|
Energy22 October 2026

ກອງປະຊຸມ ຄະນະຊີ້ນຳໂຄງການ ສ້າງລະບົບຄຸ້ມຄອງຊັບພະຍາກອນນ້ຳ ແລະ ການຍົກລະດັບຄວາມສາມາດ ໃນການຕອບໂຕ້ໄພພິບັດ ຂອງອ່າງແມ່ນ້ຳງື່ມ ຄັ້ງທີ 7

ກອງປະຊຸມ ຄະນະຊີ້ນຳໂຄງການ ສ້າງລະບົບຄຸ້ມຄອງຊັບພະຍາກອນນ້ຳ ແລະ ການຍົກລະດັບຄວາມສາມາດ ໃນການຕອບໂຕ້ໄພພິບັດ ຂອງອ່າງແມ່ນ້ຳງື່ມ ຄັ້ງທີ 7

ວັນທີ 22 ຕຸລາ 2026 ທີ່ນະຄອນຫຼວງວຽງຈັນ, ກອງປະຊຸມຄະນະຊີ້ນຳໂຄງການສ້າງລະບົບຄຸ້ມຄອງຊັບພະຍາ ກອນນ້ຳ ແລະ ການຍົກລະດັບຄວາມສາມາດໃນການຕອບໂຕ້ໄພພິບັດຂອງອ່າງແມ່ນ້ຳງື່ມ ຄັ້ງທີ 7 ໄດ້ຈັດຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຮ່ວມຂອງທ່ານ ປອ ບົວວັນ ວິລະວົງ ຫົວໜ້າຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບຸນຈັນ ກົມບຸນຍະສິດ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຜູ້ຕາງ   ໜ້າຈາກລັດຖະບານ ສ.ເກົາຫຼີ, ອົງການກອຍກາ (KOICA) ປະຈຳ ສປປ ລາວ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

        ທ່ານ ປອ ບົວວັນ ວິລະວົງ ກ່າວວ່າ: ໃນນາມຕາງໜ້າໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ສ. ເກົາຫຼີ ແລະ ອົງການ KOICA  ປະຈໍາ ສປປ ລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນດ້ານວິຊາການ, ຖ່າຍທອດຄວາມຮູ້ ແລະ ປະສົບການ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຕະຫຼອດເຖິງບັນດາກະຊວງ, ກົມ, ພາກສ່ວນທີ່ກ່ຽວຂ້ອງ, ທີມງານຊ່ຽວຊານ ແລະ ພະ ນັກງານວິຊາການທຸກທ່ານ ທີ່ໄດ້ຮ່ວມແຮງຮ່ວມໃຈຜັກດັນໂຄງການໃຫ້ມີຄວາມຄືບໜ້າມາໂດຍຕະຫຼອດ.

      ການຄຸ້ມຄອງຊັບພະຍາກອນນໍ້າ, ການຄຸ້ມຄອງການດຳເນີນງານເຂື່ອນໄຟຟ້າ ແລະ ການກະກຽມຮັບມືຕໍ່ໄພພິບັດ ແມ່ນວຽກງານສຳຄັນທີ່ມີຄວາມກ່ຽວພັນໂດຍກົງກັບຄວາມປອດໄພຂອງເຂື່ອນ, ການຜະລິດໄຟຟ້າ ລວມທັງການ ບໍລິຫານຈັດການນ້ຳ ໃນລະດູແລ້ງ ແລະ ລະດູຝົນ ປະກອບສ່ວນໃນວຽກງານຕ້ານແລ້ງ-ຕ້ານຖ້ວມ. ດັ່ງນັ້ນ, ການມີລະບົບຂໍ້ມູນທີ່ຖືກຕ້ອງ, ທັນເວລາ ແລະ ສາມາດນຳໃຊ້ປະກອບການຕັດສິນໃຈໄດ້ ຈຶ່ງມີຄວາມຈຳເປັນຢ່າງຍິ່ງ.

       ໂຄງການດັ່້ງກ່າວ ໄດ້ຮັບການສະໜັບສະໜູນຈາກລັດຖະບານ ສ. ເກົາຫຼີ ດ້ວຍງົບປະມານລວມ 11 ລ້ານໂດລາສະຫະລັດ ເພື່ອພັດທະນາລະບົບຄຸ້ມຄອງຊັບພະຍາກອນນ້ຳ ແລະ ຍົກລະດັບຄວາມສາມາດໃນການຕອບໂຕ້ໄພພິບັດຢູ່ອ່າງຮັບນ້ຳງື່ມ. ຜ່ານການຈັດຕັ້ງປະຕິບັດ ໂຄງການໄດ້ມີການປັບປຸງຫ້ອງ ແລະ ຕິດຕັ້ງລະບົບອຸປະກອນຂອງສູນປະສານງານ ແລະ ຕິດຕາມຄຸ້ມຄອງເຂື່ອນໄຟຟ້າ; ການຕິດຕັ້ງສະຖານີວັດ ແທກນ້ຳຝົນ, ສະຖານີວັດແທກລະດັບນ້ຳ, ກ້ອງ CCTV ແລະ ເສົາແຈ້ງເຕືອນໄພ ລວມທັງໝົດ 70 ສະຖານີ; ການພັດທະນາລະບົບຕິດຕາມຂໍ້ມູນອຸທົກກະສາດແບບ Real Time, ການຄາດຄະເນປະລິມານນ້ຳໄຫຼເຂົ້າອ່າງ ແລະ ການຄາດຄະເນພະຍາກອນນ້ຳຖ້ວມ, ລວມທັງການຝຶກອົບຮົມ ແລະ ສ້າງຄວາມສາມາດໃຫ້ແກ່ພະນັກງານວິຊາການຂອງພາກສ່ວນທີ່ກ່ຽວຂ້ອງ.

      ຜົນສໍາເລັດເຫຼົ່ານີ້ ຈະເປັນພື້ນຖານສໍາຄັນໃນການປັບປຸງການວາງແຜນບໍລິຫານຈັດການນໍ້າ, ການດຳເນີນງານເຂື່ອນໄຟຟ້າ, ການແຈ້ງເຕືອນໄພນ້ຳຖ້ວມ ແລະ ການກະກຽມແຜນຮັບມືສຸກເສີນ. ພ້ອມນີ້ ຍັງເປັນການຍົກລະດັບຄວາມສາມາດ ໃນການນຳໃຊ້ລະບົບ ແລະ ເຄື່ອງມືທາງວິຊາການ ເຂົ້າໃນການຄຸ້ມຄອງຊັບພະຍາກອນນ້ຳຢ່າງມີປະສິດທິຜົນ.

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ

ກວດແກ້: ຄະນະບັນນາທິການຂ່າວສານ ອຄ

Back to News