ້າ ຊີ້ແຈງກ່ຽວກັບ ການຫັນຈາກການຂຸດຄົ້ນ-ສົ່ງອອກແຮ່ດິບ ໄປສູ່ການປຸງແຕ່ງສ້າງມູນຄ່າເພີ່ມ

ໃນກອງປະຊຸມສະພາແຫ່ງຊາດ ຊຸດທີ X ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ເເລະ ການຄ້າໄດ້ ຊີ້ແຈງຕໍ່ກອງປະຊຸມວ່າ: ກະຊວງ ອຄ ໄດ້ມີນະໂຍບາຍສົ່ງເສີມການປຸງແຕ່ງແຮ່ທາດ ເພື່ອສ້າງມູນຄ່າເພີ່ມ, ແຕ່ໃນພາກປະຕິບັດ ການພັດທະນາແຮ່ທາດໃນໄລຍະຜ່ານມາ ຍັງມີທ່າອ່ຽງເນັ້ນການສົ່ງອອກວັດຖຸດິບເປັນຕົ້ນຕໍ ເພື່ອສ້າງລາຍຮັບ ມາແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງີນ ເຮັດໃຫ້ພວກເຮົາ ນຳໃຊ້ຊັບພະຍາກອນບໍ່ທັນຄຸ້ມຄ່າ; ເພື່ອປະຕິບັດຕາມ ມະຕິ 04/ກມສພ ວ່າດ້ວຍການ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ), ລັດຖະບານໄດ້ວາງທິດທາງຫລຸດຜ່ອນ ແລະ ກ້າວໄປສູ່ການຢຸດຕິ ການສົ່ງອອກແຮ່ດິບ.
ໃນໄລຍະ 1 ປີຜ່ານມາ ພາຍຫລັງຄວບໂຮມກະຊວງ ອຄ ແລະ ກພບ ເຂົ້າກັນ, ກອຄ ກໍພະຍາຍາມສືບຕໍ່ ຫັນທິດການພັດທະນາແຮ່ທາດ ໃຫ້ໄປຕາມວິໄສທັດ ທີ່ຍຸດທະສາດ ປີ 2023 ໄດ້ກຳນົດຄື: ‘ພັດທະນາວຽກງານທໍລະນີສາດ ແລະ ບໍ່ແຮ່ ຕາມທິດຫັນເປັນອຸດສາຫະກຳທັນສະໄຫມ ແລະ ນຳໃຊ້ທ່າແຮງຊັບພະຍາກອນແຮ່ທາດ ຢ່າງໂປ່ງໃສ, ເປັນມືອາຊີບ, ປະຢັດ, ມີປະສິດທິພາບ ແລະ ປະສິດທິຜົນສູງ, ຕາມເປົ້າໝາຍການພັດທະນາສີຂຽວ ແລະ ຍືນຍົງ’ ເຊິ່ງຄວາມຄືບໜ້າທີ່ສໍາຄັນ ກໍລວມເຖິງ: ການສ້າງດຳລັດ ເລກທີ 314/ນຍ ວ່າດ້ວຍ ນິຄົມອຸດສາຫະກຳ ອາຊີໂປຕາສ ເພື່ອເປັນຕົ້ນແບບການສ້າງ ຕ່ອງໂສ້ມູນຄ່າອຸດສາຫະກຳແຮ່ທາດຄົບວົງຈອນ; ປັບປຸງກົດໝາຍວ່າດ້ວຍແຮ່ທາດ ສະບັບ ປີ 2017 ທີ່ຈະນຳສະເໜີຕໍ່ສະພາແຫ່ງຊາດໃນຕົ້ນປີ 2027 ນີ້; ສ້າງຮ່າງຄຳສັ່ງນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງນະໂຍບາຍ ແລະ ເພີ່ມທະວີການຄຸ້ມຄອງການພັດທະນາແຮ່ທາດ ໃນໄລຍະໃໝ່ ເຊິ່ງໄດ້ກຳນົດນະໂຍບາຍບັງຄັບ ໃຫ້ໂຄງການໃໝ່ທຸກໂຄງການຕ້ອງສ້າງໂຮງງານປຸງແຕ່ງ ແລະ ຫ້າມສົ່ງອອກແຮ່ດິບຢ່າງເດັດຂາດ ເຊິ່ງຄຳສັ່ງດັ່ງກ່າວຄາດວ່າ ຈະອອກມາໃນເດືອນນີ້ ພາຍຫລັງໄດ້ສົ່ງຮັບຄຳເຫັນ ຈາກຄະນະປະຈຳສະພາແຫ່ງຊາດ ແລະ ກອງປະຊຸມສູນກາງຄົບຄະນະວິສາມັນ ໃນອາທິດຜ່ານມາ.
2. ໝາກຜົນຕົວຈິງເບື້ອງຕົ້ນ ໃນການສົ່ງເສີມການປຸງແຕ່ແຮ່ທາດ:
ໂດຍເສີມຂະຫຍາຍຫມາກຜົນ ທີ່ສ້າງຂຶ້ນບົນພື້ນຖານການຮ່ວມມືກັບບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ພວກເຮົາເຫັນທ່າອ່ຽງຂອງການປ່ຽນແປງ ທີ່ຕັ້ງໜ້າຄ່ອຍໆດີຂຶ້ນ ຕົວຢ່າງ:
1) ໂຄງການນິຄົມອຸດສາຫະກຳ ອາຊີໂປຕາດຊ: ຜູ້ພັດທະນານິຄົມອຸດສາຫະກຳ ອາຊີໂປຕາສ ຢູ່ແຂວງຄຳມ່ວນ ໄດ້ມີຄວາມເຊື່ອຫມັ້ນ ຕໍ່ນະໂຍບາຍທີ່ຊັດເຈນຂຶ້ນໃນການສົ່ງເສີມອຸດສາຫະກຳປຸງແຕ່ງ, ຍ້ອນແນວນັ້ນ, ໃນ 1 ປີ ຜ່ານມາ ຜູ້ພັດທະນານິຄົມສາມາດດຶງດູດນັກລົງທຶນເຂົ້າມາລົງທຶນແລ້ວ ຈຳນວນ 14 ໂຮງງານ, ມູນຄ່າການລົງທຶນທັງ ໝົດ 730 ກວ່າ ລ້ານ ໂດລາສະຫະລັດ, ໃນນີ້ ມີຈຳນວນ 9 ໂຮງງານ ໄດ້ດຳເນີນການຜະລິດແລ້ວ, ໃນ ເດືອນ 1-8 ປີ 2026 ມີມູນຄ່າການສົ່ງອອກ ເຖິງ 120 ກວ່າລ້ານ ໂດລາສະຫະລັດ, ໄດ້ສ້າງວຽກເຮັດງານທຳ ເກືອບ 2 ພັນຄົນ. ພ້ອມນີ້ ຍ້ອນມີການສ້າງນິີຄົມອຸດສາຫະກຳ ໂຄງການຂຸດຄົ້ນເກືອໂປຕາສ ກໍ່ໄດ້ເພີ່ມກຳລັງການຜະລິດ ແລະ ເຮັດໃຫ້ການມອບພັນທະພາສີອາກອນ ກໍ່ຈະເພີ່ມຂຶ້ນຈາກ 93 ລ້ານ ໂດລາສະຫະລັດ ໃນປີ 2025 ມາເປັນ 100 ກວ່າລ້ານ ໂດລາສະຫະລັດ ໃນປີ 2026 (9 ເດືອນ).
2) ໂຄງການລົງທຶນພັດທະນາເກືອກາລີ ຂອງ ບໍລິສັດ ໄຄຢວນ: ໂດຍເຫັນນະໂຍບາຍ ທີ່ບໍລິສັດ ເອເຊຍໂປຕັດ ໄດ້ຮັບ, ບໍລິສັດໄຄຢວນ ກໍຕັດສິນໃຈ ມາສຶກສາສ້າງເປັນນິຄົມອຸດສາຫະກໂປຕັດເຊັ່ນກັນ, ແລະເຖິງແມ່ນວ່າ ບໍລິສັດ ຍັງບໍທັນໄດ້ຮັບນະໂຍບາຍ ນິຄົມອຸດສາຫະກຳກໍຕາມ ກໍໄດ້ຕັດສິນໃຈ ພັດທະນາພື້ນຖານໂຄງລ່າງ ເພື່ອດຶງດູດການລົງທຶນ ເຊິ່ງນັບແຕ່ ເດືອນ ສິງຫາ 2025 ຮອດປະຈຸບັນ ມີ 12 ບໍລິສັດ ໄດ້ຕັດສິນໃຈລົງທຶນໃນນິຄົມອຸດສາຫະກຳດັ່ງກ່າວ, ມີມູນຄ່າການລົງ ທຶນເກີນ 600 ລ້ານ ໂດລາສະຫະລັດ ແລະ ໄດ້ລົງທຶນສ້າງໂຮງງານສຳເລັດແລ້ວ 4 ໂຮງງານ, ຊຶ່ງມູນຄ່າການລົງທຶນ 4 ໂຮງງານດັ່ງກ່າວແມ່ນ 250 ກວ່າລ້ານ ໂດລາສະຫະລັດ.
ຈາກສັງເກດຕົວເລກການສົ່ງອອກ ໃນ 9 ເດືອນ ປີ 2026 (ທຽບໃສ່ໄລຍະດຽວກັນຂອງປີ 2025): ການສົ່ງອອກ ເກືອກາລີ ບັນລຸໄດ້ 947 ລ້ານໂດລາ;
3) ໂຄງການພັດທະນາແຮ່ບົກຊິດ ເປັນອຸດສາຫະກຳອາລູມີນາ: ໂດຍເລັງເຫັນການຫັນປ່ຽນນະໂຍບາຍ ຂອງລັດຖະ ບານ ທີ່ຈະຈຳກັດ ແລະ ກ້າວໄປສູ່ການຫ້າມການສົ່ງອອກແຮ່ດິບ, ນັກລົງທຶນຂະຫນາດໃຫຍ່ ທີ່ມີຊື່ສຽງລະດັບໂລກ ເປັນຕົ້ນ ບໍລິສັດ ອາລູມີນຽມຈຳກັດ, ບໍລິສັດ ຫາງໂຈຈິນຈຽງ, ກຸ່ມບໍລິສັດລົງທຶນກວາງຊີ, ກຸມບໍລິສັດ ຕົງຟາງຊີວາງ ແລະ ກຸ່ມບໍລິສັດ ລາວໄຄຢວນ ເຊິ່ງເປັນບໍລິສັດທີ່ມີຄວາມພ້ອມ ແລະ ມີໂຮງງານອາລູມີນາ-ອາລູມີນຽມ ຢູ່ ສປ ຈີນ ທີ່ໄດ້ສະແດງເຈດຈຳນົງຢ່າງຈິງຈັງ ແລະ ຜ່ານການປຶກສາຫາລື ແມ່ນມີຄວາມພ້ອມ ທີ່ຈະປະຕິບັດເງື່ອນໄຂ ການສ້າງໂຮງງານປຸງແຕ່ງອາລູມີນາ ຢູ່ ສປປ ລາວ ຖ້າມີຊັບພະຍາກອນບົກຊິດພຽງພໍ.
3. ສິ່ງທ້າທາຍ ແລະ ຂໍ້ຄົງຄ້າງໃນການປຸງແຕ່ງແຮ່ທາດ
ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ເເລະ ການຄ້າເຖິງ ໄດ້ຊີ້ແຈງຕໍ່ກອງປະຊຸມສະພາແຫ່ງຊາດ ຊຸດທີ X ຄັ້ງວັນທີ 7 ຕຸລາ 2026 ວ່າ: ກະຊວງ ອຄ ໄດ້ມີຄວາມພະຍາຍາມ ຜັນຂະ ຫຍາຍນະໂຍບາຍ ແລະ ສົ່ງສັນຍາທີ່ຊັດເຈນ ກ່ຽວກັບທິດການພັດທະນາແຮ່ທາດໃນໄລຍະໄຫມ່ ເຮັດໃຫ້ການພັດທະນາອຸດສາຫະກຳປຸ່ງແຕ່ງແຮ່ທາດ ເລີ່ມມີທ່າອ່ຽງທີ່ດີຂຶ້ນ, ແຕ່ພວກເຮົາກໍ່ຍັງມີສິ່ງທ້າທາຍ ແລະ ຂໍ້ຄົງຄ້າງຕົວຈິງທີ່ຈະຕ້ອງໄດ້ເລັ່ງຄົ້ນຄ້ວາ ແລະ ແກ້ໄຂ ເປັນຕົ້ນ:
1) ດ້ານນະໂຍບາຍ ແລະ ລະບຽບການສົ່ງເສີມ:
2) ພື້ນຖານໂຄງລ່າງ ແລະ ຕົ້ນທຶນໂລຈິສຕິກ:
3) ການສະໜອງພະລັງງານໄຟຟ້າ:
4) ນະໂຍບາຍພາສີ-ອາກອນ:
5) ການລັກລອບສົ່ງອອກແຮ່ດິບ ແລະ ການຫຼົບຫຼີກພັນທະ:
6) ຄວາມຕ້ອງການແຮ່ດິບຂອງຕະຫຼາດຕ່າງປະເທດ ແລະ ຄວາມຕ້ອງການລາຍຮັບງົບປະມານ:
7) ຂີດຄວາມສາມາດທາງວິຊາການ:
4. ທິດທາງນະໂຍບາຍສຳຄັນ ໃນຮ່າງຄຳສັ່ງນາຍົກລັດຖະມົນຕີ ສະບັບໃໝ່
ເພື່ອສ້າງບາດກ້າວບຸກທະລຸ ແລະ ແກ້ໄຂສິ່ງທ້າທາຍດັ່ງກ່າວ, ກອຄ ໄດ້ສະເໜີນະໂຍບາຍ ເຊິ່ງໄດ້ກຳນົດ ໃນຮ່າງຄຳສັ່ງວ່າດ້ວຍການປັບປຸງນະໂຍບາຍ ແລະ ເພີ່ມທະວີ ການຄຸ້ມຄອງການພັດທະນາແຮ່ທາດໃນໄລຍະໄໝ່ ດັ່ງນີ້:
1) ກຳນົດມາດຕະຖານ 10 ຂໍ້ ທີ່ເຂັ້ມງວດໃນການຄັດເລືອກນັກລົງທຶນ: ຕ້ອງເປັນມືອາຊີບ, ມີຖານະການເງິນເຂັ້ມແຂງ, ມີເງື່ອນໄຂຕ້ອງປຸງແຕ່ງ, ຕ້ອງເປີດເຜີຍເຈົ້າຂອງກຳມະສິດທີ່ແທ້ຈິງ (UBO) ໂດຍຫ້າມນຳໃຊ້ຕົວແທນບັງໜ້າຢ່າງເດັດຂາດ.
2) ປະມູນໂຄງການຢ່າງໂປ່ງໃສ 100%: ດຳເນີນການປະມູນໃນ 3 ເຂດພື້ນທີ່ຄື: ເຂດທີ່ມີຂໍ້ມູນແຮ່, ເຂດສົ່ງເນື້ອທີ່ຄືນ, ແລະ ເຂດທີ່ລັດຖະບານຖອນໃບອະນຸຍາດ (ຫ້າມບໍລິສັດກຸ່ມ C ແລະ C+ ເຂົ້າຮ່ວມປະມູນເດັດຂາດ).
3) ວາງແຜນຢຸດຕິການສົ່ງອອກແຮ່ດິບຢ່າງຊັດເຈນ:
- ແຮ່ທາດຫາຍາກ (Rare Earth): ຢຸດຕິການອະນຸຍາດໂຄງການໃໝ່ຢ່າງເດັດຂາດ;
- ຫີນກາວ, ບາຣິດ, ອັງຕີມອນ, ໂກບານ, ຕັງສະເຕນ, ນິແກນ: ຢຸດຕິການອະນຸຍາດໃໝ່ ແລະ ວາງແຜນຢຸດຕິການສົ່ງອອກແຮ່ດິບທັງໝົດພາຍໃນປີ 2030;
- ໂຄງການທີ່ອະນຸມັດຜ່ານມາ: ກະຊວງ ອຄ ຈະສ້າງແຜນຫຼຸດຜ່ອນການສົ່ງອອກແຮ່ດິບສະເໜີ ລັດຖະບານພາຍໃນທ້າຍປີ 2026 ນີ້.
4) ຫັນການຄຸ້ມຄອງເປັນດິຈິຕອນ ແລະ ປະຕິບັດມາດຕະຖານ ESG: ຕິດຕັ້ງລະບົບຊັ່ງນ້ຳໜັກ Real-time ຢູ່ທາງອອກທຸກບໍ່ແຮ່, ເຊື່ອມໂຍງຂໍ້ມູນເຂົ້າກັບລະບົບ TaxRIS ຂອງຂະແໜງການເງິນ, ກວດກາແຮ່ທາດຕົ້ນທາງ-ປາຍທາງຢ່າງເຂັ້ມງວດ ແລະ ທຸກໂຄງການຕ້ອງປະຕິບັດ ພັນທະສິ່ງແວດລ້ອມ-ສັງຄົມ (ESG) ຢ່າງເຂັ້ມງວດ.
Related News
06 October 2026
ກອຄ ຈັດກອງປະຊຸມປຶກສາຫາລື ຊຸກຍູ້ການພັດທະນາເສດຖະກິດ-ການເງິນ ແລະ ການຫຼຸດຜ່ອນຄວາມທຸກຍາກ ຂອງແຂວງຊຽງຂວາງ
06 October 2026
ບັນຫາ ແລະ ສິ່ງທ້າທາຍ ທາງດ້ານພະລັງງານ ຂອງ ສປປ ລາວ ໃນໄລຍະ 5 ປີ (2021-2025)
06 October 2026
