ເຄື່ອນໄຫວຊຸກຍູ້ ວຽກງານ 3 ສ້າງທີ່ແຂວງ ວຽງຈັນ

ໃນວັນທີ 11 ພະຈິກ 2026 ທ່ານຫົວໜ້າຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລົງເຄື່ອນໄຫວການວຽກງານຊຸກຍູ້ ວຽກງານ 3 ສ້າງ. ເຊິ່ງເປັນວຽກງານຍຸດທະສາດ ທີ່ພັກ-ລັດ ໂດຍສະເພາະແມ່ນການເຊື່ອມໂຍງເຂົ້າກັບຂົງເຂດວຽກງານອຸດສາຫະກຳ ແລະ ການຄ້າ ຢູ່ທ້ອງຖິ່ນ.
ຈຸດປະສົງ ແລະ ຄາດໝາຍຂອງກອງປະຊຸມ
• ທົບທວນຄວາມຄືບໜ້າ: ຕີລາຄາສະພາບການຈັດຕັ້ງປະຕິບັດ ວຽກງານ 3 ສ້າງ ແລະ ການພັດທະນາຊົນນະບົດ ໃນໄລຍະຜ່ານມາ ເພື່ອເຫັນໄດ້ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ.
• ແລກປ່ຽນກ່ຽວກັບ: ວຽກງານການແບ່ງຂັ້ນຄຸ້ມຄອງ, ພາລະບົດບາດຂອງພະແນກ ອຄ ແຂວງ, ຫ້ອງການ ອຄ ປະຈໍາເມືອງ-ນະຄອນ ແລະ ວຽກທີ່ຕິດພັນກັບຕາແສງ.
• ແລກປ່ຽນຄໍາຄິດຄໍາເຫັນ: ກ່ຽວກັບການຕິດຕາມການລັກລອບຂຸດຄົ້ນແຮ່ທາດ ແລະ ບັນຫາຫາງສຽງສັງຄົມ.
• ວຽກງານການນຳໃຊ້ລະບົບດິຈິຕອນ: ປະເມີນ, ກວດກາຄວາມພ້ອມດ້ານເຕັກນິກ ແລະ ແນະນຳວິທີການນໍາໃຊ້ ແລະ ຄຸ້ມຄອງລະບົບຫ້ອງປະຊຸມທາງໄກ.
ພາບ ແລະ ຂ່າວ: ພະແນກສັງລວມ
Related News
13 November 2026
ກອງປະຊຸມວຽກງານຈັດຕັ້ງ ກະຊວງອຸດສາຫະກຳ ແລະ ການຄ້າ ໄລຍະ 5ປີ(2021-2025) ແລະ ທິດທາງແຜນການ 5ປີ(2026-2030)
11 November 2026
ກະຊວງ ອຄ ເຜີຍແຜ່ສັນຍາການຄ້າສິນຄ້າອາຊຽນ ສະບັບປັບປຸງ (Upgraded ATIGA)
11 November 2026
