ກອງປະຊຸມເຜີຍແຜ່ເນື້ອໃນສັນຍາວ່າດ້ວຍການສໍາຫຼວດ ແລະ ສ້າງບົດວິພາກເສດຖະກິດເຕັກນິກ ໃນການພັດທະນາແຮ່ຄຳ, ແຮ່ທອງ....

ໃນຄັ້ງວັນທີ 20 ຕຸລາ 2026 ທີ່ຫ້ອງວ່າການປົກຄອງເມືອງປາກທາ ແຂວງບໍ່ແກ້ວ. ກົມທໍລະນີສາດ ແລະ ບໍ່ແຮ່, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຂະແໜງການທີ່ກ່ຽວຂ້ອງ ຂອງແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມ ເຜີຍແຜ່ເນື້ອໃນສັນຍາວ່າດ້ວຍການສໍາຫຼວດ ແລະ ສ້າງບົດວິພາກເສດຖະກິດ-ເຕັກນິກ ໃນການພັດທະນາແຮ່ຄຳ, ແຮ່ທອງ, ແຮ່ອັງຕີມອນ, ແຮ່ເຫຼັກ, ແຮ່ຊືນ, ແຮ່ສັງກະສີ, ແຮ່ກັວກ, ແຮ່ບາຣິດ ແລະ ຫີນມາໂບ ໃນເນື້ອທີ່110.68 ກິໂລຕາແມັດ ຢູ່ເຂດບ້ານພູສັນຖານ, ບ້ານຫາດສາກ, ເມືອງປາກທາ, ແຂວງບໍ່ແກ້ວ ຂອງບໍລິສັດ ພົນທະຈັກ ບໍ່ແຮ່ 1 ຈຳກັດຜູ້ດຽວ ແລະ ສັນຍາວ່າດ້ວຍການສໍາຫຼວດແຮ່ທາດອະໂລຫະ (ຫີນກວັສ) ໃນເນື້ອທີ່ 15 ເຮັກຕາ ຂອງບໍລິສັດ ພີເອັສຊີ ບໍ່ແຮ່ ຈຳກັດຜູ້ດຽວ ຢູ່ເຂດບ້ານຫ້ວຍໂຊະ, ບ້ານປາງສາ, ບ້ານດົງ ແລະ ບ້ານຈຽງຕອງ, ເມືອງປາກທາ, ແຂວງບໍ່ແກ້ວ.

ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ບຸນພັດ ສີສົມບັດ ປະທານຄະນະກໍາມະການປົກຄອງ ເມືອງປາກທາ, ທ່ານ ຂາວພອນ ສຸກລາພັນ ຮອງຫົວໜ້າກົມທໍລະນີສາດ ແລະ ບໍ່ແຮ່ ແລະ ທ່ານ ສົມພອນ ແກ້ວກັນຍາ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍ່ແກ້ວ, ນອກຈາກນີ້ ຍັງມີຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ ຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ, ແຂວງ, ເມືອງ, ຕາແສງ, ບ້ານ ແລະ ບໍລິສັດ ທີ່ໂຄງການຕັ້ງຢູ່ ເຂົ້າຮ່ວມຢ່າງພ້ອມພຽງ. ໂດຍຈຸດປະສົງຂອງກອງປະຊຸມເຜີຍແຜ່ເນື້ອໃນສັນຍາ ແລະ ນິຕິກໍາຕ່າງໆ ໃນຄັ້ງນີ້ ເພື່ອໃຫ້ພາກສວ່ນທີ່ກ່ຽວຂ້ອງຂອງແຂວງ, ເມືອງ, ຕາແສງ, ບ້ານຮັບຮູ້ ແລະ ເຂົ້າໃຈການຕົກລົງຂອງລັດຖະບານທີ່ອະນຸຍາດໃຫ້ບັນດາບໍລິສັດ ດັ່ງກ່າວໄດ້ສໍາປະທານເນື້ອທີ່, ເຂົ້າໃຈເນື້ອໃນສັນຍາ ແລະ ນິຕິກໍາທີ່ກ່ຽວຂອ້ງ ເພື່ອເປັນເອກະພາບໃນການຈັດຕັ້ງປະຕິບັດ, ພ້ອມທັງສະເໜີໃຫ້ພາກສວ່ນທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ, ຕາແສງ ແລະ ບ້ານ ເປັນເຈົ້າການ ໃນການຕິດຕາມ ການຈັດຕັ້ງປະຕິບັດວຽກງານພາກສະໜາມຂອງບໍລິສັດ ຕາມສິດ, ໜ້າທີ່ ແລະ ພາລະບົດບາດ ທີ່ໄດ້ກໍານົດໄວ້ໃນກົດໝາຍ, ສັນຍາ ແລະ ລະບຽບການທີ່ກ່ຽວຂ້ອງ.

