|
General14 October 2026

ກອງປະຊຸມສໍາມະນາ  “ການຄໍ້າປະກັນສິນເຊື່ອ ແລະ ເຕັກໂນໂລຊີສີຂຽວ” ເພື່ອຊຸກຍູ້ການເຕີບໂຕຂອງ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ

ກອງປະຊຸມສໍາມະນາ  “ການຄໍ້າປະກັນສິນເຊື່ອ ແລະ ເຕັກໂນໂລຊີສີຂຽວ” ເພື່ອຊຸກຍູ້ການເຕີບໂຕຂອງ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ

 ນະຄອນຫຼວງວຽງຈັນ, ວັນທີ 14 ຕຸລາ 2026 – ບໍລິສັດ ຄໍ້າປະກັນສິນເຊື່ອ ລາວ ຈຳກັດຜູ້ດຽວ (ບຄຊ) ຮ່ວມກັບ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ຈັດກອງປະຊຸມສຳມະນາພາຍໃຕ້ຫົວຂໍ້: "ການຄ້ຳປະກັນສິນເຊື່ອ ແລະ ເຕັກໂນໂລຊີສີຂຽວ ໃນການເຕີບໂຕຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ)" ຂຶ້ນຢ່າງເປັນທາງການ ເພື່ອເປັນເວທີສຳຄັນໃນການເຊື່ອມໂຍງລະຫວ່າງ ບຄຊ, ທະນາຄານຄູ່ຮ່ວມມື ແລະ ຜູ້ປະກອບກິດຈະການ ໃນການແກ້ໄຂຂໍ້ຈຳກັດດ້ານການເຂົ້າເຖິງແຫຼ່ງທຶນ. ກອງປະຊຸມສຳມະນາດັ່ງກ່າວມີຜູ້ເຂົ້າຮ່ວມທັງໝົດ 94 ທ່ານ ທີ່ເປັນຫົວໜ່ວຍ ຈນກ,  ຜູ້ຕາງໜ້າຈາກ 06 ທະນາຄານຄູ່ຮ່ວມມື, ຜູ້ຕາງໜ້າຈາກກົມຄຸ້ມຄອງທະນາ ຄານທຸລະກິດ ແລະ ກົມສົ່ງເສີມ ຈນກ.

ຈຸດປະສົງຫຼັກຂອງກອງປະຊຸມສຳມະນາ ແມ່ນເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບ ພາລະບົດບາດຂອງ ບຄຊ ທີ່ເປັນກົນໄກສຳຄັນໃນການຊ່ວຍຫຼຸດຜ່ອນຄວາມສ່ຽງໃຫ້ແກ່ທະນາຄານ ເຊິ່ງເປັນການຊ່ວຍໃຫ້ຜູ້ປະກອບກິດຈະ ການ ຈນກ ທີ່ຂາດຫຼັກຊັບຄ້ຳປະກັນສາມາດເຂົ້າເຖິງສິນເຊື່ອໄດ້ຫຼາຍຍຂຶ້ນ. ນອກຈາກນັ້ນ, ຊ່ຽວຊານຈາກ UNDP ຍັງໄດ້ນຳສະເໜີກ່ຽວກັບ ການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳສີຂຽວ ເພື່ອຊ່ວຍຫຼຸດຕົ້ນທຶນການດຳເນີນງານ ແລະ ເພີ່ມລາຍຮັບ ໃຫ້ສອດຄ່ອງກັບການຈັດໝວດໝູ່ທຸລະກິດສີຂຽວຂອງ ສປປ ລາວ (Lao Green Taxonomy).

ພ້ອມນີ້, ຍັງມີການສົນທະນາເທິງເວທີ (Panel Discussion) ທີ່ເນັ້ນໃສ່ການແກ້ໄຂຂໍ້ຈຳກັດດ້ານຫຼັກຊັບຄ້ຳປະກັນ ແລະ ສິ່ງທ້າທາຍໃນການຫັນປ່ຽນສູ່ທຸລະກິດສີຂຽວ ໂດຍມີຕົວແທນຈາກ ທະນາຄານແຫ່ງ ສປປ ລາວ, ບຄຊ, ທະນາຄານສົ່ງເສີມກະສິກຳ ແລະ ຕົວແທນ ຈນກ ທີ່ໄດ້ມາຮ່ວມແລກປ່ຽນມູມມອງ ແລະ ປະສົບການຕົວຈິງຢ່າງກົງໄປກົງມາ ເພື່ອກະກຽມຄວາມພ້ອມໃນການຍື່ນຂໍຄ້ຳປະກັນສິນເຊື່ອ.

ໃນຕອນທ້າຍຂອງກອງປະຊຸມສຳມະນາ ທ່ານ ນ.ລັດທະນາ ດວງບຸບຜາ, ຮອງຜູ້ອຳນວຍການ ບຄຊ ໄດ້ກ່າວສະຫຼຸບຜົນໂດຍໄດ້ເນັ້ນໜັກເຖິງຄວາມມຸ່ງໝັ້ນຂອງ ບຄຊ ໃນການເປັນຂົວຕໍ່ລະຫວ່າງ ທະນາຄານຄູ່ຮ່ວມມື, ຈນກ ແລະ ນະໂຍບາຍການເງິນສີຂຽວ ເພື່ອປະກອບສ່ວນຂັບເຄື່ອນການເຕີບໂຕຂອງ ຈນກ ລາວ ໃຫ້ສາມາດແຂ່ງຂັນ ແລະ ກ້າວໄປສູ່ຄວາມຍືນຍົງໃນອະນາຄົດ.

 

ພາບ: ວຽງສະຫວັນ ປຣະດິດ

ຂ່າວ: ບໍລິສັດ ຄໍ້າປະກັນສິນເຊື່ອ ລາວ ຈຳກັດຜູ້ດຽວ

ກວດແກ້: ຄະນະບັນນາທິການຂ່າວສານ ອຄ

Back to News