ເຜີຍແຜ່ສັນຍາສໍາປະທານ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ເຂດບ້ານນາໂພ - ຫ້ວຍສຽດ, ເມືອງລ້ອງຊານ ແຂວງ ໄຊສົມບູນ

ໃນຄັ້ງວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງເມືອງລ້ອງຊານ ແຂວງໄຊສົມບູນ. ກົມທໍລະນີສາດ ແລະ ບໍ່ແຮ່, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຂະແໜງການທີ່ກ່ຽວຂ້ອງ ຂອງແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ເຜີຍແຜ່ເນື້ອໃນສັນຍາສໍາປະທານພັດທະນາບໍ່ແຮ່ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ໃນເນື້ອທີ່ 1,216 ເຮັກຕາ ຢູ່ເຂດບ້ານນາໂພ - ຫ້ວຍສຽດ, ເມືອງລ້ອງຊານ ແຂວງໄຊສົມບູນ ຂອງບໍລິສັດ ພັດທະນາທອງແດງ ລາວ - ຈີນ ຈຳກັດຜູ້ດຽວ ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ສົມພັນ ສີສົມບຼົງ ປະທານຄະນະກໍາມະການປົກຄອງ ເມືອງລ້ອງຊານ, ທ່ານ ຂາວພອນ ສຸກລາພັນ ຮອງຫົວໜ້າກົມທໍລະນີສາດ ແລະ ບໍ່ແຮ່ ແລະ ທ່ານ ຜາເງິນ ວົງພະຈັນ ຮອງຫົວ
ໜ້າພະແນກອູດສາຫະກໍາ ແລະ ການຄ້າ ແຂວງໄຊສົມບູນ ນອກຈາກນີ້ ຍັງມີຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ ຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ, ແຂວງ, ເມືອງ, ບ້ານ, ຕາແສງ ແລະ ບໍລິສັດ ທີ່ໂຄງການຕັ້ງຢູ່ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງກອງປະຊຸມເຜີຍແຜ່ເນື້ອໃນສັນຍາ ແລະ ນິຕິກໍາຕ່າງໆ ໃນຄັ້ງນີ້ ເພື່ອໃຫ້ພາກສວ່ນທີ່ກ່ຽວຂ້ອງຂອງແຂວງ, ເມືອງ, ບ້ານ, ຕາແສງ ຮັບຮູ້ ແລະ ເຂົ້າໃຈການຕົກລົງຂອງລັດຖະບານທີ່ອະນຸຍາດໃຫ້ບັນດາບໍລິສັດ ດັ່ງກ່າວໄດ້ສໍາປະທານເນື້ອທີ່, ເຂົ້າໃຈເນື້ອໃນສັນຍາ ແລະ ນິຕິກໍາທີ່ກ່ຽວຂອ້ງ ເພື່ອເປັນເອກະພາບໃນການຈັດຕັ້ງປະຕິບັດ ພ້ອມທັງສະເໜີໃຫ້ພາກສວ່ນທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ, ບ້ານ ແລະ ຕາແສງ ເປັນເຈົ້າການ ໃນການຕິດຕາມ ການຈັດຕັ້ງປະຕິບັດວຽກງານພາກສະໜາມຂອງບໍລິສັດ ຕາມສິດ, ໜ້າທີ່ ແລະ ພາລະບົດບາດ ທີ່ໄດ້ກໍານົດໄວ້ໃນກົດໝາຍ, ສັນຍາ ແລະ ລະບຽບການທີ່ກ່ຽວຂ້ອງ.
ພາບ ແລະ ຂ່າວ: ກົມທໍລະນີສາດ ແລະ ບໍ່ແຮ່
Related News
09 November 2026
ກະຊວງ ອຸດສາຫະກຳ ແລະ ການຄ້າຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄວ້າໜອງເກືອຊິງໄຮ ແລະ ສະຖາບັນຄົ້ນຄວ້າພູພຽງຊິງໄຮ–ທິເບດ
05 November 2026
ກະຊວງ ອຸດສາຫະກຳ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສປປ ລາວ
02 November 2026
