|
Mining12 October 2026

ກອງປະຊຸມເຜີຍແຜ່ເນື້ອໃນສັນຍາສໍາປະທານພັດທະນາບໍ່ແຮ່ ໂຄງການ ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ

ກອງປະຊຸມເຜີຍແຜ່ເນື້ອໃນສັນຍາສໍາປະທານພັດທະນາບໍ່ແຮ່ ໂຄງການ ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ

ໃນຄັ້ງວັນທີ 12 ຕຸລາ 2026 ທີ່ຫ້ອງວ່າການປົກຄອງເມືອງຊະນະຄາມ ແຂວງວຽງຈັນ. ກົມທໍລະນີສາດ ແລະ ບໍ່ແຮ່, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຂະແໜງການທີ່ກ່ຽວຂ້ອງ ຂອງແຂວງວຽງຈັນ ໄດ້ຈັດກອງປະຊຸມ ເຜີຍແຜ່ເນື້ອໃນສັນຍາສໍາປະທານພັດທະນາບໍ່ແຮ່ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ໃນເນື້ອທີ່ 1.000 ເຮັກຕາ ຢູ່ເຂດບ້ານສົມສະໜຸກ ແລະ ບ້ານນາປາຝາ ເມືອງຊະນະຄາມ ແຂວງວຽງຈັນ

ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ດອນ ລາດສະວົງ ປະທານຄະນະກໍາມະການປົກຄອງ ເມືອງຊະນະຄາມ, ທ່ານ ລາວຈູ ໂຊຕູ້ກີ ຮອງຫົວໜ້າກົມທໍລະນີສາດ ແລະ ບໍ່ແຮ່ ແລະ ທ່ານ ຄໍາພຸດ ນາມວົງສັກ ຮອງຫົວໜ້າພະແນກອູດສາຫະກໍາ ແລະ ການຄ້າ ແຂວງວຽງຈັນ ນອກຈາກນີ້ ຍັງມີຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ ຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ,ແຂວງ, ເມືອງ, ​ບ້ານ,​ ຕາແສງ ແລະ ບໍລິສັດ  ທີ່ໂຄງການຕັ້ງຢູ່ ເຂົ້າຮ່ວມຢ່າງພ້ອມພຽງ. ໂດຍຈຸດປະສົງຂອງກອງປະຊຸມເຜີຍແຜ່ເນື້ອໃນສັນຍາ ແລະ ນິຕິກໍາຕ່າງໆ ໃນຄັ້ງນີ້ ເພື່ອໃຫ້ພາກສວ່ນທີ່ກ່ຽວຂ້ອງຂອງແຂວງ, ເມືອງ, ບ້ານ, ຕາແສງ ຮັບຮູ້ ແລະ ເຂົ້າໃຈການຕົກລົງຂອງລັດຖະບານທີ່ອະນຸຍາດໃຫ້ ບໍລິສັດ ດັ່ງກ່າວໄດ້ສໍາປະທານເນື້ອທີ່, ເຂົ້າໃຈເນື້ອໃນສັນຍາ ແລະ ນິຕິກໍາທີ່ກ່ຽວຂອ້ງ ເພື່ອເປັນເອກະພາບໃນການຈັດຕັ້ງປະຕິບັດ ພ້ອມທັງສະເໜີໃຫ້ພາກສວ່ນທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ, ບ້ານ ແລະ ຕາແສງ ເປັນເຈົ້າການ ໃນການຕິດຕາມ ການຈັດຕັ້ງປະຕິບັດວຽກງານພາກສະໜາມຂອງບໍລິສັດ ຕາມສິດ, ໜ້າທີ່ ແລະ ພາລະບົດບາດ ທີ່ໄດ້ກໍານົດໄວ້ໃນກົດໝາຍ, ສັນຍາ ແລະ ລະບຽບການທີ່ກ່ຽວຂ້ອງ.

ພາບ ແລະ ຂ່າວ: ກົມທໍລະນີສາດ ແລະ ບໍ່ແຮ່

ກວດແກ້: ຄະນະບັນນາທິການຂ່າວສານ ອຄ

Back to News