|
Mining12 October 2026

ຄວາມຄືບໜ້າການແກ້ໄຂໂຄງການແຮ່ທາດ ປະເພດອ່ອນ ທີ່ຈັດໃນປະເພດ C ແລະ C+

ຄວາມຄືບໜ້າການແກ້ໄຂໂຄງການແຮ່ທາດ ປະເພດອ່ອນ ທີ່ຈັດໃນປະເພດ C ແລະ C+

ຕະຫຼອດໄລຍະຜ່ານມາບັນດາໂຄງການພັດທະນາແຮ່ທາດ ຖືເປັນແຫຼ່ງລາຍຮັບສໍາຄັນ ຂອງປະເທດ ປະກອບສ່ວນທັງທາງກົງ ແລະ ທາງອ້ອມເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມຂອງຊຸມຊຸມ ແລະ ທ້ອງຖິ່ນ ກໍຄືຂອງຊາດ. ຄຽງຄູ່ກັບຜົນປະໂຫຍດດັ່ງກ່າວ, ພວກເຮົາກໍບໍ່ສາມາດປະຕິເສດໄດ້ບາງບັນຫາ ແລະ ສິ່ງທ້າທາຍ ຈໍານວນໜຶ່ງ ທີ່ເກີດຈາກຫຼາຍສາເຫດ. ກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ມີຄວາມພະຍາຍາມສູງ ໃນການຄົ້ນຄວ້າເຖິງສາເຫດທີ່ເປັນຮາກຂອງບັນຫາ ໄປພ້ອມກັບການແກ້ໄຂໂດຍນໍາໃຊ້ມາດຕະການຂັ້ນເດັດຂາດ ຕໍ່ໂຄງການທີ່ມີຜົນກະທົບສູງຕໍ່ສິ່ງແວດລ້ອມ ແລະ ສັງຄົມ ພ້ອມທັງໄດ້ກໍານົດມາດຕະການ ແລະ ຍົກສູງບົດບາດຂອງວຽກງານກວດກາ ເຂົ້າໃນຂະແໜງບໍ່ແຮ່.

1.     ຜົນນການປະເມີນ ແລະ ສາເຫດຕົ້ນຕໍທີ່ພາໃຫ້ເກີດມີໂຄງການກຸ່ມ C ແລະ C+ ຫຼາຍ

ອີງຕາມຜົນການຕິດຕາມກວດກາ ແລະ ປະເມີນຜົນໂຄງການລົງທຶນດ້ານບໍ່ແຮ່ ໃນຂອບເຂດທົ່ວປະເທດ ຕາມ 7 ຫຼັກການຢ່າງເຂັ້ມງວດເຫັນວ່າ:

-     ຜົນການຈັດປະເພດຕົວຈິງໃນປີ 2024: ໃນຈຳນວນ 259 ໂຄງການທີ່ໄດ້ຮັບການປະເມີນ, ມີໂຄງການ ຕົກຢູ່ໃນກຸ່ມ C+ (ອ່ອນ) ແລະ C (ອ່ອນຫຼາຍ) ເຖິງ 111 ໂຄງການ (ກວມເອົາເກືອບ 43% ຂອງທັງໝົດ). ໃນນັ້ນ, ແບ່ງເປັນໄລຍະຊອກຄົ້ນ-ສຳຫຼວດ 45 ໂຄງການ (C+ 29, C 16) ແລະ ໄລຍະຂຸດຄົ້ນ-ປຸງແຕ່ງ 66 ໂຄງການ (C+ 46, C 20).

-     ສາເຫດຕົ້ນທີ່ພາໃຫ້ເກີດໂຄງການ C ແລະ C+ ມີ 2 ເຫດຜົນຕົ້ນຕໍ່ຄື:

v ດ້ານນັກລົງທຶນ: ສ່ວນໃຫຍ່ຂາດຄວາມພ້ອມດ້ານທຶນຮອນ, ເຕັກນິກ-ວິຊາການ ແລະ ປະສົບການຕົວຈິງ; ຫຼາຍບໍລິສັດມີລັກສະນະຈັບຈອງພື້ນທີ່ໄວ້ເພື່ອຊອກຫາຄູ່ຮ່ວມທຶນ ຫຼື ຂາຍໂຄງການຕໍ່; ມີການລະເມີດສັນ  ຍາ, ຄ້າງຈ່າຍພັນທະການເງິນຕໍ່ລັດຫຼາຍປີ ແລະ ປ່ອຍປະລະເລີຍມາດຕະຖານດ້ານສິ່ງແວດລ້ອມ-ສັງຄົມ.

v ດ້ານກົນໄກການຄຸ້ມຄອງ: ຂັ້ນຕອນການອະນຸມັດຜ່ານມາຍັງຂາດການກວດສອບຄຸນສົມບັດດ້ານການເງິນ ແລະ ປະຫວັດຄວາມເປັນມາຂອງນັກລົງທຶນຢ່າງເລິກເຊິ່ງ; ການອະນຸຍາດຢູ່ຂັ້ນທ້ອງຖິ່ນໃນ ບາງໄລຍະຍັງມີລັກສະນະເກີນສິດ; ແລະ ການບັງຄັບໃຊ້ມາດຕະການຕັດສັນຍາຕໍ່ຜູ້ລະເມີດຍັງຊັກຊ້າແກ່ຍາວ ແລະ ບໍ່ທັນເດັດຂາດພໍໃນການຕິດຕາມ, ກວດກາ ແລະ ປະເມີນໂຄງການບໍ່ເປັນລະບົບ ແລະ ປົກກະຕິ.

2. ຄວາມຮັບຜິດຊອບ, ກົນໄກການປະສານງານ ແລະ ຄວາມຄືບໜ້າໃນໄລຍະຜ່ານມາ

ປະຕິບັດຕາມທິດຊີ້ນຳຂອງລັດຖະບານ (ຕາມແຈ້ງການເລກທີ 1873/ຫສນຍ), ກະຊວງ ອຄ ໄດ້ເປັນເຈົ້າການສ້າງ ກົນໄກການປະສານງານແບບເຊື່ອມຈອດ ລະຫວ່າງ ຂະແໜງການສູນກາງ (ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນ, ກະຊວງການເງິນ, ການຊວງກະສິກຳ ແລະ ສິ່ງແວດລ້ອມ, ອົງການປົກຄອງທ້ອງຖິ່ນ ...) ແລະ ໄດ້ດຳເນີນການປະເມີນບັນດາໂຄງການ ແລະ ຜູ້ລົງທຶນ ແລະ ປະຕິບັດຄື:

-     ມາດຕະການແຈ້ງເຕືອນ ແລະ ບົດບັນທຶກ: ຄະນະກໍາມະການສົ່ງເສີມການລົງທຶນ (ຄລທ) ໄດ້ອອກໜັງສືແຈ້ງເຕືອນທາງການແລ້ວ 41 ບໍລິສັດ ໂດຍກຳນົດເວລາແກ້ໄຂຂາດຕົວ 3 ເດືອນ; ເຊີນບໍລິສັດມາເຮັດບົດບັນທຶກຮັບຮູ້ຜົນການປະເມີນ ແລະ ກຳນົດແຜນປັບປຸງ 52 ບໍລິສັດ; ເຮັດບົດບັນທຶກພາກສະໜາມຮ່ວມກັບອົງ ການປົກຄອງແຂວງ 23 ບໍລິສັດ; ແລະ ຂຶ້ນບັນຊີດຳບໍລິສັດທີ່ປະລະໂຄງການ ຕິດຕໍ່ບໍ່ໄດ້ 36 ບໍລິສັດ (ບາງບໍລິສັດບໍ່ທັນໄດ້ຍົກເລີກສັນຍາ ເພາະຍັງຄ້າງຊຳລະພັນທະຕໍ່ລັດຖະບານ)

-     ການຍົກເລີກສັນຍາ ແລະ ຖອນໃບອະນຸຍາດ: ໄດ້ແຈ້ງສິ້ນສຸດສັນຍາ ແລະ ຖອນໃບ ອະນຸຍາດແລ້ວ 10 ບໍລິສັດ (ໄລຍະສຳຫຼວດ 8 ບໍລິສັດ, ຂຸດຄົ້ນ 2 ບໍລິສັດ); ລັດຖະບານໄດ້ ເຫັນດີໃຫ້ຍົກເລີກຕື່ມ 2 ບໍລິສັດ (ກໍລະນີແຮ່ຫາຍາກ ບໍລິສັດ ຈົ່ງລີ) ແລະ ກຳລັງກະກຽມສະເໜີ ຍົກເລີກອີກ 5 ບໍລິສັດຢ່າງຕໍ່ເນື່ອງ.

-     ການສະກັດກັ້ນ ແລະ ປາບປາມການລັກລອບ (ຄະນະສະເພາະກິດ 78/ນຍ): ກະຊວງ ອຄ ຮ່ວມກັບ ກຳລັງ ປກຊ-ປກສ ແລະ ອົງການປົກຄອງທ້ອງຖິ່ນ ລົງກວດກາຕົວຈິງ 8 ແຂວງ 23 ຈຸດ; ກວດພົບການກະທຳຜິດ 18 ບໍລິສັດ ແລະ 5 ບຸກຄົນ; ຢຶດລົດຈົກ 38 ຄັນ, ເຮືອບ່ວງ 20 ລຳ ແລະ ອຸປະກອນຮັບໃຊ້ຈຳນວນຫຼາຍ; ດຳເນີນການສະສາງກົນຈັກ ແລະ ຄາດຄະເນລາຍ ຮັບເຂົ້າງົບປະມານປະມານ 15.52 ຕື້ກີບ.

3. ທິດທາງ, ມາດຕະການໃນຮ່າງຄຳສັ່ງໃໝ່ ແລະ ການຍົກສູງບົດບາດຕິດຕາມກວດກາ

ເພື່ອສ້າງບາດກ້າວບຸກທະລຸຢ່າງແທ້ຈິງ, ລັດຖະບານກຳລັງເລັ່ງປະກາດໃຊ້ ຄຳສັ່ງນາຍົກລັດຖະມົນຕີ ວ່າດ້ວຍການພັດທະນາ ແລະ ຄຸ້ມຄອງແຮ່ທາດໃນໄລຍະໃໝ່ ໂດຍກຳນົດບັນດາມາດຕະການເດັດຂາດ ແລະ ຮອບດ້ານ ດັ່ງນີ້:

1)    ການສະສາງ ແລະ ແກ້ໄຂໂຄງການເກົ່າພາຍໃນ 6 ເດືອນ: ມອບໃຫ້ ຄລທ ທົບທວນ ທຸກໂຄງການ; ໂຄງການໃດຕົກຢູ່ໃນກຸ່ມ C/C+, ບໍ່ມີຄວາມຄືບໜ້າຕາມສັນຍາ, ລະເມີດພັນທະການເງິນ ຫຼື ສິ່ງແວດລ້ອມຮ້າຍແຮງ ແມ່ນຈະຍົກເລີກສັນຍາ ແລະ ຖອນໃບອະນຸຍາດຄືນທັງໝົດຢ່າງເດັດຂາດ ໂດຍບໍ່ມີການປະນີປະນອມ.

2)    ມາດຕະຖານຄັດເລືອກ 10 ຂໍ້ ແລະ ລະບົບປະມູນໂປ່ງໃສ 100%: ເນື້ອທີ່ທີ່ຢຶດຄືນ ຫຼື ເຂດແຮ່ທາດທີ່ມີຂໍ້ມູນຊັດເຈນ ຕ້ອງນຳມາ ເປີດປະມູນຢ່າງໂປ່ງໃສ; ບັງຄັບກວດສອບເຈົ້າຂອງກຳ ມະສິດແທ້ຈິງ (Ultimate Beneficial Owner-UBO) ເພື່ອຕັດບັນຫາຕົວແທນບັງໜ້າ (Nominee); ຫ້າມບໍ່ໃຫ້ບໍລິສັດທີ່ຕິດບັນຊີດຳ ຫຼື ຢູ່ໃນກຸ່ມ C/C+ ເຂົ້າຮ່ວມປະມູນຢ່າງເດັດຂາດ.

3)    ນະໂຍບາຍຄຸ້ມຄອງແຮ່ທາດ ແລະ ຢຸດຕິການສົ່ງອອກແຮ່ດິບ:

-     ແຮ່ຫາຍາກ (Rare Earth): ຢຸດຕິການອະນຸຍາດໂຄງການໃໝ່ຢ່າງເດັດຂາດຕາມຄຳສັ່ງ 11/ຄລສພ; ທຸກໂຄງການເກົ່າລັດຕ້ອງຖືຮຸ້ນບໍ່ຕ່ຳກວ່າ 20%.

-     ແຮ່ລາຄາຕົກຕໍ່າ (ເຫລັກ, ຖ່ານຫີນ,...): ສະລໍການອະນຸຍາດໃໝ່ ແລະ ວາງແຜນຢຸດຕິການສົ່ງອອກແຮ່ດິບພາຍໃນປີ 2030 ຊຸກຍູ້ໃຫ້ໂຄງການອະນຸມັດແລ້ວໃຫ້ເຮັດໂຮງງານປຸ່ງແຕ່ງ.

-     ແຮ່ທີ່ລາຄາດີ ແລະ ຄວາມຕ້ອງການຕະຫຼາດສູງ (ແຮ່ຄຳ, ທອງ, ບົກຊິດ, ໂປຕາສ): ບັງຄັບໃຫ້ເຊື່ອມໂຍງກັບໂຮງງານຫຼອມ ແລະ ໂຮງງານປຸງ ແຕ່ງພາຍໃນປະເທດ ຕາມທິດຫັນເປັນອຸດສາຫະກຳທັນສະໄໝ (ສອຈ) ເທົ່ານັ້ນ.

4)    ມາດຕະການປາບປາມການລັກລອບແບບເຖິງກົກເຖິງຮາກ: ປັບປຸງການສະສາງຊັບສິນ-ກົນຈັກທີ່ຢຶດໄດ້ມາເປັນ ການປະມູນຂາຍເປີດກວ້າງ 100% ທັນທີ, ຍົກເລີກນະໂຍບາຍໃຫ້ເຈົ້າ ຂອງເດີມຊື້ຄືນຢ່າງສິ້ນເຊີງ ເພື່ອຕັດວົງຈອນການແລ່ນເຕັ້ນ; ເຮືອບ່ວງ ແລະ ເຮືອຂຸດຄົ້ນຕ້ອງຕັດແຍກ ຊິ້ນສ່ວນເປັນເຫຼັກເສດ; ມອບໃຫ້ ກະຊວງ ປກສ ຮ່ວມກັບ ອົງການກວດກາແຫ່ງລັດ ສືບສວນ-ສອບສວນດຳເນີນຄະດີຕໍ່ຜູ້ກະທຳຜິດ ແລະ ເຈົ້າໜ້າທີ່ທີ່ມີສ່ວນພົວພັນຢ່າງບໍ່ມີການຍົກເວັ້ນ.

5)    ການເພີ່ມທະວີກົນໄກປະສານງານລະຫວ່າງ ຂະແໜງການ-ທ້ອງຖິ່ນ ແລະ ການຫັນເປັນ ດິຈິຕອນ: ກຳນົດ ສິດ, ພັນທະ ແລະ ຂອບເຂດຄວາມຮັບຜິດຊອບລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ຈະແຈ້ງ, ເດັດຂາດບໍ່ໃຫ້ມີການອະນຸຍາດທັບຊ້ອນ; ສ້າງຖານຂໍ້ມູນແຮ່ທາດແຫ່ງຊາດດ້ວຍລະບົບ ດາວທຽມ GIS; ຕິດຕັ້ງລະບົບກ້ອງ CCTV ແລະ ຊິງຊັ່ງອັດຕະໂນມັດ Real-time ຢູ່ປາກບໍ່; ເຊື່ອມໂຍງຂໍ້ມູນເຂົ້າກັບລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ (Tax RIS) ເພື່ອຮັບປະກັນການເກັບລາຍຮັບເຂົ້າງົບປະມານຢ່າງຄົບຖ້ວນ, ໂປ່ງໃສ ແລະ ກວດສອບໄດ້.

6)    ການເສີມຂະຫຍາຍບົດບາດຕິດຕາມກວດກາ ຂອງສະພາປະຊາຊົນຂັ້ນແຂວງ (ສພຂ): ລັດຖະບານ ຖືວ່າ ສະພາປະຊາຊົນຂັ້ນແຂວງ ແມ່ນກຳລັງແຮງສຳຄັນ ແລະ ເປັນດ່ານໜ້າໃນ ການຕິດຕາມກວດກາ. ກະຊວງ ອຄ ຈະສ້າງກົນໄກ ລາຍງານ ແລະ ແລກປ່ຽນຂໍ້ມູນຂ່າວສານໂດຍ ກົງກັບ ສພຂ ເປັນປະຈຳ; ສະເໜີໃຫ້ ສພຂ ແຕ່ລະແຂວງ ນຳໃຊ້ສິດໃນການລົງກວດກາພາກ ສະໜາມ, ຕິດຕາມການປະຕິບັດ ກົດໝາຍ ແລະ ລະບຽບການ, ຜົນກະທົບຕໍ່ສິ່ງແວດ ລ້ອມ-ຊີວິດການເປັນຢູ່ຂອງ ປະຊາຊົນ, ແລະ ມີສິດສະເໜີໂຈະ ຫຼື ຍົກເລີກໂຄງການທີ່ລະເມີດຕໍ່ລັດຖະບານໂດຍກົງ ເພື່ອສ້າງຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບ ຮ່ວມກັນ.

Back to News